ທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີ ຂອງກັມພູຊາ ຖືກປະນາມ

ທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີ ກັມພູຊາ ຖືກປະນາມ ຈາກກຸ່ມວິພາກວິຈານ ຣັຖບານ ແລະ ປະຊາຊົນກັມພູຊາ ທີ່ບໍ່ໃຫ້ ພຣະມະຫາ ກະສັດ ກັມພູຊາ ເປັນຜູ້ເປີດງານ ມະຫາກັມກິລາ ສີເກມສ໌ (SEA Games) ກຸ່ມດັ່ງກ່າວເວົ້າວ່າ ທ່ານ ຮຸນເຊນ ເປັນຄົນທໍລະຍົດຊາຕ. ສິດນີ
2023.05.07
ທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີ ຂອງກັມພູຊາ ຖືກປະນາມ ພຣະມະຫາກະສັດ ກັມພູຊາ ທ່ານ ນະໂຣດົມ ສີຫະມຸນີ ທັກທາຍ ນາຍົກຣັຖມົນຕຣີ, ທ່ານ ຮຸນເຊນ ໃນງານສົງການປະຈຳປີ ທີ່ ໂຕນເລສາບ ນະຄອນຫຼວງພະນົມເປນ.
Reuters

ທ່ານ ຮຸນເຊນ ນາຍົກຣັຖມົນຕຣີ ກັມພູຊາ ປະກາດວ່າ ທ່ານ ຈະເປັນປະທານ ເປີດງານມະຫາກັມ ກິຊາຊີເກມສ໌ເອງ ໃນມື້ວັນສຸກນີ້ ບໍ່ແມ່ນພຣະມະຫາກະສັດ ກັມພູຊາ ທ່ານ ນະໂຣດົມ ສີຫະມຸນີ ເປັນຜູ້ເປີດ ເຮັດໃຫ້ປະຊາຊົນກັມພູຊາແລະກຸ່ມວິພາກວິຈານຣັຖບານປະນາມທ່ານຢ່າງໜັກ ກຸ່ມດັ່ງກ່າວເວົ້າວ່າ ທ່ານຮຸນເຊັນ ເປັນຜູ້ທໍຣະຍຸດຊາຕບໍ່ເຄົາຣົບນັບຖື ສຖາບັນພຣະມະຫາກະສັດ.

ກັມພູຊາເປັນເຈົ້າພາບ ກິລາຊີເກມ ເທື່ອທຳອິດ ລະຫວ່າງວັນທີ 5-17 ເດືອນ ພືສພາປີນີ້ ຊຶ່ງການແຂ່ງຂັນຈະປະກອບດ້ວຍ 26 ປະເພດກິລາ ໃນສນາມກິລາທີ່ມີຕັ່ງນັ່ງ 60,000 ຕັ່ງທີ່ກູ້ເງີນຈີນມາສ້າງ.

ໃນປະເທດທີ່ເປັນເຈົ້າພາບ ຕາມກົດຣະບຽບແລ້ວ ຖ້າປະເທດທີ່ມີກະສັດ ຕ້ອງໃຫ້ຕັ່ງນັ່ງສຳລັບກະສັດທາງໜ້າແລະໃຫ້ກຽດພຣະອົງ ປະກາດເປີດການແຂ່ງຂັນບໍ່ແມ່ນນາຍົກຣັຖມົນຕຣີ.

ກະສັດ ນະໂຣດົມ ສີຫະມຸນີ ເປັນພຣະຣາຊໂອຣົສຫລ້າ ຂອງມື້ລາງເຈົ້ານະໂຣດົມ ສີຫະນຸ ເປັນກະສັດກັມພູຊາ ທີ່ບໍ່ມີໜ້າທີ່ທາງດ້ານການເມືອງ. ພຣະອົງ ບໍ່ເຄີຍໃຫ້ຄຳເຫັນໃດໆ ກ່ຽວກັບກົດໝາຍຂອງຊາຕຍ້ອນບໍ່ຢາກຍຸ້ງກ່ຽວ ກັບການປົກຄອງຂອງຣັຖບານ.

ທ່ານ ຮຸນເຊນ ອາຍຸ 70 ປີ ປົກຄອງກັມພູມາ ມາແຕ່ປີ 1985 ໃຊ້ອຳນາດການປົກຄອງ ຢ່າງສຽບຂາດ ໃນການບັງຄັບໃຊ້ກົດໝາຍ ກັບປະຊາຊົນ ແລະສມາກຊິກພັກການເມືອງ, ພັກຕ່າງໆໃນກັມພູຊາ ເພື່ອຊະນະການເລືອກຕັ້ງ ແລະເພື່ອສືບທອດອຳນາດ ການປົກຄອງ ໄປໃຫ້ລູກຊາຍຂອງທ່ານ ຫລັງຈາກທ່ານ ບຳນານ ຄື ນາຍພົລຮຸ່ນມາເນດ.

