ປຽບທຽບ ນາຍົກໃໝ່ ຄືກັບ ເຫຼົ້າເກົ່າ ໃສ່ແກ້ວໃໝ່
2023.01.11

ນັກວິຊາການລາວ ຍັງບໍ່ໝັ້ນໃຈວ່າ ບັນຫາເສຖກິຈ ແລະ ໄພເງິນເຟີ້ ໃນປະເທດລາວ ຈະໄດ້ຮັບການແກ້ໄຂ ເຖິງວ່າ ຈະມີການປ່ຽນ ນາຍົກຣັຖມົນຕຣີ ຄົນໃໝ່ກໍຕາມ.
ນັກວິຊາການລາວ ທ່ານນຶ່ງ ຜູ້ທີ່ໄດ້ ໄດ້ຕິດຕາມບັນຫາ ເສຖກິຈໃນລາວ ຢ່າງໃກ້ຊິດ ໄດ້ໃຫ້ສັມພາດຕໍ່ວິທຍຸ ເອເຊັຽ ເສຣີວ່າ:
“ອັນວ່າ ຢູ່ບ້ານເຮົານີ້ນ່າ ເຖິງວ່າຊິປ່ຽນ ເອົາໃຜກະແລ້ວແຕ່ ເພາະວ່າ ໂຄງສ້າງໃຫຍ່ໆ ກອບໃຫຍ່ໆ ກະບໍ່ໄດ້ປ່ຽນແປງ ການປ່ຽນກະໂຕບຸກຄົນ ມັນກະບໍ່ຕ່າງຫຍັງເຫຼົ້າ ເຫຍັ້ນເຫຼົ້າ ມັນກໍຍັງເປັນເຫຼົ້າຢູ່ຄືເກົ່າ.”
ທີ່ຜ່ານມາ ມີການປ່ຽນໂຕ ນາຍົກຣັຖມົນຕຣີ ຫຼາຍຄົນ ແຕ່ ກໍບໍ່ມີຫຍັງປ່ຽນແປງ. ນັກວິຊາການທ່ານນີ້ ກ່າວວ່າ:
“ເມື່ອ ກ່ອນເຮົາເຄີຍຫວັງໄວ້ວ່າ ທ່ານ ທອງສິງ ທີ່ມາຈາກສະພາແຫ່ງຊາດ ມາຈາກນິຕິບັນຍັດ ຈະມາແກ້ໄຂການ ຄໍຣັບຊັ້ນ ຈະມາຄຸ້ມຄອງນຳພາ ປະເທດຊາດ ຫຼື ວຽກກົດໝາຍ ໂດຍອີງໃສ່ຣັຖແຫ່ງກົດໝາຍ ກະເປີ ເນາະ ບາດນີ້ຕໍ່ມາ ທ່ານ ທອງລຸນ ຄືວ່າ ເພິ່ນກະເວົ້າຢູ່ ສມັຍ ເພິ່ນເປັນຮອງ ນາຍົກເນາະ ເພິ່ນກະ ເພິ່ນກະເບິ່ງທັສນະຄົງຈະແກ້ໄຂບັນຫາ ເສຖກິຈ ປາກທ້ອງໄດ້ດີເວລາເພິ່ນຂຶ້ນມາ ເພິ່ນກະຊູນະໂຍບາຍຫຼາຍອັນ ແຕ່ກະເຫັນວ່າ ບໍ່ໄດ້ຂັບເຄື່ອນ ບໍ່ໄດ້ເກີດການປ່ຽນແປງອີ່ຫຍັງເລີຍ ແລະ ຕໍ່ມາ ທ່ານ ພັນຄຳ ເອງ ສມັຍ ເພິ່ນເປັນຮອງປະທານປະເທດ ເພິ່ນກະເວົ້າຈຶກຈັກ ຂຶງຂັງຢູ່ ຄິດວ່າ ເພິ່ນຂຶ້ນມາແລ້ວ ບັນຫາຊິໄດ້ຮັບການແກ້ໄຂ.”
