ວຽດນາມ ຍັງມີການລະເມີດ ສິທທິມະນຸສ ຫຼາຍທີ່ສຸດ

ຈຳປາທອງ
2022.07.02
ວຽດນາມ ຍັງມີການລະເມີດ ສິທທິມະນຸສ ຫຼາຍທີ່ສຸດ ຫງຽນ ດຸຍ ລິນຫ໌ (Nguyen Duy Linh) ຂະນະທີ່ລັງຖືກເຈົ້າໜ້າທີ່ເຂົ້າຈັບກຸມ (ຮູບຊ້າຍມື) ແລະ ຂະນະທີ່ຂຶ້ນສານ ໃນວັນທີ 9 ເດືອນ ມິຖຸນາ 2022.
State Media / RFA edited

ວຽດນາມ ຍັງຢູ່ໃນເສັ້ນທາງຍາວໄກ ກ່ອນທີ່ຈະສາມາດ ບັນລຸເປົ້າໝາຍ ກ່ຽວກັບການເຂົ້າຮ່ວມ ຢູ່ໃນສະພາ ສິທທິມະນຸສ ສະຫະປະຊາຊາຕ, ອີງຕາມການຣາຍງານ ຂອງເຄືອຂ່າຍສິທທິມະນຸສ ວຽດນາມ ຫລື Vietnamese Human Rights Network (VNHRN) ທີ່ເນັ້ນເຖິງ ການປະຕິບັດ ຂອງທາງການວຽດນາມ ຕໍ່ບັນດານັກຂ່າວ ວຽດນາມຊຶ່ງທາງ ຣັຖບານວຽດນາມເວົ້າວ່າ ໄດ້ຮັບການຄຸ້ມຄອງ ປົກປ້ອງ ຈາກທຸກຮູບແບບ ຂອງການຈໍາແນກ ແລະຄວາມຮຸນແຮງ. ໃນຣາຍງານເວົ້າວ່າ ໃນຄວາມເປັນຈິງແລ້ວ  ການຈັບ ແລະການຄຸມຂັງ ຜູ້ທີ່ໃຊ້ສິທເສຣີພາບ ໃນການສະແດງອອກ ເຖິງຄວາມຄິດ ຄວາມເຫັນຂອງຕົນນັ້ນ ແມ່ນຢູ່ຈຸດສູງສຸດ ຂອງທາງການວຽດນາມ.

ນັບຕັ້ງແຕ່ຕົ້ນປີ 2021 ຫາມື້ວັນທີ 31 ພຶສພາ 2022 ນີ້ ມີຜູ້ຖືກຕັດສິນລົງ ໂທດໜັກ 72 ຄົນ ແລະໄດ້ຖືກຈັບ ແລະຖືກຄຸມຂັງ ຢ່າງໜ້ອຍ 48 ຄົນ. ໃນນັ້ນ ເກືອບວ່າທັງໝົດຖືກຕັດສິນວ່າ ມີຄວາມຜິດໃນຂໍ້ຫາໃຊ້ສື່ມວນຊົນ ສະແດງຄວາມຄິດເຫັນ ແລະຄວາມມຸ້ງຫວັງຂອງພວກເຂົາເຈົ້າ ຫລາຍກວ່າຂອງພັກຄອມມິວນິສ ວຽດນາມ ທີ່ກໍາອໍານາດ. ໃນຣາຍງານນັ້ນເວົ້າວ່າ ເທົ່າທີ່ຮູ້, ຂະນະນີ້ ທາງການວຽດນາມ ຄຸມຂັງນັກໂທດການເມືອງ ແລະສາສນາເຖິງ 290 ຄົນເປັນຢ່າງໜ້ອຍ ແລະມີໂທດຈໍາຄຸກນານຫລາຍປີ.

