ວຽດນາມຊ່ອຍເຫຼືອລາວ ກຽມກອງປະຊຸມສຸດຍອດ ອາຊ້ຽນຄັ້ງທີ 44
2024.03.22

ການກະກຽມເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊ້ຽນຄັ້ງທີ 44 ທີ່ນະຄອນຫຼວງວຽງຈັນເຊິ່ງຣັຖບານລາວແຈ້ງວ່າຈະຈັດຂຶ້ນໃນລະຫວ່າງເດືອນ 07 ປີ 2024. ການກະກຽມ
ເທື່ອນີ້ຣັຖບານລາວໄດ້ຈັດຕັ້ງເຖິງ 14 ອານຸກັມມະການພາຍໃຕ້ການຊີ້ນຳຂອງ ນາຍົກຣັຖມົນຕຣີ ທ່ານ ສອນໄຊ ສີພັນດອນ.
ໃນການກະກຽມ ດັ່ງກ່າວກໍມີຫຼາຍປະເທດ ທີ່ໄດ້ໃຫ້ການຊ່ອຍເຫຼືອໃນດ້ານຕ່າງໆ ໃນນັ້ນກໍມີວຽດນາມທີ່ເປັນປະເທດທີ່ມີຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ໄດ້ໃຫ້ການຊ່ອຍເຫຼືອມອບພາຫະນະຈຳນວນ 50 ຄັນ ໃຫ້ກະຊວງປ້ອງກັນຄວາມສງົບ ເຊິ່ງຣົຖທີ່ມອບແມ່ນເປັນຣົຖທີ່ຜລິດໂດຍປະເທດວຽດນາມທັງໝົດ. ໃນນີ້ມີຣົຖ ວິນຟາສ (Vinfast) ປະເພດຣົຖ SUV ລຸ້ນ VF8 ເຊິ່ງເປັນຣົຖໄຟຟ້າຈຳນວນ 20 ຄັນ ແລະ ຣົຖຈັກມ້າຂາວ HONDA CB 500X ຈຳນວນ 30 ຄັນ. ເພື່ອໃຫ້ຮັບໃຊ້ປ້ອງກັນຄວາມສງົບ ໃນກອງປະຊຸມສຸດຍອດອາຊ້ຽນ ທີ່ລາວຈະເປັນເຈົ້າພາບໃນເດືອນ 07 ປີ 2024 ນີ້. ດັ່ງເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບທີ່ຂໍສງວນຊື່ ແລະຕຳແໜ່ງ ທ່ານກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 22 ມີນາ ນີ້ວ່າເ
“ແມ່ນແລ້ວເພິ່ນຊ່ອຍຣົຖ ມາຮັບໃຊ້ກອງປະຊຸມສຸດຍອດອາຊ້ຽນ ຮັບໃຊ້ກອງປະຊຸມ ເປັນເຈົ້າພາບເດ້ ປີ 2024 ກາຊິແມ່ນຣົຖຮັບໃຊ້ປ້ອງກັນຄວາມສງົບນີ້ ແລ້ວສຸດແລ້ວແຕ່ເພິ່ນຈະໝູນໃຊ້ດອກ.”
ເຂົ້າຮ່ວມໃນພິທີມອບຣົຖ ຮັບໃຊ້ກອງປະຊຸມສຸດຍອດອາຊ້ຽນ ຄັ້ງທີ 44 ຄັ້ງນີ້ ຕາງໜ້າໃຫ້ຣັຖບານລາວ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງປ້ອງກັນຄວາມສງົບ ພ້ອມຄະນະ. ສ່ວນຕາງໜ້າໃຫ້ຣັຖບານວຽດນາມ ທ່ານ ພົນໂທ ເລືອງຕາມກວາງ ຮອງຣັຖມົນຕຣີກະຊວງປ້ອງກັນຄວາມສງົບ ແລະ ທ່ານ ຫງຽນບຳຮຸ່ງເອກອັກຄະຣັຖທູດວິສາມັນ ຜູ້ມີອຳນາດເຕັມແຫ່ງວຽດນາມ ປະຈຳລາວພ້ອມຄະນະ.
