ລາວ-ວຽດນາມ ຫາລືໂຄງການ ຖານຂໍ້ມູນພົລເມືອງລາວ, ບັດປະຈຳໂຕ ທັນສໄມ

ໄຊຍາ
2023.05.02
ລາວ-ວຽດນາມ ຫາລືໂຄງການ ຖານຂໍ້ມູນພົລເມືອງລາວ, ບັດປະຈຳໂຕ ທັນສໄມ ລາວ-ວຽດນາມ ຫາລືກໍ່ສ້າງຖານຂໍ້ມູນ ພົລເມືອງແຫ່ງຊາຕ ແລະ ອອກບັດປະຈຳໂຕ ທັນສໄມ. ກະຊວງປ້ອງກັນ ຄວາມສງົບ ແຫ່ງ ສປປ ລາວ, ວັນທີ 24 ເມສາ 2023.
ຮູບພາບ: ປກສ

ໃນລະຫວ່າງວັນທີ 23-29 ເມສາ ທີ່ຜ່ານມານີ້ຄະນະເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບລາວ ແລະ ຄະນະເຈົ້າໜ້າທີ່ ຈາກກະຊວງປ້ອງກັນ ຄວາມສງົບວຽດນາມ ໄດ້ພົບປະກັນຢູ່ກົມຄຸ້ມຄອງ ສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ນະຄອນຫຼວງວຽງຈັນ ເພື່ອສືບຕໍ່ຫາລື ກ່ຽວກັບໂຄງການກໍ່ສ້າງຖານຂໍ້ມູນ ພົລເມືອງແຫ່ງຊາຕ ໃນນັ້ນລວມທັງທະບຽນ ສຳມະໂນຄົວຄົນລາວ ແລະ ອອກບັດປະຕຳໂຕ ທັນສໄມໃຫ້ແກ່ຄົນລາວ.

ໂດຍໃນເບື້ອງຕົ້ນ ມີແຜນທີ່ຈະລົງສຳຣວດ ຂໍ້ມູນປະຊາກອນລາວ ຢູ່ 4 ແຂວງ ປະກອບດ້ວຍ ແຂວງບໍ່ແກ້ວ, ແຂວງຫຼວງນໍ້າທາ, ແຂວງຫຼວງພຣະບາງ ແລະ ແຂວງຄຳມ່ວນ ເພື່ອສືບຕໍ່ເຮັດຕາມແຜນ ທີ່ວາງໄວ້ໃຫ້ສຳເຣັດ. ອີງຕາມການຣາຍງານ ຂອງວິທຍຸ ປ້ອງກັນຄວາມສງົບ ເມື່ອວັນທີ 29 ເມສາ 2023 .

ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາກົມຄຸ້ມຄອງ ສຳມະໂນຄົວ ແລະກໍ່ສ້າງຮາກຖານ ເພື່ອສອບຖາມຣາຍລະອຽດ ແລະ ຄວາມຄືບໜ້າເພີ່ມຕື່ມ ຂອງເຣື່ອງນີ້ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສາມາດໃຫ້ຣາຍລະອຽດເພີ່ມຕື່ມໄດ້ ມີແຕ່ລະບຸວ່າ ກຳລັງຢູ່ໃນລະຫວ່າງ ການຈັດຕັ້ງປະຕິບັດ.

ກ່ຽວກັບເຣື່ອງດັ່ງກ່າວ ທາງເຈົ້າໜ້າທີ່ ໃນບັນດາ 4 ແຂວງ ທີ່ຈະເຣີ້ມມີການລົງພື້ນທີ່ ສຳຣວດຂໍ້ມູນພົລເມືອງນັ້ນ ກໍຍັງບໍ່ທັນຮູ້ກ່ຽວກັບແຜນການ ດັ່ງກ່າວ ຍັງບໍ່ທັນໄດ້ຮັບແຈ້ງການໃດໆ ຈາກະຊວງປ້ອງກັນຄວາມສງົບເທື່ອ ຈຶ່ງຍັງບໍ່ທັນຮູ້ທາງຂັ້ນເທິງຈະເຮັດແນວໃດ ຮູ້ພຽງແຕ່ວ່າຈະມີແຜນ ອອກບັດປະຈຳໂຕທັນສໄມ ໃຫ້ແກ່ປະຊາຊົນເທົ່ານັ້ນ ແຕ່ບໍ່ຮູ້ຣາຍລະອຽດ.