ກັມພູຊາ ຈະມີການເລືອກຕັ້ງ ທົ່ວປະເທດ ໃນເດືອນກໍຣະກະດາ ປີນີ້ ຊຶ່ງພັກຣັຖບານທີ່ນຳໂດຍທ່ານ ຮຸນເຊນ ຄາດວ່າ ຈະຊະນະການເລືອກຕັ້ງ ຢ່າງຖ້ວມລົ້ນ ຍ້ອນວ່າ ພັກຄູ່ແຂ່ງ ເປັນຕົ້ນ ພັກ ກູ້ຊາຕກັມພູຊາ ຫລື ພັກ Candlelight Party ຂອງທ່ານ ສົມ ຣັງສີ ຊຶ່ງເປັນພັກການເມືອງ ທີ່ປະຊາຊົນຊາວກັມພູຊາ ນີຍົມຫລາຍ, ສະມາຊິກພັກຫລາຍຄົນ ຖືກຈັບເຂົ້າຄຸກ ແລະຖືກທຳຮ້າຍຮ່າງກາຍ ແລະຜູ້ສະມັກຫລາຍຄົນ ລາອອກຈາກພັກ ບໍ່ຢາກສະມັກ ຍ້ອນຄວາມບໍ່ປອດພັຍ ຕໍ່ຊີວີດຂອງພວກເຂົາເຈົ້າແລະຄອບຄົວ ມີພັກເລັກ ພັກນ້ອຍ ອື່ນໆທີ່ປະຊາຊົນ ບໍ່ນິຍົມປານໃດ ເຂົ້າແຂ່ງຂັນການເລືອກຕັ້ງ ແຂ່ງກັບພັກຣັຖບານ ຈື່ງຈະເຮັດໃຫ້ພັກຣັຖບານ ຊະນະການເລືອກຕັ້ງຄັ້ງນີ້.

ໃນພີທີເປີດ ທ່າເຮືອນ້ຳເລິກທີ່ສ້າງໂດຍຈີນ ເພື່ອຂົນສົ່ງສິນຄ້າ ທາງທະເລ ສ່ວນໃຫຍ່ຈະເປັນສິນຄ້າຈາກຈີນ ທ່ານ ຮຸນເຊນ ເປັນປະທານເປີດ ທ່ານໄດ້ກ່າວຕໍ່ ກຸ່ມທີ່ປະນາມທ່ານວ່າ:

ກະສັດບໍ່ໄດ້ປະຕິບັດໜ້າທີ່ ຂອງນາຍົກຣັຖມົນຕຣີ ແລະນາຍົກຣັຖມົນຕຣີ ກໍບໍ່ໄດ້ປະຕິບັດຫນ້າທີ່ ຂອງກະສັດ ພຣະອົງ ແລະ ຂ້າພະເຈົ້າ ຈະຮ່ວມກັນຖືໂຄມໄຟ ກິລາຊີເກມສ໌ ຍ່າງນຳກັນໃນສນາມກິລາຕໍ່ຫນ້າ ຝຸງຊົນ ແລະແຂກຕ່າງປະເທດ ກ່ອນການເປີດພີທີ ໃນວັນດັ່ງກ່າວ.

ແຕ່ກຸ່ມນັກວິເຄາະ ທາງດ້ານການເມືອງ ໃນກັມພູຊາ ທີ່ມີສູນກາງຢູ່ ປະເທດ Finland ເຊິ່ງປະທານ ກຸ່ມດັ່ງກ່າວ ຄື ທ່ານ Kim Sok ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ຜແນກພາສາຂະເມນວ່າ ການກະທຳຂອງທ່ານ ຮຸນເຊນ ສ້າງຄວາມເສັຽຫາຍ ຕໍ່ສະຖາບັນພຣະມະຫາກະສັດ. ກັມພູຊາ ເຣີ່ມແຕ່ຣຸ້ນ ປູ່ຍາຕາຍາຍ ແລະບັນພຣະບຸຣຸສ ຂອງກະສັດ ທີ່ປະຊາຊົນຊາວກັມພູຊາ ເຄົາຣົບນັບຖື ສືບທອດກັນມາ ຈົນຮອດປັດຈຸບັນ ຖືກລົບລູ່.