ກ່ຽວກັບເຣື່ອງດັ່ງກ່າວ ເຈົ້າໜ້າທີ່ຕໍາຫຼວດໄດ້ກ່າວວ່າຖືວ່າເປັນການສ້າງຄວາມສໍາພັນທີ່ດີຕໍ່ກັນເຊິ່ງເປັນເຣື່ອງປົກກະຕິຢູ່ແລ້ວ ເພາະຣັຖບານວຽດນາມ ແລະຣັຖບານລາວ ມີການປົກຄອງ ລະບອບຄອມມູນິດຄືກັນ ປຽບສະເໝືອນເປັນອ້າຍນ້ອງກັນເມື່ອວຽດນາມຊ່ອຍເຫຼືອລາວ ຣັຖບານລາວກໍຕ້ອງຮັບການຊ່ອຍເຫຼືອ. ສ່ວນຣົຖທີ່ຣັຖບານວຽດນາມມອບໃຫ້ລາວຄັ້ງນີ້ ກໍຈະໃຊ້ຢູ່ໃນລະດັບກະຊວງອາດ ເປັນຣົຖເປີດທາງ, ຣົຖຮັບແຂກ ແລະໃນວາລະອື່ນຕາມທີ່ກະຊວງປ້ອງກັນຄວາມສງົບ ຈະໝູນໃຊ້.
“ຈະເປັນການຊ່ອຍເຫຼືອ ທາງດ້ານອຸປະກອນຮັບໃຊ້ໂດຍສະເພາະ ກາຊິແມ່ນຣົຖຮັບແຂກນີ້ແຫຼະ ຣົຖເປີດທາງ ຮັບຄົນແບບເພິ່ນຊິໃຊ້ຮູບການນັ້ນ ມັນກໍມີງົບຄືກັນຕ່າງແຕ່ວ່າ ເຂົາຊ່ອຍເຫຼືອເຮົາ ກໍຮັບຫັ້ນນ່າຕ້ອງອາໃສປະເທດສັງຄົມນິຍົມວ່າ ຊ່ອຍກັນນ່າມິດຕະພາບທີ່ດີ ເຂົາກໍຊ່ອຍເຫຼືອເປັນທັມມະດາ.”
ປະຊາຊົນລາວ ໄດ້ໃຫ້ຄໍາເຫັນຕໍ່ເຣື່ອງນີ້ວ່າ ກໍເປັນເຣື່ອງປົກກະຕິເພາະທີ່ຜ່ານມາ ປະເທດລາວ ກໍມີແຕ່ຕ່າງປະເທດເຂົ້າມາຊ່ອຍເຫຼືອຕະຫຼອດ ແລະ ທີ່ຣັຖບານວຽດນາມ ໃຫ້ພາຫະນະໃຫ້ແກ່ຣັຖບານລາວ ກໍເປັນເຣື່ອງດີເພາະເຂົາເຈົ້າ ເປັນອ້າຍນ້ອງກັນມາດົນ. ນອກຈາກນີ້ຣັຖບານລາວກໍຈະມີຣົຖໃຫຍ່ ໄວ້ໃຊ້ຫຼາຍຂຶ້ນແລະເຮັດໃຫ້ວຽກງ່າຍຂຶ້ນ ເພາະທີ່ມີໃຊ້ກໍຖືວ່າບໍ່ພຽງພໍ.
ດັ່ງຍານາງກ່າວວ່າ:
“ສ່ວນຫຼາຍກໍມີແຕ່ຕ່າງປະເທດຫັ້ນແຫຼະ ມາຊ່ວຍເພິ່ນມອບໃຫ້ກໍດີມີກາບໍ່ພຽງພໍ ແບບຊິນ່າ ຊິມີຣົຖອັນນຳໃຊ້ໄດ້ເພີ່ມຕື່ມອີກ ແບບຊິຫັ້ນນ່າງ່າຍ ໃນການເຮັດວຽກວ່າຊີ້ສາ.”
