ສຸດພໍໃຈ ນັກກິລາລາວ ໄດ້ຫຼຽນເກີນຄາດໝາຍ ຈາກຊີເກມສ໌ ຄັ້ງທີ 32
2023.05.15

ສະມາຄົມກິລາ ໃນລາວ ແລະ ຊາວລາວ ສ່ວນຫຼາຍຮູ້ສຶກພໍໃຈ ກັບຜົລງານ ຂອງນັກກິລາລາວ ທີ່ເຂົ້າຮ່ວມແຂ່ງຂັນກິລາຊີເກມສ໌ ຄັ້ງທີ 32 ທີ່ປະເທດກັມພູຊາ, ເຊິ່ງມາຮອດວັນທີ 15 ພຶສພາ ປີ 2023 ນີ້, ທີມນັກກິລາລາວ ໄດ້ຫຼຽນຄຳແລ້ວ 6 ຫຼຽນ, ຫຼຽນເງິນ 19 ຫຼຽນ ແລະ ຫຼຽນທອງ 52 ຫຼຽນ; ລວມທັງໝົດ 77 ຫຼຽນ. ຈັດຢູ່ໃນລຳດັບທີ 9 ຂອງປະເທດທີ່ໄດ້ຫຼຽນຄຳ ຫຼາຍທີ່ສຸດ, ເຊິ່ງນັກກິລາລາວ ມີລຳດັບດີກວ່າ ພຽງແຕ່ປະເທດບຣູໄນ ແລະ ຕິມໍ-ເລສແຕ.
ສຳລັບ 6 ຫຼຽນຄຳ ຂອງທີມນັກກິລາລາວ ໄດ້ມາຈາກກິລາຫຼາຍປະເພດ ປະກອບດ້ວຍ ກິລາໂວວີນັມ (Vovinam) ຫຼືສິລປະການຕໍ່ສູ້ ແບບວຽດນາມ, ກິລາກຸນບົກກະຕໍ, ກິລາເປຕັງ ແລະ ກິລາກະຕໍ້ຊິນລົງ.
ໃນຂະນະທີ່ ສະມາຄົມກິລາບາງປະເພດ ທີ່ສາມາດຊິງຫຼຽນຄຳມາໄດ້ ຈາກການແຂ່ງຂັນກິລາຊີເກມສ໌ ໃນເທື່ອນີ້ ເປັນຕົ້ນ ສະມາຄົມມວຍລາວແຫ່ງຊາຕ ກໍມີຄວາມຍິນດີ ທີ່ນັກກິລາ ສາມາດຊິງຫຼຽນຄຳມາໄດ້ ຈາກການແຂ່ງຂັນ ກິລາກຸນບົກກະຕໍ ແລະ ກໍກຳລັງປະຊຸມຫາລືກັນ ເພື່ອມອບຣາງວັນ ໃຫ້ແກ່ນັກກິລາ ທີ່ສ້າງຊື່ສຽງ ໃຫ້ແກ່ປະເທດລາວ. ດັ່ງເຈົ້າໜ້າທີ່ ສະມາຄົມມວຍລາວແຫ່ງຊາຕ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 15 ພຶສພາ ນີ້ວ່າ:
“ເອີ, ເຮົາກະຍັງບໍ່ຮູ້ນ່າ ເພາະວ່າ ເພິ່ນກໍກະຕຣຽມຢູ່, ເຮົາກະຍັງບໍ່ໄດ້, ກຳລັງລົມກັນຢູ່. ເອີ, ກະພໍໃຈ ອອກມາທີ່ເຮົາຫວັງໄວ້ຫັ້ນລະ.”
ຢ່າງໃດກໍຕາມ, ສຳລັບຜົລງານ ຂອງນັກກິລາລາວ ໃນການແຂ່ງຂັນກິລາຊີເກມສ໌ ໃນເທື່ອນີ້, ຊາວລາວຫຼາຍຄົນ ກໍຮູ້ສຶກພໍໃຈ ກັບຈຳນວນຫຼຽນຄຳ ທີ່ນັກກິລາລາວ ສາມາດຊິງມາໄດ້ ແລະ ກໍເຫັນວ່າ ການຄັດເລືອກນັກກິລາ ໄປເຂົ້າຮ່ວມການແຂ່ງຊີເກມສ໌ ໃນເທື່ອນີ້ ສ່ວນໃຫຍ່ ແມ່ນໄດ້ຄັດເລືອກເອົາ ແຕ່ນັກກິລາ ທີ່ມີສີມືເດັ່ນ, ໂດຍບໍ່ໃຊ້ເສັ້ນສາຍ ໃນການຄັດເລືອກນັກກິລາ ຄືແຕ່ກ່ອນ.