ທ່ານວ່າ ມັນບໍ່ເປັນພຽງແຕ່ ການລະເມີດສະຖາບັນ ພຣະມະຫາກະສັດກັມພູຊາ ເທົ່ານັ້ນ ມັນຍັງເປັນການທໍລະຍົດຊາຕ ສາສນາ ແລະ ພຣະມະຫາກະສັດນຳອີກ ແລະບໍ່ແມ່ນແຕ່ຕໍ່ໜ້າ ປະຊາຊົນກັມພູຊາ ໃນສນາມກິລາດັ່ງກ່າວ ມັນຕໍ່ໜ້ານານາຊາຕ ທີ່ເຂົ້າມາເບີ່ງການເປີດພິທີແຂ່ງຂັນ ນຳອີກ.

ທ່ານ David Hutt ນັກຂ່າວ ແລະນັກຄົ້ນຄົ້ວ ກ່ຽວກັບການເມືອງເອເຊັຽ ຈາກສະຖາບັນຄົ້ນຄົ້ວປະເທດ ຢູໂຣບກ່າວວ່າ ການກະທຳດັ່ງກ່າວ ຂອງກຸ່ມວິພາກ ວິຈານຣັຖບານ ກັມພູຊາ ແມ່ນເພື່ອສ້າງຄວາມແຕກແຍກ ລະຫວ່າງ ນາຍົກຣັຖມົນຕຣີ ກັບສະຖາບັນພຣະມະກະສັດ ໃນກັມພູຊາ.

ທ່ານວ່າ ມັນເປັນຍຸທວິທີ ຂອງກຸ່ມວິພາກວິຈານຣັຖບານ ທີ່ຢາກເຮັດໃຫ້ນາຍົກຣັຖມົນຕຣີ ຂາດຄວາມເຊື່ອຖື ດ້ວຍການກ່າວຫາວ່າ ນາຍົກຣັຖມົນຕີ ເປັນຄົນທໍລະຍົດຊາຕ ແລະສະຖາບັນພຣະມະຫາກະສັດ ເພື່ອຢາກໃຫ້ປະຊາຊົນ ກັມພູຊາຄົນທັມມະດາ ລຸກຂຶ້ນຕໍ່ຕ້ານຣັຖບານ ແຕ່ສະຖາບັນພຣະມະຫາກະສັດໃນກັມພູຊາ ຖືເປັນແກມສ໌ກິລາ Football ທາງດ້ານການເມືອງ ມາແຕ່ດົນແລ້ວ.

ທ່ານວ່າ ຄວາມຂັດແຍ່ງລະຫວ່າງທ່ານ ຮຸນເຊນ ກັບສະຖາບັນພຣະມະຫາກະສັດ ໃນກັມພູຊາ ຖືກປົກປ້ອງ ຈາກສະຖາບັນພຣະມະຫາກະສັດ.

ທ່ານ Hutt ຍັງບອກອີກວ່າ ທ່ານ ຮຸນເຊນ ປຽບທ່ານເອງ ເໝືອນເປັນກະສັດ ກັມພູຊາ ໂດຍສະເພາະໃນແຜນການທີ່ທ່ານ ຈະສືບທອດອຳນາດ ການປົກຄອງກັມພູຊາ ໃຫ້ລູກຊາຍຂອງທ່ານ ຫລັງຈາກບຳນານ ແລະຕໍ່ໄປເລື້ອຍໆ ໃນອະນາຄົດ.

ທ່ານ Kim Sok ປະທານກຸ່ມ ວິພາກວິຈານ ຣັຖບານ ບອກວ່າ ກຸ່ມຂອງພວກທ່ານ ບໍ່ໄດ້ມີເຈຕະນາ ຢາກສ້າງຄວາມແຕກແຍກ ລະຫວ່າງນາຍົກຣັຖມົນຕຣີ ກັບສະຖາບັນພຣະມະກະສັດ ແຕ່ຢ່າງໃດ ມີແຕ່ຢາກສ້າງຄວາມເຂົ້າໃຈ ລະຫວ່າາງສອງຝ່າຍ ເທົ່ານັ້ນ ແລະຢາກປຽບທຽບ ການປະຕິບັດຕໍ່ສະຖາບັນ ພຣະມະຫາກະສັດ ໃນກັມພູຊາ ກັບສະຖາບັນ ພຣະມະຫາກະສັດ ໃນປະເທດເພື່ອນບ້ານ.

