ແຕ່ງຕັ້ງ ນາຍົກຣັຖມົນຕຣີ ສປປ ລາວ ຄົນໃໝ່

ໄຊຍາ
2022.12.30
ແຕ່ງຕັ້ງ ນາຍົກຣັຖມົນຕຣີ ສປປ ລາວ ຄົນໃໝ່ ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ເປັນນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ຄົນໃໝ່ ແທນ ທ່ານ ພັນຄຳ ວິພາວັນ ທີ່ລາອອກຮັບອຸດໝູນບຳນານ, ນະຄອນຫຼວງວຽງຈັນ ວັນທີ 30 ທັນວາ ປີ 2022.
ຮູບພາບ: ປກສ

ໃນຕອນບ່າຍ 2 ໂມງ ຂອງວັນທີ 30 ທັນວາ 2022 ນີ້, ທ່ານ ດຣ. ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີລາວ ໄດ້ປະກາດລາອອກຈາກຕຳແໜ່ງ ດ້ວຍການຖແລງ ຜ່ານກອງປະຊຸມ ສະພາແຫ່ງຊາຕລາວ ສໄມສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ມື້ສຸດທ້າຍ ອັນເປັນວາຣະພິເສດ ກ່ອນຈະມີການປິດກອງປະຊຸມ, ເຊິ່ງທ່ານນາຍົກຣັຖມົນຕຣີ ໄດ້ໃຫ້ເຫດຜົລວ່າ ທ່ານມີບັນຫາ ດ້ານສຸຂພາບ, ໂດຍທ່ານໄດ້ສເນີຜ່ານປະທານ ປະເທດລາວ, ທ່ານ ດຣ. ທອງລຸນ ສີສຸລິດ ເພື່ອຮັບຮອງ ແລະ ອະນຸຍາດໃຫ້ອອກພັກການ ຮັບອຸດໜູນ-ບຳນານ.

ດັ່ງທ່ານ ດຣ. ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີ ໄດ້ຖແລງ ປະກາດລາອອກ ຈາກຕຳແໜ່ງ ດ້ວຍນ້ຳສຽງສະອື້ນ ຕອນນຶ່ງວ່າ:

“ໃນສະພາບທີ່ບ້ານເມືອງ ກຳລັງພົບຄວາມຫຍຸ້ງຍາກ ຄືສູ່ມື້ນີ້, ຂ້າພະເຈົ້າ ບໍ່ສາມາດແບກຫາບ ພາຣະໜ້າທີ່ ອັນໜັກໜ່ວງຕໍ່ໄປໄດ້ແລ້ວ. ຍ້ອນແນວນັ້ນ, ໃນວັນທີ 15 ທັນວາ ປີ 2022, ຂ້າພະເຈົ້າ ຈຶ່ງໄດ້ຂຽນຄຳຮ້ອງ ສເນີເຖິງທ່ານປະທານປະເທດ ເພື່ອຂໍໃຫ້ເພິ່ນພິຈາຣະນາ ອະນຸມັດໃຫ້ ຂ້າພະເຈົ້າ ໄດ້ຮັບນະໂຍບາຍ ອອກພັກຜ່ອນ ຮັບເບັ້ຽບຳນານ. ທ່ານປະທານປະເທດ ໄດ້ໃຫ້ຄວາມກະຣຸນາ ແລະ ເຫັນດີອະນຸຍາດ ໃຫ້ ຂ້າພະເຈົ້າ ອອກພັກຜ່ອນ ຮັບເບັ້ຽບຳນານ ຕາມການສເນີ.”

ທັນໃດນັ້ນ, ກໍມີການປະກາດແຕ່ງຕັ້ງ ແລະ ໃຫ້ສະພາຮັບຮອງ ເອົານາຍົກຣັຖມົນຕຣີ ຜູ້ໃໝ່ ແທນທ່ານ ດຣ. ພັນຄຳ ວິພາວັນ ທັນທີ ຄືໄດ້ແຕ່ງຕັ້ງ ທ່ານ ດຣ. ສອນໄຊ ສີພັນດອນ, ຮອງນາຍົກຣັຖມົນຕຣີ ໃຫ້ດຳຣົງຕຳແໜ່ງ ນາຍົກຣັຖມົນຕຣີ ຜູ້ໃໝ່ ແລະ ມີຜົລທັນທີ ນັບແຕ່ວັນທີ 30 ທັນວາ 2022 ເປັນຕົ້ນໄປ.

