ອົງການ ສິ້ງຊອມດ້ານສິດທິມະນຸດ ວິຕົກເຣື່ອງສິດທິມະນຸດ ໃນບາງປະເທດອາຊ້ຽນ

RFA
2024.03.11
ອົງການ ສິ້ງຊອມດ້ານສິດທິມະນຸດ ວິຕົກເຣື່ອງສິດທິມະນຸດ ໃນບາງປະເທດອາຊ້ຽນ ທຸງປະຈໍາຊາຕ ຂອງ ກຸ່ມປະເທດອາຊ້ຽນ.
RFA

ອົງການ Human Right Watch Australia ຕິຕຽນຣັຖບານ ອອສເຕຣເລັຽ ກ່ຽວກັບກອງປະຊຸມ ASEAN-Australia.

ຜູ້ອຳນວຍການ ອົງການ Human Right Watch Australia ໄດ້ຂຽນໜັງສື ຫາ ນາຍົກຣັຖມົນຕຣີ ອອສເຕຣເລັຽ ໂດຍກົງ ໂດຍໄດ້ສເນີໃຫ້ ນາຍົກຣັຖມົນຕຣີອອສເຕຣເລັຽ ທ່ານ Anthony Albanese ນຳເອົາ ບັນຫາກ່ຽວກັບ ສິທທິມະນຸດ ແລະ ຄວາມຊຸດໂຊມເຊື່ອມຖອຍ ດ້ານປະຊາທິປະໄຕ ໃນກຸ່ມປະເທດ ASEAN ຂຶ້ນມາເປັນວາລະ ຂອງກອງປະຊຸມຊຸດພິເສດ ASEAN-Australia Summit ທີ່ ນະຄອນ Melbourne, Australia ໃນລະຫວ່າງມື້ ວັນທີ 4 ຫາ 6 ມີນາ, 2024.

ແຕ່ປະກົດວ່າ ນາຍົກຣັຖມົນຕຣີ ອອສເຕຣເລັຽ ທ່ານ Anthony Albanese ພ້ອມທັງຜູ້ນຳ ກຸ່ມປະເທດ ໃນພູມິພາກ ເອເຊັຽຕາເວັນອອກ ສ່ຽງໃຕ້ (Southeast Asia) ບໍ່ໄດ້ກ່າວເຖິງ ບັນຫາ ອັນປັດຈຸບັນທັນດ່ວນ ກ່ຽວກັບ ສິທທິມະນຸດ ທີ່ໜ້າວິຕົກ ແລະ ທີ່ມີຄວາມຊຸດໂຊມເຊື່ອມຖອຍ ດ້ານປະຊາທິປະໄຕ ໂດຍສະເພາະ ບັນຫາ ພະມ້າ ແລະ ວິກິດການອື່ນໆ ໃນພູມິພາກເລີຍ.

ຍານາງ Daniela Gavshon ຜູ້ອຳນວຍການ ອົງການ Human Right Watch Australia ໄດ້ກ່າວກ່ຽວກັບເຣື່ອງນີ້ ຕໍ່ວິທະຍຸເອເຊັຽເສຣີ (RFA) ໃນຕອນນຶ່ງວ່າ:

“ໃນກອງປະຊຸມ 2-3 ມື້ຜ່ານມາ Australia ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ASEAN-Australia ຢູ່ Melbourne, ແລະ ພວກເຮົາ ກໍໄດ້ເຫັນວ່າ ນາຍົກຣັຖມົນຕຣີ ທ່ານ Anthony Albanese ບໍ່ໄດ້ຈັດໃຫ້ ບັນຫາ ສິທທິມະນຸດ ເປັນຈຸດເນັ້ນໜັກ ຊຶ່ງບັນຫາ ສິທທິມະນຸດ ເປັນສິ່ງທີ່ຮຽກຮ້ອງໃຫ້ທ່ານເອົາໃຈໃສ່. ພວກເຮົາເຂົ້າໃຈວ່າ ທ່ານໄດ້ແນໃສ່ ແຕ່ບັນຫາອື່ນໆ ເຮັດໃຫ້ເປັນ ບຸລິມະສິດ ແຕ່ບັນຫາ ສິທທິມະນຸດ ຄວນຈັດໃຫ້ເປັນ ສູນຈຸດໃຈກາງຂອງການສື່ສານ ທັງໃນທາງສາທາຣະນະ ແລະ ໃນທາງສ່ວນຕົວ. ພວກເຮົາເຊື່ອວ່າ ນາຍົກ Albanese ຄວນຍົກ ເອົາປະເດັນ ບັນຫາສິທທິມະນຸດ ທີ່ເຊື່ອມໂຊມຮຸນແຮງ ທັງປະເດັນກ່ຽວກັບ ຄວາມຊຸດໂຊມເຊື່ອມຖອຍ ດ້ານປະຊາທິປະໄຕ ຂຶ້ນມາ ປຶກສາຫາລື ຫາທາງແກ້ໄຂ ຮ່ວມກັບຜູ້ນຳກຸ່ມປະເທດ ASEAN.”

