ເຣື້ອງທີ່ເກັບບັນທຶກໄວ້
2022-12-30
ສະຖານທູຕ ສະຫະຣັຖ ອາເມຣິກາ ປະຈຳ ສປປ ລາວ ຈະນໍາເອົາຄຣູສອນ ພາສາອັງກິດ ມາຊ່ອຍຝຶກອົບຮົມ ພາສາອັງກິດ ໃຫ້ຄຣູໃນປະເທດລາວ, ຂະນະທີ່ ນັກສຶກສາຈຳນວນນຶ່ງ ເຫັນວ່າ ພາສາອັງກິດ ຍັງມີຄວາມສຳຄັນຫຼາຍກວ່າ ພາສາອື່ນ ໃນປັດຈຸບັນ.
2022-12-30
ປະທານ ສານປະຊາຊົນສູງສຸດ ຍອມຮັບວ່າ ຜູ້ພິພາກສາ ແລະເຈົ້າໜ້າທີ່ ສານຈໍານວນນຶ່ງ ມີການລະເມີດຈັນຍາທັມ ແລະປະພຶດໂຕ ບໍ່ເປັນທີ່ເຄົາຣົບເຊື່ອຖືຂອງປະຊາຊົນ ເປັນບັນຫານຶ່ງທີ່ຍັງເປັນຂໍ້ຄົງຄ້າງ ທີ່ສານປະຊາຊົນສູງສຸດ ຍັງຈະຕ້ອງໄດ້ແກ້ໄຂຕໍ່ໄປ.
2022-12-30
ກອງປະຊຸມ ສະພາແຫ່ງຊາຕ ໄດ້ປິດລົງຢ່າງເປັນທາງ ໃນວັນທີ 30 ທັນວາ 2022 ໂດຍ ມີ ທ່ານ ໄຊສົມພອນ ພົມວິຫານ ປະທານ ແລະ ຄະນະຣັຖບານເຂົ້າຮ່ວມ ຊຶ່ງມີຫຼາຍບັນຫາ ທີ່ຍັງບໍ່ສາມາດປະສົບຜົນສຳເຣັດ ໃນໄລຍະທີ່ຜ່ານມາ ເປັນຕົ້ນບັນຫາຢາເສບຕິດ.
2022-12-30
ມີການປະກາດແຕ່ງຕັ້ງ ແລະ ໃຫ້ສະພາຮັບຮອງ ເອົານາຍົກຣັຖມົນຕຣີ ຜູ້ໃໝ່ ແທນທ່ານ ດຣ. ພັນຄຳ ວິພາວັນ ທັນທີ ຄືໄດ້ແຕ່ງຕັ້ງ ທ່ານ ດຣ. ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ຜູ້ໃໝ່ ແລະ ມີຜົລທັນທີ ນັບແຕ່ວັນທີ 30 ທັນວາ 2022 ເປັນຕົ້ນໄປ.
2022-12-29
ແນວລາວສ້າງຊາຕ ຮຽກຮ້ອງໃຫ້ຣັຖບານ ຫລຸດຜ່ອນຜົລກະທົບ ຈາກໂຄງການ ພັທນາຕ່າງໆ ຮວມທັງໂຄງການເຂື່ອນໄຟຟ້າ, ຂຸດຄົ້ນແຮ່ທາດ ແບບທົດລອງ ຢູ່ຫລາຍແຂວງ ທີ່ໄດ້ສ້າງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມຫລາຍ.
2022-12-29
ນາຍົກຣັຖມົນຕຣີ ພັນຄຳ ວິພາວັນ ຖືກກົດດັນ ໃຫ້ພົ້ນຕຳແໜ່ງ ຍ້ອນສະພາບເສຖກິຈ ການເງິນ ແລະບັນຫາອື່ນໆ ຕາມແຫລ່ງຂ່າວພາຍໃນ ທີ່ໜ້າເຊື່ອຖືໄດ້ ແຈ້ງໃຫ້ວິທຍຸ ເອເຊັຽ ເສຣີຊາບ ໃນວັນທີ 27 ທັນວາ 2022 ນີ້ວ່າ ກອງປະຊຸມສະພາ ແຫ່ງຊາຕ ສໄມສາມັນ ເທື່ອທີ 4 ຊຸດທີ 9 ນີ້ ອາຈຈະມີການສັບປ່ຽນ ຕຳແໜ່ງນາຍົກຣັຖມັນຕຣີໃໝ່.
2022-12-28
ໃນຮອບ 1 ປີຜ່ານມາ ອົງການກວດສອບ ແຫ່ງຣັຖ ກວດພົບວ່າ ເງິນທີ່ໄດ້ຈາກການເກັບ ພາສີອາກອນ ບໍ່ເຂົ້າງົບປະມານ ແຫ່ງຣັຖເຖິງ 141.30 ຕື້ກີບ ແລະມີໜ່ວຍງານຂອງຣັຖ ຢູ່ຫລາຍແຂວງ ໃຊ້ເງິນຄັງແຂວງ ແລະງົບປະມານ ແຫ່ງຣັຖ ບໍ່ຖືກຕ້ອງ ຕາມເປົ້າໝາຍ ເປັນເງິນ 78.46 ຕື້ກີບ.
