ນາຍົກຣັຖມົນຕຣີໄທຍ ຢ້ຽມຢາມລາວ ຂຍາຍຄວາມຮ່ວມມື ດ້ານເສຖກິຈ

ໄຊຍາ
2023.10.30
ນາຍົກຣັຖມົນຕຣີໄທຍ ຢ້ຽມຢາມລາວ ຂຍາຍຄວາມຮ່ວມມື ດ້ານເສຖກິຈ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ລາວ ແລະ ທ່ານ ເສດຖາ ທະວີສິນ ນາຍົກຣັຖມົນຕຣີໄທຍ ຮ່ວມເປີດສະຖານີ ຣົຖໄຟວຽງຈັນ (ຄຳສະຫວາດ). ນະຄອນຫຼວງວຽງຈັນ ວັນທີ 30 ຕຸລາ 2023.
ຂໍຂອບໃຈຮູບພາບຈາກເພຈ ປກສ.

ເມື່ອວັນທີ 30 ຕຸລາ 2023 ນີ້ ທ່ານ ເສດຖາ ທະວີສິນ ນາຍົກຣັຖມົນຕຣີ ຂອງໄທຍພ້ອມຄະນະໄດ້ເດີນທາງ ມາຢ້ຽມຢາມ ຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ພົບປະກັບທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ເພື່ອຫາລືກັນໃນຫຼາຍດ້ານ ລວມທັງເຂົ້າພົບປະ ດຣ. ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາຕລາວ. ຫຼັງຈາກນັ້ນໄດ້ໄປເປັນປະທານຮ່ວມ ໃນການເປີດສະຖານີຣົຖໄຟ ຄຳສະຫວາດ ເຊິ່ງເປັນສະຖານີຣົຖໄຟ ແຫ່ງຫຼ້າສຸດໃນລາວ ທີ່ເຊື່ອມຕໍ່ກັບສະຖານີຣົຖໄຟ ທ່ານາແລ້ງ, ອີງຕາມການຣາຍງານ ຂອງສື່ມວນຊົນໄທຍ ແລະ ລາວ ໃນວັນທີ 30 ຕຸລາ ນີ້.

ກ່ຽວກັບການເດີນທາງ ມາຢ້ຽມຢາມລາວ ຂອງນາຍົກຣັຖມົນຕຣີໄທຍ ໃນເທື່ອນີ້ ຊາວລາວຫຼາຍຄົນ ກໍຮູ້ສຶກຍິນດີ ແລະ ເຫັນວ່າ ຈະເຮັດໃຫ້ມິຕພາບ ລາວ-ໄທຍ ມີການຜັນຂຍາຍຕໍ່ໄປ ແບບບໍ່ມີສິ້ນສຸດ ແລະ ຊາວລາວຈຳນວນນຶ່ງ ກໍຫວັງວ່າການທີ່ຜູ້ນຳທັງລາວແລະໄທຍ ໄດ້ພົບປະກັນໃນເທື່ອນີ້ ກໍຈະມີການປຶກສາຫາລືກັນ ຫຼາຍດ້ານ ໂດຍສະເພາະການແກ້ໄຂບັນຫາ ເສຖກິຈ ແລະ ເງິນເຟີ້ ໃນລາວລວມທັງບັນຫາການລັກລອບຂົນສົ່ງ ຢາເສບຕິດຕາມແນວຊາຍແດນ ລາວ-ໄທຍ ນຳດ້ວຍ.

ດັ່ງຊາວລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 30 ຕຸລາ ນີ້ວ່າ:

“ຢາກໃຫ້ແກ້ໄຂບັນຫາ ເຣື່ອງເສຖກິຈເນາະເງິນເຟີ້ນີ້ແຫຼະເນາະ ຊ່ອຍກັນເນາະແລ້ວກາຜູກມັດກັນ ໃນການຊື້ ການຂາຍ ໃຫ້ສະດວກສະບາຍ ແລ້ວກາດີແນວນັ້ນເນາະ ປຶກສາເຣື່ອງນີ້ແດ່. ເສຖກິຈແດ່ແລ້ວປຶກສາເຣື່ອງຄະດີ ຢາເສບຕິດ ຄ້າຂາຍຂ້າມຊາຕກັນເນາະ.”