ປະຊາຊົນອິກທ່່ານໄດ້ໃຫ້ຄໍາເຫັນຕື່ມວ່າ ກໍບໍ່ໄດ້ຮູ້ສຶກດີໃຈເພາະເປັນເຣື່ອງທັມມະດາ ທີ່ຣັຖບານວຽດນາມມາຊ່ອຍເຫຼືອຣັຖບານລາວ ເນື່ອງຈາກເຂົາເຈົ້າກໍມີຄວາມສຳພັນທີ່ດີຕໍ່ກັນ ມາຍາວນານແລະກໍເປັນເຣື່ອງທີ່ດີທີ່ຣັຖບານ ກໍຈະໄດ້ປະຢັດງົບປະມານນຳດ້ວຍ, ແຕ່ເມື່ອຣັຖບານວຽດນາມ ເຂົ້າມາຊ່ອຍຣັຖບານລາວ ລ້າໆ ແນ່ນອນເຂົາກໍຈະມີການແອບແຝງ ຜົນປະໂຫຍດມານຳໂດຍສະເພາະ ການເຂົ້າມາລົງທຶນໃນລາວແລະທາງຣັຖບານລາວກໍຈະເປີດກ້ວາງອຳນວຍຄວາມສະດວກໃຫ້.
“ກາດີຄືກັນຈະໄດ້ປະຢັດງົບ ໄປນໍາຫວຽດມີຄວາມສັມພັນແໜ້ນແຟ້ນມາ ແຕ່ດຶກດໍາບັນພຸ້ນແຫຼະ ມີການຊ່ອຍເຫຼືອມາຕະຫຼອດຫັ້ນແຫຼະ ຄັນເພິ່ນຊ່ອຍແນວນີ້ຄັນວ່າວຽດນາມຫັ້ນເນາະ ເຂົ້າມາລົງທຶນໃນລາວມາເຮັດທຸລະກິດອິຫຍັງ ເພິ່ນກໍບໍ່ໄດ້ຈຳກັດເປີດກ້ວາງ.”
ທີ່ຜ່ານມາ ສໍາລັບການຊ່ອຍເຫຼືອ ການເປັນປະທານອາຊ້ຽນຂອງລາວ ໃນປີ 2024 ກໍມີຫຼາຍປະເທດທີ່ໃຫ້ການຊ່ອຍເຫຼືອລ້າ ດັ່ງເຊັ່ນຣັຖບານຢີ່ປຸ່ນໄດ້ລົງນາມເອກະສານ ແລກປ່ຽນເພື່ອຮັບເອົາການຊ່ອຍເຫຼືອລ້າໃນວັນທີ 28 ເດືອນ 11 ປີ 2022 ໃນນີ້ຣັຖບານຢີ່ປຸ່ນ ໄດ້ມອບຣົຖເກັງໂຕໂປຕ້າ ໄຮບຣິດ (Toyota Hybrid) ຈໍານວນ 33 ຄັນເພື່ອຮັບໃຊ້ເຂົ້າຮັບຕ້ອນ ບັນດາຣັຖມົນຕຣີຈາກປະເທດອາຊ້ຽນ ແລະປະເທດຄູ່ຮ່ວມພາຍນອກ. ນອກຈາກນີ້ກໍມີອຸປະກອນໄອທີ, ປັບປຸງວຽກງານການສື່ສານ ແລະ ລະບົບອິນເຕີ້ຣ໌ເນັດ ລວມມູນຄ່າ 500 ລ້ານເຢັນ ເທົ່າກັບ 3,5 ລ້ານໂດລ້າສະຫະຣັຖ ແລະມາເຖິງວັນທີ 13 ເດຶອນ 11 ປີ 2023 ກໍໄດ້ມີການມອບຮັບການຊ່ອຍເຫຼືອ ຕາມການລົງນາມແລກປ່ຽນເພື່ອຮັບການຊ່ອຍເຫຼືອ ຢ່າງເປັນທາງການ.
