ຍີ່ປຸ່ນ ຊ່ວຍເຫຼືອລ້າ ແກ່ ສປປ ລາວ

ພອນ ພູມມີທອນ
2022.12.27
ຍີ່ປຸ່ນ ຊ່ວຍເຫຼືອລ້າ ແກ່ ສປປ ລາວ ພິທີເຊັນສັນຍາ ເອກສານແລກປ່ຽນການຊ່ວຍເຫຼືອລ້າ ຈາກຣັຖບານຍີ່ປຸ່ນ ໃນໂຄງການ ພັທນາເສຖກິຈ ແລະສັງຄົມ, ວັນທີ 22 ທັນວາ ປີ 2022.
Embassy of Japan in Laos

ໃນວັນທີ 22 ທັນວາທີ່ຜ່ານມາ ທ່ານໂພໄຊ ໄຂຄຳພິທູນ ຮອງຣັຖມົນຕຣີ ກະຊວງການຕ່າງປະເທດ ແລະ ທ່ານ ທາເກອິ ຊຸນຊຶເກະ (Mr. TAKEI Shunsuke) ຮອງນາຍົກ ຣັຖມົນຕຣີ ກະຊວງການຕ່າງປະເທດຍີ່ປຸ່ນ ໄດ້ຮ່ວມກັນລົງນາມເອກສານ ແລກປ່ຽນ ເພື່ອຮັບເອົາການຊ່ອຍເຫລືອ ຈາກຣັຖບານຍີ່ປຸ່ນ ໃນການສນອງອຸປກອນ ແລະ ກົລຈັກຕ່າງໆ ສຳລັບສ້ອມແປງຖນົນຫົນທາງ ໃນປະເທດລາວ ລວມມູນຄ່າ 800 ລ້ານເຢັນ ຫລື ປະມານ 6.1 ລ້ານ ໂດລ້າຣ໌ສະຫະຣັຖ.

ຂະນະທີ່ຊາວລາວ ກໍຮູ້ສຶກດີໃຈ ກ່ຽວກັນການໃຫ້ການຊ່ອຍເຫລືອ ດັ່ງກ່າວນີ້ ແລະຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເລ່ງແກ້ໄຂມັນຢ່າງຈິງຈັງ ຍ້ອນຖນົນຫົນທາງພາຍໃນ ປະເທດລາວຫລາຍເສັ້ນທາງ ເປ່ເພຢ່າງຫນັກ ເຊິ່ງກະທົບຕໍ່ການສັນຈອນ ໄປມາຂອງປະຊາຊົນ ໃນການເດີນທາງຈາກເຂດບ້ານ ເຂົ້າໄປຍັງເຂດໂຕເມືອງ, ດັ່ງຊາວນະຄອນປາກເຊ ແຂວງຈໍາປາສັກ ຜູ້ໃຊ້ເສັ້ນທາງສາຍໃຕ້ ເປັນປະຈໍາ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 26 ທັນວາ 2022 ນີ້ວ່າ:

ແຕ່ວຽງຈັນຫາປາກເຊນີ້ບໍ່ ອໍ ເຂົາກໍາລັງສ້ອມຖນົນນ່າ ມັນກໍມີແຕ່ສໍ່ານັ້ນແຫລະ ເປັນບາງບ່ອນ ທີ່ເຂົາເຮັດແລ້ວກໍມີ ແຕ່ກ່ອນເຄີຍແລ່ນ 16 ຊົ່ວໂມງ ດຽວນີ້ເຫລືອ 14 ແຕ່ດຽວນີ້ເຫລືອ 12 ກໍຖືວ່າ ທາງມັນຄ່ອຍດີຂຶ້ນຫັ້ນນ່າ ທາງພາກໃຕ້ກໍຈໍາປາສັກ ເບື້ອງດ່ານອຸບົນນ່າ ແມ່ນ ກໍໄປໄດ້ ແຕ່ວ່າມັນບໍ່ຄ່ອຍສະດວກຊື່ໆ ນໍາທາງ ການເດີນທາງ.”

