ລາວ ພ້ອມດ້ວຍປະເທດ ຂົງເຂດແມ່ນໍ້າຂອງຕອນລຸ່ມ ສົ່ງເສີມພະລັງງານສະອາດ
2024.08.02

ໃນຖານະປະທານອາຊ້ຽນ ປະຈໍາປີ 2024 ປະເທດລາວເປັນຜູ້ນໍາໃນການປະສານ ການຮ່ວມມືລະຫວ່າງປະເທດສະມາຊິກອາຊ້ຽນ ແລະ ປະເທດໃນອະນຸພາກພື້ນແມ່ນໍ້າ ຂອງຕອນລຸ່ມ ຫຼື Greater Mekong Sub-Region (GMS) ໃນຂະແໜງການຕ່າງໆ. ໃນນີ້ກວມເອົາປະເດັນເລື່ອງການນໍາໃຊ້ພະລັງງານສະອາດ ແລະ ພະລັງງານທົດແທນໃຫ້ໄດ້ຢ່າງໜ້ອຍ 20% ພາຍໃນປີ 2025 ນີ້.
ທ່ານ ເບັ່ນນີ້ ເຊີຢາດີ້ (Beni Suryadi) ຫົວໜ້າຝ່າຍພະລັງງານເຊື້ອໄຟດັ້ງເດີມ ພະລັງງານທົດແທນ ແລະ ການຈັດເກັບ ແລະ ຮັກສາການຫົວໜ້າຝ່າຍພະລັງຍືນຍົງ ແລະ ພະລັງງານໝູນວຽນ ສູນພະລັງງານອາຊ້ຽນ (ASEAN Centre for Energy) ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 31 ກໍລະກົດ 2024 ວ່າ:
“ການດໍາເນີນການນີ້ ຈະບໍ່ສາມາດສໍາເລັດໄດ້ຍ້ອນລາວ ແຕ່ພຽງປະເທດດຽວ ແຕ່ຈໍາເປັນຕ້ອງໄດ້ຮັບການປະສານຄວາມຮ່ວມມື ລະຫວ່າງຊາດສະມາຊິກອາຊ້ຽນ ຍ້ອນພວກເຮົາຮັບຮູ້ວ່າ ລາວໄດ້ມີການຜະລິດໃຫ້ແກ່ປະເທດເພື່ອນບ້ານ ເຊິ່ງກໍ່ເປັນເຫດຜົນວ່າລາວມີຄວາມຈຳເປັນ ທີ່ຈະຕ້ອງໄດ້ຮັບຄວາມຮ່ວມມືຈາກພາກພື້ນອາຊ້ຽນ.”
ການປະສານຮ່ວມມື ທາງດ້ານພະລັງງານໃນລະຫວ່າງປະເທດ ການຮ່ວມມືທີ່ກ່ຽວຂ້ອງກັບໂຄງລ່າງພື້ນຖານຄືເປັນປະເດັນສຳຄັນ ລຳດັບຕົ້ນໆ ໃນພາກພື້ນນີ້ເນື່ອງຈາກປະເທດລາວ ຍັງເປັນປະເທດດ້ອຍພັດທະນາສະນັ້ນ ປະເທດລາວຈຶ່ງມີຄວາມຈຳເປັນ ທີ່ຈະຕ້ອງເປີດໃຫ້ມີການລົງທຶນ ດ້ານພື້ນຖານໂຄງລ່າງພາຍໃນປະເທດຫລາຍຂຶ້ນ. ດັ່ງ ທ່ານ ເບັ້ນນີ້ ເຊີຢ່າດີ້ ກ່າວຕໍ່ວິທຍຸເອເຊັຽເສຣີຕື່ມວ່າ.
“ເມື່ອພວກເຮົາເວົ້າເຖິງຄວາມຮ່ວມມື ໃນພາກພື້ນພວກເຮົາຈະເວົ້າເຖິງການປະສານຄວາມຮ່ວມມື ທາງດ້ານພື້ນຖານໂຄງລ່າງ ດັ່ງນັ້ນຖ້າຫາກມີໂຄງການກ່ຽວຂ້ອງກັບພື້ນຖານ ໂຄງລ່າງຫລາຍຂຶ້ນມັນກໍຈະຊ່ອຍໃຫ້ມີຄວາມຮ່ວມມື ທາງດ້ານລະບົບຕະຫລາດທີ່ຫລາຍຂຶ້ນ ຄວາມຮ່ວມມືໃນເລື່ອງກົດລະບຽບ, ຄວາມເປັນອັນໜຶ່ງອັນດຽວກັນຈາກປະເທດໜຶ່ງ ໄປຍັງອີກປະເທດໜຶ່ງໂດຍສະເພາະຢ່າງຍິ່ງ ໃນບໍລິບົດຂອງລະບົບຕາຂ່າຍໄຟຟ້າ ລະຫວ່າງປະເທດ.”
