ດຳຣັຖວ່າດ້ວຍ ບັນຫາການໃຊ້ ຣົດຣັຖ

ໄສຍາ
2021.10.05
ດຳຣັຖວ່າດ້ວຍ ບັນຫາການໃຊ້ ຣົດຣັຖ ໂຕຢ່າງ: ຣົດຫຼູຂອງຜູ້ນຳລາວ ຍີ່ຫໍ້ BMW series 7 ລຸ້ນ 730Li ແລະ ຍີ່ຫໍ້ Mercedes Benz ລຸ້ນ S350 ທັງໝົດ 14 ຄັນ ໄດ້ຖືກປະມູນຂາຍ ໃນວັນທີ 28 ກຸມພາ ປີ 2019, ຍ້ອນຣັຖບານ ວ່າຢາກປະຢັດ ຄ່າໃຊ້ຈ່າຍ.
RFA

ຊາວລາວ ຈຳນວນນຶ່ງ ເຫັນດີ ທີ່ຣັຖບານ ໄດ້ອອກດຳຣັຖ ວ່າດ້ວຍຣົດ ຂອງຣັຖ ສະບັບເລກທີ 599/ລບ ລົງວັນທີ 29 ກັນຍາ 2021 ເພື່ອກຳນົດການ ໃຊ້ຣົດຂອງຣັຖ ຂອງຄນະເຈົ້າໜ້າທີ່ ຣະດັບສູງ ແລະເຫັນວ່າຄວນຕິດຕາມ ເຈົ້າໜ້າທີ່ ຣະດັບສູງ ທີ່ມີຣົດ ຂອງຣັຖ ໃຊ້ຫຼາຍຄັນ ຊຶ່ງມັກຈະນຳຣົດ ໄປໃຊ້ໃນວຽກສ່ວນໂຕ. ເພື່ອເປັນການ ປະຢັດງົບປະມານ ຂອງຣັຖບານ ບໍ່ໃຫ້ສິ້ນເປືອງໄປແບບໄຮ້ປໂຍດທັງຄ່າບຳລຸງຮັກສາແລະຄ່ານ້ຳມັນຂອງຣົດແຕ່ລະຄັນ. ປະຊາຊົນ ໄດ້ກ່າວເຖິງ ເຣື່ອງດັ່ງກ່າວ ກັບວິທຍຸເອເຊັຽເສຣີ ໃນວັນທີ 04 ຕຸລາ ນີ້ວ່າ.
ຖ້າວ່າ ຈະພັທນາ ປະເທດຊາດ ໃຫ້ຈະເຣີນຮຸ່ງເຮືອງ ນີ້ຄວນມີການປະຢັດ ມັດທະຍັດ ສະນັ້ນຄຳສັ່ງຂອງສຳນັກງານ ນາຍົກ ໄດ້ອອກນີ້ ເຫັນດີນຳ ເຮັດໃຫ້ມັນເກີດ ໝາກເກີດ ຜົລແທ້ນີ້ແຫຼະ ເຫັນດີຄວນປະຕິບັດ ຣະບຽບແບບນີ້ ເຫັນວ່າດີຢູ່ ນໍ້າມັນກໍປະຢັດ ບໍ່ມີການ ຟຸມເຟືອຍ.

ໃນຂນະທີ່ປະຊາຊົນ ອີກທ່ານນຶ່ງ ທີ່ບໍ່ປະສົງອອກສື່ ແລະສຽງ ໄດ້ໃຫ້ຄຳເຫັນ ກ່ຽວກັບດຳຣັຖ ວ່າດ້ວຍຣົດ ຂອງຣັຖວ່າ:
ກໍຮູ້ສຶກເຫັນດີນຳ ທີສຳນັກງານ ນາຍົກຣັຖມົນຕຣີ ອອກດຳຣັຖ ດັ່ງກ່າວ ແລະຈັດຕັ້ງ ປະຕິບັດເພື່ອຫຼຸດ ຜ່ອນການໃຊ້ ງົບປະມານແບບ ສິ້ນເປືອງ ຂອງຣັຖບານ ແລະໃຫ້ ເຈົ້າໜ້າທີ່ ຣະດັບສູງ ໄດ້ໃຊ້ຣົດປະຈຳຕຳແໜ່ງ ແບບກຸ້ມຄ່າ ແທນທີ່ຈະໃຫ້ ເຈົ້າໜ້າທີ່ ຜູ້ນຶ່ງໃຊ້ຣົດ ຫຼາຍຄັນ ຊຶ່ງເຮັດໃຫ້ເກີດການ ສິ້ນເປືອງຄ່າບຳລຸງ ຮັກສາຣົດ ແລະສິ້ນເປືອງ ຄ່ານໍ້າມັນແຕ່ລະເດືອນ.

