ລາວ-ໄທ ຫາລືແນວທາງ ໃນການປາບປາມ ຄອລເຊັນເຕີ້-ຢາເສບຕິດ
2024.06.11

ເມື່ອວັນທີ 27 ພຶດສະພາ 2024 ທ່ານ ດຣ. ບົວຜັນ ຟອງມະນີ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ພັນຕຳຫຼວດຕີ ພິຣັດ ອຸດົມພິສຸດທິຄຸນ ຜູ້ບັງຄັບການຕຳຫຼວດພູທອນແຂວງໜອງຄາຍ ພ້ອມດ້ວຍຄະນະ ມາຢ້ຽມຢາມ ເພື່ອປຶກສາຫາລືການຍົກລະດັບຄວາມຮ່ວມມືປາບປາມອາດຊະຍາກຳ ຄອລເຊັນເຕີ້ ແລະ ຢາເສບຕິດຕາມແນວຊາຍແດນ ໄທ-ລາວ ທີ່ນະຄອນຫຼວງວຽງຈັນ.
ໂດຍການພົບກັນ ຂອງເຈົ້າໜ້າທີ່ຕໍາຫຼວດ ທັງສອງຝ່າຍ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຂອງຫ້ອງການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ມິຖຸນາ 2024 ວ່າ ເພື່ອເປັນການປຶກສາຫາລື ແລະ ຮັບຟັງຂໍ້ສະເໜີ ຂອງທັງສອງຝ່າຍ ເພື່ອຫາກອບຄວາມຮ່ວມມືໃນອະນາຄົດເທົ່ານັ້ນ ຍັງບໍ່ມີຂໍ້ຕົກລົງຢ່າງເປັນທາງການເທື່ອ.
“ອັນນັ້ນເປັນພຽງແຕ່ແນວທາງສື່ໆ ຍັງບໍ່ໄດ້ທັນຮ່ວມມືຫຍັງເນາະມື້ນັ້ນ ໄດ້ລົມກັນເນາະ ສ່ວນຫຼາຍກໍ່ຟັງແຕ່ເບື້ອງນັ້ນອັນນີ້ ເປັນແນວທາງທີ່ທາງຝ່າຍນັ້ນສະເໜີ. ສະເໜີແຕ່ບໍ່ໄດ້ຕົກລົງຫຍັງເທື່ອ ວ່າສະເໜີວ່າດຽວນີ້ສະພາບມັນເກີດຢູ່ພຸ້ນຫຼາຍຢູ່ ນີ້ເປັນແນວໃດສິນ່າແລ້ວຕໍ່ໜ້າຊິໄດ້ຮ່ວມມື ຕອນນັ້ນຍັງບໍ່ໄດ້ເວົ້າເຖິງການແກ້ຫັ້ນນ່າແຕ່ວ່າຢູ່ຝັ່ງລາວແທ້ໆ ເຂົາກໍ່ແກ້ຢູ່ມາຕະຫຼອດ ກໍ່ມີການຮ້ອງຟ້ອງມີຫຍັງກັນຫັ້ນແຫຼະ.”
ກ່ຽວກັບເລື່ອງນີ້ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງກອງບັງຄັບການຕໍາຫຼວດ ແຂວງໜອງຄາຍ ເພື່ອສອບຖາມລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ສະວກໃຫ້ຂໍ້ມູນກ່ຽວກັບເລື່ອງນີ້.
ເລື່ອງບັນຫາ ແກ້ງຄອລເຊັນເຕີ້ ໃນລາວຊາວນະຄອນຫຼວງວຽງຈັນ ກ່າວວ່າ ແກ້ງຄອລເຊັນເຕີຢູ່ໃນປະເທດລາວ ກໍ່ຍັງບໍ່ໄດ້ຮັບການແກ້ໄຂ ໃຫ້ໝົດໄປເທື່ອໂດຍສ່ວນຫຼາຍຈະມາຕົວະ ໂດຍເວົ້າວ່າເຄື່ອງຕິດຄ້າງຕ້ອງໄດ້ເສັຍພາສີ ຫຼື ຄ່າຂົນສົ່ງກ່ອນຈຶ່ງໄດ້ເຄື່ອງຄືນຫາກເກີດການຕົວະຂຶ້ນປະຊາຊົນກໍ່ຕ້ອງແຈ້ງໃຫ້ເຈົ້າໜ້າທີ່ຮັບຮູ້ເພື່ອປະສານງານແກ້ໄຂຕື່ມ.
“ຄອລເຊັນເຕີຫວາ ມັນກໍ່ມີຢູ່ນໍາເຟສບອກເຟສບຸກ ຫັ້ນແຫຼະ ແຕ່ວ່າທາງລາວສ່ວນຫຼາຍມັນກໍ່ພົວພັນ ຫຍັງກໍ່ມີເຄື່ອງມາຕ່າງປະເທດ ໃຫ້ຈ່າຍເງິນຈ່າຍພາສີກ່ອນ ເປັນຄົນທີ່ມີວັດຖຸຫຼາຍມີຄຳຫຼາຍ ໃຫ້ເຈົ້າຈ່າຍພາສີກ່ອນດຽວສິຝາກເຄື່ອງ ໄປໃຫ້ເຈົ້າຄ່າຂົນສົ່ງຄ່າພາສີຕ່າງໆ ເຂົາຍົວະ ເອົາຫັ້ນນ່າປົກກະຕິກໍ່ໄດ້ແຈ້ງເຈົ້າໜ້າທີ່ຫັ້ນແຫຼະຖ້າວ່າ ເຫັນເບີຫຼືວ່າທາງເຟສຜິດປົກກະຕິ ເຮົາຕ້ອງແຈ້ງໃຫ້ເຂົາຮ່ວມມືກັນເຖິງສິແກ້ໄຂໄດ້ສິນ່າ.”
