ປະຊາຊົນລາວໃຫ້ຄວາມສົນໃຈ ຕິດຕາມເບິ່ງກິລາໂອລິມປິກ ແຕ່ບໍ່ຄາດຫວັງຜົນ
2024.08.09

ຄົນລາວຈຳນວນຫຼາຍໄດ້ໃຫ້ຄວາມສົນໃຈ ແລະ ຕິດຕາມເບິ່ງການແຂ່ງຂັນກິໂລໂອລິມປິກ 2024 ທີ່ນະຄອນຫຼວງປາຣິສ ປະເທດຝຣັງ ເຊີ່ງຕິດຕາມປະເພດກິລາຕ່າງ ໆ ໂດຍສະເພາະກິລາປະເພດທີ່ມີທີມຈາກປະເທດໃນອາຊ້ຽນເຂົ້າແຂ່ງຂັນ ແລະ ມີຄວາມຫວັງຫຼາຍ ທີ່ສຸດໃນການໄດ້ຫຼຽນລາງວັນ. ແຕ່ກໍ່ບໍ່ໄດ້ຄາດຫວັງຜົນງານຂອງນັກກິລາລາວທີ່ເຂົ້າຮ່ວມການແຂ່ງຂັນໃນເທື່ອນີ້ ຍ້ອນເຫັນວ່ານັກກິລາລາວກໍ່ລ້ວນແຕ່ເຂົ້າຮ່ວມແຂ່ງຂັນເພື່ອຫາປະສົບການ. ດັ່ງປະຊາຊົນລາວທີ່ຕິດຕາມຊົມກິລາໂອລີມປິກກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 09 ສິງຫາ ນີ້ວ່າ.
“ ເວົ້າຈັ່ງຊັ້ນແຫຼະຢາກວ່າຊັ້ນແຫຼະກາເຂົ້າຮ່ວມແຫຼະເພາະວ່າລາວນີ້ໂອໄກຫຼາຍກາຄືຮູ້ແຫຼະເນາະລາວປະເທດທີ່ວ່າຍັງໜຸ່ມນ້ອຍຫັ້ນແຫຼະຕິດຕາມຢູ່ຕະຫຼອດເພາະວ່າໄທໄດ້ 1 ຫຼຽນຄຳກາດີໃຈນໍານາງ ເທນນິສ ຕີເຕະເທຄວັນໂດຫັ້ນເດ້ຢູ່ໂຕກຽວເພິ່ນກາໄດ້ແລ້ວກາຢູ່ປາຣິສກາໄດ້ອີກຫັ້ນນ່າດີໃຈນໍາ”
ສ່ວນປະຊາຊົນລາວອີກທ່ານໜຶ່ງກ່າວວ່າທ່ານເອັງກໍ່ຕິດຕາມເບິ່ງກິລາໂອລິມປິກໃນຫຼາກຫຼາຍປະເພດກິລາເນື່ອງຈາກເປັນຜູ້ຫຼີ້ນກິລາຢູ່ແລ້ວໂດຍຕິດຕາມຜ່ານການເບິ່ງຈາກໂທລະພາບຂອງປະເທດເພື່ອນບ້ານຫຼືຕິດຕາມການຖ່າຍທອດສົດຜ່ານສື່ສັງຄົມອ໋ອນລາຍຕ່າງ ໆ. ສ່ວນເວົ້າເລື່ອງຜົນຂອງການແຂ່ງຂັນກິລາລາວໃນການແຂ່ງຂັນເທື່ອນີ້ທ່ານກໍ່ບໍ່ມີຄຳເຫັນແນວໃດ. ດັ່ງທ່ານກ່າວວ່າ.
