ປ່ຽນນາຍົກໃໝ່ ຈະແກ້ວິກິຕເສຖກິຈ ໃນລາວໄດ້ ຫຼືບໍ່

ໄຊຍາ
2023.01.03
ປ່ຽນນາຍົກໃໝ່ ຈະແກ້ວິກິຕເສຖກິຈ ໃນລາວໄດ້ ຫຼືບໍ່ ຊາວລາວ ໃນທຸກສາຂາອາຊີບ ຕ່າງກໍໄດ້ຮັບຄວາມເດືອດຮ້ອນ ຈາກພັຍເງິນເຟີ້, ລາຄາສິນຄ້າແພງຂຶ້ນເທົ່າໂຕ ແລະ ເງິນກີບອ່ອນຄ່າລົງເລື້ອຍໆ, ນະຄອນຫຼວງວຽງຈັນ ວັນທີ 12 ທັນວາ ປີ 2022.
RFA

ເມື່ອວັນທີ 30 ທັນວາ 2022 ທີ່ຜ່ານມາ ດຣ. ສອນໄຊ ສີພັນດອນ ໄດ້ຖືກ ແຕ່ງຕັ້ງໃຫ້ດຳຣົງຕຳແໜ່ງເປັນ ນາຍົກຣັຖມົນຕຣີ ຄົນໃໝ່ພາຍຫລັງ ດຣ. ພັນຄຳ ວີພາວັນ ໄດ້ປະກາດລາອອກຈາກຕຳແໜ່ງ ຍ້ອນບັນຫາດ້ານສຸຂພາບ ດ້ວຍການຖແລງຜ່ານ ກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນເທື່ອ 4 ຂອງສະພາແຫ່ງຊາຕຊຸດທີ 9 ໃນມື້ສຸດທ້າຍ ອັນເປັນວາຣະພິເສດ ກ່ອນຈະມີການປິດກອງປະຊຸມ.

ກ່ຽວກັບເຣື່ອງນີ້ ປະຊາຊົນລາວພາຍໃນປະເທດ ກໍມີຫລາກຫລາຍຄວາມຄິດເຫັນ ຕໍ່ການແຕ່ງຕັ້ງ ດຣ. ສອນໄຊ ສີພັນດອນ ຂຶ້ນເປັນນາຍົກຣັຖມົນຕຣີຄົນໃໝ່ ຂອງປະເທດລາວ ຊຶ່ງມີທັງຜູ້ສນັບສນູນ ແລະຍັງບໍ່ມີຄວາມແນ່ໃຈ ໃນບາງຢ່າງ ກ່ຽວກັບໂຕທ່ານ ບາງຄົນກໍມີຄວາມຫວັງ ແລະບາງຄົນກໍຄິດວ່າ ທຸກຢ່າງຄົງຈະບໍ່ມີຫຍັງ ປ່ຽນແປງຫລາຍ.

ດັ່ງອະດີຕ ຣັຖກອນທີ່ເຮັດວຽກ ດ້ານເສຖກິຈ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 3 ມົກຣາ 2023 ນີ້ວ່າ:

ລາວຮຽນເຣື່ອງການທະຫານມາ ລາວບໍ່ໄດ້ຮຽນເຣື່ອງ ວິຊາເສຖກິຈມາ ບໍ່ຮູ້ເຣື່ອງການບໍຣິຫານ ການປົກຄອງ ແລ້ວມັນບໍ່ໄດ້ແຕ່ວ່າເອົາຂຶ້ນມາ ດ້ວຍເສັ້ນສາຍສື່ໆຫັ້ນນ່າ. ແຕ່ປະຊາຊົນເຂົາບໍ່ຍອມຮັບ ເພາະວ່າເບິ່ງຜົນງານ ຂອງຜູ້ກ່ຽວ ກໍບໍ່ມີຫຍັງເດ້ ເວົ້າແຕ່ເຣື່ອງຄໍຣັປຊັນ ເວົ້າແຕ່ເຣື່ອງເສັ້ນສາຍ ໂຕເອງສື່ໆ.