ການອອກ ດຳຣັຖ ຄຳສັ່ງ ຂອງຣັຖບານ ອາດຈະບໍ່ ສາມາດແກ້ໄຂ ບັນຫາເຈົ້າໜ້າ ທີ່ຣະດັບສູງ ມີຣົດຂອງຣັຖຫຼາຍຄັນ ແລະນຳຣົດ ຂອງຣັຖໄປໃຊ້ ໃນວຽກສ່ວນໂຕ ຫຼາຍກວ່າ ວຽກຂອງ ທາງການ ເນື່ອງຈາກເຫັນວ່າ ໃນໄລຍະຜ່ານມາ ກໍມີການແກ້ໄຂ ບັນຫາດັ່ງກ່າວແລ້ວ ຫຼາຍເທື່ອ ແຕ່ຍັງບໍ່ໄດ້ຜົລ ເທົ່າທີ່ຄວນ ເຖິງແມ່ນວ່າ ຊາວລາວຫຼາຍຄົນ ຢາກໃຫ້ ເຮັດໄດ້ແທ້ກໍຕາມ. ປະຊາຊົນ ອີກທ່ານນຶ່ງໄດ້ໃຫ້ຄວາມເຫັນ ຕໍ່ປະເດັນນີ້ວ່າ:
ເພິ່ນກໍ່ເວົ້າ ພໍໃຫ້ມັນມ່ວນງາມ ຊື່ໆ ນີ້ແລ້ວ ເປັນເຣື່ອງຂອງເພິ່ນ ເວົ້າໄປແນວໃດ ກໍຊໍ່າເກົ່າຫັ້ນແຫຼະເພາະເພິ່ນເປັນຜູ້ ອອກກົດໝາຍ ຫັ້ນນ່າ ກໍບໍ່ມັນຄືວ່າ ຫັ້ນແລ້ວ ເອົາເງິນໄປເຮັດຈັ່ງຊັ້ນຫັ້ນນ່າ.

ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີໄດ້ ຕິດຕໍ່ ຫາສຳນັກງານ ນາຍົກຣັຖມົນຕຣີ ເພື່ອສອບຖາມ ເພີ່ມຕື່ມວ່າດຳຣັຖ ດັ່ງກ່າວຈະເຣິ່ມ ປະຕິບັດເມື່ອໃດ ແລະຈະເຣິ່ມແຂວງ ໃດກ່ອນ ຫຼືເຣິ່ມເຮັດໃນກົງຈັກ ຣັຖບານກ່ອນ ເຈົ້າໜ້າທີ່ ບໍ່ປະສົງອອກສື່ ແລະສຽງກ່າວພຽງແຕ່ວ່າ ຍັງລໍຖ້າການ ແຈ້ງການຈາກພາກສ່ວນທີ່ກ່ຽວຂ້ອງ ອີກເທື່ອນຶ່ງ ແລະຍັງບໍ່ສາມາດໃຫ້ຂໍ້ມູນ ຫຼາຍໄປກວ່ານີ້ິ ໄດ້.