ຊາວລາວອີກທ່ານນຶ່ງ ກໍຮູ້ສຶກຍິນດີຕໍ່ການມາຢ້ຽມຢາມ ຂອງນາຍົກຣັຖມົນຕຣີໄທຍ ເຊິ່ງກໍຢາກໃຫ້ເພິ່ນມາຖອດຖອນບົດຮຽນ ໃຫ້ແກ່ທາງການລາວ ໃນການແກ້ໄຂບັນຫາດ້ານເສຖກິຈ ແລະ ເງິນເຟີ້ ໃນປະເທດລາວ ເນື່ອງຈາກເຫັນວ່າ ເປັນບັນຫາສຳຄັນທີ່ຄົນລາວສ່ວນໃຫຍ່ ຢາກໃຫ້ແກ້ໄຂຫຼາຍກ່ອນບັນຫາອື່ນ.

ດັ່ງທ່ານກ່າວວ່າ.

“ເພິິ່ນມາກໍຢາກໃຫ້ ເພິ່ນມາຊ່ອຍກາຫຼາຍອັນຫັ້ນແຫຼະ ສຳຄັນກໍຟື້ນຟູເສຖກິຈເນາະ ອັດຕຣາແລກປ່ຽນນີ້ແຫຼະ ກໍໃຫ້ມັນສົມດຸນກັນໜ້ອຍນຶ່ງຫັ້ນນ່າ. ດຽວນີ້ເງິນກີບມັນກໍຕົກຕໍ່າໂພດຫັ້ນນ່າເນາະ ບາງເທື່ອເພິ່ນມາຢ້ຽມມາຢາມ ເພິ່ນກໍຈະມີອັນຊ່ອຍເຫຼືອບໍ່. ບໍ່ມີບັນຫາກັນແຫຼະ ລາວ-ໄທຍ, ລາວ-ຈີນ, ລາວ-ວຽດ.”

ສໍາລັບສະຖານີຣົຖໄຟ ຄໍາສະຫວາດກໍມີແຜນການ ທີ່ຈະເປີດໃຫ້ບໍຣິການ ແບບເປັນທາງການໃນອີກບໍ່ດົນນີ້ ແຕ່ຍັງບໍ່ທັນລະບຸເທື່ອວ່າ ຈະເຣີ່ມເປີດໃຫ້ບໍຣິການໃນມື້ໃດ ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍມີການກະຕຣຽມຄວາມພ້ອມ ລໍຖ້າໄວ້ຫຼາຍດ້ານ.

ດັ່ງເຈົ້າໜ້າທີ່ ບໍຣິສັດທາງຣົຖໄຟ ລາວ-ຈີນ  ກ່າວວ່າ:

“ສະຖານີ ຄໍາສະຫວາດຫັ້ນໄດ້ຍິນວ່າ ປີນີ້ໄວໆ ນີ້ແຕ່ວ່າຍັງບໍ່ແນ່ໃຈວ່າມື້ໃດ. ດຽວນີ້ເຂົາເຈົ້າກາຂົນສົ່ງສິນຄ້າ ປົກກະຕິ. ສິນຄ້ານ່າແຕ່ລາວໄປໄທຍປົກກະຕິ.”