ທ່ານກ່າວຕື່ມວ່າ ພົລເອກ ຄຳໄຕ ສີພັນດອນ ອະດີຕປະທານ ປະເທດລາວ ຊຶ່ງເປັນພໍ່ຂອງ ດຣ. ສອນໄຊ ສີພັນດອນ ຕ້ອງການໃຫ້ ດຣ. ສອນໄຊ ຂຶ້ນດຳຣົງຕຳແໜ່ງ ເປັນນາຍົກຣັຖມົນຕຣີ ກ່ອນໜ້ານີ້ແລ້ວ ແຕ່ຄະນະກັມການ ກົມການເມືອງ 13 ທ່ານ ຍັງບໍ່ເຫັນດີ. ການຂຶ້ນມາດຳຣົງຕຳແໜ່ງ ເປັນນາຍົກຣັຖມົນຕຣີ ຂອງ ດຣ. ສອນໄຊ ສີພັນດອນ ດັ່ງທີ່ເກີດຂຶ້ນນີ້ ເປັນສ່ວນນຶ່ງຂອງການສືບທອດ ອຳນາດທາງການເມືອງ ຊຶ່ງອາດຈະຍັງເຮັດໃຫ້ປະເທດລາວ ບໍ່ສາມາດພັທນາໄປໄດ້ຫລາຍ ພໍເທົ່າໃດ ຍ້ອນເປີດໂອກາດໃຫ້ ມີການເສັ້ນສາຍ ແລະແຕ່ງຕັ້ງລູກເຈົ້າຫລານນາຍ ມາດຳຣົງຕຳແໜ່ງ ທາງການເມືອງໃນລະດັບສູງ ຂອງປະເທດ.

ດັ່ງນັກທຸຣະກິຈ ຊາວລາວຜູ້ມີປະສົບການ ໃນການເຮັດວຽກ ກັບເຈົ້າໜ້າທີ່ຣັຖ ຢູ່ນະຄອນຫລວງວຽງຈັນທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

ມັນເປັນໃບສັ່ງ ຂອງຜູ້ມີອຳນາດ ເຣື່ອງຄວາມຫວັງນີ້ ພວກເຮົາກໍຕ້ອງມີຄວາມຫວັງ ຢູ່ແລ້ວເນາະ. ກໍຢາກໃຫ້ປະເທດພັທນາ ແຕ່ວ່າໃນຄວາມຫວັງຫັ້ນ ກໍໄດ້ແຕ່ຫວັງແຫລະອັນນີ້ ເວົ້າຄວາມຈີງເນາະ. ກໍໄດ້ແຕ່ຫວັງເພາະວ່າ ຄືຊິເປັນໄປໄດ້ຍາກຫັ້ນນ່າ ຕາບໃດທີ່ວ່າບໍ່ມີບົດລົງໂທດ ພະນັກງານສໍ້ຣາດບັງຫລວງ ອີ່ຫຍັງຕ່າງໆ ຈັ່ງຊິນ່າມີຂຶ້ນມາ ແຕ່ບໍ່ນຳໃຊ້ນີ້ມັນກໍຍາກແຫລະ.

ເຖີງແມ່ນວ່າ ດຣ. ສອນໄຊ ສີພັນດອນ ຈະກ່າວປະຕິຍານຕົນ ໃນການຮັບຕຳແໜ່ງ ເປັນນາຍົກຣັຖມົນຕຣີ ວ່າ. ທ່ານຈະປະຕິບັດໜ້າທີ່ ຂອງຕົນໃຫ້ດີທີ່ສຸດ ແລະພ້ອມທີ່ຈະອຸທິດ ເຫື່ອແຮງສະຕິປັນຍາ ແລະຄວາມຮູ້ ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ ແລະ ສື່ສັດ, ບໍຣິສຸດ, ແຕ່ປະຊາຊົນລາວ ຈຳນວນຫລາຍ ພັດບໍ່ເຊື່ອວ່າຣັຖບານ ພາຍໃຕ້ການນຳ ຂອງທ່ານ ຈະສາມາດແກ້ໄຂບັນຫາ ເສຖກິຈ ແລະສັງຄົມ ພາຍໃນປະເທດໄດ້ ທັນທີທັນໃດເທື່ອ.