ທາງດ້ານ ພະນັກງານ ທີ່ບຳນານໄປແລ້ວ ໄດ້ກ່າວວ່າ ຢາກໃຫ້ຕິດຕາມ ເຈົ້າໜ້າທີ່ ຣະດັບສູງ ທີ່ມີຣົດຂອງຣັຖຫຼາຍ ຄັນພ້ອມທັງ ຢາກໃຫ້ ມີການກວດກາ ຄືນວ່າແຕ່ລະທ່ານ ໄດ້ໃຊ້ຣົດສະເພາະ ວຽກຂອງທາງການຫຼືບໍ່, ຫຼືວ່າເອົາຣົດ ປະຈຳຕຳແໜ່ງ ໄປໃຊ້ໃນວຽກ ຄອບຄົວ ຫຼືໃຫ້ລູກນຳ ໄປໃຊ້ ແບບສ່ວນໂຕ. ຖືວ່າໂອເຄ ແລະເຫັນດີ ບໍ່ໃຫ້ໃຊ້ສ່ວນໂຕ ໄປວຽກອື່ນ ມັນບໍ່ກ່ຽວ ກັບຣັຖການ ກໍ່ບໍ່ຢາກໃຫ້ໃຊ້ ຫັ້ນແຫຼະ, ຖືກຕ້ອງແທ້ ມັນກໍຕ້ອງແນວນັ້ນ. ກໍຢາກໃຫ້ ມັນທົ່ວເຖິງກັນ ຜູ້ໃດມີຫຼາຍ ກາຫຼຸດລົງ ປະເທດອື່ນ ໂຕຢ່າງປະເທດວຽດນາມ ເຂົາເຈົ້າບໍ່ໄດ້ ເອົາຣົດປະຈຳຕຳແໜ່ງ ເມືອເຮືອນໃດ໋ ເອົາໄວ້ຢູ່ຫ້ອງການ.

ທ່ານໄດ້ກ່າວຕື່ມ ວ່າຄັນພາກສ່ວນ ທີ່ກ່ຽວຂ້ອງ ມີຄວາມຈຳເປັນ ໃນການຊື້ຣົດ ຂອງຣັຖເພີ່ມຕື່ມ ເພື່ອໃຊ້ໃນວຽກງານ ທາງການກໍຢາກ ໃຫ້ຫັນໄປຊື້ຣົດ ຣາຄາທີ່ຖືກກວ່າ ຢີ່ຫໍ້ໂຕໂຢຕ້າ (Toyota) ລຸ້ນແຄມຣີ (Camry) ຫຼືລຸ້ນຄຣຸຍເຊີ (Cruiser) ແລະ ອາດຈະຫັນໄປຊືຶ້ຣົດ ທີ່ກິນນໍ້າມັນ ບໍ່ຫຼາຍ ເພື່ອປະຢັດການ ໃຊ້ງົບຂອງ ຣັຖບານ ແລະນໍາໃຊ້ພາສີ ຂອງປະຊາຊົນໃຫ້ກຸ້ມຄ່າ.

ສ່ວນນັກຊ່ຽວຊານ ດ້ານເສຖກິຈ ແລະທຸຣະກິຈ ກ່າວວ່າ ສະເພາະຢູ່ ແຂວງຂອງທ່ານ ເອັງກໍຍັງ ເຫັນເຈົ້າໜ້າທີ່ ຣະດັບສຸງບາງຄົນ ເອົາຣົດຂອງຣັຖ ໄປໃຊ້ວຽກຄອບຄົວ ແລະເອົາໃຫ້ລູກຫຼານ ໄປໃຊ້ແບບສ່ວນໂຕ ຊຶ່ງທ່ານເອັງກໍຮູ້ສຶກ ບໍ່ສະບາຍໃຈ ປານໃດ ແລະຢາກໃຫ້ມີການ ແກ້ໄຂບັນຫານີ້ ຢ່າງຈິງຈັງເພື່ອປະຢັດລາຍຈ່າຍຂອງຣັຖບານ:
ຜູ້ເຮັດຢູ່ລະ ເພິ່ນເອົາຣົດໄປເຮືອນ ໄປຊານຖືວ່າ ຂີ່ໄປຫັ້ນແຫຼະ ລູກໃຊ້ກໍໄດ້ຄືກັນນ່າ ໃຊ້ໂລດແຫຼະໃນຄອບຄົວນີ້ນ່າ ປະເທດເຮົາ ກໍຍັງດ້ອຍພັທນາ ຊື້ຣົດຢາຍກັນ ໝົດທົ່ວປະເທດ ຣັຖບານກຳລັງພັທນາ.

