ນາຍົກລາວ ຢ້ຽມຢາມວຽດນາມ, ເຊັນສັນຍາຮ່ວມກັນ 4 ສະບັບ
2024.01.08

ໃນລະຫວ່າງວັນທີ 6-7 ມົກກະຣາ 2024 ທີ່ຜ່ານມາ, ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມປະເທດວຽດນາມ ຢ່າງເປັນທາງການ ໂດຍການຕ້ອນຮັບ ຂອງທ່ານ ຟາມມິນຈິນ (Pham Minh Chinh), ນາຍົກຣັຖມົນຕຣີວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ ປະເທດວຽດນາມ. ການຢ້ຽມຢາມວຽດນາມ ຂອງທ່ານ ສອນໄຊ ສີພັນດອນ ໃນເທື່ອນີ້ ຖືເປັນການຢ້ຽມຢາມ ສັນທະວະໄມຕຣີ ຕ່າງປະເທດ ຄັ້ງທຳອິດຂອງທ່ານ ໃນຖານະນາຍົກຣັຖມົນຕຣີລາວ.
ໃນໂອກາດດຽວກັນນີ້, ຣັຖບານລາວ ແລະ ວຽດນາມ ໄດ້ຕົກລົງເຊັນສັນຍາຄວາມຮ່ວມມື ຈຳນວນ 4 ສະບັບ ປະກອບມີ:
- ອະນຸສັນຍາ ການຮ່ວມມື ປ້ອງກັນຊາຍແດນ ລະຫວ່າງ ກະຊວງປ້ອງກັນຄວາມສງົບ ລາວ-ວຽດນາມ
- 2. ບົດບັນທຶກຊ່ອຍຈຳ ກ່ຽວກັບແຜນການຮ່ວມມື ລະຫວ່າງ ຫ້ອງວ່າການ ຣັຖບານ ລາວ-ວຽດນາມ
- ບົດບັນທຶກຊ່ອຍຈຳ ກ່ຽວກັບການພັທນາ ແລະ ການເຊື່ອມຕໍ່ພື້ນຖານໂຄງຮ່າງ ທາງການຄ້າເຂດຊາຍແດນ ລະຫວ່າງ ລາວ-ວຽດນາມ ແລະ
- ແຜນການຮ່ວມມື ປີ 2024 ລະຫວ່າງ ກະຊວງສຶກສາທິການ ແລະ ບຳລຸງສ້າງ ຂອງວຽດນາມ ແລະ ກະຊວງສຶກສາທິການ ແລະ ກິລາ ຂອງລາວ ເຊິ່ງເປັນການຢັ້ງຢືນ ເຖິງສາຍພົວພັນ ພິເສດ ລາວ-ວຽດນາມ ທີ່ຍັງສືບຕໍ່ມາ ໃນປັດຈຸບັນ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມຊາວລາວ ຈຳນວນນຶ່ງ ກ່ຽວກັບ ຜົລປໂຍດ ແລະ ຂໍ້ຄົງຄ້າງ ຈາກການຊ່ອຍເຫຼືອ ແລະ ການລົງທຶນ ຂອງວຽດນາມ ຢູ່ລາວ ທີ່ກ່ຽວຂ້ອງກັບພື້ນຖານໂຄງຮ່າງ ແລະ ການສຶກສາ ໃນໄລຍະປັດຈຸບັນ ເຊິ່ງຊາວລາວ ນາງນຶ່ງ ຢູ່ແຂວງຫົວພັນ ກ່າວວ່າ ພາຍຫຼັງທີ່ວຽດນາມ ໄດ້ມາຊ່ອຍສ້າງ ສນາມບິນໜອງຄ້າງ ແຂວງຫົວພັນ ກໍ ເຮັດໃຫ້ມີນັກເດີນທາງ ມາ ແຂວງຫົວພັນ ໂດຍໃຊ້ເຮືອບິນ ຫຼາຍຂຶ້ນ, ແຕ່ການໃຫ້ບໍຣິການຖ້ຽວບິນ ຍັງມີບັນຫາ ຍ້ອນມີພຽງແຕ່ 11 ຖ້ຽວບິນຕໍ່ອາທິດ ທໍ່ນັ້ນ ແລະ ສນາມບິນ ຢູ່ໄກຈາກໂຕເມືອງເຖິງ 30 ກິໂລແມັດ ເຮັດໃຫ້ນັກທ່ອງທ່ຽວ ມີຄ່າໃຊ້ຈ່າຍ ໃນການເດີນທາງ ຫຼາຍຂຶ້ນ.