“ ຕິດຕາມເຈົ້າໂອທີວີແລ້ວກາສື່ອ໋ອນລາຍຕ່າງ ໆ ຕາມເຟສມີກິທາມີນັກແລ່ນຍິງ-ຊາຍແລ້ວກາມີຍິມນາສຕິກບານເຕະຄືເກືອບໝົດ”
ປະຊາຊົນລາວອີກທ່ານກ່າວວ່າທ່ານເອັງກໍ່ເບິ່ງແລະຕິດຕາມຂ່າວການແຂ່ງຂັນກິລາໂອລິມປິກລວມທັງການແຂ່ງຂັນນັກກິລາລາວທັງ 4 ຄົນ ທີ່ເຂົ້າຮ່ວມການແຂ່ງຂັນນໍາດ້ວຍແຕ່ໃຫ້ຄວາມສົນໃຈແລະຕິດຕາມໃຫ້ກຳລັງໃຈນັກກິລາຈາກປະເທດໄທເປັນພິເສດເປັນຕົ້ນນັກກິລາເທຄວັນໂດແລະນັກກິລາຕີດອກປີກໄກ່ເນື່ອງຈາກມີຄວາມຫວັງຫຼາຍທີ່ສຸດໃນການຄ້ວາຫຼຽນລາງວັນ.
“ ເອີໄດ້ເບິ່ງ ໆ ມີ 4 ຄົນໄດ້ເບິ່ງຢູ່ເບິ່ງທົ່ວໄປຫັ້ນແຫຼະເຈົ້າກິລາເບິ່ງຝັ່ງໄທກາເບິ່ງຫຼາຍຫັ້ນແຫຼະຄົນລາວກາເບິ່ງ”
ອະດີດຄູຝຶກກິລາເທຄວັນໂດລາວທ່ານກ່າວວ່າທ່ານກໍ່ຕິດຕາມເບິ່ງການແຂ່ງຂັນກິລາໂອລິມປິກແບບໂດຍລວມທົ່ວໄປແຕ່ກໍ່ຕິດຕາມເຊັຍນັກກິລາເທຄວັນໂດຍີງຂອງໄທຫຼາຍເປັນພິເສດແລະຕິດຕາມຜົນງານຢູ່ກ່ອນແລ້ວໂດຍເບິ່ງຜ່ານການຖ່າຍທອດສົດທາງຊ່ອງໂທລະພາບຈາກປະເທດໄທເປັນຫຼັກເນື່ອງຈາກຊ່ອງໂທລະພາບໃນລາວບໍ່ມີການຖ່າຍທອດສົດເທື່ອ. ດັ່ງທ່ານໄດ້ກ່າວວ່າ.
“ ກາເບິ່ງໂດຍລວມເລີຍທີມໄທກາເຊັຍເຊັຍເທນນິສຫັ້ນແຫຼະເຊັຍໝົດເຈົ້າອັນນີ້ເບິ່ງທາງຊ່ອງໄທຝັ່ງໄທໝົດເພາະວ່າມັນບໍ່ເຫັນນ່າບໍ່ຄ່ອຍມີຖ່າຍທອດປານໃດຢູ່ບ້ານເຮົານ່າຂົາເຈົ້າໂພສລົງໃນເຟສບຸກແມ່ນຫຍັງຫຼາຍກ່ວາ”
ເຈົ້າໜ້າທີ່ຄະນະກໍາມະການໂອລິມປິກລາວທ່ານກ່າວວ່າສໍາລັບການແຂ່ງຂັນໂອລິມປິກ 2024 ນີ້ກໍ່ບໍ່ມີການຖ່າຍທອດສົດໃນປະເທດລາວຍ້ອນບໍ່ມີພາກສ່ວນໃດຊື້ລິກຂະສິດຖ່າຍທອດສົດກິລາໂອລິມປິກໃຫ້ຄົນລາວໄດ້ຊົມຄືດັ່ງທີ່ຜ່ານມາເຊີ່ງມີແຕ່ເຈົ້າໜ້າທີ່ຄະນະກຳມະການໂອລິມປີກລາວທີ່ຕິດຕາມນັກກິລາໄປປະເທດຝຣັງໄດ້ມີການຖ່າຍທອດສົດຫຼືລາຍງານສົດຜ່ານທາງສື່ສັງຄົມອ໋ອນລາຍໃຫ້ຮັບຊາບກັນ. ດັ່ງທ່ານກ່າວວ່າ.
