ສປປ ລາວ ຄັດເລືອກນັກກິລາວ ເຂົ້າຮ່ວມໂອລິມປີກ
2024.06.04

ນັກກິລາລາວ ໄດ້ເຂົ້າຮ່ວມແຂ່ງຂັນກິລາໂອລິມປິກ ຢູ່ປາຣີ ປະເທດຝຣັ່ງເສດ ລວມເປັນ 4 ຄົນ.
ນາງ ແພຣວາ ມິສາໂຕ ພິລາພັນເດຊ, ນັກກິລາຍິມນາສຕິກຍິງ ທີມຊາດລາວໄດ້ຖືກຄັດເລືອກ ຈາກສະຫະພັນກິລາ ຍິມນາສຕິກ ສາກົນ ໃຫ້ໄດ້ເຂົ້າຮ່ວມການແຂ່ງຂັນ ຍິມນາສຕິກປະເພດລີລາໃນກິລາໂອລິມປິກ ຄັ້ງທີ 33 ຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງຊຶ່ງການແຂ່ງຂັນຍິມນາສຕິກ ລີລາ ຈະມີຂຶ້ນລະຫວ່າງວັນທີ 8 ຫາ 10 ສິງຫາ 2024 ນີ້.
ນາງໄດ້ຮັບໂກຕ່ານັກກິລາ ປະເພດ Universality Places ຫຼື ນັກກິລາຖືກເຊີນ ທີ່ເປັນໂກຕ້າ ນັກກິລາ
ສຳລັບປະເທດນ້ອຍ ແລະ ນັກກິລາຜູ້ນັ້ນເຄີຍເຂົ້າຮ່ວມແຂ່ງຂັນ ໃນລາຍການລະດັບໂລກມາແລ້ວ.
ກ່ຽວກັບເລື່ອງນີ້, ທ່ານ ໂພແກ້ວ ພິລາພັນເດຊ, ຕາງໜ້າຄອບຄົວ ຂອງນາງ ແພຣວາ ມິສາໂຕ ພິລາພັນເດຊ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ມິຖຸນາ 2024 ນີ້ວ່າຕົນເອງມີຄວາມຮູ້ສຶກດີໃຈ ແລະ ພາກພູມໃຈກັບໂຕຂອງນາງ ແພຣວາ ຢ່າງຫຼວງຫຼາຍ ທີ່ນາງມີໂອກາດໄດ້ເຂົ້າໄປຮ່ວມການແຂ່ງຂັນຍິມນາສຕິກ ໃນກິລາໂອລິມປິກ 2024 ໃນເທື່ອນີ້ ແລະ ຫວັງວ່າ ນາງຈະສາມາດເປັນແບບຢ່າງທີ່ດີ
ໃຫ້ແກ່ໄວລຸ້ນເຍົາວະຊົນລາວ ທີ່ມັກຮັກໃນກິລາຍິມນາສຕິກເຊັ່ນດຽວກັບ ນາງ ແພຣວາ.
(ພາສາໄທ) “ໃນສ່ວນຂອງຄອບຄົວ ກໍຮູ້ສຶກດີໃຈແລະກໍຍິນດີກັບໂຕນ້ອງທີ່ສາມາດມີໂອກາດທີ່ຈະໄປຮ່ວມການແຂ່ງຂັນໂອລິມປິກ. ເຮົາເບິ່ງແລ້ວ ໜ້າຈະສາມາດໄປແຂ່ງຂັນໃນອີກລະດັບນຶ່ງຂຶ້ນໄປຊຶ່ງເຈົ້າຂອງເອງກໍເປັນລູກຊອດໄທ-ລາວ-ຍີ່ປຸ່ນ. ເຮົາກະເລີຍຄິດວ່າ ຈະໃຫ້ນ້ອງເປັນຕົ້ນແບບໃນການພັດທະນາກິລາຍິມນາສຕິກໃນປະເທດລາວແລະກະເລີຍໃຫ້ເປັນທີມຊາດລາວ ເພື່ອຈະເປັນບັນດານໃຈໃຫ້ເດັກນ້ອຍເຍົາວະຊົນລາວ ແລະກໍເປັນປະຊາສຳພັນກິລາ ຍິມນາສຕິກໃນປະເທດລາວ.”