ອົງການ Human Right Watch Australia ທີ່ສອດຊ່ອງຕິດຕາມ ເບິ່ງສະພາບສິດທິມະນຸດ ເຫັນວ່າ ASEAN ບໍ່ໄດ້ຫົວຊານຳ ບັນຫາ ສິທທິມະນຸດ ທີ່ເກີດເປັນຂ່າວຄາວ ຢູ່ເລື້ອຍ ໃນກຸ່ມປະເທດ ຂອງຕົນ ພໍປານໃດ ຍ້ອນຖືຫລັກການວ່າສະມາຊິກ ASEAN ຈະບໍ່ເຂົ້າໄປກ້າວກ່າຍ ໃນກິຈກັມ ພາຍໃນຂອງ ກັນແລະກັນ.

ຍານາງ Daniela Gavshon ເວົ້າກ່ຽວກັບເຣື່ອງນີ້ວ່າ:

“ສະພາບ ສິທທິມະນຸດ ໄດ້ເຊື່ອມໂຊມລົງ ໃນຫລາຍໆປະເທດ ສະມາຊິກ ກຸ່ມ  ASEAN ເມື່ອບໍ່ຫລາຍປີຜ່ານມາ, ແລະ ASEAN ຊຶ່ງເປັນກຸ່ມກ້ອນອົງກອນ ກໍບໍ່ໄດ້ເຮັດຫຍັງຫລາຍ ເພື່ອດັດແປງ ແກ້ໄຂ ວິກິດການ ຄວາມຮຸນແຮງ ໃນການລະເມີດ ສິດທິມະນຸດທີ່ເກີດຂຶ້ນ ໃນບັນດາປະເທດ ສະມາຊິກ. ພວກເຮົາຢາກເຫັນ ການເອົາມາຕການລົງໂທດ ທີ່ຮຸນແຮງຂຶ້ນຕໍ່ພະມ້າ. ພວກເຮົາຢາກເຫັນ ປະເທດໃນກຸ່ມ ASEAN ໃຫ້ການຮ່ວມມື ໃນການເອົາມາຕການລົງໂທດນີ້. ພວກເຮົາໄດ້ເຫັນ ການລະເມີດຄຸກຄາມ ປາບປາມຜູ້ຄົນປະຊາຊົນ ໃນກັມພູຊາ ແລະ ວຽດນາມ. ນີ້ເປັນປະເດັນ ທີ່ຣັຖບານ Australia ຕ້ອງຍົກຂຶ້ນມາ ປະກາດເປີດເຜີຍ ປຶກສາຫາລື ກັບຣັຖບານເຫລົ່ານີ້ ແລະ ກັບ ASEAN ໂດຍທົ່ວໄປ. ພວກເຮົາໄດ້ເຫັນ ກຳລັງຂອງກອງທັບ ຣັຖບານ ແນໃສ່ເຂັ່ນຂ້າ ປາບປາມ ກຸ່ມນັກເຄື່ອນໄຫວ ໃນ ຟິນລີປີນສ໌ ແລະ ເຊັ່ນດຽວກັນກັບຢູ່ ລາວ. ພວກເຮົາໄດ້ເນັ້ນຢໍ້າ ເລື້ອຍມາວ່າ ມັນມີຄວາມສຳຄັນ ທີ່ຣັຖບານ Australia ຕ້ອງນຳເອົາບັນຫາ ທີ່ມີການລະເມີດສິດທິມະນຸດ ຢ່າງເປັນລະບົບ ທີ່ເກີດຂຶ້ນຢູ່ເລື້ອຍໆ, ໂດຍສະເພາະ ກ່ຽວກັບ ການບັງຄັບໃຫ້ຫາຍສາບສູນ, ການກົດຂີ່, ປາບປາມ ຈັບກຸມຄຸມຂັງ ບໍ່ໃຫ້ມີ ສິດເສຣີພາບ ໃນການປາກເວົ້າ ຕິຕຽນ ການປະຕິບັດ ໜ້າທີ່ຂອງທາງການ ແລະ ຫ້າມປາມການຈັດຕັ້ງກຸ່ມກ້ອນສະມາຄົມ. ຣັຖບານ Australia ຕ້ອງສະແດງອອກວ່າ ແມ່ນບໍ່ສົມຄວນສຳລັບ ພຶຕຕິກັມດັ່ງກ່າວນີ້ ແລະ ຜູ້ທີ່ຮັບຜິດຊອບ ໃນການ ບັງຄັບປາບປາມ ຕ້ອງໄດຖືກລົງໂທດ ໂດຍສະເພາະ ການບັງຄັບໃຫ້ຫາຍສາບສູນ ແລະ ກໍຣະນີ ການລະເມີດສິດທິມະນຸດ ອື່ນໆ ໃນລາວ”.   