ດັ່ງພະນັກງານ ຂັບຣົຖຂົນສົ່ງສິນຄ້າ ຢູ່ແຂວງທາງພາກໃຕ້ ທ່ານນຶ່ງກ່າວວ່າ:

ປະຊາຊົນຄົນລາວ ເພິ່ນກໍມີຄວາມຫວັງວ່າ ນາຍົກຄົນໃໝ່ເພິ່ນຂຶ້ນມາແລ້ວ ເພິ່ນຈະແກ້ໄຂດ້ານອັຕຣາເງິນເຟີ້ນີ້ແລ້ວ ກໍລາຄາສິນຄ້າ ຄວາມຫວັງຂອງຄົນລາວ ມັນເປັນແນວນັ້ນ. ແຕ່ວ່າໂຕຈິງນີ້ ມັນຈະໃຊ້ເວລາດົນ ຫລື ວ່າໃຊ້ເວລາໄວໆນີ້ເນາະ ເຮົາກໍຄາດການບໍ່ໄດ້ເນາະ ໂຕນີ້ນ່າ ເພາະວ່າມັນເປັນຄຳເວົ້າຄຳອີ່ຫຍັງຕ່າງໆ ຂອງເຂົາເພື່ອໃຫ້ໄດ້ ຄົງຕຳແໜ່ງນີ້ສື່ໆຫັ້ນນ່າ.

ການລາອອກ ຈາກຕຳແໜ່ງຂອງ ດຣ. ພັນຄຳ ວິພາວັນ ແລະ ການຂຶ້ນມາຂອງ ດຣ. ສອນໄຊ ສີພັນດອນ ໃນຖານະນາຍົກຣັຖມົນຕຣີ ຄົນໃໝ່ຈະບໍ່ກ່ຽວຂ້ອງ ກັບບັນຫາທາງເສຖກິຈ-ສັງຄົມ ພາຍໃນປະເທດໂດຍຕຣົງ ແຕ່ໃນໄລຍະ 2-3 ປີທີ່ຜ່ານມາ ສະພາບເສຖກິຈເງິນເຟີ້ ພາຍໃນປະເທດລາວ ພັດເປັນປະເດັນໃຫຍ່ ທີ່ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດແກ້ໄຂບັນຫາໄດ້. ການປ່ຽນແປງຕຳແໜ່ງ ຜູ້ນຳຣັຖບານທີ່ເກີດຂຶ້ນ ຈຶ່ງເປັນນຶ່ງໃນຄວາມຫວັງ ຂອງປະຊາຊົນລາວ ທີ່ຢາກໃຫ້ບັນຫາດັ່ງກ່າວນີ້ຫລຸດລົງ.

ດັ່ງຊາວນະຄອນປາກເຊ ແຂວງຈຳປາສັກ ທ່ານນຶ່ງກ່າວວ່າ:

ກໍມີຄວາມຫວັງຫັ້ນແຫລະ ເພາະວ່າແມ່ນເງິນເຟີ້ ກໍຢາກໃຫ້ຫລຸດລົງຫັ້ນແຫລະ ມີຄວາມຫວັງກັບນາຍົກຫັ້ນແຫລະ. ນາຍົກຄົນໃໝ່ນີ້ແກ້ໄຂ ບັນຫາເສຖກິຈ ຂອງລາວດີກ່ອນເກົ່າຫັ້ນແຫລະ ນໍ້າມູກ ນໍ້າມັນອີ່ຫຍັງ ກໍຂຶ້ນຫັ້ນນ່າ. ເງິນເຟີ້ມັນກໍສູງຫັ້ນແຫລະ ຢູ່ບ້ານເຮົາປັດຈຸບັນນີ້ເງິນລາວເຮົາ ປ່ຽນເອົາເງິນບາທ 1,000 ບາທ ນີ້ກໍຍັງຖືກຢູ່ 500,000 ດຽວນີ້ 500,000 ປາຍໜ້ອຍນຶ່ງ ບໍ່ດຽວນີ້ນີ້ແມ່ນໆ ແຕ່ກີ້ກໍຍັງວ່າ 1,000 ກໍ 250,000.