ທາງດ້ານອະດີດເຈົ້າໜ້າທີ່ລາວ ທີ່ຕິດຕາມຄວາມສັມພັນ ລະຫວ່າງ ລາວ-ໄທຍ ມາໂດຍຕລອດ ກໍເຫັນວ່າໃນໄລຍະ 10 ປີ ມານີ້ ຄວາມສັມພັນ ຂອງທັງສອງປະເທດ ກໍສືບຕໍ່ສ້າງສັມພັນທີ່ດີຕໍ່ກັນ ຢູ່ເລື້ອຍໆ ອີກທັງໃນອີກບໍ່ດົນນີ້ ກໍຈະມີທາງຣົຖໄຟ ລາວ-ໄທຍ ທີ່ເຊື່ອມຕໍ່ກັນ ແລະມີຂົວມິຕພາບ ລາວ-ໄທຍ ທີ່ເຊື່ອມຕໍ່ກັນຫຼາຍແຫ່ງ ອຳນວຍຄວາມສະດວກ ທາງດ້ານການທ່ອງທ່ຽວ, ຂົນສົ່ງສິນຄ້າ ແລະ ເດີນທາງໄປ-ມາ ຫາຊູ່ກັນລະຫວ່າງພົລເມືອງ ທັງສອງປະເທດ. ສ່ວນການຫາລືກັນຂອງຜູ້ນໍາລາວ-ໄທຍ ໃນເທື່ອນີ້ກໍເຊື່ອວ່າຫຼັກໆ ກໍແມ່ນແຜນການເຊື່ອມຕໍ່ ເສັ້ນທາງຣົຖໄຟ ລາວ-ໄທຍ ແລະ ດ້ານເສຖກິຈ.

ດັ່ງທ່ານກ່າວວ່າ:

“ດີຫຼາຍມັນບໍ່ຄືແຕ່ກີ້ດຽວນີ້ຫັ້ນ ໄດ້ເເປີດຂົວອີກທາງຣົຖໄຟອີກ ດີຂື້ນໆ ໄປເລື້ອຍໆເດ້ ເພິ່ນກໍມີທິດແລ້ວຈະລົມອິສັງໆ ຕົ້ນຕໍມັນຈະເວົ້າເຣື່ອງທາງຣົຖໄຟ ເຊື່ອມຊິເວົ້າເຣື່ອງການຮ່ວມໄມ້ຮ່ວມມື ຈັ່ງໃດພາສີອາກອນ ແນວໃດອື່ນໆຫັ້ນແຫຼະ ເພິ່ນຈະລົມກັນແນວນັ້ນ.”

ທ່ານ ບຸນເພັ້ງ ລາມຄໍາ ປະທານຫໍການຄ້າ ແຂວງບຶງການປະເທດໄທຍ ກ່າວກ່ຽວກັບແຜນການເຊື່ອມໂຍງເສັ້ນທາງຣົຖໄຟ ລາວ-ໄທຍວ່າການທີ່ລາວມີເສັ້ນທາງຣົຖໄຟ ແລະຈະເຊື່ອມຕໍ່ກັບໄທຍນັ້ນ ກໍຈະເປັນຜົລດີ ິຫຼາຍຕໍ່ເສຖກິຈລະຫວ່າງສອງປະເທດ ໂດຍໃຊ້ເສັ້ນທາງຣົຖໄຟ ເປັນໂຕຂັບເຂື່ອນອີກທັງຂົວມິຕພາບ ລາວ-ໄທຍ ແຫ່ງທີ 5 ລະຫວ່າງ ແຂວງບໍຣິຄຳໄຊ-ແຂວງບຶງການກໍໃກ້ຈະສຳເຣັດນຳດ້ວຍ. +ດັ່ງທ່ານກ່າວວ່າ:

(ໄທຍ) “ທ່ານກ່າວວ່າ ດ້ານຣົຖໄຟທີ່ລາວໄດ້ເປີດໃຊ້ແລ້ວກໍຈະເຮັດໃຫ້ຫຼຸດຜ່ອນຕົ້ນທຶນໃນການຂົນສົ່ງສິນຄ້າເປັນອັນດັບຕົ້ນໆ ໃນອາຊ້ຽນເຊິ່ງຈະເປັນການເຊື່ອມໂຍງດ້ານການຄ້າ ການລົງທຶນໃນອະນາຄົດ, ແຂວງບຶງການເອງ ກໍຈະໄດ້ຜົລປໂຍດຈາກເຣື່ອງນີ້ ນຳດ້ວຍເພາະວ່າກຳລັງກໍ່ສ້າງຂົວມິຕພາບລາວ-ໄທຍແຫ່ງທີ 5 ເຊິ່ງມີຄວາມຄືບໜ້າແລ້ວ ປະມານ 80%.”