ໃນວັນທີ 15 ເດືອນ 01 ປິ 2024 ກະຊວງການຕ່າງປະເທດ ໄດ້ເຊັນສັນຍາຮັບການຊ່ອຍເຫຼືອ ຈາກຣັຖບານເກົາຫຼີໃຕ້ ໃນນີ້ມີຣົຖເກັງຈຳນວນ 2 ຄັນ ຣົຖຕູ້ 6 ຄັນ ແລະ ອຸປະກອນ ໄອທີ ລວມມູນຄ່າທັງໝົດ 1 ລ້ານໂດລ້າຣ໌ສະຫະຣັຖ ແລະ ເມື່ອວັນທີ 11 ມີນາ 2024 ຣັຖບານຈີນ ໄດ້ມອບພາຫະນະ ຈຳນວນ 77 ຄັນ, ອຸປະກອນໄອທີ ແລະ ກ້ອງບັນທຶກພາບ ລວມມູນຄ່າ 35 ລ້ານຢວນ ຫຼື ປະມານ 4,8 ລ້ານໂດລ້າຣ໌ສະຫະຣັຖ.
ພາຍຫຼັງ ທີ່ກອງປະຊຸມສຸດຍອດອາຊ້ຽນຄັ້ງທີ 43 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ປິດລົງຢ່າງເປັນທາງທີ່ນະຄອນຫຼວງ ຈາກາຣ໌ຕ້າ ຂອງ ອິນໂດເນເຊຍ ເມື່ອວັນທີ 07 ເດືອນ 09 ປີ 2023 ຜ່ານມາ. ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ຂອງອິນໂດເນເຊັຍ ກໍໄດ້ມອບຄ້ອນ ປະທານໝູນວຽນອາຊ້ຽນຄັ້ງທີ 44 ໃຫ້ແກ່ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີ ຂອງລາວເພື່ອເປັນປະທານອາຊ້ຽນໃນປີ 2024 ຕໍ່ໄປ .
ຕໍ່ກັບການຮັບໜ້າທີ່ ເປັນປະທານອາຊ້ຽນເຊິ່ງເຣີ່ມນັບຕັ້ງແຕ່ ເດືອນມົກກະຣາ ປີ 2024 ຈົນຮອດທ້າຍປີ. ສຳລັບ 2024 ນັບແຕ່ເດືອນມົກກະຣາ-ມີນາ ລາວໄດ້ຈັດກອງປະຊຸມມາແລ້ວ ເຊັ່ນ ກອງປະຊຸມຣັຖມົນຕຣີທ່ອງທ່ຽວອາຊ້ຽນ, ຣັຖມົນຕຣີ ຕ່າງປະເທດອາຊ້ຽນ ແບບວົງແຄບ, ຣັຖມົນຕຣີ ປ້ອງກັນປະເທດອາຊ້ຽນແບບວົງແຄບ, ຣັຖມົນຕຣີເສຖກິຈອາຊ້ຽນ ແບບວົງແຄບ ແລະ ກອງປະຊຸມຣັຖມົນຕຣີ ສິ່ງແວດລ້ອມຊ້ຽນບວກ 3 ຈີນ, ຢີ່ປຸ່ນ, ເກົາຫຼີໃຕ້. ສ່ວນກອງປະຊຸມສຸດຍອດອາຊ້ຽນ ຄັ້ງທີ 44 ຈະຈັດຂຶ້ນໃນລະຫວ່າງເດືອນ 07 ປີ 2024 ໂດຍຣັຖບານລາວ ໄດ້ແຈ້ງວ່າຈະມີບັນດາຣັຖມົນຕຣີ ອາຊ້ຽນ ແລະ ຣັຖມົນຕຣີຕ່າງປະເທດ ຂອງຄູ່ຮ່ວມມືພາຍນອກອາຊ້ຽນ ຫຼາຍ ກ່ວາ 40 ປະເທດເຂົ້າຮ່ວມ.
ລາວເຂົ້າເປັນສະມາຊິກອາຊ້ຽນ ໃນວັນທີ 23 ເດືອນ 07 ປີ 1997. ຜ່ານມາ ລາວໄດ້ຮັບເປັນປະທານອາຊ້ຽນມາແລ້ວສອງຄັ້ງ. ຄັ້ງທຳອິດໃນປີ 2004-2005 ແລະ ຄັ້ງທີສອງໃນປີ 2016.