ດັ່ງທ່ານ ດຣ. ສອນໄຊ ສີພັນດອນ, ໃນຖານະນາຍົກຣັຖມົນຕຣີ ຜູ້ໃໝ່ ໄດ້ກ່າວຮັບຕຳແໜ່ງ ໃນຕອນນຶ່ງວ່າ:

“ຂ້າພະເຈົ້າ ຮູ້ສຶກເປັນກຽດຢ່າງສູງ ແລະ ພາກພູມໃຈເປັນຢ່າງຍິ່ງ ແລະ ຂໍສະແດງຄວາມຮູ້ບຸນຄຸນ ຢ່າງສູງ ຕໍ່ບັນດາທ່ານ ສະມາຊິກສະພາແຫ່ງຊາຕ ຊຸດທີ 9, ເຊິ່ງເປັນໂຕແທນ ຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ, ໄວ້ວາງໃຈ ລົງຄະແນນສຽງຮັບຮອງເອົາ ການແຕ່ງຕັ້ງ ຂ້າພະເຈົ້າ ໃຫ້ດຳຣົງຕຳແໜ່ງ ເປັນນາຍົກຣັຖມົນຕຣີ.”

ໃນລະບອບທີ່ມີ ພັກປະຊາຊົນ ປະຕິວັດລາວ ເປັນພັກກຳອຳນາດ ນີ້, ທ່ານ ດຣ. ພັນຄຳ ວິພາວັນ ຖືວ່າເປັນນາຍົກຣັຖມົນຕຣີລາວ ຜູ້ທຳອິດ ທີ່ດຳຣົງຕຳແໜ່ງ ແລະ ປະຕິບັດໜ້າທີ່ ນາຍົກຣັຖມົນຕຣີ ໃນຖານະຫົວໜ້າ ຄະນະຣັຖບານ ເປັນເວລາສັ້ນທີ່ສຸດ ຄືພຽງ 1 ປີ ກັບອີກ 9 ເດືອນ ແລະ 8 ມື້ເທົ່ານັ້ນ, ໂດຍທ່ານໄດ້ໃຫ້ເຫດຜົລ ໃນການລາອອກວ່າ ມີບັນຫາດ້ານສຸຂພາບ ແລະ ບໍ່ສາມາດແບກຫາບພາຣະ ໜ້າທີ່ ອັນໜັກໜ່ວງ ໃນການບໍຣິຫານປະເທດ ໄດ້ອີກແລ້ວ. ດັ່ງນັ້ນ, ທ່ານຈຶ່ງໄດ້ສເນີ ຕໍ່ປະທານປະເທດ ໃຫ້ທ່ານອອກພັກການ ຮັບອຸດໜູນ-ບຳນານ.

ອີງຕາມຣັຖທັມມະນູນລາວ ສບັບປັບປຸງ ປີ 2015 ມາດຕຣາ 71 ໄດ້ລະບຸວ່າ ນາຍົກຣັຖມົນຕຣີລາວ ຖືວ່າເປັນສະມາຊິກຣັຖບານ ແລະ ອາຍຸການ ຂອງຣັຖບານ ຫຼືໄລຍະເວລາ ໃນການດຳຣົງຕຳແໜ່ງ ແມ່ນມີອາຍຸການ ເທົ່າກັບອາຍຸການ ຂອງສະພາແຫ່ງຊາຕລາວ. ນາຍົກຣັຖມົນຕຣີ ກໍຄືສະມາຊິກຣັຖບານ ຈະສາມາດດຳຣົງຕຳແໜ່ງ ຕິດຕໍ່ກັນ ບໍ່ເກີນ 2 ສມັຍ ແລະ ອີງຕາມມາດຕຣາ 54 ຂອງຣັຖທັມມະນູນລາວ ສບັບປັບປຸງ ປີ 2015 ແລ້ວ, ສະພາແຫ່ງຊາຕລາວ 1 ສມັຍ ຈະມີອາຍຸການ 5 ປີ.