ນອກຈາກການຈໍາກັດສິດ ເສຣີພາບໃນການສະແດງ ຄວາມຄິດຄວາມເຫັນ ແລະເຜີຍແພ່ຂໍ້ມູນຂ່າວສານແລ້ວ ທ່ານ Nguyen Ba Tung ປະທານເຄືອຂ່າຍສິທທິມະນຸສ ວຽດນາມ ຍັງກ່າວຕໍ່ວິທຍຸເອເຊັຽເສຣີ ຜແນກພາສາ ວຽດນາມວ່າ ຣັຖບານວຽດນາມ ກໍາລັງບໍ່ໃຫ້ຄວາມສົນໃຈ ໃນເຣື່ອງສິທທິມະນຸສຂັ້ນພື້ນຖານ ອີກມາກມາຍຫລາຍຢ່າງ ໂດຍອະທິບາຍວ່າ ກົດໝາຍແຮງງານປີ 2019 ເປັນ ຄໍາສັນຍາ ທີ່ບໍ່ມີແກ່ນສານ. ພ້ອມດຽວກັນນັ້ນ ກໍຕໍານິຕິຕຽນ ເຣື່ອງປວັດການລະເມີດສິທເສຣີພາບ ທາງດ້ານສາສນາ ຂອງຣັຖບານວຽດນາມ ນໍາດ້ວຍ ຍ້ອນຣັຖບານໄດ້ເພີ່ມ ການຄວບຄຸມອົງການຈັດຕັ້ງ ທາງສາສນາ ແລະກໍາຈັດກຸ່ມສາສນາຕ່າງໆ ທີ່ບໍ່ໄດ້ຂຶ້ນທະບຽນ ແລະເວົ້າວ່າ ຣັຖບານ ໄດ້ສົ່ງເສີມຄວາມເຊື່ອ ໃນຫລັກການທາງການເມືອງ ແບບຕາຍຕົວຂອງພັກ ຫລາຍກວ່າຄວາມເຊື່ອຖື ທາງສາສນາ.  ທ່ານເວົ້າວ່າ ພວກທ່ານຂໍຍົກບັນຫາ ເຣື່ອງເດັກນ້ອຍ ທີ່ຖືກປູກຝັງຈິຕສໍານຶກ ຢູ່ໃນໂຮງຮຽນ ແລະໃນອົງການຈັດຕັ້ງ ຕ່າງໆເຊັ່ນວ່າ ໃຫ້ເປັນເດັກນ້ອຍທີ່ດີຂອງລຸງ Ho ຊຶ່ງເປັນປະເດັນ ທີ່ບໍ່ເຄີຍມີຜູ້ໃດ ຍົກຂຶ້ນມາເວົ້າ ຢູ່ໃນຣາຍງານລະຫວ່າງປະເທດໃດໆ ກ່ຽວກັບບັນຫາສິທທິ ຂອງເດັກນ້ອຍ ແລະໃນອະດີດ ກໍບໍ່ມີອົງການຄົ້ນຄວ້າ ສາກົລໃດໆ ໄດ້ເວົ້າເຖິງເຣື່ອງ ການຈໍາແນກ-ການເລືອກປະຕິບັດ ທີ່ຜູ້ບໍ່ເປັນສະມາຊິກ ພັກຄອມມິວນິສວຽດນາມປະເຊີນ ເຖິງແມ່ນວ່າພວກເຂົາເຈົ້າ ຈະໄດ້ຮັບໃຊ້ປະເທດຊາຕ ດີປານໃດກໍຕາມ. ທ່ານ Nguyen Ba Tung ເວົ້າຕໍ່ໄປວ່າ ມີບາງຄົນ ໄດ້ຍົກເອົາຄວາມຈິງມາເວົ້າວ່າ ນາຍທະຫານຕ້ອງເປັນສະມາຊິກພັກ, ອັນນີ້ເປັນການລະເມີດສິທທິ ຂັ້ນພື້ນຖານຂອງຜູ້ຄົນ ທີ່ຢູ່ໃນແວດວົງການເມືອງ ແລະແມ່ນແຕ່ຢູ່ໃນຖານະພົລເມືອງ ໃນການປົກປ້ອງ ບ້ານເກີດເມືອງນອນຂອງຕົນ.