“ ສະເພາະເປັນຂອງໂອລິມປິກພວກເຮົາບໍ່ມີການຖ່າຍທອດສົດທີ່ຜ່ານມາມັນກາບໍ່ຄ່ອຍມີຖ່າຍທອດສົດເລີຍນ່າບາງເທື່ອຄົນຄະນະກິລາທີ່ໄປຮ່ວມງານແມ່ນເພິ່ ນຈະຖ່າຍທອດວີດີໂອທາງໂທລະສັບໃຫ້ເບິ່ງ”
ສໍາລັບນັກລິກາລາວ 4 ຄົນ ທີ່ເຂົ້າຮ່ວມການແຂ່ງຂັນກິລາ ໂອລິມປິກ 2024 ປະກອບດ້ວຍ ນາງ ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຢິມນາສຕິກຍີງ, ນາງ ສິລິນາ ພະອາໄພ ນັກກິລາແລ່ນ-ລານ ຍິງ ລາຍການ 100 ແມັດ, ນາງ Dirkz Wager Ariana Southa ນັກກິລາລອຍນໍ້າຍິງເຊື້ອສາຍລາວ ສັນຊາດອາເມຣິກາ ແລະ ທ້າວ ສະຕີເວັ້ນ ອິນສີຊຽງໃໝ່ ນັກກິລາລອຍນໍ້າຊາຍເຊື້ອສາຍລາວ ສັນຊາດອາເມຣິກາ.
ເຖີງວ່າການແຂ່ງຂັນກິລາໂອລິມປິກເທື່ອນີ້ນັກກິລາລາວຈະບໍ່ໄດ້ຮັບຫຼຽນລາງວັນແຕ່ນັກກິລາບາງຄົນກໍ່ໄດ້ຮັບຄຳຍ້ອງຍໍຈາກແຟນກິລາທົ່ວໂລກໂດຍສະເພາະ ນາງ ສິລິນາ ພະອາໄພ ທີ່ສະແດງເຖີງນໍ້າໃຈນັກກິລາດ້ວຍການແລ່ນໄປເບິ່ງແຍງຄູ່ແຂ່ງຂັນທີ່ກຳລັງໄດ້ຮັບບາດເຈັບຈົນໄດ້ຮັບຄຳຍ້ອງຍໍຈາກທົ່ວໂລກ.
ຕາມສະຖິຕິຜ່ານມາປະເທດລາວໄດ້ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກເປັນເທື່ອທຳອິດທີ່ສະຫະພາບໂຊຫວຽດເປັນເຈົ້າພາບໃນປີ 1980 ແຕ່ອີກ 4 ປີຕໍ່ມາກໍ່ໄດ້ສົ່ງນັກກິລາເຂົ້າຮ່ວມໂອລິມປິກປີ 1984 ທີ່ສະຫະລັດອາເມຣິກາເປັນເຈົ້າພາບຈົນກະທັ່ງໄດ້ກັບມາສົ່ງນັກກິລາເຂົ້າແຂ່ງຂັນກິລາໂອລິມປິກໃນປີ 1988 ທີ່ປະເທດເກົາຫຼີໃຕ້ແລະຫຼັງຈາກນັ້ນກໍ່ສືບຕໍ່ສົ່ງນັກກິລາເຂົ້າຮ່ວມເລື້ອຍ ໆ ແຕ່ກໍ່ຍັງບໍ່ທັນມີນັກກິລາລາວຄົນໃດທີ່ສາມາດໄດ້ຫຼຽນລາງວັນຈາກກິລາໂອລິມປິກ.