ດັ່ງເຈົ້າໜ້າທີ່ ຢູ່ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີໃນວັນທີ 2 ພຶສພານີ້ວ່າ:

ໂອໂຕນີ້ກາບໍ່ຮູ້ຣາຍລະອຽດ ປານໃດເນາະ ກາບໍ່ໄດ້ຮັບແຈ້ງວ່າ ຊິລົງສຳຣວດພື້ນທີ່ ສຳຣວດພົລເມືອງແນວໃດ ກາບໍ່ໄດ້ຮັບແຈ້ງເທື່ອ ເພິ່ນກາມີແຜນແລ້ວເນາະ ບັດປະຈຳໂຕນີ້ເພິ່ນກາເຮັດແລ້ວນ່າ ແບບທັນສໄມ ຄືວ່າແຫຼະບໍ່ມີແຈ້ງການ ຣາຍລະອຽດວ່າຊິເຮັດຫຍັງ.

ເຈົ້າໜ້າທີ່ພາກສ່ວນທີກ່ຽວຂ້ອງ ກັບການສຳຣວດພົລເມືອງ ແລະ ອອກບັດປະຈຳໂຕ ໃນອີກ ຫຼາຍແຂວງກໍຍັງບໍ່ທັນຮູ້ເທື່ອວ່າ ໂຄງການກໍ່ສ້າງຮາກຖານ ຂໍ້ມູນພົລເມືອງແຫ່ງຊາຕ ແລະອອກບັດປະຈຳໂຕ ທັນສໄມ ທີ່ກະຊວງ ປ້ອງກັນຄວາມສງົບຂອງລາວ ແລະ ວຽດນາມ ຈະເຮັດຮ່ວມກັນນັ້ນ ຈະເຣີ່ມລົງມືປະຕິບັດໂຕຈິງ ເມື່ອໃດ ຄົງຕ້ອງລໍຖ້າໃຫ້ມີການແຈ້ງການ ອີກເທື່ອນຶ່ງ ຈຶ່ງຈະຮູ້ຣາຍລະອຽດ.

ດັ່ງເຈົ້າໜ້າທີ່ລາວ ອີກທ່ານນຶ່ງກ່າວວ່າ:

ບໍ່ເຫັນແຈ້ງການຫຍັງນ່າ ບໍ່ເຫັນເພິ່ນອອກແຈ້ງການອິສັງ ເພິ່ນເຮັດເປັນທັນສໄມບໍ່ ຫຼື ຈັ່ງໃດຍັງບໍ່ທັນຮູ້ເນາະ ບໍ່ເຫັນແບບໃໝ່ຍັງບໍ່ເຫັນບັດປະຈຳໂຕ ມີແຕ່ໂຕລຸ້ນໃໝ່ໂຕສີຂຽວ ໃໝ່ເທົ່ານັ້ນ.

ສ່ວນຊາວລາວ ທີ່ຮັບຮູ້ຂ່າວດັ່ງກ່າວ ກໍເຊື່ອວ່າ ການຮ່ວມມືກັນລະຫວ່າງ ລາວ-ວຽດນາມ ໃນການອອກບັດປະຈຳໂຕ ທີ່ທັນສໄມ ໃຫ້ແກ່ປະຊາຊົນລາວນັ້ນ ກໍເຊື່ອວ່າຈະເປັນບັດຈຳໂຕ ທີ່ແຕກຕ່າງຈາກບັດປະຈຳໂຕ ທີ່ນຳໃຊ້ຢູ່ໃນປັດຈຸບັນ ແຕ່ກໍຍັງບໍ່ທັນຮູ້ຣາຍລະອຽດວ່າ ມີຂໍ້ດີແນວໃດ ແລະ ກ່ຽວຂ້ອງກັບວຽກງານ ປ້ອງກັນຄວາມສງົບຂອງ ລາວ-ວຽດນາມ ຫຼື ບໍ່ ກໍຍັງບໍ່ທັນຮູ້.

ດັ່ງທ່ານກ່າວວວ່າ:

ເຣື່ອງການຊິອອກແບບຮູບແບ ບັດເວົ້າລວມແລ້ວໂຕນີ້ໆ ບໍ່ໄດ້ເບິ່ງລະອຽດ ແຕ່ວ່າຖືວ່າມີໃດຮູບແບບເຂົາເຈົ້າ ຈະເຮັດນີ້ມັນມີຫຼາຍອັນປ່ຽນແປງ ການອອກບັດການ ອິສັງຕ່າງໆ ກໍຂິແມ່ນຄົ້ນຄ້ວາຮູບແບບຫຼາຍຮູບແບບດອກ.