ຣາຍງານຂອງເຄືອຂ່າຍ ສິທທິມະນຸສວຽດນາມ ທີ່ກວມເອົາໄລຍະເວລາ ແຕ່ປີກາຍມາເຖິງ 2-3 ເດືອນ ທໍາອິດຂອງ ປີ 2022 ທີ່ວ່ານີ້ ຖືກຮວບຮວມຂຶ້ນມາໂດຍມີການຊ່ອຍເຫລືອຈາກ ນັກເຄື່ອນໄຫວ ຕົວຕັ້ງ-ຕົວຕີ ຫລາຍຄົນໃນວຽດນາມ, ເປັນການສຶກສາ ທີ່ມຸ້ງເນັ້ນໃສ່ປະເດັນສໍາຄັນ ຊຶ່ງໄດ້ລະບຸໄວ້ຢູ່ໃນປະຕິນຍາສາກົນ ວ່າດ້ວຍສິທທິມະນຸສ ແລະສົນທິສັນຍາ ລະຫວ່າງປະເທດ ວ່າດ້ວຍສິທທິມະນຸສ ທີ່ທາງການວຽດນາມ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະປະຕິບັດຕາມ. ສິທທິເຫລົ່ານັ້ນ ກໍມີສິທເສຣີພາບ, ຄວາມປອດພັຍຂອງບຸກຄົນ, ການພິຈາຣະນາຄະດີ ຢ່າງທ່ຽງທັມ ໂດຍທີ່ສານເປັນອິສຣະ ແລະເປັນກາງ ຫລືບໍ່ເຂົ້າຂ້າງອອກຂາ; ສິທທິການມີສ່ວນຮ່ວມ ໃນຊີວິຕການເມືອງ ລະດັບຊາຕ, ເສຣີພາບໃນການສະແດງອອກ ແລະຂໍ້ມູນຂ່າວສານ, ເສຣີພາບໃນການນັບຖືສາສນາ ແລະການນະມັສການ; ສິທທິໃນການເຮັດວຽກ ແລະຊື່ນຊົມນໍາຜົລງານນັ້ນ, ການປະຕິບັດຕໍ່ແບບເທົ່າທຽມກັນ ແລະການບໍ່ເລືອກປະຕິບັດ ຫລືການບໍ່ຈໍາແນກ, ແລະການເປັນຢູ່ທີ່ດີ.

ເຄືອຂ່າຍສິທທິມະນຸສ ວຽດນາມ ເວົ້າວ່າ ເປົ້າໝາຍຂອງຣາຍງານສະບັບນີ້ ຄືການເຕືອນໃຫ້ໂລກຮູ້ ກ່ຽວກັບອັນທີ່ເອີ້ນກັນວ່າ “ສະພາບສິທທິມະນຸສ ທີ່ນ່າຕົກໃຈ ຢູ່ວຽດນາມໃນທຸກມື້ນີ້”. ພ້ອມດຽວກັນນັ້ນ ຣາຍງານນີ້ ຍັງສເນີສິ່ງທີ່ຣັຖບານ ວຽດນາມເອີ້ນວ່າ ຄໍາແນະນໍາ ທີ່ເປັນຮູບປະທັມ ແລະເປັນໄປໄດ້ ສໍາລັບຣັຖບານວຽດນາມ ໃນການຍຸຕິການ ລະເມີດສິດທິຕ່າງໆ ຂອງປະຊາຊົນວຽດນາມ ທີ່ຖືກລະເມີດຊໍ້າແລ້ວຊໍ້າອີກ ຕລອດໄລຍະຫລາຍປີທີ່ຜ່ານມາ.

ແລະວ່າ ສະມາຊິກໃນສະມັດຊາໃຫຍ່ ສະຫະປະຊາຊາຕ ຄວນລົງຄະແນນສຽງຄັດຄ້ານ ບໍ່ໃຫ້ວຽດນາມເຂົ້າເປັນສະມາຊິກ ສະພາສິທທິມະນຸສ ສະຫະປະຊາຊາຕ ໄປຈົນກວ່າວ່າ ວຽດນາມຈະປັບປຸງ ປວັດການລະເມີດ ສິທທິມະນຸສນີ້ກ່ອນ.

ເມື່ອກ່ອນໜ້ານີ້ ຄືມື້ວັນທີ 10 ມິຖຸນາ ຂ່າວພາສາອັງກິດ ຂອງວິທຍຸເອເຊັຽເສຣີ ກໍໄດ້ຣາຍງານວ່າ ສານວຽດນາມ ໄດ້ຕັດສິນລົງໂທດຈໍາຄຸກ ຜູ້ໃຊ້ເຟສບຸກຄ໌ ຄົນນຶ່ງ ເປັນເວລາ 5 ປີ ໃນວັນພະຫັດທີ່ແລ້ວ ໃນຂໍ້ຫາໂພສເຣື່ອງທີ່ວິພາກ, ວິຈານໜ່ວຍງານຂອງຣັຖ ໂດຍຈະມີການຝາກໂທດອີກ 5 ປິ ຫລັງຈາກຖືກປ່ອຍຕົວແລ້ວ. 