ດັ່ງທີ່ນາງ ກ່າວໃນວັນທີ 8 ມົກກະຣາ 2024 ນີ້ວ່າ:
“30 ກິໂລ ຣົຖແທັກຊີກະ 500,000-600,000 ກີບຕໍ່ຖ້ຽວ. ແຕ່ວ່າຄັນວ່າຂີ່ຣົຖຈາກສນາມບິນ ລະແມ່ນຜູ້ນຶ່ງ 60,000 ກີບ. ເພິ່ນມີຣົຖປະຈຳສນາມບິນ. 40 ນາທີ ປະມານນັ້ນ. ດຽວນີ້ອາທິດນຶ່ງ ສະເພາະ ຖ້ຽວບິນຂອງລາວ ສະກາຍເວ ລະແມ່ນ 11 ຖ້ຽວ ລະຍັງອັ່ງເປັນອາທິດ. ຫຼາຍ, ດຽວນີ້ລະ ແຂກຢາກກັບມື້ອື່ນ ກໍຍັງບໍ່ທັນໄດ້ກັບເທື່ອ ຖ້ຽວບິນເຕັມ.”
ທາງດ້ານ ຊາວລາວ ອີກນາງນຶ່ງ ຢູ່ແຂວງອັດຕະປື ກ່າວວ່າ ສນາມບິນສາກົລອັດຕະປື ທີ່ສ້າງໂດຍນັກລົງທຶນວຽດນາມ ບໍ່ໄດ້ຖືກນຳໃຊ້ ມາເປັນເວລາຫຼາຍປີແລ້ວ. ແຕ່ ຜູ້ທີ່ຈະເດີນທາງ ມາ ເທສະບານແຂວງອັດຕະປື ແລະ ຕໍ່ໄປວຽດນາມ ຢູ່ດ່ານສາກົລພູເກືອ ເມືອງພູວົງ ຈະຕ້ອງເດີນທາງ ດ້ວຍຣົຖຍົນທໍ່ນັ້ນ.
ດັ່ງທີ່ນາງ ກ່າວວ່າ:
“ໂດຍ, ມີສນາມບິນຢູ່ ແຕ່ແບບເຂົາບໍ່ໄດ້ໃຊ້ແລ້ວຫັ້ນນ່າ. ແມ່ນ, ປາກເຊ ລະກະຕໍ່ຣົຖມາອັດຕະປື ປະມານຢູ່ 2 ຊົ່ວໂມງປາຍ. ໂດຍ, ໄດ້ໆ ດ່ານພູເກືອ, ກະບໍ່ປານໃດ ແຕ່ກະ (ໃຊ້ເວລາ) ຫຼາຍ.”
ຂະນະທີ່ ຊາວລາວ ອີກຜູ້ນຶ່ງ ຢູ່ແຂວງເຊກອງ ກ່າວວ່າ ນັກລົງທຶນຊາວວຽດນາມ ເຂົ້າມາລົງທຶນ ໃນຂແນງ ການພະລັງງານໄຟຟ້າ ຢູ່ແຂວງເຊກອງ ເປັນຈຳນວນຫຼາຍ ທັງໂຮງງານໄຟຟ້າ ພະລັງງານລົມ ແລະ ເຂື່ອນໄຟຟ້າພະລັງງານນ້ຳ ເຊິ່ງພວກເຂົາເຈົ້າ ກໍໃຫ້ທຶນການສຶກສາ ແກ່ເດັກນ້ອຍນັກຮຽນ ມັທຍົມປາຍ ໄປຮຽນວິຊາສະເພາະ ທີ່ກ່ຽວຂ້ອງກັບໂຮງງານໄຟຟ້າ ຢູ່ປະເທດວຽດນາມ ເພື່ອກັບມາເຮັດວຽກ ນຳໂຄງການຂອງນັກລົງທຶນ ວຽດນາມ.
ດັ່ງທີ່ລາວ ກ່າວວ່າ:
“ກະມີຢູ່ ແຕ່ວ່າ ມັນກະທົ່ວເຖິງເນາະ ອັນນັ້ນເດ້. ພະລັງງານລົມ, ພະລັງງານລົມ ເພິ່ນກະໃຫ້ທີ່ນີ້. ເຂື່ອນອີມູນ ເພິ່ນກະໃຫ້ ຂື້ນໄປຮຽນຢູ່ຮ່າໂນ້ຍ. ຊັ້ນມັທຍົມ ຈົບປີທີ 7.”
ທາງດ້ານ ເຈົ້າໜ້າທີ່ກ່ຽວຂ້ອງ ດ້ານການສຶກສາ ຍານາງນຶ່ງ ເຊິ່ງບໍ່ປະສົງອອກຊື່ ແລະ ຕຳແໜ່ງ ກ່າວວ່າ ຣັຖບານວຽດນາມ ໄດ້ໃຫ້ທຶນການສຶກສາ ແກ່ນັກຮຽນ ນັກສຶກສາ ແລະ ພະນັກງານຣັຖກອນລາວ ເປັນປະຈຳທຸກປີ. ໂດຍໃນປີ 2024 ນີ້ ຈະໄດ້ມີການປະກາດ ຮັບສມັກ ທຶນການສຶກສາ ຂອງຣັຖບານວຽດນາມ ໃນປະມານ ເດືອນກຸມພາ ຫາ ເດືອນມີນາ ທີ່ຈະມາຮອດນີ້.