ນອກຈາກນີ້ ໃນປີ 2022 ທີ່ຜ່ານມາ, ຣັຖບານຍັງຕັ້ງທີມງານທີ່ປຶກສາ ທາງດ້ານເສຖກິຈ 7 ທ່ານ ທີ່ມາຈາກພາກເອກຊົນ, ປ່ຽນໂຕຣັຖມົນຕຣີ ກະຊວງອຸດສາຫະກັມ ແລະ ການຄ້າ, ແລະ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແຕ່ ກໍຍັງບໍ່ສາມາດແກ້ໄຂ ບັນຫາເງິນເຟີ້ ແລະ ບັນຫາເສຖກິຈໄດ້.
ນັກວິຊາການລາວ ທ່ານນີ້ ກ່າວວ່າ:
“ເສດຖີ ລາວ ມາເປັນທີ່ປຶກສາ ກະຍັງບໍ່ມີການແກ້ໄຂຫຍັງ ສະນັ້ນແລ້ວ ເຮົາກະຍັງບໍ່ສາມາດເພິ່ງພິງຫຍັງໄດ້ ແມ້ກະທັ້ງຊ້ວງເດືອນ 6 ທີ່ເພິ່ນປະຊຸມສະພາກາງປີ ຊຸດທຳອິດນີ້ ມີການປ່ຽນແປງ ຣັຖມົນຕຣີ ມີການປ່ຽນແປງທະນາຄານ ກະຍັງບໍ່ເຮັດຫຍັງໃຫ້ດີຂຶ້ນໃນເຣື່ອງຂອງເງິນເຟີ້.”
ໃນທັສນະມຸມຄິດ ແລະ ໃນທາງປະຕິບັດແລ້ວ ການປ່ຽນນາຍົກຣັຖມົນຕຣີ ພຽງແຕ່ເປັນການປ່ຽນ ແທນກັນເທົ່ານັ້ນ.
ນັກວີຊາການທ່ານນີ້ ເວົ້າຕື່ມອີກວ່າ ສະນັ້ນແຫຼະ ເບິ່ງຄືກັບແຕ່ລະທ່ານຂຶ້ນມານີ້ ເພື່ອທີ່ຈະປ່ຽນແທນກັນຊື່ໆ ໂດຍທາງປະຕິບັດ ໃນທາງປັບປຸງປ່ຽນແປງແລ້ວ ຍັງບໍ່ໄດ້ເຫັນຫຍັງ ເງິນກະຂຶ້ນຕິກໆ ນ້ຳມັນກະຂຶ້ນຕິກໆ ເຮົາບໍ່ມີຫວັງຫຍັງ ໝົດຫວັງລະ. ເຖິງຢ່າງໃດກໍຕາມ, ຖ້າເບິ່ງອີກໃນແງ່ນຶ່ງ ກໍຄື ນາຍົກຣັຖມົນຕຣີ ຄົນໃໝ່ ຈະແກ້ໄຂບັນຫາເສຖກິຈໄດ້ ກໍຕ້ອງໃຊ້ເວລາຫຼາຍປີ ໂດຍສະເພາະການແກ້ໄຂບັນຫາ ໄພເງິນເຟີ້. ນັກວິຊາການ ກ່າວຕື່ມວ່າ ໝາຍຄວາມວ່າ ຂັ້ນຖ້າວ່າ ຣັຖບານ ຫຼືວ່າ ນາຍົກຄົນໃໝ່ ຄັນຖ້າເພິ່ນຕັ້ງໃຈ ຢາກຈະແກ້ຫັ້ນນ່າ ຜົລມັນຈະເກີດຂຶ້ນ ຖ້າຢ່າງໄວ ກະແມ່ນເຄິ່ງສມັຍ ຫຼື ອີກ 4 ປີ ຂ້າງໜ້າ.