ເຖິງແມ່ນວ່າ ຖນົນຫົນທາງ ທາງພາກໃຕ້ ຈະບໍ່ມີຄວາມຫຍຸ້ງຍາກຫລາຍ ຄືກັບເສັ້ນທາງ ທາງສາຍເໜືອ ແຕ່ເຖິງຢ່າງໃດກະກໍຕາມ ເສັ້ນທາງຈາກນະຄອນປາກເຊ ຫານະຄອນຫລວງວຽງຈັນ ທີ່ມີຄວາມຍາວປະມານ 600 ປາຍກິໂລແມ້ຕ ແຕ່ມີເຖິງ 100 ປາຍກິໂລແມ້ຕ ພັດເປ່ເພຫລາຍ ຍ້ອນຄຸນນະພາບຖນົນບໍ່ດີ ແລະການສ້ອມແປງ ຂອງພາກສ່ວນທີ່ກ່ຽວຂ້ອງ ຍັງຊັກຊ້າ ເຮັດໃຫ້ຜູ້ທີ່ໃຊ້ເສັ້ນທາງດັ່ງກ່າວນີ້ ຈໍາເປັນຕ້ອງໃຊ້ໄລຍະເວລາ ໃນການເດີນທາງຫລາຍຂຶ້ນກວ່າ ທີ່ຄວນຈະເປັນ.

ດັ່ງ ຄົນຂັບຣົຖຮັບຈ້າງ ຈາກນະຄອນປາກເຊ ຫາ ນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ  ໃນມື້ດຽວກັນນີ້ວ່າ:

ມັນກໍຍາກແນ່ ເປັນຈຸດຫລາຍຢູ່ ແຕ່ມັນກໍເຮັດແນ່ ໄປແລ້ວແນ່ ເປັນບາງຊ່ວງ ບາງໄລຍະ ແຕ່ວ່າທີ່ສໍາຄັນກໍແຕ່ໄປວຽງຫາປາກຊັນນີ້ ກໍທາງເປ່ເພຫັ້ນລະເດ່ 100 ປາຍ (ກິໂລແມ້ຕ) ກໍທາງຍາກແດ່ກໍ ເຂົາເຮັດທາງແນ່ກໍ 100 (ກິໂລແມ້ຕ) ປະມານ 3 ຊົ່ວໂມງ ບວກກັບທາງບໍ່ມາຕຣາຖານແນ່. 

ສໍາລັບສາເຫດທີ່ເຮັດ ໃຫ້ການສ້ອມແປງຖນົນຫົນທາງ ທາງພາກໃຕ້ຂອງປະເທດລາວຫລາຍບ່ອນ ຍັງປະສົບຄວາມຫຍຸ້ງຍາກ ແລະ ມີຄວາມຊັກຊ້າ ເປັນຍ້ອນ ແຕ່ລະຫົວຫນ່ວຍບໍຣິສັດ ໄດ້ຮັບສັມປະທານ ໃນການສ້ອມແປງ

ຖນົນ ບໍ່ທັນໄດ້ດໍາເນີນການພ້ອມກັນ ແລະບາງຫົວຫນ່ວຍກໍເຮັດດີ ແລະບາງຫົວຫນ່ວຍກໍເຮັດບໍ່ມີຄຸນນະພາບ, ດັ່ງ ພນັກງານບໍຣິສັດຮັບເຫມົາ ກໍ່ສ້າງຖນົນ ຢູ່ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ:

