ເລື່ອນການກໍ່ສ້າງ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 6 ອອກໄປອີກ 2 ປີ
2024.06.06

ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 ລະຫວ່າງ ເມືອງລະຄອນເພັງ ແຂວງສາລະວັນ ຂອງລາວ ແລະເມືອງນາຕານ ແຂວງອຸບົນລາດຊະທານີ ຂອງໄທ ຕ້ອງເລື່ອນເວລາອອກໄປ ຈາກປີນີ້ ເປັນອີກ 2 ປີ ຍ້ອນປະເທດລາວ ຢູ່ລະຫວ່າງ ການຂໍຮັບການຊ່ອຍເຫຼືອທາງການເງິນ ຈາກສໍານັກງານຄວາມຮ່ວມມື ພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ ຫຼື Neighbouring Countries Economic Development Cooperation Agency (NEDA).
ຍ້ອນເຫດຜົນນີ້ ເຮັດໃຫ້ທາງການລາວ ດໍາເນີນການໄດ້ພຽງແຕ່ ການລົງພື້ນທີ່ ເພື່ອຮີບໂຮມຂໍ້ມູນ ຢູ່ 3 ບ້ານ ໃນເມືອງ ລະຄອນເພັງເທົ່ານັ້ນ ໂດຍຍັງບໍ່ມີການເວົ້າເຖິງ ການເວນຄືນທີ່ດິນເທື່ອ, ດັ່ງເຈົ້າໜ້າທີ່ ທີ່ເຮັດວຽກດ້ານການຂົນສົ່ງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມິຖຸນາ 2024 ນີ້ວ່າ:
“ທາງລາວບໍ ຍັງໆ ບໍ່ທັນໄດ້ສ້າງອີ່ສັງດອກ ຍັງໆເພິ່ນມີແຕ່ສໍາຫຼວດຂໍ້ມູນ ຕອນດິນຊື່ໆ ອ່າ ບ້ານປາກຕາພານເດີ້ ແມ່ນ ເພາະວ່າມີໂຄງການມາ (ລາຄາຕອນດິນ) ມັນກໍ່ສົມຄວນຢູ່ດອກ ຂໍ້ມູນທາງລາວນີ້ 753 (ເຮັກຕ້າ) ເນາະ ໃນຢູ່ໃນຂອບເຂດ 3 ບ້ານ ມີ ຕາບ້ານ, ພະນົມ, ນາໂພສີ ມີແຕ່ສໍາຫຼວດຂໍ້ມູນເດີ້ ເຮົາບໍ່ທັນໄດ້ເປີດເປັນດ່ານສາກົນເນາະ ຕາມແຜນຂອງຂັ້ນເທິງ ມີແຕ່່ວ່າ ໃນເດືອນ ເດືອນທີ່ 6 ມິຖຸນາ ເພິ່ນຈະເປີດເປັນດ່ານສາກົນເນາະ ຕຽມຄວາມພ້ອມຫັ້ນແຫຼະ ແຕ່ວ່າປັດຈຸບັນ ເຮົາກໍ່ຍັງຂ້າມພຸ້ນແຫຼະ ທາງຊ່ອງເມັກແຫຼະເນາະ.”
ທ່ານກ່າວຕື່ມວ່າ ເຖິງແມ່ນວ່າໂຄງການນີ້ ຈະຖືກເວົ້າເຖິງ ມາເປັນໄລຍະເວລາດົນແລ້ວ ແຕ່ທາງຝັ່ງລາວ ຍັງບໍ່ທັນມີຄວາມຄືບໜ້າ ເປັນຮູບປະທໍາເທື່ອ ແລະ ໃນຮອບ 2-3 ປີຫຼັງມານີ້ ແມ່ນລາຄາດິນ ຕອນທີ່ຢູ່ໃນພື້ນທີ່ ໂດຍສະເພາະ ຈຸດທີ່ຄາດວ່າຈະມີການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 ແມ່ນມີການປັບຂຶ້ນລາຄາເລື້ອຍໆ.