ທ່ານ Seng Sary ນັກຄົ້ນຄົ້ວ ກ່ຽວກັບການພັທນາສັງຄົມ ໃນກັມພູຊາ ທີ່ມີສູນກາງຢູ່ ບາງກອກ ປະເທດໄທຍ ກ່າວວ່າ ທ່ານ ຮຸນເຊນ ມີຄວາມໂກດແຄ້ນ ຢ່າງໃຫຍ່ ເມື່ອກຸ່ມວິພາກ ວິຈາກ ຣັຖບານກ່າວຫາວ່າ ທ່ານບໍ່ເຄົາຣົບນັບຖື ສະຖາບັນ ພຣະມະຫາກະສັດ ກັມພູຊາ.

ທ່ານເວົ້າວ່າ “ນາຍົກຣັຖມົນຕຣີ ກັມພູຊາ ຮູ້ສຶກບໍ່ສະບາຍໃຈ ເມື່ອຖືກປຽບທຽບວ່າ ສະຖາບັນພຣະມະຫາກະສັດ ທີ່ມີການປົກປ້ອງ ດ້ວຍກົດໝາຍຣັຖທັມມະນູນ ແລະເປັນສະຖາບັນການປົກຄອງ ຊັ້ນສູງ ບໍ່ສາມາດລົບລູູ່ໄດ້ ແຕ່ຕຳແໜ່ງນາຍົກຣັຖມົນຕຣີ ເປັນພຽງປະທານ ໃນຂແນງການ ບໍຣິຫານເທົ່ານັ້ນ ເຊິ່ງສາມາດລຶບລ້າງໄດ້.

ກ່ຽວກັບການເລືອກຕັ້ງ ສະມາຊິກສະພາຜູ້ແທນຣາສດອນ ທົ່ວປະເທດ ໃນກັມພູຊາ ໃນເດືອນກໍຣະກະດາປີນີ້.

ວ່າງອາທິດຜ່ານມາ ພັກການເມືອງ ຝ່າຍຄ້ານ ໃນກັມພູຊາ ຫລາຍພັກ ກໍໄດ້ເລື່ອນການຈົດທະບຽນ ຜູ້ສມັກແຂ່ງຂັນ ການເລືອກຕັ້ງຍ້ອນວ່າ ສະມາຊິກຂອງກຸ່ມດັ່ງກ່າວ ຫລາຍຄົນຖືກຈັບ, ຖືກທຳຮ້າຍຮ່າງກາຍ ແລະຖືກນາບຂູ່ ຈາກພັກຣັຖບານ ຂອງທ່ານ ຮຸນເຊນ.

ພັກການເມືອງຕ່າງໆ ທີ່ຈະເຂົ້າແຂ່ງຂັນ ມີກຳນົດວັນເວລາໃນການສົ່ງລາຍຊື່ ຜູ້ສມັກໃຫ້ຄະນະກັມມະການເລືອກຕັ້ງ ລະຫວ່າງວັນທີ 24 ເດືອນເມສາ ຫາ ວັນທີ 8 ເດືອນພຶສພາ.

ພັກຝ່າຍຄ້ານ ຜູ້ທີ່ໄດ້ຮັບຄວາມນິຍົມ ຈາກປະຊາຊົນກັມພູຊາ ຫລາຍກວ່າພັກອື່ນໆ ຮວມທັງພັກຣັຖບານຄື ພັກ Candlelight Party ຂອງທ່ານ ສົມ ຣັງສີ ມີຄວາມຍຸ້ງຍາກ ໃນການຮັບຜູ້ຈະລົງສມັກເລືອກຕັ້ງ ຈາກເຂດຕ່າງໆ ຂອງພັກ ຍ້ອນວ່າ ຫລາຍຄົນ ທີ່ມີຊື່ໃນບັນຊີເລືອກຕັ້ງ ຍົກເລີກການເປັນຜູ້ສມັກ ເພາະຖືກນາບຂູ່ ແລະຖືກທຳຮ້າຍຮ່າງກາຍ ຈາກພັກຣັຖບານ ພວກເຂົາເຂົ້າ ຢ້ານເປັນອັນຕະຣາຍ ຕໍ່ຊີວິດ ແລະຄອບຄົວ.

ທ່ານ Kim Sour Phirith ໂຄສົກພັກ Candlelight Party ກ່າວວ່າ:

ສະມາຊິກພັກ Candlelight Party ໂດຍສະເພາະໃນເຂດເລືອກຕັ້ງ ກຸງພະນົມເປນ ຫລາຍຄົນຖືກທຳຮ້າຍຮ່າງກາຍ. ກຸ່ມດັ່ງກ່າວມີຄວາມຢ້ານກົວ ຕໍ່ຊີວິດຂອງພວກຂະເຈົ້າ ແລະຄອບຄົວ ທ່ານວ່າ ມັນເປັນສິ່ງທີ່ບໍ່ດີ ຕໍ່ປະເທດຂອງພວກເຮົາ ຍ້ອນວ່າ ພັກການເມືອງ ພັກດຽວ (ພັກຣັຖບານ) ທັບມ້າງພັກຝ່າຍຄ້ານ ແລະພັກທີ່ແຂ່ງ ກັບພັກຣັຖບານ.