ການລົງທຶນໃນຂະແໜງພະລັງງານ ໃນປະຈຸບັນຄວນໃຫ້ຄວາມສົນ ໃຈໄປທີ່ພະລັງງານສະອາດ ແລະ ທົດແທນການນໍາໃຊ້ຫລັງການເຜົາໄໝ້. ດັ່ງທ່ານ ຣຸຮິແມທ (Ruhimat Soerakoesoemah) ຫົວໜ້າສຳນັກງານຄະນະກຳມະການເສດຖະກິດ ແລະ ສັງຄົມແຫ່ງເອເຊັຍ-ແປຊີຟິກປະຈຳພາກພື້ນເອເຊັຍຕາເວັນອອກສຽງໃຕ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:
“ການລົງທຶນໃນປະຈຸບັນມັນຈໍາເປັນຕ້ອງການລົງທຶນກ່ຽວກັບພະລັງງານສະອາດ ພະລັງງານສີຂຽວ ເພາະວ່າມັນໄປຄວນທີ່ຈະ ຕົວຢ່າງຖ່ານຫີນ, ຟອສຊີວ ດັ່ງນັ້ນຖ້າພວກເຮົາຈະເວົ້າເຖິງພະລັງງານທົດແທນສຳລັບປະເທດລາວເປັນຕົ້ນພະລັງງານນໍ້າ ເພາະວ່າພວກເຮົາມີແມ່ນໍ້າຂອງ ມີພະລັງງານແສງຕາເວັນ ການຄິດແນວນີ້ກຸ່ມນັກລົງທຶນຄວນໄປລົງທຶນໃນຂະແໜງການໃນລັກສະນະນີ້ມັນຄວນທີ່ຈະເປັນພະລັງງານແສງຕາເວັນ ພະລັງງານລົມ ແລະ ພະລັງງານນໍ້າ.”
ປະຈຸບັນລະບົບການກັກເກັບພະລັງງານ ຍັງຄົງເປັນປະເດັນທີ່ຖືກເວົ້າເຖິງກ່ຽວກັບພະລັງງານທົດແທນ ເຊິ່ງລະບົບອ່າງກັກເກັບພະລັງງານນໍ້າຈຳນວນໜຶ່ງມີຄວາມກ່ຽວຂ້ອງກັບປະເທດລາວ. ດັ່ງທ່ານ ນາງ ເຢຈີ່ນຮ່າ (Yejin Ha) ເຈົ້າໜ້າທີ່ສະຫະປະຊາຊາດກ່າວ ໃນກອງປະຊຸມແມ່ນໍ້າຂອງປະຈຳປີ 2024 ໃນວັນທີ 31 ກໍລະກົດ 2024 ວ່າ:
“ໃນ GMS ລາວມີສັກກາຍຍະພາບມະຫາສານ ສຳລັບການເກັບພະລັງງານໄຟຟ້າພະລັງງານນໍ້າແບບສູບກັບດ້ວຍພະລັງງານນໍ້າທີ່ອຸດົມສົມບູນ. ການສຶກສາຫລ້າສຸດໂດຍ P4i ເຊິ່ງເປັນຮຸ້ນສ່ວນການພັດທະນາຈາກອອດສະເຕຼເລຍໄດ້ລະບຸວ່າມີສະຖານທີ່ປະມານ 5,822 ແຫ່ງທີ່ສາມາດພັດທະນາລະບົບການເກັບພະລັງງານໄຟຟ້າພະລັງງານນໍ້າແບບສູບກັບໄດ້ພາຍໃນ ສປປ ລາວ.”
ທ່ານ ນາງ ເຢຈີ່ນຮ່າ ໄດ້ກ່າວຕື່ມວ່າປະຈຸບັນພາກພື້ນເອເຊັຍ-ແປຊີຟິກ ແມ່ນເປັນສູນກາງການພັດທະນາເທັກໂນໂລຢີດ້ານພະລັງງງານທີ່ທັນສະໄໝ. ອີກທັງຍັງມີເປົ້າໝາຍການພັດທະນາ ແບບຍືນຍົງປີ 2030 ເປົ້າໝາຍທີ 7 ກ່ຽວກັບພະລັງງານ. ໃນນີ້ແມ່ນມີຫລາຍວຽກງານຫຍ່ອຍ ເປັນຕົ້ນການຮັບປະກັນໃຫ້ພົນລະເມືອງເຂົ້າເຖິງການນໍາໃຊ້ໄຟຟ້າເຊິ່ງສາມາດ ເຮັດໄດ້ແລ້ວຂ້ອນຂ້າງຫລາຍຂະນະທີ່ປະເດັນທີ່ກ່ຽວຂ້ອງກັບພະລັງງານສະອາດ ແລະ ພະລັງງານທົດແທນຍັງມີຄວາມຊັກຊ້າ.
ອີງຕາມການລາຍງານຂອງສະຖາບັນ ແມ່ນໍ້າຂອງລະບຸວ່າອຸດສາຫະກໍາພະລັງງານ ໃນອະນຸພາກພື້ນແມ່ນໍ້າຂອງຕອນລຸ່ມ ມີຄວມພະຍາຍາມທີ່ຈະກ້າວໄປສູ່ການນໍາໃຊ້ພະລັງງານໝູນ
ວຽນເພື່ອຫລຸດຜ່ອນ ບັນຫາການປ່ຽນແປງທາງດິນ ຟ້າ ອາກາດ ແລະ ການຫລຸດການນໍາໃຊ້ພະລັງງານຟອສຊີວດ້ວຍການນໍາໃຊ້ ເທັກໂນໂລຢີທີ່ທັນສະໄໝທ່າມກາງ ຄວາມຕ້ອງການນໍາໃຊ້ພະລັງງານຂອງຜູ້ຄົນທີ່ເພີ່ມຂຶ້ນ ເລື້ອຍໆ ໃນປະຈຸບັນ.