ທ່ານ Nguyen Duy Linh ຢູ່ເມືອງ Chau Thanh ແຂວງ Ben Tre ພາກໃຕ້ວຽດນາມ ຖືກຕັດສິນລົງໂທດຈໍາຄຸກ ພາຍຫລັງດໍາເນີນຄະດີ 3 ຊົ່ວ ໂມງ ຢູ່ສານປະຊາຊົນແຂວງ Ben Tre ໃນຂໍ້ຫາ ຂຽນບົດຄວາມ, ຈັດເກັບມ້ຽນເອກກສານ, ເຜີຍແຜ່ຂໍ້ມູນຂ່າວສານ, ສິ່ງພິມ ແລະສິ່ງຂອງຕ່າງໆ ຕ້ານສາທາຣະນະຣັຖ ສັງຄົມນິຍົມວຽດນາມ ອັນທີ່ທາງການຖືວ່າ ເປັນການກະທໍາຜິດ ມາດຕຣາ 117 ຂອງກົດໝາຍອາຍາວຽດນາມ.

ນາງ Nguyen Ngoc Tuyet ຜູ້ເປັນພັລຍາ ຂອງທ່ານ Nguyen Duy Linh ກໍໄດ້ຢູ່ໃນສານ ຂະນະທີ່ກໍາລັງດໍາເນີນຄະດີຢູ່ນັ້ນ ໃນຖານະເປັນພະຍານ ແຕ່ໝູ່ຄູ່ ແລະຜູ້ຄັດຄ້ານ ທາງການເມືອງຄົນອື່ນໆ ຖືກທາງການຫ້າມບໍ່ໃຫ້ເຂົ້າຮ່ວມຮັບຟັງນໍາ.

ເວົ້າເຖິງຜົລການພິຈາຣະນາ ຄະດີຂອງສານ ທີ່ວ່ານັ້ນ ທ່ານ Phil Robertson ຮອງຜູ້ອໍານວຍການອົງການສິທທິມະນຸສ Human Rights Watch ປະຈໍາຂົງເຂດເອເຊັຽ ກ່າວຕໍ່ວິທຍຸເອເຊັຽເສຣີ ຜ່ານທາງອີແມວວ່າ ການໂພສຂ່າວ ຕໍານິຕິຕຽນ ນະໂບາຍຂອງຣັຖບານ ແລະໜ່ວຍງານຂອງທາງການ ຜ່ານທາງອອນລາຍນ໌ ບໍ່ຄວນຖືກຖືເປັນອາສຍາກັມ. ສິ່ງທັງໝົດທີ່ Nguyen Duy Linh ໄດ້ເຮັດນັ້ນ ເປັນການໃຊ້ສິທເສຣີພາບ ໃນການສະແດງອອກເຖິງ ຄວາມຄິດຄວາມເຫັນ ຂອງທ່ານ ຊຶ່ງເປັນສິທທິພື້ນຂອງມະນຸສ ທີ່ໄດ້ຮັບການປົກປ້ອງຄຸ້ມຄອງ ຢ່າງຄັກແນ່ ຈາກສົນທິສັນຍາສາກົນ ວ່າດ້ວຍສິທທິພົລເຮືອນ ແລະສິທທິທາງການເມືອງ ທີ່ວຽດນາມໄດ້ໃຫ້ສັຕຍາບັນໄປແລ້ວ.

ປາກົດວ່າ ຣັຖບານຄອມມິວນິສພັກດຽວ ຂອງວຽດນາມ ຈະມີເຈຕນາພິສູດໃຫ້ເຫັນວ່າ ຣັຖບານວຽດນາມ ເປັນນຶ່ງໃນຈໍານວນຣັຖບານ ທີ່ກົດຂີ່ສິທທິຕ່າງໆ ຫລາຍທີ່ສຸດໃນພາກພື້ນເອເຊັຽ, ທ່ານ Phil Robertson ກ່າວ ແລະວ່າ ທາງການໃນກຸງຮ່າໂນຍ ໄດ້ສູນເສັຍທຸກແນວຄວາມຄິດ ຢ່າງຊິ້ນເຊີງ ກ່ຽວກັບວ່າ ຈະປົກຄອງປະເທດ ແບບທັນສມັຍ ໃນສັຕວັດທີ 21 ໂດຍມີສະຕິປັນຍາ ແລະເຄົາຣົບປະຊາຊົນວຽດນາມ ແນວໃດ.

