ສະຫະລັດ ເພີ່ມເງິນຊ່ວຍເຫຼືອ 36 ລ້ານໂດລ້າຣ໌ ເພື່ອເກັບກູ້ລະເບີດບໍ່ທັນແຕກ
2024.04.02

ໃນໄລຍະໝໍ່ໆນີ້, ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather Variava), ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳລາວຜູ້ໃໝ່ປະກາດວ່າ ສະຫະລັດອາເມຣິກາ ຈະໃຫ້ທຶນຊ່ວຍເຫຼືອ ເພີ່ມຕື່ມອີກຈຳນວນ 36 ລ້ານໂດລ້າຣ໌ສະຫະລັດ ເພື່ອຊ່ວຍລົບລ້າງບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ບັນດາ 9 ແຂວງຂອງລາວ. ເນື່ອງໃນໂອກາດ ວັນທີ 4 ເມສາ ຊຶ່ງເປັນວັນໂຄສະນາ ເພື່ອຕ້ານລະເບີດ ບໍ່ທັນແຕກສາກົນ.
ເຈົ້າໜ້າທີ່ສູນເກັບກູ້ລະເບີດບໍ່ທັນແຕກ ຢູ່ນະຄອນຫຼວງວຽງຈັນຊຶ່ງບໍ່ປະສົງອອກຊື່ ແລະ ຕໍາແໜ່ງໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ເມສານີ້ວ່າ ສູນຂອງທ່ານນາງໄດ້ຮັບການສະໜັບສະໜູນ ແຫຼ່ງທຶນຈາກຫຼາຍປະເທດ ລວມທັງສະຫະລັດອາເມຣິກາ ໂດຍແນໃສ່ເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຄຳມ່ວນ ແລະ ແຂວງຊຽງຂວາງ.
ດັ່ງນາງກ່າວວ່າ:
“ເຈົ້າແມ່ນແລ້ວ, ຍັງເກັບກູ້ຢູ່ທຸກມື້ເຈົ້າ. ເຮົາແຕ່ເກັບກູ້ຢູ່ 2 ແຂວງເຈົ້າ, ກະຄືຄຳມ່ວນ ກັບຊຽງຂວາງເຈົ້າ. ຫຼາຍເຈົ້າ, ຍັງເຫຼືອຫຼາຍ ມີທຸກປີເຈົ້າ ຄືປີກາຍນີ້ຍັງມີ 47 ຄົນ.”
ອີງຕາມຂໍ້ມູນ ຈາກສະຖານເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ລະບຸວ່າ ທ່ານ ນາງ ວາເຣຍອາວາ ຈະໄດ້ໄປຢ້ຽມຢາມ ຈຸດເກັບກູ້ລະເບີດບໍ່ທັນແຕກ ຢູ່ເມືອງພະລານໄຊ ແຂວງສະຫວັນນະເຂດ ພ້ອມກັບ ຄະນະປະທານຮ່ວມ ຂອງຂະແໜງການແກ້ໄຂບັນຫາລະເບີດບໍ່ທັນແຕກ (UXO) ທີ່ຕົກຄ້າງ, ຄື ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດລາວ ແລະ ທ່ານ ນາງ ມາຣ໌ຕິ໋ນ ເທເຣີ (Martine Thérer), ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ ຫຼື UNDP ປະຈໍາ ສປປ ລາວ.
ການຢ້ຽມຢາມຈຸດເກັບກູ້ລະເບີດດັ່ງກ່າວ ຖືເປັນພາລະກິດທຳອິດພາຍຫຼັງທີ່ທ່ານ ທ່ານນາງ ວາເຣຍອາວາ ເຂົ້າຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ສະຫະລັດປະຈຳລາວ ແລະ ເປັນການຢັ້ງຢືນວ່າ ສະຫະລັດ ຈະໃຫ້ການສືບຕໍ່ສະໜັບສະໜູນລາວ ໃນການເກັບກູ້ລະເບີດບໍ່ທັນແຕກ. ໂດຍສະທ້ອນເຖິງຄຳຖະແຫຼງການ ຂອງທ່ານ ບາຣັກ ໂອບາມາ, ອະດີດປະທານາທິບໍດີ ສະຫະລັດອາເມຣິກາ ໃນໄລຍະການຢ້ຽມຢາມລາວຄັ້ງປະຫວັດສາດ ຂອງທ່ານ ໃນປີ 2016 ຜ່ານມາ ທີ່ທ່ານກ່າວວ່າ “ເມື່ອຫວນຄືນປະຫວັດສາດ ຂອງພວກເຮົາຢູ່ທີ່ນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ ສະຫະລັດອາເມຣິກາ ມີພັນທະບົນພື້ນຖານຈິດໃຈ ຮູ້ສຶກຜິດຊອບ ຂອງຕົນເພື່ອຊ່ວຍໃຫ້ປະເທດລາວ ໄດ້ຮັບການຮັກສາຢຽວຢາ.”