ສຳລັບນາງ ແພຣວາ ມິສາໂຕ ພິລາພັນເດຊ ປັດຈຸບັນມີອາຍຸ 19 ປີ. ສຳເລັດການສຶກສາ ຈາກໂຮງຮຽນນານາຊາດ ສິງກະໂປ ຢູ່ນະຄອນຫຼວງບາງກອກປະເທດໄທ ແລະ ໄດ້ຮັບທຶນການສຶກສາ ໄປຮຽນຊັ້ນປະລິນຍາຕີ ຢູ່ປະເທດຍີ່ປຸ່ນ. ນາງໄດ້ເລີ່ມຫຼິ້ນກິລາ ຍິມນາສຕິກ ມາຕັ້ງແຕ່ອາຍຸປະມານ 7 ປີ ແລະ
ໄດ້ເຂົ້າຮ່ວມແຂ່ງຂັນກິລາ ຍິມນາສຕິກຄັ້ງທຳອິດ ຕັ້ງແຕ່ອາຍຸ 9 ປີ ໂດຍສ່ວນຫຼາຍແມ່ນການແຂ່ງຂັນຢູ່ປະເທດໄທ. ນາງ ແພຣວາເປັນທີ່ຮູ້ຈັກ ໂດດເດັ່ນ ນັບແຕ່ນາງໄດ້ເຂົ້າຮ່ວມແຂ່ງຂັນ ກິລາຍິມນາສຕິກປະເພດລີລາໃນນາມທີມຊາດລາວ ໃນງານມະຫະກຳກິລາຊີເກມສ໌ ຄັ້ງທີ 31 ປະເທດຫວຽດນາມ ໃນເດືອນພຶດສະພາ ປີ 2022. ນາງໄດ້ສ້າງຜົນງານ ຄວ້າ 3 ຫຼຽນທອງ ໃນການແຂ່ງຂັນກິລາ ຍິມນາສຕິກ
ສິງກະໂປ ໂອເພັນ ໃນເດືອນມິຖຸນາ ປີ 2022 ແລະໄດ້ເຂົ້າຮ່ວມແຂ່ງຂັນກິລາ ຍິມນາສຕິກ ລີລາ ຊິງແຊັມໂລກ ໂດຍໃນອັນດັບທີ 77 ຈາກຜູ້ແຂ່ງຂັນທັງໝົດ 82 ຄົນ. ທາງດ້ານ ເຈົ້າໜ້າທີ່ກ່ຽວຂ້ອງ ດ້ານການກິລາຂອງລາວ ນາງນຶ່ງຊຶ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ໃນສ່ວນຂອງສະຫະພັນກິລາ ຢູໂດແຫ່ງຊາດລາວ ນັ້ນ ພວມກຳລັງລໍຖ້າ ການຄັດເລືອກ ຈາກສະຫະພັນກິລາຢູໂດ ລະດັບທະວີບອາຊີ
ພາຍຫຼັງທີ່ ໄດ້ມີການແຂ່ງຂັນຄັດເລືອກແລ້ວ.
“ນັກກິລາທີ່ຈະໄປໂອລິມປິກ ຂອງສະຫະພັນຢູໂດຫັ້ນ ແມ່ນຕອນນີ້ຍັງບໍ່ຍືນຍັນເດີ້ ຍັງຖ້າທາງອັ່ນ
ທະວີບຂອງເຂົາເຈົ້າເນາະ ເພາະວ່າລາວແຂ່ງຄັດເລືອກ ເກັບອັນດັບມາແຕ່ປີກາຍແລ້ວເນາະ
ແລະຕອນນີ້ ຫັ້ນຍັງບໍ່ທັນປະກາດອອກມາເທື່ອວ່າ ລາວໄດ້ເປັນທາງການແລ້ວບໍ່ ຍັງບໍ່ໄດ້ປະກາດ ຕ້ອງໄດ້ລໍຖ້າກ່ອນເນາະ ລະຈະເປັນຈັ່ງໃດລະຈະຊິແຈ້ງ.”
