ລາວ-ໄທ ລົງນາມຄວາມຮ່ວມມື 6 ສະບັບ
2024.10.10

ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແລະ ຍານາງ ແພທອງທານ ຊິນນະວັດ, ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ລົງນາມ ເພື່ອສືບຕໍ່ຄວາມຮ່ວມມື ລາວ-ໄທ 6 ສະບັບ ໃນມື້ວັນທີ 8 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ. ຄວາມຮ່ວມມື ທັງ 6 ສະບັບ ມີລາຍລະອຽດດັ່ງນີ້:
- ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ດ້ານການບໍລິຫານຈັດການ ຊັບພະຍາກອນນໍ້າ ແບບບູລານະການ ລະຫວ່າງ 2 ປະເທດ.
- ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຕັ້ງແຂວງມິດຕະພາບ ລະຫວ່າງ ນະຄອນຫລວງວຽງຈັນ ຂອງ ສປປ ລາວ ແລະ ແຂວງຂອນແກ່ນ ຂອງຣາຊະອານາຈັກໄທ.
- ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການຮ່ວມມື ຂົງເຂດວຽກງານ ຄຸ້ມຄອງ ລັດຖະກອນ.
- ບົດບັນທຶກຄວາມເຂົ້າໃຈ ພາຍໃຕ້ໂຄງການຮ່ວມມື ຊ່ວຍເຫລືອ ດ້ານວິຊາການ-ເຕັກນິກລະຫວ່າງ ກົມມາດຕະຖານ ແລະ ວັດແທກ ກະຊວງອຸດສາຫະກໍາ ແລະ ການຄ້າຂອງລາວ ແລະ ກົມການຄ້າພາຍໃນຂອງໄທ.
- ສັນຍາກ່ຽວກັບ ການດໍາເນີນການຄ້າ ເຕັກນິກ ສໍາລັບ ການຂົນສົ່ງສິນຄ້າ ທາງລົດໄຟ.
- ໜັງສືສະແດງ ເຈດຈໍານົງ ວ່າດ້ວຍການເສີມແຮງຂົວມິດຕະພາບ ລາວ-ໄທ ແຫ່ງທີ 1.
ກ່ຽວກັບການລົງນາມຮ່ວມມື ລະຫວ່າງ 2 ປະເທດ ໃນວາລະ ກອງປະຊຸມສຸດຍອດຜູ້ນໍາອາຊຽນນີ້ ຊາວລາວຫລາຍຄົນ ກໍໄດ້ຕິດຕາມ ແລະ ເຫັນດີກັບຄວາມຮ່ວມມື ດັ່ງກ່າວ ໂດຍຢາກໃຫ້ເນັ້ນໃສ່ ຄວາມຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການຄົມນາຄົມ ໃຫ້ສະດວກສະບາຍຄືເກົ່າ ຍ້ອນປະຊາຊົນທັງ 2 ປະເທດ ມີການໄປມາຫາສູ່ກັນຫລາຍ ແລະ ຫາກມີຄວາມຮ່ວມມືຕັ້ງແຂວງມິດຕະພາບ ລະຫວ່າງນະຄອນຫລວງວຽງຈັນ ແລະ ແຂວງຂອນແກ່ນນັ້ນ ກໍຖືວ່າຈະຊ່ວຍສົ່ງເສີມການຄ້າ ແລະ ເສດຖະກິດ ລະຫວ່າງ ປະເທດໄດ້ດີຂຶ້ນ. ດັ່ງ ຜູ້ປະກອບການຊາວລາວ ຢູ່ ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 10 ຕຸລາ 2024 ນີ້ວ່າ:
“ຕົວນີ້ ຕາມທີ່ຄິດນີ້ ສ້າງມິດຕະພາບຂອນແກ່ນ ໝາຍຄວາມວ່າ ສ້າງອີກເມືອງນຶ່ງ ໃຫ້ເປັນເມືອງຮັກແພງພີ່ນ້ອງ ລົງຮ່ວມມືກັນ ຍົກຕົວຢ່າງວ່າ ເສດຖະກິດບໍ່ ຄວາມສະງົບສຸກ ກໍຖືວ່າໄດ້ແລ້ວ ແລ້ວບາດນີ້ ສ້າງອີກຕື່ມ ກໍຖືວ່າເປັນການວາງແຜນທີ່ດີຢູ່ ການຮ່ວມມືຂອງນະຄອນຫລວງວຽງຈັນ ກັບ ຂອນແກ່ນ ມັນຈະໄດ້ດີຂຶ້ນ ແບບສະດວກສະບາຍ ຂຶ້ນຫັ້ນນ່າ.”