ດັ່ງຊາວລາວ ທ່ານນຶ່ງ ກ່າວວ່າ:
“ໂອ, ດີໃຈ ຖືວ່າລາວກະພັທນາຂຶ້ນ ຫຼາຍສົມຄວນ. ການຄັດເລືອກຕິດທີມຊາຕ ຊຸດນີ້ ກະແມ່ນຖືວ່າ ເອົາລະບົບ ເອົາຜູ້ທີ່ໄດ້ອັນດັບ ຂອງປະເທດຫັ້ນແຫຼະ, ຢ່າງຈິງຈັງອີ່ຫຼີ, ຄວາມສາມາດລ້ວນໆ.”
ສ່ວນຄຣູຝຶກກິລາເປຕັງ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ສຽງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ “ທ່ານກໍຮູ້ສຶກຍິນດີ ແລະ ມີຄວາມພໍໃຈ ທີ່ນັກກິລາເປຕັງ ຂອງລາວ ສາມາດຊິງມາໄດ້ 3 ຫຼຽນຄຳ ຈາກກິລາເປຕັງ, ເຊິ່ງສະແດງໃຫ້ເຫັນວ່າ ນັກກິລາເປຕັງ ຂອງລາວ ຍັງຢູ່ໃນລະດັບມາຕຖານທີ່ດີ ແລະ ມີຄວາມພ້ອມ ທີ່ຈະພັທນາໂຕເອງ ເພື່ອໄປແຂ່ງຂັນກິລາ ທີ່ໃຫຍ່ກວ່າຊີເກມສ໌ ເປັນຕົ້ນ ເອຊ້ຽນເກມສ໌ ແລະ ອື່ນໆ.”
ທາງດ້ານຊາວລາວ ທີ່ຕິດຕາມການແຂ່ງຂັນ ຂອງທີມເຕະບານລາວ ກ່າວວ່າ ທ່ານເອງ ກໍຮູ້ສຶກພໍໃຈກັບຜົລງານ ຂອງທີມເຕະບານລາວ ທັງປະເພດ ທີມເຕະບານຊາຍ ແລະ ທີມເຕະບານຍິງ ເຖິງແມ່ນວ່າ ເຮັດຜົລງານໄດ້ບໍ່ດີ ແລະ ຕົກຮອບແບ່ງກຸ່ມກໍຕາມ ເພາະລ້ວນແຂ່ງຂັນ ກັບທີມທີ່ມີສີມືເກັ່ງກວ່າ, ແຕ່ກໍຢາກໃຫ້ ທີມເຕະບານລາວ ຊຸດນີ້ ມີການປັບປຸງ ແລະ ພັທນາຂຶ້ນ ເພື່ອຕຣຽມຄວາມພ້ອມ ສຳລັບເຂົ້າແຂ່ງຂັນ ຣາຍການອື່ນໆ ໃນອະນາຄົດ.
ດັ່ງທ່ານກ່າວວ່າ:
“ຄິດວ່າ ເຂົາເຈົ້າກະຫຼິ້ນເກມບຸກໃສ່ເນາະ. ແຕ່ລະທີມຫັ້ນ ຫຼິ້ນເກມບຸກໃສ່ ກະຖືວ່າຫຼິ້ນກັບທີມ ທີ່ແບບວ່າເກັ່ງ. ຄືມາເລເຊັຽ, ໄທຍ ກະບໍ່ໄດ້ຕັ້ງຮັບໃສ່, ຫັ້ນນ່າ. ຖືວ່າໜ້າຈະປັບ ໃນສ່ວນຂອງເກມຮັບນຳ. ຖືກລູກໂຕ້ກັບມາ ການບໍຣິຫານຈັດການທີມ ຍັງບໍ່ທັນໄດ້ພ້ອມ, ຫັ້ນນ່າ.”
ຂະນະທີ່ ອະດີດເຈົ້າໜ້າທີ່ ສຶກສາທິການ ແລະ ກິລາ ທ່ານນຶ່ງ ກ່າວວ່າ ຈຳນວນ 6 ຫຼຽນຄຳ ທີ່ນັກກິລາລາວ ຊິງມາໄດ້ ຈົນເຖິງເວລານີ້ ກໍເປັນທີ່ໜ້າພໍໃຈແລ້ວ ເພາະວ່າ ພາກສ່ວນທີ່ກ່ຽວຂ້ອງ ກໍມີງົບປະມານຈຳກັດ ສຳລັບນັກກິລາ ເຂົ້າຮ່ວມການແຂ່ງຂັນຊີເກມສ໌ ໃນເທື່ອນີ້. ອີກທັງການພັທນາ ຂອງວົງການກິລາລາວ ກໍມີຂໍ້ຈຳກັດຫຼາຍຢ່າງ. ດັ່ງນັ້ນ, ການທີ່ນັກກິລາລາວ ສາມາດຊິງຫຼຽນຄຳ ມາໄດ້ແຕ່ 6 ຫຼຽນ ກໍເປັນເຣື່ອງທີ່ໜ້າຍິນດີແລ້ວ.
