ແນວລາວສ້າງຊາຕ ຮຽກຮ້ອງ ໃຫ້ຣັຖບານ ຫຼຸດຜ່ອນຜົນກະທົບ
2022.12.29
ຍານາງ ສີພະຈັນ ນັນທະວົງສາ ຮອງປະທານສູນກາງ ແນວລາວສ້າງຊາຕ ຮຽກຮ້ອງ ໃຫ້ຣັຖບານຮີບຮ້ອນແກ້ໄຂຫລາຍບັນຫາ ທີ່ປະຊາຊົນເດືອດຮ້ອນ ແລະໄດ້ຮັບຜົລກະ ທົບຈາກໂຄງການພັທນາຕ່າງໆຂອງຣັຖ ແລະຂອງເອກຊົນ ເປັນຕົ້ນ ການຂຸດຄົ້ນແຮ່ເຫລັກ ແລະແຮ່ທາດອື່ນໆແບບທົດລອງ ຢູ່ຫລາຍແຂວງ ທີ່ໄດ້ສ້າງຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຢ່າງກວ້າງຂວາງ. ນອກຈາກນີ້ ກໍຍັງມີໂຄງການພະລັງງານໄຟຟ້າ ເປັນຕົ້ນແມ່ນເຂື່ອນໄຟຟ້າ ທີ່ສ້າງຜົນກະທົບໃຫ້ປະຊາຊົນ ຈໍານວນບໍ່ໜ້ອຍ ຊຶ່ງຍັງບໍ່ທັນໄດ້ຮັບເງິນຊົດເຊີຍ ແລະການຈັດສັນທີ່ດິນ ການຟື້ນຟູຊີວິຕ ການເປັນຢູ່ຂອງປະຊາຊົນ ຈໍານວນນຶ່ງ ກໍຍັງບໍ່ທັນໄດ້ຮັບການແກ້ໄຂ.
ດັ່ງທີ່ຍານາງກ່າວຕໍ່ກອງປະ ຊຸມສໄມ ສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນມື້ວັນທີ 28 ທັນວານີ້ວ່າ:
“ຂັ້ນສູນກາງປລະທ້ອງຖິ່ນທີ່ກ່ຽວຂ້ອງ ຮີບຮ້ອນແກ້ໄຂຄໍາສເນີຈໍານວນນຶ່ງ ຂອງປະຊາຊົນ ທີ່ບໍ່ໄດ້ຮັບການແກ້ໄຂການຂຸດຄົ້ນບໍ່ເຫລັກ ຫລືບໍ່ອື່ນແບບທົດລອງ ແລະແບບປົກຕິ ທີ່ສ້າງຜົນກະທົບ ຕໍ່ຊີວິຕ ການເປັນຢູ່ຂອງປະຊາຊົນ ແລະສິ່ງແວດລ້ອມຕ່າງໆ ຍັງບໍ່ທັນໄດ້ຮັບການແກ້ໄຂ.”
ພ້ອມດຽວກັນນັ້ນ ຍານາງກໍໄດ້ກ່າວເຖິງຜົລກະທົບ ຈາກໂຄງການພັທນາເຫລົ່ານັ້ນວ່າ ເຮັດໃຫ້ເສັ້ນທາງຫລວງແຫ່ງຊາດ ແລະເສັ້ນທາງທ້ອງຖິ່ນ ຫລາຍແຫ່ງ ເປ່ເພ ເສັຍຫາຍ ແລະຍັງບໍ່ທັນໄດ້ຮັບການສ້ອມແປງ ໃຫ້ດີເທົ່າທີ່ຄວນ ແລະເຣື່ອງຄຣູອາສາສມັກ ທີ່ສອນມາໄດ້ຫລາຍປີ ແຕ່ຍັງບໍ່ໄດ້ເຂົ້າເປັນຣັຖກອນ ກໍກາຍເປັນບັນຫາຫລັກ ທີ່ເຮັດໃຫ້ມີການປະລະ ການຮຽນ, ການສອນເພີ່ມຂຶ້ນ. ບັນຫາເຈົ້າໜ້າທີ່ແພດ ແລະໝໍຈໍານວນນຶ່ງ ມີນິສັຍບໍ່ດີໃນການປະຕິບັດໜ້າທີ່ ຊຶ່ງຣັຖບານຄວນຈະແກ້ໄຂ ຢ່າງຈິງຈັງ ແລະເປັນຮູບປະທັມ.