ດ້ານຄວາມຮ່ວມມື ດ້ານການຂົນສົ່ງສິນຄ້າ ທາງລົດໄຟນັ້ນ ປັດຈຸບັນ ໄທ ກໍມີລົດໄຟ ແບບທໍາມະດາ ໄປຫາ ທ່າບົກທ່ານາແລ້ງຢູ່ ນະຄອນຫລວງວຽງຈັນແລ້ວ ຫາກສາມາດເສື່ອມໂຍງ ລົດໄຟຄວາມໄວສູງໄດ້ໃນອະນາຄົດ ກໍຈະສາມາດເຊື່ອມຕໍ່ໄປຍັງປະເທດຈີນໄດ້ ເຊິ່ງທັງ 2 ປະເທດ ກໍໄດ້ຜົນປະໂຍດ ຈາກຄວາມຮ່ວມມືນີ້ ເປັນການກະຕຸ້ນເສດຖະກິດ ແລະ ກະຈາຍຄວາມຈະເລີນ ເຂົ້າສູ່ຊຸມຊົນໄດ້, ດັ່ງ ເຈົ້າຂອງບໍລິສັດທ່ອງທ່ຽວ ຢູ່ນະຄອນຫລວງພຣະບາງ ຂວງຫລວງພຣະບາງ ທ່ານນຶ່ງກ່າວວ່າ:
“ຂົນສົ່ງທາງລາວເຮົາ ກໍຈະມີການພົວພັນກັບທາງຈີນເນາະ ກໍໄດ້ມີການພັດທະນາເສັ້ນທາງລົດໄຟນີ້ ມັນກໍຕ້ອງຄຽງຄູ່ການເຊື່ອມໂຍງ ກໍຄືໄທກັບລາວ ກໍຕ້ອງໄດ້ຮ່ວມມືກັນ ພັດທະນາການຂົນສົ່ງເນາະ ເຮັດໃຫ້ການກະຕຸ້ນເສດຖະກິດ ການຈັບຈ່າຍລະຫວ່າງ 2 ປະເທດ ຈະກະຈາຍສູ່ຊຸມຊົນຫລາຍຂຶ້ນຫັ້ນນ່າ ຖ້າມັນເປັນແບບນີ້ໄດ້ ເງິນຈະບໍ່ກະຈຸກເນາະ ມັນກະຈາຍສູ່ຊຸມຊົນ ເຮັດໃຫ້ SME ເຮົາ ຫລືວ່າ ຄົນຮາກຫຍ້າຂ້າເຈົ້າ ໄດ້ຮັບຜົນຈຸດນີ້.”
ຂະນະທີ່ຊາວລາວ ຢູ່ນະຄອນຫລວງວຽງຈັນ ອີກທ່ານນຶ່ງ ກ່າວວ່າ ລາວເຫັນດີກັບຄວາມຮ່ວມມືຄັ້ງນີ້ ຍ້ອນຄວາມຮ່ວມມື ຈະນໍາໄປສູ່ການພັດທະນາ ດ້ານຕ່າງໆ ລະຫວ່າງ 2 ປະເທດ ດັ່ງ ທ່ານກ່າວວ່າ:
“ໂອເຄເບິດລະ ປະຊາຊົນເຊັນສັນຍາແນວໃດ ກໍແມ່ນເຫັນດີນໍາໂລດຫັ້ນນ່າ ສ່ວນຕົວການພັດທະນາກີດກັນບໍ່ໄດ້ດອກ ການພັດທະນາຮ່ວມມື ລະຫວ່າງສອງຟາກ ລາວ-ໄທ ຂັ້ນເທິງພົວພັນແນວໃດ ເຫັນດີນໍາ.”
ວ່າດ້ວຍເລື້ອງການບໍລິຫານຈັດການ ຊັບພະຍາກອນນ້ໍານັ້ນ ຕາງໜ້າຂອງເຄືອຂ່າຍ ສະພາອົງກອນຊຸມຊົນ ລຸ່ມແມ່ນ້ໍາຂອງ 7 ຈັ່ງຫວັດ ພາກອີສານ ຂອງປະເທດໄທ ກ່າວວ່າ ຫາກຈະມີການບໍລິຫານຈັດການນໍ້າ ແບບບຸລະນາການນັ້ນກໍຍາກ ໃຫ້ມີຕົວແທນ ຂອງແຕ່ລະແຂວງ ທີ່ຢູ່ຕິດລຸ່ມນ້ໍາຂອງເຂົ້າຮ່ວມ ໃນຄະນະກໍາມະການນໍາ ແລະ ຕ້ອງການເຫັນນະໂຍບາຍ ທີ່ຈະຊ່ວຍເຫລືອຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກ ການປ່ຽນແປງ ຂອງລຸ່ມແມ່ນ້ໍາຂອງນໍາ, ດັ່ງ ທ່ານກ່າວວ່າ:
(ພາສາໄທ) “ສິ່ງທີ່ເຮົາຄາດຫວັງ ແລະ ຕ້ອງການໃຫ້ຫລາຍຂຶ້ນກໍຄື ຄວາມເຂັ້ມຂົ້ນໃນລະດັບນະໂຍບາຍ ຖ້າຄະນະກໍາມະການລຸ່ມນ້ໍາ ຕ້ອງມີຄົນໃນພື້ນທີ່ ເປັນໄປໄດ້ກໍມີຕົວແທນແຂວງລະຄົນເລີຍ ກໍດີ.”
ໃນໂອກາດນີ້ ທັງ 2 ປະເທດ ກໍໄດ້ກໍານົດ ທິດທາງແຜນການຮ່ວມມືຕໍ່ໜ້າ ໃນຫລາຍດ້ານ ຄື: ການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ, ການແກ້ໄຂບັນຫາຢາເສບຕິດ ແລະ ການໂຈນລະກໍາທາງໄຊເບີ, ການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ, ການແກ້ໄຂບັນຫາໝອກຄວັນຂ້າມແດນ, ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ, ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ, ການຮ່ວມມືດ້ານແຮງງານ ແລະ ອື່ນໆ.