ທາງດ້ານ ຊາວບ້ານ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ກ່າວວ່າ ໃນໄລຍະມໍ່ໆ ນີ້ ສູນເກັບກູ້ລະເບີດບໍ່ທັນແຕກ ກໍໄດ້ເຂົ້າມາເກັບກູ້ລະເບີດ ຢູ່ໃນເຮືອນ ສວນ ໄຮ່ນາ ໃນເຂດບ້ານຂອງລາວແລ້ວ ຈຳນວນນຶ່ງ.
“ມັນມີລະເບີດທີ່ຍັງບໍ່ທັນໄດ້ແຕກອີກຍັງຫຼວງຫຼາຍນ່າ. ແຕ່ເກົ່າເຮົາບໍ່ເຄີຍເຂົ້າໄປສຳຜັດ. ແລ້ວບາດນີ້ພາກສ່ວນກ່ຽວຂ້ອງ ຄື Halo Trust, UXO Laos ເຂົາເຂົ້າມາເກັບກຳຂໍ້ມູນ ເກັບລະເບີດທີ່ຍັງບໍ່ທັນແຕກນີ້ ຍົກຍ້າຍອອກໄປຢູ່ໂຄງການເຂົາ.”
ຊາວບ້ານ ຢູ່ເມືອງໂຂງ ແຂວງຈໍາປາສັກ ກ່າວວ່າ ຢູ່ທາງເມືອງໂຂງ ຍັງບໍ່ທັນມີໜ່ວຍງານເກັບກູ້ລະເບີດບໍ່ທັນແຕກລົງໄປກວດກາ ແລະ ເກັບກູ້ລະເບີດຫຼາຍປານໃດ. ຈຶ່ງຂໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງລົງມາແກ້ໄຂບັນຫາດັ່ງກ່າວເພື່ອຫຼຸດຄວາມສ່ຽງ ອັນຕະລາຍຕໍ່ຊີວິດຂອງຊາວບ້ານ.
“ຢາກໃຫ້ພາກສ່ວນກ່ຽວຂ້ອງເນາະ ເປັນຕົ້ນວ່າ ພະນັກງານເກັບກູ້ລະເບີດ ຫຼືວ່າຂອງແຂວງ ຢາກໃຫ້ຊ່ວຍມາຊ່ວຍເກັບກູ້ອອກເນາະ ແຖວນີ້ມັນກະຫຼາຍ ລະເບີດທີ່ບໍ່ທັນແຕກ. ການໄປມາຫາສູ່ ຂຶ້ນພູຂຶ້ນຜາ ຫາໄມ້ຫາຕອກ ຫາເຫັດຫາຟືນນ່າ ເຮັດໃຫ້ເກີດມີຄວາມສ່ຽງຫຼາຍເນາະ ໃນການໄປມາເນາະ.”
ສະຫະລັດອາເມຣິກາ ໄດ້ໃຫ້ທຶນຊ່ວຍເຫຼືອສະໜັບສະໜູນ ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ລາວ ລວມມູນຄ່າຫຼາຍກວ່າ 391 ລ້ານໂດລ້າຣ໌ສະຫະລັດ ມາແຕ່ປີ 1995. ຊຶ່ງທຶນຊ່ວຍເຫຼືອກວ່າ 2 ໃນ 3 ຂອງທຶນດັ່ງກ່າວ ແມ່ນໄດ້ຖືກເບີກຈ່າຍໄປໃຊ້ໃນໂຄງການເກັບກູ້ລະເບີດ ຮຽບຮ້ອຍແລ້ວ. ການຊ່ວຍເຫຼືອຂອງສະຫະລັດດັ່ງກ່າວ ໄດ້ເຮັດໃຫ້ມີການຈ້າງງານຄົນລາວ ເຂົ້າໃນວຽກງານເກັບກູ້ລະເບີດ ຫຼາຍກວ່າ 4,000 ຄົນ ໃນທົ່ວປະເທດ.
ສໍາລັບການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງສະຫວັນນະເຂດ ໃນປັດຈຸບັນນັ້ນ, ເຈົ້າໜ້າທີ່ສູນເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງສະຫວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນດຽວກັນນີ້ວ່າ ເຈົ້າໜ້າທີ່ເກັບກູ້ລະເບີດ ຍັງຄົງສືບຕໍ່ປະຕິບັດວຽກງານຢູ່ທຸກມື້ ແລະ ປັດຈຸບັນ ມີທີມເຈົ້າໜ້າກຳລັງປະຕິບັດງານດັ່ງກ່າວຢູ່ເຖິງ 20 ກວ່າທີມ.
ດັ້ງນາງກ່ວວ່າ:
“ໂອ້ກະຫຼາຍຢູ່ ມັນມີຢູ່ 20 ປາຍທີມ ຂອງແຂວງສະຫວັນເຈົ້າ. ກະຊິປະມານນັ້ນແຫຼະ ເພາະວ່າຂ້ອຍຢູ່ຂະແໜງບໍລິຫານ ຍັງບໍ່ຮູ້ເລີຍວ່າກັບລະເບີດຫຼາຍປານໃດ.”
ໃນໄລຍະມໍ່ໆ ນີ້, ລັດຖະບານສະຫະລັດອາເມຣິກາ ໄດ້ເດໃຫ້ການຊ່ວຍເຫຼືອ ແກ່ໂຄງການເກັບກູ້ລະເບີດແຫ່ງຊາດ ຫຼື UXO Laos ໃນດ້ານການຝຶກອົບຮົມ ເຕັກນິກວິຊາການ, ຊຸດປ້ອງກັນອັນຕະລາຍ ແລະ ອຸປະກອນການເກັບກູ້. ໂດຍຫຼ້າສຸດ, ໄດ້ມີການຝຶກອົບຮົມ ຫຼັກສູດເກັບກູ້ລະເບີດຂັ້ນພື້ນຖານ ໃຫ້ແກ່ພະນັກງານ ໂຄງການເກັບກູ້ລະເບີດແຫ່ງຊາດ ປະຈຳແຂວງຫົວພັນ, ຫຼວງພະບາງ, ສະຫວັນນະເຂດ, ສາລະວັນ ແລະອັດຕະປື ລະຫວ່າງວັນທີ 19 ມັງກອນ ຫາ 7 ກຸມພາ 2024.
ໂດຍການຊ່ວຍເຫຼືອ ຂອງສະຫະລັດອາເມຣິກາ ເຮັດໃຫ້ໃນເດືອນມີນາ 2024 ນີ້, ຈໍານວນທີມງານເກັບກູ້ລະເບີດບໍ່ທັນແຕກ ຢູ່ລາວມີຫຼາຍກວ່າ 210 ທີມງານ, ເພີ່ມຂຶ້ນຫຼາຍກວ່າ 3 ເທົ່າ ຈາກປີ 2020. ນອກຈາກນີ້ແລ້ວ, ສະຫະລັດກໍໃຫ້ການສະໜັບສະໜູນ ໂຄງການ UXO Lao ຢູ່ແຂວງຫຼວງພະບາງ ແລະ ແຂວງຫົວພັນ.
ທາງການລາວ ໄດ້ມີໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກ ນັບແຕ່ປີ 1996 ເປັນຕົ້ນມາ ຊຶ່ງເຈົ້າໜ້າທີ່ສາມາດເກັບກູ້ລະເບີດບໍ່ທັນແຕກ ໄດ້ພື້ນທີ່ລວມ 86,343 ເຮັກຕ້າຣ໌, ທຳລາຍລະເບີດບໍ່ທັນແຕກໄດ້ 1,900,718 ໜ່ວຍ ປະກອບມີ ບົ່ມໃຫຍ່ 4,629 ໜ່ວຍ, ບົ່ມບີ 1,121,681 ໜ່ວຍ, ລະເບີດຝັງດິນ 2,534 ໜ່ວຍ ແລະລະເບີດອື່ນໆ 771,874 ໜ່ວຍ ໂດຍທາງການລາວ ໄດ້ເປິດຮັບການສະໜັບສະໜູນ ທາງດ້ານທຶນຊ່ວຍເຫຼືອ, ການຝຶກແອບເຕັກນິກວິຊາການ ແລະ ການເປີດໃຫ້ອົງການເກັບກູ້ລະເບີດ ຈາກຕ່າງປະເທດ ເຂົ້າມາຊ່ວຍເຫຼືອເກັບກູ້ລະເບີດຢູ່ລາວ ນຳດ້ວຍ.