ທີ່ຜ່ານມາ ການໂດຍສານຂອງຜູ້ຄົນ ແລະຂົນສົ່ງສິນຄ້າ ລະຫວ່າງ ເມືອງລະຄອນເພັງ ແຂວງສາລະວັນ ຂອງລາວ ແລະເມືອງນາຕານ ແຂວງອຸບົນລາດຊະທານີ ຂອງໄທ ແມ່ນໃຊ້ບໍລິການທາງເຮືອບັກເປັນຫຼັກ ເຊິ່ງຂົນສົ່ງໄດ້ເທື່ອລະໜ້ອຍເທົ່ານັ້ນ, ດັ່ງເຈົ້າໜ້າທີ່ ພະແນກໂຍທາທິການ ແລະຂົນສົ່ງ ແຂວງສາລະວັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ຫຼາຍແຫຼະ ນີ້ແຮງດີແລ້ວເນາະ ມັນເຂົ້າງ່າຍໆ ບ່ອນຢູ່ໄກມັນກໍ່ ມັນກໍ່ເຂົ້າທາງຊ່ອງເມັກ ແລ້ວກໍ່ຂ້າມ ທາງປາກພານກະມີ ແຕ່ເທົ່ານນັ້ນ ຂ້າມທາງບັກ ບັກເອົາເຄື່ອງສິນຄ້າຂ້າມ ທັງຄົນທັງເຄື່ອງ ມັນມີເຮືອຂ້າມ ມັນມີເຮືອນ້ອຍເດ້ ໂອ້ສ່ວນຫຼາຍກະ ມີແຕ່ໄທຫັ້ນແຫຼະເຂົ້າມາ ຂາອອກ ກໍ່ມີແຕ່ມັນ ແມ່ນແລະ ມັນສໍາປາຫຼັງ (ມັນຕົ້ນ).”
ເນື່ອງຈາກ ການຂົນສົ່ງລະຫວ່າງປະເທດ ໃນຈຸດດັ່ງກ່າວນີ້ ຍັງບໍ່ທັນສະດວກ ຈຶ່ງເຮັດໃຫ້ ຜູ້ທີ່ຕ້ອງການຂົນສົ່ງສິນຄ້າ ແລະຄົນຈໍານວນຫຼາຍ ແມ່ນເລືອກໃຊ້ເສັ້ນທາງ ບໍລິເວນດ່ານວັງເຕົ່າ ແຂວງຈໍາປາສັກ ຂອງລາວ ເຊິ່ງຕິດຈອດກັບດ່ານຊ່ອງເມັກ ແຂວງອຸບົນລາດຊະທານີ ຂອງໄທ ແທນ, ດັ່ງພໍ່ຄ້າ ເກັບຊື້ມັນຕົ້ນ ຢູ່ເມືອງລະຄອນເພັງ ແຂວງຈໍາປາສັກ ທ່ານໜຶ່ງ ກ່າວວ່າ:
“ຂ້ອຍກະແລ່ນ ບາງຈຽງນີ້ແຫຼະ ອອກໜ້າດ່ານ ຕໍ່ເຂດຊ່ອງເມັກ ມັນມີຢູ່ທາງ ມຸກດາຫານຫັ້ນແຫຼະ ຂ້າມບັກຫັ້ນນ່າ ໄປທາງພຸ້ນ ທາງພຸ້ນມັນຈະຫຼາຍກວ່າ ແຕ່ວ່າຂອງຂ້ອຍນີ້ ແລ່ນທາງຫຼັກກັນເລີຍ ສ່ວນຫຼາຍກະເປັນ ທາງມຸກດາຫານ ທາງນະຄອນພະນົມຫັ້ນແຫຼະ ເຂົາຈະຂ້າມບັກກັນ ຍັງໆເຂົາມີແຕ່ແປງຂົວໂຕນີ້ຢູ່ ຕອນນີ້ ແປງຂົວ ຕັ້ງແຕ່ເມືອງບາຈຽງຈະເລີນສຸກ ໄປຮອດສາລະວັນ ເປັນຂົວທໍາມະດາ ເປັນຂົວພາຍໃນຂອງເມືອງ ຂອງແຂວງນ່າ.”