ດຣ. Keith Barney ນັກປະຖະກະຖາອາວຸໂສ ຈາກ ມະຫາວິທຍາແຫ່ງຊາຕ ອອສເຕຣເລັຽ ຜູ້ທີ່ຕິດຕາມສະພາບການ ໃນລາວມາຫຼາຍປີ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ພວກເຮົາເຫັນຈາກຣາຍງານໃນເດືອນທັນວາ 2022 ເມື່ອບປຽບທຽບກັບເດືອນ ທັນວາ 2021, ອັດຕຣາເງິນເຟີ້ ຈະສູງເຖິງ 39.3%. ແລະ ອັດຕຣາເງິນເຟີ້ລາຄາອາຫານສູງເຖິງ 45% ນີ້ ມັນສະແດງໃຫ້ເຫັນເຖິງ ສົ່ງຜົລກະທົບຕໍ່ຜູ້ທີ່ມີຣາຍໄດ້ປານກາງ ແລະ ຜູ້ທີ່ມີຣາຍໄດ້ຕ່ຳ ຢ່າງໜັກໜ່ວງ.
ຣັຖບານລາວ ຈະຕ້ອງໃຊ້ໜີ້ ທັງພາຍໃນ ແລະ ຕ່າງປະເທດ ມູນຄ່າຫຼາຍຕື້ໂດລ້າຣ໌ ແຕ່ ຕ້ອງຊອກແຫຼ່ງເງິນຈຳນວນ 1.38 ຕື້ໂດລ້າຣ໌ ມາຈາກການອອກພັນທະບັດ ໄປຂາຍຢູ່ຕລາດພາຍໃນ ແລະ ຕ່າງປະເທດ, ຄ່າສຳປະທານສາຍສົ່ງໄຟຟ້າ, ໂຄງການບໍ່ແຮ່ ໂຄງການເຂື່ອນ. ເຊິ່ງເງິນຈຳນວນດັ່ງກ່າວ ຈະນຳໄປໃຊ້ໜີ້ຕ່າງປະເທດ ທີ່ຣັຖບານລາວຕິດໜີ້.
ດຣ. Keith Barney ນັກປະຖະກະຖາອາວຸໂສ ຈາກມະຫາວິທຍາໄລແຫ່ງຊາຕ ອອສເຕຣເລັຽ ຍັງກ່າວຕື່ມອີກວ່າ ຂ້າພະເຈົ້າບໍ່ແນ່ໃຈວ່າ ຣັຖບານລາວ ຈະມີແຜນການລະດົມເງິນ ທີ່ເປັນມູນຄ່າມະຫາສານ ຈາກການຂາຍພັນທະບັດ ໃຫ້ຕ່າງປະເທດໄດ້ແນວໃດ, ຍ້ອນວ່າ ຕລາດຕ່າງປະເທດ ກໍບໍ່ໃຫ້ຄວາມສົນໃຈຊື້ພັນທະບັດລາວ ຍົກເວັ້ນ ຕລາດຢູ່ປະເທດໄທຍເທົ່ານັ້ນ. ສະນັ້ນໃນປີ 2023 ຈະເປັນປີທີ່ທ້າທາຍ ສຳລັບປະເທດລາວ. ຂ້າພະເຈົ້າບໍ່ແນ່ໃຈວ່າ ຣັຖບານລາວ ຈະສາມາດຫຼີກລ້ຽງການຜ່ອນຈ່າຍຊຳລະໜີ້ສິນໄດ້ຫຼືບໍ່, ແຕ່ວ່າ ກໍຕ້ອງຖ້າວ່າ ຈະເປັນແນວໃດ.
ບັນດາສະມາຊິກ ສະພາແຫ່ງຊາຕ ໄດ້ມີການອະພິບາຍກັນ ກ່ຽວກັບບັນຫາໄພເງິນເຟີ້ ແລະ ບັນຫາເສຖກິຈ ຢູ່ໃນກອງປະຊຸມສະພາແຫ່ງຊາຕ.