ເຈົ້າໜ້າທີ່ກ່ຽວຂ້ອງ ດ້ານການກິລາຂອງລາວ ອີກທ່ານນຶ່ງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ
ທາງຄະນະກຳມະການ ໂອລິມປິກແຫ່ງຊາດລາວ ຈະໄດ້ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນກິລາ ໂອລິມປິກ ແລະ ກິລາລະດັບສາກົນ ໃນຫຼາຍລາຍການ ໃນປີນີ້ ໂດຍສະເພາະ ການແຂ່ງຂັນກິລາສິນລະປະກິລາໃນຮົ່ມ ທີ່ຈະຈັດຂຶ້ນໃນເດືອນພະຈິກ ປີ 2024 ນີ້ ຢູ່ນະຄອນຫຼວງບາງກອກ ປະເທດໄທ.
“ສຳລັບປີນີ້ກະຊິມີເນາະ ກະຊິມີນຶ່ງລະແມ່ນໂອລິມປິກ. ສອງລະກະຊິພວກເຮົາກະຊິໄດ້ກຽມ ນັກກິລາເຂົ້າແຂ່ງຂັນ Asian Games Indoor ກັບMartial Arts ນີ້ແຫຼະ, ຢູ່ໄທນີ້ແຫຼະ. ເອຊ້ຽນເກມນີ້ພວກເຮົາຄາດວ່າຈະສົ່ງ 12 ປະເພດກິລາ.”
ສະຫຼຸບແລ້ວ ສປປ ລາວ ມີນັກກິລາເຂົ້າຮ່ວມແຂ່ງຂັນກິລາ ໂອລິມປິກ ເທື່ອນີ້ແລ້ວ 4 ຄົນໃນ 3 ປະເພດກິລາ ປະກອບມີ ນັກກິລາຍິມນາສຕິກຍິງນຶ່ງຄົນ, ນັກກິລາລອຍນ້ຳຊາຍ ແລະ ຍິງ ແລະ ນັກກິລາແລ່ນ-ລານຍິງ. ຂະນະທີ່ນັກກິລາອີກ 3 ຄົນ ໄດ້ແກ່ ນັກກິລາຢູໂດຊາຍ, ນັກກິລາລົດຖີບຍິງ ແລະນັກກິລາມວຍສາກົນຊາຍ ກຳລັງລໍຖ້າການປະກາດຜົນຄັດເລືອກຢູ່.
ທັງນີ້, ຄະນະກຳມະການ ໂອແລມປິກແຫ່ງຊາດລາວ ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1977 ແລະ ໄດ້ຖືກຮັບຮອງ ຈາກຄະນະກຳມະການ ໂອແລມປິກສາກົນ ໃນປີ 1979 ຊຶ່ງໃນໄລຍະຜ່ານມາ, ລາວເຄີຍສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນ ກິລາໂອແລມປິກ ມາແລ້ວ 10 ຄັ້ງ ໂດຍຄັ້ງທຳອິດ ແມ່ນການແຂ່ງຂັນກິລາໂອແລມປິກ ຄັ້ງທີ 22 ຢູ່ນະຄອນຫຼວງມົສກູ, ອະດີດສະຫະພາບໂຊວຽດ ຊຶ່ງລາວໄດ້ສົ່ງນັກກິລາເຂົ້າຮ່ວມເຖິງ 20 ຄົນ ໃນ 3 ປະເພດກິລາ ປະກອບມີ ແລ່ນ-ລານ 7 ຄົນ, ມວຍສາກົນ 6 ຄົນ, ແລະ ຍິງປືນ 8 ຄົນ.