ທ່ານກ່າວຕື່ມວ່າ ປັດຈຸບັນ ທ່າດ່ານ ນາຕາພານ ເມືອງລະຄອນເພັງ ແຂວງສາລະວັນ ເຊິ່ງເປັນຈຸດ ທີ່ໃກ້ກັບໂຄງການ ກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 ແມ່ນມີໄລຍະທາງ ຫ່າງຈາກ ດ່ານວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ເພື່ອອອກໄປຍັງດ່ານຊ່ອງເມັກ ແຂວງອຸບົນລາດຊະທານີ ຂອງໄທ ປະມານ 100 ກິໂລແມັດ ແຕ່ພັດເປັນທີ່ນິຍົມຫຼາຍກ່ອນ ຍ້ອນມີເສັ້ນທາງໃນການຂົນສົ່ງສິນຄ້າສະດວກ ອີກທັງ ເມືອງໂພນທອງ ຍັງຕິດກັບ ນະຄອນປາກເຊ ເຊິ່ງເປັນເມືອງທ່ອງທ່ຽວ ແລະເປັນເມືອງເສດຖະກິດສໍາຄັນ ຂອງແຂວງຈໍາປາສັກ.
ກ່ຽວກັບເລື່ອງນີ້ ຖ້າຫາທາງກລາວ ແລະພາກສ່ວນທີ່ກ່ຽວຂ້ອງ ເລັ່ງກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 ສໍາເລັດ ກໍ່ຈະຊ່ອຍໃຫ້ ການໂດຍສານ ແລະການຂົນສົ່ງສິນຄ້້າ ສະດວກຂຶ້ນ ອີກທັງ ຍັງຊ່ອຍກະຕຸ້ນເສດຖະກິດ ພາຍໃນພື້ນທີ່ນໍາ, ດັ່ງຊາວບ້ານ ຢູ່ເມືອງລະຄອນເພັງ ແຂວງສາລະວັນ ທ່ານໜຶ່ງ ກ່າວວ່າ:
“ເອີ່ ຂ້າມບັກໂຕໃດ ເອີ່ ຄົນບໍ່ຄ່ອຍທຽວນ່າ ແມ່ນໆໄດ້ຢູ່ ເຂົາຂ້າມບັກເອົາ ໂຕຊ່ອງເມັກ ມັນສະດວກກວ່າຕີ້ ໂຕຖ້າຂີ່ບັກນີ້ ມັນຫຼາຍເທື່ອຕີ້ ລະຄອນເພັງ ສາລະວັນ ໂຕຢູ່ອັນນັ້ນເດ້ ໂຕຢູ່ບຶງການເດ້ ບຶງການອອກສາຍປາກຊັນ ຂົນສິນຄ້າອີ່ຫຍັງຂ້າມ ມັນກໍ່ສະດວກໄປເບິດທຸກທາງ ເພາະວ່າ ມັນກາຍທາງໃດ ກໍ່ໃຊ້ບໍລິການທາງນັ້ນຫັ້ນນ່າ.”
ອີງຕາມການລາຍງານຂ່າວ ຂອງສໍານັກຂ່າວທ້ອງຖິ່ນຂອງໄທ ລະບຸລະວ່າ ການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 6 ຕາມແຜນ ຕ້ອງດໍາເນີນການພາຍໃນປີນີ້ ແຕ່ເມື່ອຕ້ອງເລື່ອນການກໍ່ສ້າງ ອອກໄປອີກ 2 ປີ ຍ້ອນບັນຫາເລື່ອງງົບປະມານຂອງຝັ່ງລາວ ເຮັດໃຫ້ຂໍ້ກໍານົດ ກ່ຽວກັບການເວນຄືນທີ່ດິນ ຕາມແນວເຂດກໍ່ສ້າງຝັ່ງໄທ ມີຄວາມຊັກຊ້ານໍາ ແລະປະຊາຊົນ ປະມານ 80 ຄົນ ເລີ່ມກັງວົນວ່າ ຈະບໍ່ໄດ້ຮັບເງິນຊົດເຊີຍ.
ຂົວມິດຕະພາບແຫ່ງນີ້ ຈະມີຄວາມຍາວ 1.02 ກິໂລແມັດ ທາງຈາກໂຕຂົວ ຢູ່ຝັ່ງໄທ ຍາວ 517 ແມັດ ສ່ວນຢູ່ຝັ່ງລາວ ມີຄວາມຍາວ 70 ແມັດ ອີກທັງ ທາງຈາກຂົວແຫ່ງນີ້ ຈະໄປຕໍ່ໃສ່ ຖະໜົນເລກທີ 13 ໃຕ້.