ນອກຈາກນີ້, ໃນມາດຕຣາ 72 ຂອງຣັຖທັມມະນູນລາວ ສບັບປັບປຸງ ປີ 2015 ກໍໄດ້ກຳນົດວ່າ ນາຍົກຣັຖມົນຕຣີ ເປັນຫົວໜ້າຣັຖບານ ແລະ ຕາງໜ້າຣັຖບານນຳພາ, ຊີ້ນຳການເຄື່ອນໄຫວວຽກງານ ຂອງຣັຖບານ ແລະ ອົງການປົກຄອງທ້ອງຖິ່ນ, ແຕ່ງຕັ້ງໂຍກຍ້າຍ ຫຼືປົດຕຳແໜ່ງຮອງຣັຖມົນຕຣີ, ຮອງຫົວໜ້າອົງການຣັຖ ທຽບເທົ່າກະຊວງ, ຫົວໜ້າທະບວງ, ຮອງຫົວໜ້າທະບວງ, ອະທິບໍດີ ຫຼືຫົວໜ້າກົມ, ແຕ່ງຕັ້ງ ຫຼືປົດຕຳແໜ່ງເຈົ້າແຂວງ, ເຈົ້ານະຄອນຫຼວງ ພາຍຫຼັງກອງປະຊຸມ ສະພາປະຊາຊົນ ຂັ້ນແຂວງ ຮັບຮອງເອົາ, ສເນີເລື່ອນຊັ້ນ ຫຼືປົດຊັ້ນນາຍພົລ, ເລື່ອນຊັ້ນ ຫຼືປົດຊັ້ນພັນເອກ ຂອງກຳລັງປ້ອງກັນຊາຕ-ປ້ອງກັນຄວາມສງົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jan 05, 2023 01:46 AM

ທ່ານພັນຄຳ ວິພາວັນ ກໍ່ຖືວ່າ ເປັນນາຍົກ ຂວັນໃຈປະຊາຊົນ ອີກທ່ານນຶ່ງ ຫລືເວົ້າໄດ້ວ່າ ອາດຈະເປັນນາຍົກ ຫລື ກົມການເມືອງທີ່ກ້າເວົ້າກ້າເວົ້າກ້າວ່າ ແລະ ເວົ້າໃນສິ່ງທີ່ຖືກຕ້ອງ ໂດຍບໍ່ເກງກົວອຳນາດມືດ ຈະປົດທ່ານ ຊຶ່ງທ່ານເອງກໍເຄີຍປະກາດແລ້ວວ່າ ທ່ານຈະເວົ້າໂລດ ເຖິງແມ່ນວ່າ ຈະແຕະຕ້ອງ ສະຫາຍບາງຄົນກໍ່ຕາມ ແຕ່ອຳນາດມືດ ແລະບັນດາການນຳຈຳນວນນຶ່ງ ທີ່ຢ້ານວ່າ ຈະເສຍຜົນປະໂຫຍດ ຈຶ່ງພະຍາຍາມກົດດັນທ່ານ ໃຫ້ອອກຈາກຕຳແໜ່ງ. ເຖິງແມ່ນວ່າ ທ່ານຈະເວົ້າຫລາຍປານໃດກໍຕາມ ແຕ່ກໍ່ບໍ່ສາມາດ ເຮັດໃຫ້ມີການປ່ຽນແປງໄດ້ ເພາະວ່າ ຄົນອື່ນບໍ່ປະຕິບັດນຳ. ຕາມທີ່ທ່ານກ່າວປາໃສ ລາອອກທ່ານ ກໍ່ຢ້າວ່າ ທ່ານເຮັດວຽກມາຕະຫລອດ ໂດຍບໍ່ຫວັງໜ້າທີ່ຕຳແໜ່ງ, ທ່ານຕຳນິ ການນຳຜູ້ທີ່ເອົາລູກຫລານຕົນເອງເອົາຮັບຣັຖກອນ ເຂົ້າຮັບຕຳແໜ່ງສູງໆ. ພວກເຮົາປະຊາຊົນກໍເສຍດາຍ ທີ່ເຫັນທ່ານອອກຈາກໜ້າທີ່ໄວໂພດ. ການປົກຄອງແລະບໍລິຫານບ້ານເຮົາ ທຸກມື້ນີ້ ແມ່ນຫລິ້ນເສັ້ນຫລິ້ນສາຍ ຫລິ້ນເຄືອຍາດ ຢ່າງໂຈ່ງແຈ້ງ. ນີ້ເປັນກຳ ຂອງຊາດລາວແທ້ໆ.