ມີຣາຍງານຕື່ມວ່າ ໃນການພົບປະລະຫວ່າງ ທ່ານ ເສດຖາ ທະວີສິນ ນາຍົກຣັຖມົນຕຣີໄທຍ ກັບ ທ່ານ ດຣ. ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 30 ຕຸລານີ້ ກໍໄດ້ມີການຫາລືກັນ ດ້ານການຄ້າໂດຍນາຍົກຣັຖມົນຕຣີໄທຍ ພ້ອມທີ່ຈະໃຫ້ການສນັບສນູນ ການເຊື່ອມໂຍງທາງດ້ານເສຖກິຈ ລະຫວ່າງພາກອີສານຂອງໄທຍ ກັບປະເທດລາວ ໃຫ້ເປັນໂຊນເຕີບໃຫຍ່ ທີ່ມີການຊ່ອຍເຫຼືອເຊິ່ງກັນແລະກັນ ລວມທັງຫຼຸດຜ່ອນອຸປະສັກ ແລະ ອຳນວຍຄວາມສະດວກ ດ້ານການ ລາວ-ໄທຍ ເພື່ອໃຫ້ບັນລຸເປົ້າໝາຍການຄ້າ ຈຳນວນ 11,000 ລ້ານໂດລ້າຣ໌ ສະຫະຣັຖ ພາຍໃນປີ 2025.

ນອກຈາກນັ້ນ ນາຍົກຣັຖມົນຕຣີໄທຍ ຍັງໄດ້ຂໍໃຫ້ທັງສອງຝ່າຍເລັ່ງ ຈັດການກໍານົດ ຂໍ້ຕົກລົງເພື່ອເຣີ່ມແລ່ນຣົຖໄຟ ຈາກສະຖານີທ່ານາແລ້ງ ຫາສະຖານີຄຳສະຫວາດ ພາຍໃນຕົ້ນປີ 2024 ແລະ ຂໍໃຫ້ທັງສອງຝ່າຍ ຮ່ວມພິຈາຣະນາແນວທາງ ໃນການເພີ່ມປະສິດທິພາບ ທາງດ້ານລະ ບົບຂົນສົ່ງ ແລະ ໂລຈິສຕິກ ເພື່ອໃຫ້ຫຼຸດຜ່ອນໄລຍະເວລາ ການຂົນສົ່ງສິນຄ້າ ແລະຫຼຸດຜ່ອນຕົ້ນທຶນການຂົນສົ່ງ ແລະ ການພັທນາ ດ້ານລະບົບການຄົມມະນາຄົມດ້ານອື່ນໆ .

ພາຍຫຼັງທີ່ຜູ້ນໍາ ລາວ-ໄທຍ ສໍາເຣັດການຫາລືຮ່ວມກັນ ກໍໄດ້ຮ່ວມເປັນສັກຂີພິຍານ ໃນການລົງນາມເອກະສານສຳຄັນ ແລະສົ່ງມອບໂຄງການຕ່າງໆ ເປັນຕົ້ນພິທີລົງນາມ ຄວາມເຂົ້າໃຈ ວ່າດ້ວຍການແລກປ່ຽນລະຫວ່າງກະຊວງຖແລງຂ່າວ ວັທນາທັມ ແລະ ທ່ອງທ່ຽວຂອງລາວ ກັບກະຊວງວັທນາທັມທ່ອງທ່ຽວຂອງໄທຍ, ພິທີລົງນາມບົດບັນທຶກ ຄວາມຮ່ວມມືທາງດ້ານວິຊາການ ໃນຮູບບແບບການສົ່ງເສີມ ແລະ ສ້າງຂີດຄວາມສາມາດ ສຳລັບການຝຶກພະນັກງານ ຂັບຣົຖໄຟ ແລະພະນັກງານ ຈຳໜ່າຍປີ້ຣົຖໄຟ ແລະການເຮັດແຜນທຸຣະກິຈ ໃຫ້ແກ່ຣົຖໄຟລາວ ແລະ ອື່ນໆ. ອີງຕາມການຣາຍງານ ຂອງສື່ມວນຊົນໄທຍ ເມື່ອວັນທີ 30 ຕຸລາ 2023.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.