2022-12-27
ຣັຖບານຍີ່ປຸ່ນ ໃຫ້ເງິນຊ່ອຍເຫລືອ ການນສ້ອມແປງຖນົນຫົນທາງ, ເປັນອຸປກອນ ແລະກົລຈັກຕ່າງໆ ມູນຄ່າ 6.1 ລ້ານໂດລ້າຣ໌ສະຫະຣັຖ ຂະນະທີ່ ຊາວລາວກໍຮູ້ສຶກດີໃຈ ແລະ ເຫັນວ່າຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລ່ງແກ້ໄຂແບບຮີບດ່ວນ.
2022-12-25
ນະໂຍບາຍ ໂຄວິດ-19 ເປັນສູນ ຂອງຣັຖບານຈີນ ສ້າງຄວາມບໍ່ພໍໃຈ ຕໍ່ຊາວຈີນທັງພາຍໃນແລະຊາວຈີນພົ້ນທະເລ ຈົນເກີດ ການປະທ້ວງໃຫຍ່ ທົ່ວປະເທດ ແຕ່ ສປປລາາວ ຍັງເດີນໜ້າ ຍຸທສາດ ຮ່ວມມືຮອບດ້ານ ກັບຈີນ.
2022-12-22
ຣັຖມົນຕຣີ ກະຊວງການເງິນ ຍອມຮັບວ່າ ມີການກວດພົບ ການສໍ້ຣາສບັງຫລວງ ໃນໂຄງການຂຸດຄົ້ນ ບໍ່ແຮ່ຕ່າງໆ ໂດຍສະເພາະລາຍຮັບ ຈາກໂຄງການ ຂຸດຄົ້ນແຮ່ທາດ ຮົ່ວໄຫຼ ເຮັດໃຫ້ຣັຖສູນເສັຽ, ຂະນະທີ່ປະຊາຊົນ ຢາກເຫັນການປະຕິບັດໂທດ ທີ່ຈິງຈັງຕໍ່ຜູ້ລະເມີດກົດໝາຍ.
2022-12-21
ພະນັກງານພັກ-ຣັຖ ສເນີໃຫ້ກະຊວງການເງິນ ແລະ ກະຊວງພາຍໃນ ເບີກຈ່າຍເງິນເດືອນ ຕາມກໍານົດ ເນືື່ອງຈາກ ສະພາບເສຖກິຈ ໃນປັດຈຸບັນ ຄ່າໃຊ້ຈ່າຍຕ່າງໆແພງຂຶ້ນ, ພະນັກງານຫຼາຍຄົນ ທີ່ອາສັຍແຕ່ເງິນເດືອນ ຈໍາເປັນຕ້ອງໄດ້ກູ້ຢືມ ຈາກບ່ອນອື່ນ ມາໃຊ້ຈ່າຍ ກາຍເປັນບັນຫາ ຕໍ່ເນື່ອງພົວພັນກັນ ໃນສັງຄົມ.
2022-12-19
ປະຊາຊົນ ຍັງບໍ່ເຊື່ອໝັ້ນ ຕໍ່ກການປະຕິບັດກົດໝາຍ ຢູ່ປະເທດລາວ ຍ້ອນວ່າ ຜູ້ປະຕິບັດກົດໝາຍ ເຂົ້າຂ້າງຜູ້ທີ່ມີເງິນ ແລະ ພນັກງານຢູ່ໃນຂແນງການຍຸຕິທັມ ຈຳນວນນຶ່ງ ຍັງຂາດຈັນຍາທັມ ແລະ ຄວາມໂປ່ງໃສ.
2022-12-16
ໃນວັນທີ 15 ທັນວາ ທີ່ຜ່ານມາ ກຸ່ມນັກເຄື່ອນໄຫວ ພາກປະຊາສັງຄົມໃນໄທຍ ແລະ ອົງການຈັດຕັ້ງພາກປະຊາສັງຄົມໃນໄທຍ ຫລາຍອົງການ ໄດ້ຮ່ວມກັນຈັດກິຈກັມ ໃນວາຣະຄົບຮອບ 10 ປີ ທ່ານ ສົມບັດ ສົມພອນ ຖືກລັກພາໂຕ ເພື່ອເປັນສັນຍາລັກວ່າ ຈະບໍ່ລືມ ທ່ານ ສົມບັດ ສົມພອນ.
2022-12-15
ເນື່ອງໃນໂອກາດ ວັນຄົບຮອບ 10 ປີຂອງການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັກພັທນາສັງຄົມ ຂອງລາວ, ອົງການສາກົນ ຮຽກຮ້ອງໃຫ້ຣັຖບານລາວ ສືບສວນການຫາຍສາບສູນ ດັ່ງກ່າວ ຢ່າງຄັກແນ່ ແລະຈິງຈັງ.
2022-12-15
ນັກເຄື່ອນໄຫວ ພາກປະຊາສັງຄົມ ໃນໄທຍ ຍື່ນຈົດໝາຍເປີດຊອງ ເຖິງຣັຖບານລາວ ເພື່ອຮຽກຮ້ອງຄວາມຍຸຕິທັມ ໃຫ້ແກ່ທ່ານ ສົມບັດ ສົມພອນ ຢູ່ຕໍ່ໜ້າສະຖານທູຕລາວ ປະຈໍານະຄອນຫຼວງບາງກອກ ເພື່ອຮຽກຮ້ອງໃຫ້ຣັຖບານລາວ ເປີດເຜີຍຄວາມຈິງ ພັກພາໂຕ ທ່ານ ສົມບັດ ສົມພອນ.