ກ່ຽວກັບບັນຫາ ຄຣູອາສາສມັກໃນລາວ, ອີງຕາມການຣາຍງານ ຂອງກະຊວງສຶກສາທິການ ແລະກິລາເມື່ອເດືອນມິຖຸນາ ທີ່ຜ່ານມານີ້ແລ້ວແມ່ນວ່າ ມາຮອດສົກຮຽນປີ 2021-2022 ທົ່ວປະເທດມີຄຣູອາສາສມັກທັງໝົດ 7,693 ຄົນ ແລະຜ່ານການປະເມີນ ການສິດສອນຂອງ ຄຣູອາສາສມັກໃນແຕ່ລະແຂວງ, ແຕ່ລະເມືອງ ແລະໂຮງຮຽນຕ່າງໆ ເຫັນວ່າ ປະສິດທິພາບ ຂອງຄຣູອາສາສມັກ ຢູ່ໃນລະດັບດີພໍສົມຄວນ ແລະສາມາດຮັບເອົາເຂົ້າເປັນຄຣູ ໄດ້ ຖ້າວ່າມີໂຄຕາ ຫລື ມີລະບົບຄຣູພາລາກອນ.
ທ່ານ ທອງຈັນ ມະນີໄຊ ຣັຖມົນຕຣີກະຊວງພາຍໃນ ໄດ້ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາຕ ເມື່ອວັນທີ 7 ທັນວານີ້ວ່າ ອີງໃສ່ຂໍ້ຫຍຸ້ງຍາກ ທາງດ້ານເສຖກິຈ ຣັຖບານໄດ້ສເນີ ໃຫ້ສະພາແຫ່ງຊາຕ ພິຈາຣະນາຮັບຮອງເອົາ ຣັຖກອນໃໝ່ໃນປີ 2023 ຈໍານວນ 800 ຄົນເທົ່ານັ້ນ ແລະໃນປີຜ່ານໆມາ ໂຄຕາຣັຖກອນ ຂອງຣັຖບານ ແມ່ນຢູ່ທີ່ປະມານ 1,300-1,500 ຄົນຕໍ່ປີ ຊຶ່ງໃນນັ້ນ ຈະມີໂຄຕາຣັຖກອນຄຣູ ປະມານ 300-350 ຄົນ.
ຄຣູອາສາສມັກ ຜູ້ນຶ່ງຢູ່ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 29 ທັນວານີ້ ເຖິງບັນຫາຄຣູອາສາສມັກວ່າ ມັນກາຍເປັນເຣື່ອງຍາກ ທີ່ຈະແກ້ໄຂໄດ້ ໃນເມື່ອຈໍານວນ ໂຄຕ້າຣ໌ ຣັຖກອນ ໃນແຕ່ລະປີມີໜ້ອຍ ແຕ່ຄຣູອາສາສມັກ ພັດມີຫລາຍ ແລະຍັງມີການຮັບເອົາລູກຫລານ ຂອງເຈົ້າໜ້າທີ່ລະດັບ ສູງເຂົ້າເປັນຣັຖກອນ ໂດຍບໍ່ໄດ້ຜ່ານ ການສອບເສັງຄັດເລືອກ ນໍາດ້ວຍ ແລະຍັງມີການຈ່າຍເງິນສິນບົນ ໃຫ້ເຈົ້າໜ້າທີ່ ເພື່ອໃຫ້ໄດ້ເຂົ້າເປັນຣັຖກອນ. ສິ່ງດັ່ງກ່າວນັ້ນ ກໍລ້ວນແຕ່ເປັນປັດໄຈ ແລະສາເຫດ ທີ່ເຮັດໃຫ້ການເຂົ້າເປັນ ຣັຖກອນຂອງຄຣູອາສາສມັກ ໂດຍສະເພາະໃນເຂດຫ່າງໄກສອກ ຫລີກ ເປັນເຣື່ອງທີ່ຫຍຸ້ງຍາກ ອັນເຮັດໃຫ້ຄຣູອາສາສມັກ ຈໍາເປັນຕ້ອງໄດ້ລາອອກ ໄປຫາເຮັດອາຊີບອື່ນ, ເຮັດໃຫ້ມີຜົລກະທົບ ຕໍ່ການຮໍ່າຮຽນຂອງພວກລູກຫລານ.