ທ່ານ ສີເຮັງ ຫອມສົມບັດ ສະມາຊິກສະພາແຫ່ງຊາຕ ຫຼື ສສຊ ເຂດ 14 ແຂວງສາຣະວັນ ປະກອບຄຳເຫັນໃນກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນ ວັນທີ 8 ທັນວາ 2022 ວ່າ:
“ຂັ້ນເຮົາເວົ້າເງິນເຟີ້ ບັນຫາສິນຄ້າຂອງໂລກຂອງຫຍັງ ບາງເທື່ອບໍ່ຮູ້ໂຕເອງ ໄປເຫັນແຕ່ອັນລວມຂອງໂລກ ຂອງປະເທດອື່ນພຸ້ນ ເອົ້າ ຂັ້ນຊິເວົ້າໄປໄກ ປະເທດທີ່ດ້ອຍພັທນາຄືເຮົາ ເຂົາກະຄຸມຢູ່ຫັ້ນເດ້ ໄທເຮົາຄືບໍ່ເບິ່ງເຂົາແດ່ ກໍປູ່ເຈັ້ຍ, ພະມ້າ, ວຽດນາມ ບໍ່ໄດ້ສູງຄືເຮົາໄດ໋.”
ນອກຈາກນີ້ ສະມາຊິກສະພາແຫ່ງຊາຕ ສເນີໃຫ້ມີການລົບລ້າງ ຮ້ານແລກປ່ຽນເງິນຕຣາ ແລະ ການສົ່ງອອກນຳເຂົ້າສິນຄ້າ ຈະຕ້ອງຜ່ານລະບົບທະນາຄານທັງໝົດ.
ທ່ານ ສີເຮັງ ຫອມສົມບັດ ສະມາຊິກສະພາແຫ່ງຊາຕ ກ່າວຕື່ມອີກວ່າ:
“ເພາະສະນັ້ນ ຢາກສເນີ ນຳທະນາຄານວ່າ ຢາກແກ້ໄຂວິກິຈອັນນີ້ນິ ກ່ອນອື່ນໝົດ ຊິອອກນິຕິກັມແນວໃດກະອອກ ສເນີມາຫາຄະນະປະຈຳ ສະພາແຫ່ງຊາຕ ເຣື່ອງຮ້ານແລກປ່ຽນເງິນຕຣາ ຂໍໃຫ້ເບຼກໄວ້ ລົບລ້າງໄດ້ລະດີຫຼາຍ ອັນນຶ່ງ ສອງມາເຣື່ອງການສົ່ງອອກສິນຄ້າ ຈະຕ້ອງໄດ້ ມີແປກມີ້ຈະຕ້ອງໄດ້ໄປເປີດບັນຊີທະນາຄານ ການນຳເຂົ້າເງິນຈະຕ້ອງມາ ຜ່ານທະນາຄານໝົດ.”
ອັຕຣາເງິນເຟີ້ ຢູ່ໃນປີ 2022 ທີ່ຜ່ານມາ:
- ເດືອນມົກກະຣາ 6.25%
- ເດືອນກຸມພາ 7.31%
- ເດືອນມີນາ 8.54%
- ເດືອນເມສາ 9.86%
- ເດືອນພຶສພາ 12.81%
- ເດືອນມິຖຸນາ 23.61%
- ເດືອນກໍຣະກະດາ 25.62%
- ເດືອນສິງຫາ 30.01%
- ເດືອນກັນຍາ 34.05%
- ເດືອນຕຸລາ 36.75%
- ເດືອນພຶສຈິກາ 38.46%
- ເດືອນທັນວາ 39.27%
ລາຄາສິນຄ້າ ເຊັ່ນລາຄາປຸ໋ຍ ປັດຈຸບັນ ກະສອບນຶ່ງປະມານ 1,200,000 ກີບ ຈາກໃນປີຕົ້ນປີ 2021 ລາຄາປະມານ 600,000 ແສນ ກີບ ສ່ວນວ່າ ລາຄາສິນຄ້າອື່ນໆ ກໍຂຶ້ນ ຄ້າຍໆ ຄືກັນ ອີງຕາມຂໍ້ມູນຈາກປະຊາຊົນ.
ອັຕຣາແລກປ່ຽນ ຢູ່ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຢູ່ທີ່ 500 ປາຍກີບ ຕໍ່ 1 ບາທ ສະກຸນເງິນໄທຍ ແລະ 17,000 ປາຍກີບ ຕໍ່ 1 ໂດລ້າຣ໌ ແຕ່ ຢູ່ຮ້ານແລກປ່ຽນ ນອກລະບົບສູງກວ່ານັ້ນ.