ທ່ານ ຍັງກ່າວອີກວ່າ ພັກ Candlelight Party ຍັງທົບທວນຜູ້ຈະສມັກອີກໃໝ່ ແລ້ວຈະລົງທະບຽນພວກເຂົ່ເຈົ້າ ກັບ ຄະນະກັມມະການ ເລືອກຕັ້ງກ່ອນວັນທີ 8 ພຶສພາປີນີ້.

ສຳລັບພັກອື່ນໆ ທີ່ຈະເຂົ້າແຂ່ງຂັນການເລືອກຕັ້ງ ເທື່ອນີ້ ກໍມີບັນຫາຍຸ້ງຍາກໃນການຮັບ ຜູ້ສມັກເລືອກຕັ້ງ ແລະການລົງທະບຽນ ຜູ້ສມັກເລືອກຕັ້ງເໝືອນກັນ ຍ້ອນການນາບຂູ່ ແລະທຳຮ້າຍຮ່າງກາຍ ຈາກພັກຣັຖບານ, ອີງຕາມຄຳໃຫ້ການຂອງ ທ່ານ Sam Kuntheamy ຜູ້ອຳນວຍການ ສິ້ງຊອມ ການເລືອກຕັ້ງ ໃນກັມພູຊາ.

ທ່ານວ່າ ການໂຈມຕີສມາຊິກ ພັກຝ່າຍຄ້ານ ສ້າງຈຸດດ່າງດຳ ຕໍ່ການເລືອກຕັ້ງ ໃນກັມພູຊາ ໂດຍເວົ້າວ່າ:

ທ່ານບໍ່ຢາກເຫັນເຫດການດັ່ງກ່າວ ເກີດຂຶ້ນໃນກັມພູຊາອີກ ຍ້ອນວ່າສພາບການທາງດ້ານການເມືອງ ໃນປັດຈຸບັນທຸກຝ່າຍ ແມ່ນຕຽມພ້ອມໃນການເລືອກຕັ້ງ ເຫດຄວາມວຸ້ນວາຍທາງດ້ານການເມືອງ ຕ້ອງຢຸດຕິ.

ເຫດການ ຄວາມວຸ້ນວາຍເກີດຂຶ້ນ ກັບສະມາຊີກພັກຝ່າຍຄ້ານ, ວ່າງທ້າຍອາທິດຜ່ານມາ ມີຜູ້ຮ້າຍ 4 ຄົນຂີ່ຣົຖຈັກ ທຳຮ້າຍຜູ້ສມັກພັກຝ່າຍຄ້ານພັກ Candlelight Party ຢູ່ກຸງພະນົມເປັນ ໂດຍໃຊ້ຄອ້ນເຫລັກຕີລາວ ຫລາຍຄັ້ງ ນອກຈາກນັ້ນ ສມາຊີກພັກຝ່າຍຄ້ານດັ່ງກ່າວອີກ 6 ຄົນຖືກຕີແລະຄົນນື່ງບອກວ່າ ຣົຖຂອງນາງຖືກຕຳດ້ວຍຣົຖ ຂອງຄົນແປກໜ້າ ບໍ່ມີການສືບສວນ ຈາກເຈົ້າໜ້າທີ່ຕຳຣວດເລີຍ.

ໃນປັດຈຸບັນ ຄາດວ່າ ມີພັກການເມືອງພັກເລັກພັກນ້ອຍ ໃນກັມພູຊາ ປະມານ 40 ພັກ ຖືກອະນຸຍາດຢ່າງເປັນທາງການ ຈາກກະຊວງມະຫາດໄທ ກັມພູຊາ ໃຫ້ສາມາດເຂົ້າແຂ່ງການເລືອກຕັ້ງ ຄັ້ງນີ້ໄດ້ ແຕ່ຫລາຍພັກ ບໍ່ເຂົ້າເລືອກຕັ້ງຍ້ອນການທຳຮ້າຍຮ່າງກາຍ ແລະທ້າທາຍໂຈມຕີ ຕ່າງໆນານາຈາກພັກຣັຖບານ ຂອງທ່ານ ຮຸນເຊນ ຜູ້ຢາກຊະນະການເລືອກຕັ້ງ ແບບນອກລະບົບ. ສະບາຍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.