ດັ່ງທີ່ທ່ານກ່າວວ່າ:
“ສມັກແບບຄົນທຸກນີ້ ບໍ່ໄດ້ເປັນ ເຂົ້າວຽກຣັຖກອນເລີຍ ບາງຄົນນີ້ໄປເປັນອາສາສມັກ 4-5 ປີຍັງບໍ່ໄດ້ເງິນເດືອນເລີຍ ຊິໄດ້ເຂົ້າຣັຖກອນນີ້ຍາກ.”
ແລະວ່າ ຜົລກະທົບທີ່ເກີດຂຶ້ນນັ້ນ ເຮັດໃຫ້ເດັກນ້ອຍນັກຮຽນຈໍານວນຫລາຍ ໄດ້ຮຽນໜັງສືບໍ່ຄົບຕາມຫລັກສູຕ.
ພ້ອມດຽວກັນນັ້ນ ປະຊາຊົນທີ່ໄດ້ຮັບຜົລກະທົບ ຈາກໂຄງການພັທນາຕ່າງໆ ກໍຮຽກ ຮ້ອງໃຫ້ຣັຖບານ ແລະພາກສ່ວນທີ່ກ່ຽວຂ້ອງ ຮິບໂຮມຂໍ້ມູນຢ່າງຮີບດ່ວນ ແລະເລັ່ງຈ່າຍເງິນຄ່າຊົດເຊີຍໃຫ້ຊາວບ້ານ ຮວມທັງຊາວບ້ານຢູ່ເມືອງຫາດຊາຍຟອງ ນະ ຄອນຫລວງວຽງຈັນ ທີ່ໄດ້ຮັບຜົລກະທົບຈາກໂຄງການ ພັທນາທ່າບົກ-ທ່ານາແລ້ງ ແລະເຂດໂລຊິສຕິກຄົບວົງຈອນ ທີ່ເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງພາກັນມິດງຽບຢູ່ ດັ່ງທີ່ທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນມື້ວັນທີ 29 ທັນວານີ້ວ່າ:
“ໂອ໋ຍ... ບໍ່ໄດ້ດອກ ຍາມໃດບຸລະນີ໋ ມັນບໍ່ເໜັງບໍ່ຕີງຫຍັງເລີຍ ຊິໄປຟ້ອງເອົາຢູ່ໃສລະ ຊິໄປເວົ້າຢູ່ໃສລະບາດນີ້ ຢາກໃຫ້ທາງຂັ້ນເທິງເພິ່ນແກ້ໄຂຫັ້ນແຫລະ.”
ຢູ່ແຂວງຈໍາປາສັກ ປະຊາຊົນຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ-ສູນເສັຍທີ່ດິນທໍາການກະເສຕ ໃຫ້ໂຄງການສໍາປະທານປູກຢາງພາຣາ ຂອງບໍຣິສັດວຽດນາມ ເວົ້າວ່າ ການສູນເສັຍທີ່ດິນ ຂອງປະຊາຊົນ ເປັນການເສັຍຫາຍ ອັນສໍາຄັນ ເນື່ອງຈາກ ມັນເປັນບ່ອນທໍາມາຫາກິນ ຂອງພວກເຂົາເຈົ້າ. ປະຊາຊົນໄດ້ຮັບຄ່າຊົດເຊີຍກໍໜ້ອຍ ບໍ່ເໝາະສົມກັບຄວາມເສັຍຫາຍ.