ສຳລັບການອອກບັດ ປະຈຳໂຕຢູລາວ ໃນປັດຈຸບັນນີ້ໄດ້ໃຊ້ຮູບບແບບ ບັດສີຂຽວ ຊຶ່ງເປັນບັດຈຳໂຕແບບສີຂຽວ ແທນການໃຊ້ບັດປະຈຳໂຕ ຮູບແບບສີຂາວ ທີ່ນຳໃຊ້ກ່ອນໜ້ານີ້. ສຳລັບການການອອກບັດປະຈຳໂຕສີຂຽວ ກໍເຄີຍມີບັນຫາຂັດຂ້ອງ ໃນກ່ອນໜ້ານີ້ແຕ່ພາກສ່ວນທີ່ກ່ຽວຂ້ອງ ກໍສາມາດແກ້ໄຂ ແລະກັບມາເຮັດໄດ້ຕາມປົກກະຕິແລ້ວ.

ດັ່ງນາຍໜ້າຮັບແລ່ນ ເຮັດບັດປະຈຳໂຕ ກ່າວວ່າ:

ໂຕໃໝ່ກາເຮັດໂຕສີຂຽວ ໂຕເກົ່າຫັ້ນເຮັດໂຕສີຂາວ ດຽວນີ້ໆ ໂຕສີຂຽວດຽວນີ້ເນາະ ຊ່ວງນຶ່ງບໍ່ໄດ້ລະຊ່ວງນີ້ລະໄດ້ແລ້ວເດ້.

ທ່ານ ອະດິສອນ ເສມແຍ້ມ ຜູ້ອຳນວຍການ ສູນແມ່ນໍ້າຂອງສຶກສາ ປະຈຳສະຖາບັນ ເອເຊັຽ ສຶກສາ ຢູ່ປະເທດໄທຍ ກ່າວວ່າ ສຳລັບການທີ່ກະຊວງປ້ອງກັນ ຄວາມສງົບ ຂອງວຽດນາມ ມີສ່ວນໃນການອອກບັດປະຈຳໂຕ ແບບທັນສໄມ ໃຫ້ແກ່ພົລເມືອງລາວນັ້ນ ກໍບໍ່ແມ່ນເຣື່ອງແປກໃໝ່ ແລະບໍ່ມີຫຍັງແອບແຝງແຕ່ກໍມີຄວາມເປັນໄປໄດ້ ວ່າ ອາດເຮັດໃຫ້ທາງການວຽດນາມ ເຂົ້າເຖິງຂໍ້ມູນສ່ວນໂຕ ຂອງພົລເມືອງລາວໄດ້ຫຼາຍຂຶ້ນ.

ດັ່ງທ່ານໄດ້ກ່າວວ່າ:

ເຂົາເຮັດມາດົນແລ້ວ ຂ້ອຍຄິດວ່າບໍ່ແມ່ນເຣື່ອງໃໝ່ ຄືເປັນຜູ້ວາງລະບົບ ບໍ່ໄດ້ມີຫຍັງແອບແຝງ ແຕ່ວ່າການເຂົ້າເຖິງຂໍ້ມູນ ເຂົ້າເຖິງອິຫຍັງຕ່າງໆ ມັນກໍອາດຈະມີບັນຫາໄດ້ ຍ້ອນວຽດນາມກໍໃຊ້ລະບົບ ຂອງຈີນດັ່ງນັ້ນ ມັນກໍມີຄວາມເປັນໄປໄດ້ວ່າ ອາດກ່ຽວຂ້ອງ ກັບເຣື່ອງຮັກສາຄວາມປອດພັຍ ຫລື ອິຫຍັງຕ່າງໆໄດ້.

ມີຣາຍງານຕື່ມວ່າ ໃນໂອກາດດັ່ງກ່າວນີ້ ຄະນະເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ວຽດນາມຍັງໄດ້ຢ້ຽມຢາມ ຖານຂໍ້ມູນຄຸ້ມຄອງພົລເມືອງ ແລະອອກບັດປະຈຳໂຕ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະກໍ່ສ້າງຮາກຖານ ພ້ອມທັງໄດ້ສເນີໃຫ້ເຈົ້າໜ້າທີ່ລາວ ໃນກົມດັ່ງກ່າວ ເອົາໃຈໃສ່ຫຼັກການຕ່າງໆ ໃນການຈັດຕັ້ງປະຕິບັດການ ກໍ່ສ້າງຖານຂໍ້ມູນພົລເມືອງ ແຫ່ງຊາຕ ແລະ ອອກບັດປະຈຳໂຕ ເປັນຕົ້ນ ດ້ານໂຄສະນາ ສ້າງຄວາມຮັບຮູ້ ທົ່ວສັງຄົມ ດ້ານອຸປະກອນເທັກນິກ ແລະ ດ້ານງົບປະມານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.