ດັ່ງທ່ານກ່າວວ່າ:
“ໃນລະດັບລາວນ່າ ປະເທດທີ່ພວມພັທນາ ໄດ້ລະດັບນີ້ ດີອົກດີໃຈນຳຫັ້ນແຫຼະ ໃນການຝຶກຊ້ອມ ໃນການສູ້ຊົນ ໃນການຝຶກຝົນຫຼໍ່ຫຼອມ ພັທນາກິລາຕ່າງໆ ມັນພັທນາໄປພ້ອມໆກັນຫັ້ນແຫຼະ. ແຕ່ລະເທື່ອນີ້ ມັນໃຊ້ງົບປະມານເຕັມທີ່ ເທື່ອນີ້ຄົນແຮງໝົດຫຼາຍໆ.”
ຢ່າງໃດກໍຕາມ, ການແຂ່ງຂັນກິລາຊີເກມສ໌ 2023 ນີ້, ຍັງເຫຼືອການແຂ່ງຂັນອີກ 1 ມື້ ໃນວັນທີ 16 ພຶສພາ ກ່ອນທີ່ຈະມີພິທີປິດ ຢ່າງເປັນທາງການ ໃນວັນທີ 17 ພຶສພາ 2023, ເຊິ່ງທີມນັກກິລາລາວ ກໍຍັງມີໂອກາດ ໃນການຊິງຫຼຽນຣາງວັນ ເພີ່ມຕື່ມອີກ.
ການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 32 ນີ້, ປະເທດລາວ ສົ່ງນັກກິລາ ເຂົ້າຮ່ວມແຂ່ງຂັນທັງໝົດ 576 ຄົນ ຈາກກິລາ 32 ປະເພດ, ໂດຍເປົ້າໝາຍ ຂອງທີມນັກກິລາລາວ ໃນເທື່ອນີ້ ແມ່ນຕັ້ງເປົ້າໝາຍ ເອົາໄວ້ພຽງແຕ່ 5 ຫຼຽນຄຳ, ແຕ່ມາຮອດປັດຈຸບັນ ໄດ້ໄປແລ້ວ 6 ຫຼຽນຄຳ ຖືວ່າເກີນເປົ້າໝາຍ ທີ່ວາງໄວ້.
ສຳລັບການແຂ່ງຂັນກິລາຊີເກມສ໌ ຄັ້ງທີ 31 ທີ່ຈັດຂຶ້ນ ຢູ່ປະເທດວຽດນາມ ເມື່ອປີ 2022 ທີ່ຜ່ານມາ, ທີມນັກກິລາລາວ ສາມາດຊິງຫຼຽນຄຳ ໄດ້ 2 ຫຼຽນ, ຫຼຽນເງິນ 7 ຫຼຽນ ແລະ ຫຼຽນທອງ 33 ຫຼຽນ. ຖືກຈັດຢູ່ໃນລຳດັບທີ 9 ຂອງປະເທດ ທີ່ໄດ້ຫຼຽນຄຳ ຫຼາຍທີ່ສຸດ.
ທີມນັກກິລາລາວ ສາມາດຊິງຫຼຽນຄຳ ຫຼຽນທຳອິດ ໃຫ້ແກ່ປະເທດ ໄດ້ ເກີດຂຶ້ນເມື່ອກິລາຊີເກມສ໌ ຄັ້ງທີ 20 ທີ່ປະເທດບຣູໄນ ເປັນເຈົ້າພາບ ເມື່ອປີ 1999 ແລະ ທີມນັກກິລາລາວ ເຄີຍໄດ້ຫຼຽນຄຳຫຼາຍທີ່ສຸດ ໃນການແຂ່ງຂັນກິລາຊີເກມສ໌ ແມ່ນເກີດຂຶ້ນ ໃນຄັ້ງທີ 25 ທີ່ປະເທດລາວ ເປັນເຈົ້າພາບຈັດການແຂ່ງຂັນ, ໂດຍໃນຄັ້ງນັ້ນ, ທີມນັກກິລາລາວ ໄດ້ຫຼຽນຄຳ 33 ຫຼຽນ, ຫຼຽນເງິນ 25 ຫຼຽນ ແລະ ຫຼຽນທອງ 52 ຫຼຽນ ຖືກຈັດຢູ່ໃນລຳດັບທີ 7 ຂອງປະເທດ ທີ່ໄດ້ຫຼຽນຄຳ ຫຼາຍທີ່ສຸດ.