“ຊາທີ່ຖືກກະທົບນີ້ກະ ເວົ້າເຣື່ອງເໝາະສົມ ມັນກະມັນບໍ່ເໝາະສົມດອກ ເງິນດ້າມ 200-300 ລ້ານກີບ ປີດຽວມັນກະໝົດແຫລະ ແລ້ວກະບໍ່ໄດ້ມີສິດເຮັດການກະເສຕ ຕລອດຊີວິຕ.”
ທີ່ເມືອງວັງວຽງ ແຂວງວຽງຈັນ ຊາວລາວຜູ້ນຶ່ງເວົ້າວ່າ ການພັທນາໃດໆກໍຕາມ ຣັຖບານຄວນຈະມີການສຶກສາຮອບດ້ານ ແລະຕ້ອງມີການປະເມີນຜົລ ກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມ. ຖ້າຫາກເຫັນວ່າ ຜົລປໂຍດທີ່ຈະໄດ້ຮັບຈາກໂຄງການນັ້ນໆບໍ່ຄຸ້ມຄ່າ ຫລືບໍ່ຊ່ອຍໃຫ້ປະຊາຊົນໃນພື້ນທີ່ ຫລຸດພົ້ນອອກຈາກຄວາມ ທຸກຍາກໄດ້ແລ້ວ ກໍບໍ່ຄວນປ່ອຍໃຫ້ເຊົ່າ-ສໍາປະທານທີ່ດິນນັ້ນ. ຖ້າຫາກມີຄວາມຈໍາເປັນພັທນາແທ້ໆ ກໍຄວນຈ່າຍເງິນຄ່າຊົດເຊີຍໃຫ້ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບນັ້ນຢ່າງຄຸ້ມຄ່າ.
“ແຕ່ກະວ່າຍັງຫຍູ້ງຢູ່ ເຣື່ອງຂອງສັມປະທານ ປະຊາຊົນມັນບໍ່ເຫັນດີ ຄັນວ່າ ໂອ້ຍ ... ໄປເອົາບ່ອນທີ່ປະຊາຊົນບໍ່ຫ້າມບໍ່ຫວງ ກະຊິແມ່ນຢູ່ ມັນເວົ້າເຣື່ອງການທົດແທນເນາະ ສົມມຸດວ່າຊົດເຊີຍດ້າມເລັກດ້າມໜ້ອຍນີ້ ມັນບໍ່ຄຸ້ມຄ່າ.”
ຢູ່ໃນກອງປະຊຸມ ສະພາແຫ່ງຊາຕ ທີ່ກໍາລັງດໍາເນີນໄປຢູ່ນີ້ ກໍມີສະມາຊິກສະພາແຫ່ງຊາຕ ຫລາຍຫ່ານ ປະກອບຄວາມເຫັນກ່ຽວກັບ ວຽກງານແຜນພັທນາເສຖກິຈ, ສັຄົມ, ແຜນງົບປະມານ ແລະເງິນຕຣາ ຂອງຣັຖບານລາວ ໂດຍຂໍໃຫ້ຣັຖບານເອົາໃຈໃສ່ ຈັດຕັ້ງປະຕິບັດ ໃຫ້ທຸກວຽກງານມີປະສິດທິພາບ ແລະປະສິດທິຜົນສູງສຸດ ເພື່ອເຮັດໃຫ້ບັນລຸໄດ້ຕາມຄາດໝາຍ ໂດຍສະເພາະເຣື່ອງການແກ້ໄຂ ບັນຫາຫຍຸ້ງຍາກທາງດ້ານເສຖກິຈ, ບັນຫາໜີ້ສິນສາທາຣະນະ, ບັນຫາເງິນເຟີ້ ທີ່ເພີ່ມສູງຂຶ້ນ, ການຄຸ້ມຄອງເງິນຕຣາ ທີ່ບໍ່ຮັດກຸມ, ການຈັດສັນງົບປະມານຊັກຊ້າ ແລະການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ທີ່ຍັງປະຕິບັດບໍ່ໄດ້ຕາມເປົ້າໝາຍ ແລະບັນຫາອື່ນໆ.