ອີງຕາມມາຕຣາ 13 ຂອງດຳຣັຖວ່າດ້ວຍຣົດ ຂອງຣັຖກຳນົດໃຫ້ ການນຳຣະດັບສູງ ປະເພດ 1 ມີຣົດປະຈຳຕຳແໜ່ງ 2 ຄັນ ແລະ ນໍ້າມັນ 200 ລິດ ຕໍ່ເດືອນ. ການນຳຣະດັບ ສູງປະເພດ 2 ມີຣົດປະຈຳຕໍາແໜ່ງ 2 ຄັນ ແລະ ນໍ້າມັນ 180 ລິດ ຕໍ່ເດືອນ. ການນຳຣະດັບສູງປະເພດ 3 ມີຣົດປະຈຳແໜ່ງ 1 ຄັນ ແລະ ນໍ້າມັນ 180 ລິດຕໍ່ເດືອນ ແລະ ການນຳຣະດັບສູງຣະດັບ 4 ມີຣົດປະຈຳຕຳແໜ່ງ 1 ຄັນ ແລະ ນໍ້າມັນ 120 ລິດຕໍ່ເດືອນ.

ສຳລັບມາຕຣາ 18 ຂອງດຳຣັຖວ່າ ດ້ວຍຣົດຂອງຣັຖ ຣະບຸວ່າ ຣົດຂອງຣັຖ ຕ້ອງໃຊ້ໃນວຽກ ຂອງທາງການເທົ່ານັ້ນ ແລະພາຍຫຼັງການນໍາໃຊ້ ທຸກຄັ້ງຕ້ອງຈອດໄວ້ ຢູ່ສຳນັກງານ ຂອງແຕ່ລະຂແນງການຍົກເວັ້ນ ຣົດປະຈຳຕຳແໜ່ງ. ໃນຂນະທີ່ມາຕຣາ 24 ຂອງດຳຣັຖ ດັ່ງກ່າວ ຣະບຸວ່າ ຖ້າຜູ້ໃດຣະເມີດ ດຳຣັຖສະບັບນີ້ ຈະຖືກສຶກສາອົບຮົມ, ກ່າວເຕືອນລົງວິນັຍ, ປັບໄໝ, ໃຊ້ແທນຄ່າ ເສັຽຫາຍ ທາງແພ່ງ ຫຼືຖືກລົງໂທດທາງອາຍາ ຕາມກໍຣະນີເບົາ ຫຼື ໜັກ ທີ່ກຳນົດໄວ້ ໃນຣະບຽບການ ກົດໝາຍໃນ ມາຕຣາ 26 ຂອງດຳຣັຖດັ່ງກ່າວນີ້. ດຳຣັຖສະບັບນີ້ ມີຜົລສັກ ສິດພາຍຫຼັງລົງລາຍເຊັນ ແລະລົງໃນຈົດໝາຍເຫດທາງຣັຖການ ພາຍໃນ 15 ວັນ.

ດຳຣັຖສະບັບໃໝ່ນີ້ ປ່ຽນແທນດຳຣັຖ ວ່າດ້ວຍການ ປະກອບ ແລະ ຄຸ້ມຄອງຣົດປະຈຳຕຳແໜ່ງ ການນຳຣະດັບສູງສະບັບເລກທີ 15/ນຍ ລົງວັນທີ 15 ມົກຣາປີ 2017 ຊຶ່ງໃນດຳຣັຖວ່່າ ດ້ວຍການການປະກອບ ແລະຄຸ້ມຄອງຣົດ ປະຈຳຕຳແໜ່ງ ການນຳຣະດັບສູງ ກຳນົດໃຫ້.

ການນຳ ຣະດັບສູງປະເພດ 1 ມີຣົດປະຈຳຕຳແໜ່ງ 3 ຄັນ ແລະ ນໍ້າມັນ 500 ລິດຕໍ່ເດືອນ, ການນຳຣະດັບສູງປະເພດ 2 ມີຣົດປະຈຳຕຳແໜ່ງ 2 ຄັນ ແລະ ນໍ້າມັນ 350 ລິດຕໍ່ເດືອນ, ການນຳຣະດັບສູງປະເພດທີ 3 ມີຣົດປະຈຳຕຳແໜ່ງ 2 ຄັນ ແລະ ນໍ້າມັນ 300 ລິດຕໍ່ເດືອນ ແລະ ການນຳຣະດັບສູງປະເພດ 4 ມີຣົດປະຈຳຕຳແໜ່ງ 1 ຄັນ ແລະ ນໍ້າມັນ 200 ລິດຕໍ່ເດືອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.