ແມ່ຄ້າຂາຍອາຫານຢູ່ບໍລິເວນ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວກ່າວວ່າ ປະຈຸບັນໃນເຂດສາມຫຼ່ຽມຄຳ ກໍ່ຍັງມີວຽກງານຕອບແຊັດຢູ່ຫຼາຍ ໂດຍມີທັງລາວ ແລະ ຄົນຕ່າງປະເທດທີ່ຍັງເຮັດວຽກດັ່ງກ່າວ.
“ແມ່ນກໍ່ຢູ່ນີ້ແຫຼະແມ່ນແລ້ວຫວາ ຍັງຫຼາຍຢູ່ແກ້ງຕົວນີ້ມັນເປັນຕອບແຊັດ ມີຢູ່ເອື້ອຍກໍ່ເຮັດອາຫານ ຢູ່ນີ້ແຫຼະຄົນລາວເດ້ຄົນປະເທດໃດ ກໍ່ມີໝົດຫັ້ນແຫຼະ.”
ຊາວບ້ານຂາຍເຄື່ອງຢູ່ບໍລິເວນ ສາມຫຼ່ຽມຄໍາ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ອີກນາງໜຶ່ງກາວວ່າ ກໍ່ຄືເປັນເລື່ອງດີຖ້າເຈົ້າໜ້າທີ່ໄທ ແລະລາວຈະຮ່ວມມືກັນ ເພື່ອປາບປາມບັນຫາອາດຊະຍາກຳຕ່າງໆ ທີ່ຜ່ານມາໃນເຂດຄາສິໂນ ສາມຫຼ່ຽມຄຳເອັງກໍ່ມີເຈົ້າໜ້າທີ່ ຕຳຫຼວດຈີນລົງກວດກາຢູ່ເລື້ອຍໆ.
“ຄັນວ່າຮ່ວມມື ໄດ້ກໍ່ດີຜິດກໍ່ວ່າ ໄປຕາມຜິດຖືກວ່າວ່າໄປຕາມຖືກເນາະ ຕໍາຫຼວດກໍ່ລົງໄປຊ່ວງແລ້ວນີ້ແຫຼະຕຳຫຼວດ ທີ່ເປັນຕຳຫຼວດຈີນຫັ້ນນ່າລົງໄປ ສອງອາທິດກ່ອນນີ້ແຫຼະແມ່ນໆ ກວດໃນເຂດກາສິໂນ ລົງກວດໄດ້ກໍ່ເອົາຄົນໄປເລີຍເດ້ ແຕ່ວ່າມັນກໍ່ເປັນຄວາມລັບເດ້ ບໍ່ໄດ້ມີຂ່າວມີຫຍັງໃນເຂດນີ້ບໍ່ ຄ່ອຍເຫັນຕຳຫຼວດລາວລົງຈັກເທື່ອ.”
ໃນວັນທີ 07 ມິຖຸນາ ຜ່ານມາ ສະຖາບັນ ເພື່ອສັນຕິພາບ ຂອງສະຫະລັດອາເມຣິກາ ຫຼື United States Institute for Peace (USIP) ໄດ້ຈັດກອງປະຊຸມ ເຜີຍແຜ່ບົດລາຍງານ ສະບັບສົມບູນ ເລື່ອງອາດຊະຍາກຳ ຂ້າມຊາດ ຢູ່ຂົງເຂດເອເຊຍຕາເວັນອອກສຽງໃຕ້ ການຂະຫຍາຍຕົວ ຂອງໄພຄຸກຄາມຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ ໂດຍລະບຸວ່າ ລາວເປັນແຫຼ່ງອາດຊະຍາກຳ ຂ້າມຊາດສຳຄັນ ທີ່ເຊື່ອມໂຍງກັບບັນດາປະເທດພາກພື້ນເອເຊຍຕາເວັນ ອອກສຽງໃຕ້ ແລະ ທົ່ວໂລກ
ປະຈຸບັນ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ຢູ່ແຂວງບໍ່ແກ້ວ ກໍເປັນໜຶ່ງໃນຈຸດທີ່ມີການຕົວະຕົ້ມ ອອນລາຍນ໌ ຈາກບັນດາເຫຍື່ອໃນທົ່ວໂລກ ຊຶ່ງນັກຕົວະຕົ້ມຊາວຈີນ ເອີ້ນວິທີການດັ່ງກ່າວວ່າ “ການເຊືອດໝູ” ຫຼື “Pig Butchering” ໂດຍເປັນການຕົວະໃຫ້ເຫຍື່ອຮ່ວມລົງທຶນ ໃນລະບົບສະກຸນເງິນດິຈິຕອນປອມ, ເຮັດໃຫ້ເຫຍື່ອທົ່ວໂລກ ສູນເສຍເງິນຄຳທັງໝົດ ທີ່ພວກເຂົາເຈົ້າມີ ໃຫ້ກັບຂະບວນການຕົວະຕົ້ມອອນລາຍນ໌ນີ້.