ແຕ່ຖ້າວ່າມັນເປັນເສັ້ນທາງເຂົ້າໝູ່ບ້ານ ຫລືວ່າເສັ້ນທາງຊອຍອີ່ຫຍັງ ກໍຍັງບໍ່ສະດວກຫລາຍບ່ອນ ແຕ່ລະຈຸດ ແຕ່ລະຂອບເຂດມັນມີການ ຄຸ້ມຄອງຂອງແຕ່ລະບຸກຄົນຫັ້ນນ່າ ບໍຣິສັດຄຸ້ມຄອງ ເຂດເມືອງ ແຕ່ເມືອງນີ້ຮອດເມືອງນັ້ນ ປະມານບໍຣິສັດນຶ່ງ ແລ້ວ ກໍຄຸ້ມຄອງ ເຂົາເອີ້ນວ່າ ເປັນການສໍາປະທານ ຫລືບາງບໍຣິສັດກໍອາຈໂອເຄດີ ແຕ່ວ່າບາງບໍຣິສັດກໍຫລ້າຊ້າກໍມີ.”

ທີ່ຜ່ານມາ ທາງການລາວ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ສັມປທານບໍຣິສັດເອກຊົນ ຫລາຍຫົວຫນ່ວຍ ໃນການດໍາເນີນການກໍ່ສ້າງ ແລະ ສ້ອມແປງຖນົນຫົນທາງ ໃນພາກໃຕ້ຂອງປະເທດລາວ ແຕ່ເຖິງຢ່າງໃດກໍຕາມ ບັນຫາຖນົນເປ່ເພ ພັດຍັງເກີດຂຶ້ນຢ່າງຕໍ່ເນື່ອງ ຍ້ອນການໃຊ້ງານຫນັກ ແລະການດໍາເນີນການສ້ອມແປງມີຄວາມຊັກຊ້າ.

ດັ່ງເຈົ້າໜ້າທີ່ ໂຍທາທິການ ແລະ ການຂົນສົ່ງຢູ່ແຂວງທາງພາກໃຕ້ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແຫນ່ງ ທ່ານນຶ່ງກ່າວວ່າ: 

ສ້ອມແປງມັນກໍຕລອດສາຍເລີຍນ່າ ສ່ວນວຽງຈັນ ໄປຈົນຮອດພຸ້ນແຫລະ ສວົນນະເຂດພຸ້ນແຫລະ ແມ່ນແຫລະ ໝາຍເລກ 13 ເພິ່ນໃຊ້ງານຫນັກ ເປັນການສ້ອມແປງປະຈໍາປີ ເປັນຂຸມເປັນບໍ່ ອີ່ຫຍັງຊີ້ນ່າ ທີ່ເກີດ ຈາກການຂົນສົ່ງຣົຖຫນັກ ຣົຖບັນທຸກ ຣົຖພວງນີ້ ມັນເວົ້າຍາກນ່າ ມັນເປັນໄລຍະ ແຕ່ມັນມີແບ່ງເປັນສ່ວນ ກິໂລນຶ່ງ ຈໍານວນເທົ່ານີ້ກິໂລ ໃຫ້ບໍຣິສັດນຶ່ງ ປະມານນີ້ແຫລະ.”

ກ່ຽວກັບເຣຶ່ອງນີ້, ທາງການຍີ່ປຸ່ນ ມີແຜນຈະສນອງ ອຸປກອນແລະກົລຈັກຕ່າງໆ ສໍາລັບສ້ອມແປງຖນົນຫົນທາງ, ໃຫ້ແກ່ປະເທດລາວ ເປັນຕົ້ນ ຣົຖບົດລໍ້ຍາງ ແລະ ຣົຖເທຍາງໜາກຕ໋ອຍ ເພື່ອສ້ອມແປງຖນົນຫົນທາງ ໂດຍຈະເຣີ່ມຈາກພື້ນທີ່ ທາງພາກໃຕ້ຂອງປະເທດ ລວມເຖິງຂົວປາກເຊ, ທາງຫລວງໝາຍເລກ 9, ທາງຫລວງແຫ່ງຊາຕ ວຽງຈັນໝາຍເລກ 1 ແລະ ມີແຜນທີ່ຈະຂຍາຍໄປຍັງພາກອື່ນໆ ໃນອານາຄົຕນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.