ກ່ຽວກັບເຣື່ອງນີ້ ຖ້າຫາກ ດຣ. ສອນໄຊ ສີພັນດອນ ສາມາດຈັດຕັ້ງ ຄະນະເຮັດວຽກ ດ້ານເສຖກິຈ-ການເມືອງ ທີ່ເປັນມືອາຊີພ ແລະເລັ່ງແກ້ໄຂບັນຫາ ຄວາມໂປ່ງໃສ ໃນການບໍຣິຫານປະເທດ ແລະການສໍ້ຣາສບັງຫລວງໄດ້ ຢ່າງຈິງຈັງກໍຈະເຮັດໃຫ້ປະຊາຊົນລາວ ມີຄວາມເຊື່ອໃຈ ແລະນັກລົງທຶນຕ່າງປະເທດຈະສົນໃຈ ເດີນທາງມາລົງທຶນພາຍໃນ ປະເທດລາວຫລາຍຂຶ້ນ.

ດັ່ງ ອາຈານ ອາດີດສອນ ເສມແຍ້ມ ນັກຊ່ຽວຊານດ້ານລາວສຶກສາ ຈາກຈຸລາລົງກອນ ມະຫາວິທຍາໄລ ໃນປະເທດໄທຍກ່າວວ່າ:

ມືທີ່ສາມາດນຳມາໃຊ້ ໃນການເຮັດວຽກທາງດ້ານເສຖກິຈ ມີພໍເທົ່າໃດ. ສອງມາຄືສາມາດຄວບຄຸມບັນຫາຄໍຣັບຊັນ ເພາະໃນໄລຍະທີ່ຜ່ານມາກໍສາມາດ ເຮັດໃຫ້ເກີດບັນຫາໄດ້. ສາມາດຈະສ້າງຄວາມເຊື່ອໝັ້ນ ໃຫ້ແກ່ປະຊາຊົນ ຫລືສາທາຣະນະຕ່າງປະເທດໄດ້ ຫລືບໍ່ມັນກໍຂຶ້ນຢູ່ກັບການຄັດເລືອກ ທີມອີ່ຫຍັງນັ້ນມາຊຶ່ງມັນກໍມີສ່ວນ. ສ່ວນສຸດທ້າຍ ກໍຄືກໍຕ້ອງເບິ່ງຄວາມສັມພັນ ນຳປະເທດຈີນ ເພາະຈີນກໍເປັນນັກລົງທຶນຣາຍໃຫຍ່.

ດຣ. ສອນໄຊ ສີພັນດອນ ເກີດໃນວັນທີ 26 ມົກຣາ ປີ 1966 ຢູ່ແຂວງຫົວພັນ. ປັດຈຸບັນອາຍຸ 56 ປີ ເປັນຊົນເຜົ່າລາວລຸ່ມ. ເຂົ້າເປັນສະມາຊິກພັກ ໃນວັນທີ 23 ກັນຍາ 1985 ແລະ ເຂົ້າການປະຕິວັດ ໃນວັນທີ 20 ສິງຫາ 1987. ຈົບການສຶກສາ ລະດັບປະຣິນຍາຕຣີ ໃນສາຂາວິຊາ ສະເພາະທາງດ້ານ ການທະຫານ-ຍານເກາະ ແລະ ມີຄວາມຮູ້ ດ້ານທິດສະດີ ການເມືອງລະດັບສູງ. ທ່ານໄດ້ຮັບການແຕ່ງຕັ້ງ ໃຫ້ເປັນນາຍົກຣັຖມົນຕຣີ ຄົນທີ 9 ຂອງປະເທດ ໃນລະບອບທີ່ພັກ ປະຊາຊົນ ປະຕິວັດລາວ ເປັນພັກກຳອຳນາດ (ພັກດຽວ) ໃນວັນທີ 30 ທັນວາ 2022 ທີ່ຜ່ານມາ ໂດຍກ່ອນໜ້ານີ້ ທ່ານເຄີຍດຳຣົງ ຕຳແໜ່ງເປັນເຈົ້າແຂວງ ແຂວງຈຳປາສັກ, ຣັຖມົນຕຣີ ປະຈຳສຳນັກງານ ນາຍົກຣັຖມົນຕຣີ, ຈາກນັ້ນເຂົ້າຮັບຕຳແໜ່ງ ເປັນຮອງນາຍົກຣັຖມົນຕຣີ ຕໍ່ມາກໍຄວບຕຳແໜ່ງ ຣັຖມົນຕຣີ ກະຊວງແຜນການ ແລະການລົງທຶນປະມານ 1 ປີ ປາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.