“ເຈົ້າ, ມີທຸກປີເຈົ້າ. ໂຕນີ້ເຮົາຕ້ອງຖ້າເບິ່ງ ສາຣະບານ ທີ່ເພິ່ນໃຫ້ເຮົາມາກ່ອນເດີ້. ຍັງເທື່ອເດີ້, ຍັງຖ້າເອກະສານເພິ່ນມາກ່ອນ ພວກເຮົາຍັງບໍ່ໄດ້ແຈ້ງທຶນເທື່ອ. ປະມານເດືອນໜ້າເຈົ້າ ປະມານນັ້ນແຫຼະເຈົ້າ, ເດືອນ 2 ເດືອນ 3 ຊ່ວງນັ້ນແຫຼະ.”
ຂະນະທີ່ ຍານາງ ດຣ. ທະນະນັນ ບຸ່ນວັນນາ, ຜູ້ຊ່ອຍສາສຕຣາຈານ ຈາກຄະນະ ມະນຸສສາດ ແລະ ສັງຄົມສາດ ມະຫາວິທຍາໄລຂອນແກ່ນ ຂອງໄທຍ ເຊິ່ງເປັນຜູ້ຊ່ຽວຊານ ດ້ານວຽດນາມສຶກສາ ກ່າວວ່າ ວຽດນາມເປີດໃຫ້ນັກສຶກສາລາວ ເຂົ້າມາຮຽນວິຊາສະເພາະ ຢູ່ວຽດນາມຫຼາຍກວ່າ 14,000 ຄົນ ໃນສົກຮຽນນີ້ ເຊິ່ງວຽດນາມ ຍັງເປັນປະເທດ ທີ່ເປີດຮັບນັກສຶກສາລາວ ເຂົ້າມາຮຽນຫຼາຍກວ່າໝູ່ ສ່ອງແສງເຖິງ ສາຍພົວພັນອັນໃກ້ຊິດ ຂອງ ຣັຖບານລາວ-ວຽດນາມ ທີ່ຍັງຄົງສືບຕໍ່ ເຖິງແມ່ນວ່າຈີນ ຈະເຂົ້າມາຂຍາຍ ອິດທິພົລ ຢູ່ລາວ ຫຼາຍຂຶ້ນ ໃນປັດຈຸບັນ.
ດັ່ງທີ່ຍານາງ ກ່າວໃນມື້ດຽວກັນ ນີ້ວ່າ:
(ພາສາໄທຍ) “ໃນທຸກປີ ວຽດນາມຈະໃຫ້ທຶນນັກສຶກສາລາວ ເຂົ້າມາຮຽນ. ສົກຮຽນ 2022-2023 ມີຈຳນວນຫຼາຍເຖິງ 14,050 ຄົນ. ມີທັງສາຍບໍຣິຫານ, ສາຍອາຊີບ, ທະຫານ-ຕຳຣວດ. ໂດຍ ນັກສຶກສາລາວ ກະຈາຍຢູ່ຕາມນະຄອນຫຼວງຮ່າໂນ້ຍ, ເຫວ້, ດານັງ ແລະ ກໍ່ນະຄອນໂຮ່ຈິມິນ. ເຊິ່ງສແດງໃຫ້ເຫັນວ່າ ບໍ່ວ່າເວລາຈະຜ່ານໄປຊ່ຳໃດ ຄວາມສຳພັນ ລະຫວ່າງວຽດນາມ ກັບລາວ ກໍ່ຢູ່ໃນລັກສະນະທີ່ແນບແໜ້ນ.”
ການເດີນທາງ ຢ້ຽມຢາມວຽດນາມ ຂອງທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ໃນເທື່ອນີ້. ທ່ານຍັງໄດ້ເຂົ້າພົບປະກັບທ່ານ ຫວໍ ວັນ ເຖື່ອງ (Vo Van Thuong), ປະທານປະເທດ ວຽດນາມ ແລະ ທ່ານ ເວືອງ ດິ່ນ ຮູ (Vuong Dinh Hue), ປະທານ ສະພາແຫ່ງຊາຕ ວຽດນາມ.
ນອກຈາກນີ້ແລ້ວ, ສອງນາຍົກຣັຖມົນຕຣີ ລາວ-ວຽດນາມ ຍັງໄດ້ຮ່ວມກັນ ເປັນປະທານຮ່ວມກອງປະຊຸມ ຄວາມຮ່ວມມືລົງທຶນ ລາວ-ວຽດນາມ ແລະ ກອງປະຊຸມ ຄະນະກັມການຮ່ວມມື ທະວິພາຄີ ລະຫວ່າງຣັຖບານລາວ ແລະ ວຽດນາມ ຄັ້ງທີ 46 ນຳດ້ວຍ.