ສື່ມວນຊົນທາງການ ຣາຍງານກ່ຽວກັບຄະດີນີ້ວ່າ ແຕ່ເດືອນມິນາ 2020 ຫາເດືອນກັນຍາ 2021 Nguyen Duy Linh ໄດ້ໂພສ 193 ບົດຄວາມຜ່ານທາງເຟສບຸກຄ໌ ທີ່ມີເນື້ອຫາແຕະຕ້ອງຜູ້ນໍາພັກ ແລະຣັຖ ຫລືຕໍ່ຕ້ານຣັຖບານວຽດນາມ. ພ້ອມດຽວກັນນັ້ນກໍຍັງໄດ້ໂພສບົດຄວາມ ອັນທີ່ແຫລ່ງຂ່າວຂອງທາງການເອີ້ນວ່າ ເປັນເຣື່ອງທີ່ບໍ່ມີມູນຄວາມຈິງ ກ່ຽວກັບບັນຫາເສຖກິດ-ສັງຄົມ ແລະການແຜ່ຣະບາດ ຂອງ ເຊື້ອໂຄວິດ-19 ຢູ່ວຽດນາມ.  

Nguyen Duy Linh ເປັນຄົນທີ 5 ທີ່ຖືກກ່າວຫາຢູ່ວຽດນາມ ນັບຕັ້ງແຕ່ຕົ້ນປີນີ້ມາ ໃນຂໍ້ຫາເຜີຍແຜ່ບົດຄວາມ ທີ່ມີເນື້ອຫາຕໍ່ຕ້ານຣັຖ ຊຶ່ງທາງການຖືວ່າມີຄວາມຜິດ ຕາມມາດຕຣາ 117 ຂອງກົດໝາຍອາຍາ ປີ 2015 ຫລືໂຄສນາຊວນເຊື່ອຕ້ານຣັຖ ທີ່ມີຄວາມຜິດຕາມມາດຕຣາ 88 ຂອງກົດໝາຍອາຍາ ປີ 1999. ກົດໝາຍທັງ 2 ສະບັບທີ່ວ່ານີ້ ຖືກບັນດານັກເຂື່ອນໄຫວ ແລະອົງ ການສິທທິມະນຸສຕ່າງໆ ວິພາກວິຈານວ່າ ເປັນມາຕການທີ່ທາງການວຽດນາມໃຊ້ ເພື່ອຍັບຍັ້ງສຽງຄັດຄ້ານຂອງປະຊາຊົນ ໃນວຽດນາມ.

ແຕ່ໃນເວລາດຽວກັນນັ້ນ ທາງການວຽດນາມ ກໍປຸກລະດົມຂະບວນການແຫ່ງຊາຕ ສນັບສນູນນະໂຍບາຍ ທາງທະເລຂອງຕົນ ທີ່ສ້າງສິ່ງອໍານວຍຄວາມສະດວກ ໃນຍຸທສາຕທາງທະເລ ຂະນະທີ່ວຽດນາມ ພັທນາສິ່ງອໍານວຍຄວາມສະດວກ ທາງເຮືອ ເພື່ອຕອບໂຕ້ການປາກົດຕົວ ແລະຕ້ານຢັນກັບການປະຈໍາການຂອງຈີນ ຢູ່ນອກຊາຍຝັ່ງທະເລຂອງຕົນ, ເພື່ອການເດີນເຮືອ ໃນຂະນະທີ່ພັກຄອມມິວນິສວຽດນາມ ທີ່ກໍາອໍານາດ ໃຫ້ຄໍາໝັ້ນທີ່ຈະໃຊ້ເຄື່ອງມື ທາງກົດໝາຍທຸກຢ່າງ ທີ່ມີເພື່ອປົກປ້ອງ ຜົລປໂຍດຂອງຕົນ ທ່າມກາງຄວາມແນ່ນອນທີ່ເພີ່ມຂຶ້ນ ຂອງຈີນໃນທະເລຈີນໃຕ້.                                                               ຣັຖບານວຽດນາມ ກໍານົດວ່າ ພາຍໃນປີ 2025 ສື່ມວນຊົນພາຍໃນປະເທດ ທັງໝົດ ຈະຕ້ອງມີຫົວຂໍ້ສະເພາະກ່ຽວກັບຍຸທສາຕ ທາງທະເລ ແລະມະຫາສມຸດ ຂອງວຽດນາມ ແລະກອງບັນນາທິການ ທັງໝົດຂອງພວກເຂົາເຈົ້າ ຈະຕ້ອງມີຄວາມຮູ້ ແລະຄວາມເຂົ້າໃຈ ທີ່ຈໍາເປັນກ່ຽວກັບກົດໝາຍ ລະຫວ່າງປະເທດ ແລະ ກົດໝາຍພາຍໃນປະເທດ ກ່ຽວກັບທະເລ. ສະບາຍດີ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.