ອົງການ Human Right Watch Australia ເຫັນວ່າ ໃນການປະຊຸມ ຄັ້ງຍິ່ງໃຫຍ່ທຸກໆເທື່ອ ຫາກ Australia ບໍ່ສເນີຫາທາງແກ້ໄຂ ບັນຫາການລ່ວງລະເມີດ ສິທທິມະນຸດ ຫລືບໍ່ກ້າແມ່ນແຕ່ຈະ ຊັກຊວນໃຫ້ ປະເທດ ໃນກຸ່ມ ປະເທດ ASEAN ເອງ ແກ້ໄຂ ກໍໝາຍຄວາມວ່າ ການປະຊຸມ ຈະໄຮ້ປໂຍດ ເຖິງວ່າ ຈະມີປະເດັນອື່ນໆ ທີ່ໄດ້ຖືກ ນຳຂຶ້ນມາ ປຶກສາສົນທະນາກໍຕາມ.

ຍານາງ Daniela Gavshon ກ່າວກ່ຽວກັບເຣື່ອງນີ້ ຕໍ່ວິທະຍຸເອເຊັຽເສຣີ (RFA) ວ່າ:

“ໃນການປະຊຸມ ລະດັບສູງແບບນີ້ ກໍຈະເປັນການເສັຽໂອກາດ ສຳລັບ Australia ທັງສຳລັບ ປະຊາຊົນ ໃນກຸ່ມປະເທດ ASEAN ຫາກຣັຖບານ Australia ເພີກເສີຍ ບໍ່ສົນໃຈເຣື່ອງ ສິດທິມະນຸດ, ນີ້ເປັນໂອກາດໃຫ້ Australia ໄດ້ສົ່ງສັນຍານ ທີ່ແຈ່ມແຈ້ງແນ່ນອນ ວ່າ ການລະເມີດ ຫລື ຄວາມຮຸນແຮງ ຕໍ່ສິດທິມະນຸດ ເປັນພາກສ່ວນທີ່ສຳຄັນ ສຳລັບນະໂຍບາຍຕ່າງປະເທດ ທີ່ຈຳເປັນສຳລັບ Australia. ພວກເຮົາ/ທ່ານ ຮູ້ວ່າ ສະພາບມາຕຖານ ສິດທິມະນຸດ ທົ່ວໄປ ໃນ ພູມີພາກ ກຸ່ມປະເທດ ASEAN ໄດ້ຊຸດໂຊມລົງ ມາເຫິງນານ ແລະ ໃນວັນຄົບຮອບ 50 ປິ ຂອງຄວາມສຳພັນ ASEAN-Australia, ນີ້ຈຶ່ງຄວນຈະເປັນຈຸດຫັນປ່ຽນ ແລະ ຈຸດເຣີ່ມຕົ້ນໃໝ່. ພວກເຮົາຮູ້ວ່າ ຍັງມີຄວາມທ້າທາຍ ທາງດ້ານ ສະພາບແວດລ້ອມ ໃນ ອະນາຄົດ. ຍັງມີຄວາມບໍ່ທຸ່ນທ່ຽງ ທາງເສຖກິຈ ເຂົ້າມາພົວພັນ. ຍັງຈະມີ ຍຸທສາດທາງດ້ານ ການແຂ່ງຊີງ ແລະ ທຸກໆຣັຖບານ ຍັງຈະມີຄວາມວິຕົກກັງວົນ ກ່ຽວກັບ ຄວາມປອດໄພ ແລະ ຄວາມສງົບສຸຂ ໃນພູມີພາກ ແຕ່ຫາກ ບໍ່ແກ້ໄຂ ບັນຫາ ພື້ນຖານສິດທິມະນຸດ ແລະ ປະຊາທິປະໄຕ ນີ້ກ່ອນ ຄວາມກ້າວໜ້າ ໃນປະເດັນຕ່າງໆ ກໍຈະດຳເນີນໄປໄດ້ຍາກ ຫລື ເກືອບເປັນໄປບໍ່ໄດ້ເລີຍ”.

ຂໍ້ສັງເກດ: ເປັນຫຍັງຫລາຍປະເທດໃນໂລກ ຈຶ່ງຈະເຣີນຮຸ່ງເຮືອງ ກ້າວໄກໄປກວ່າ ຫລາຍປະເທດອື່ນໆ ກໍຍ້ອນວ່າ ປະຊາຊົນພົລເມືອງ ຂອງຂະເຈົ້າ ມີສິດທິເທົ່າທຽມ, ມີປະຊາທິປະໄຕ, ຣັຖບານ ນັບຖືສົ່ງເສີມ ໃຫ້ຄວາມສຳຄັນ ກ່ຽວກັບ ສະພາບ ສິດທິມະນຸດ ແລະ ປະຊາທີປະໄຕ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.