ນາຍົກສອງຝ່າຍຫາລື ຜ່ານ ໂທຣະສັບ
2019.08.26

ນາຍົກຣັຖມົນຕຣີ ກັມພູຊາ ໄດ້ ໂທຣະສັບ ຫາ ນາຍົກຣັຖມົນຕຣີ ສປປລາວ ເພື່ອຫາລືເລື້ອງບັນຫາ ຂໍ້ພິພາດຊາຍແດນ ເພື່ອຖອນທະຫານ ອອກຈາກພື້ນທີ່ ທີ່ມີຂໍ້ຂັດແຍ່ງ ຣະຫວ່າງເຂດເຊລຳເພົາ ເມືອງມູນລະປະໂມກ ແຂວງຈຳປາສັກ ກັບ ເມືອງຈອມກະສັນ ແຂວງພະວິຫານ ຂອງກຳພູຊາ.
ສຳນັກຂ່າວ ພະນົມເປັນໂພສ Phnom Penh Post ໄດ້ຣາຍງານ ໃນວັນທີ 25 ສິງຫາ ໂດຍອ້າງຄຳເວົ້າຂອງ ທ່ານ ຮຸນເຊນ ນາຍົກ ຣັຖມົນຕຣີກຳພູຊາ ວ່າ:
“ໃນເວລາ 9 ໂມງເຊົ້າ ຂອງ ວັນເສົາ [24 ສິງຫາ], ຂ້າພະເຈົ້າ [ທ່ານ ຮຸນເຊນ] ໄດ້ລົມໂທຣະສັບ ກັບ ທ່ານ ນາຍົກຣັຖມົນຕຣີ ທອງລຸນ ໂດຍກົງ ແລະ ພວກເຮົາ ໄດ້ລົມກັນຢ່າງສ້າງສັນ. ພວກເຮົາທັງສອງ ເຫັນດີ ຖອນທະຫານ ອອກຈາກເຂດມອມເປ ທີ່ຍັງ ບໍ່ທັນໄດ້ ປັກຫລັກໝາຍ.”
ທ່ານ ຮຸນເຊນ ກ່າວຕື່ມອີກວ່າ: ພວກເຮົາຍັງເຫັນດີ ສືບຕໍ່ເຈຣະຈາກັນ, ສະນັ້ນ ສະຖານະການບໍ່ມີຄວາມເຄັ່ງຕຶງ. ທະຫານຂອງທັງສອງ ປະເທດ ພວກເຮົາ ຍັງກິນເຂົ້າສາມັກຄີກັນຢູ່ ສະນັ້ນ ປະຊາຊົນທຸກຄົນ ບໍ່ຕ້ອງເປັນຫ່ວງ.
ນອກຈາກນີ້, ພົນເອກ ເຕັຍບັນ ຣັຖມົນຕຣີ ກະຊວງປ້ອງກັນປະເທດກັມພູຊາ ໄດ້ກ່າວຕໍ່ສື່ມວນຊົນ ວ່າ ບໍ່ມີການປະເຊີນໜ້າກັນ ຣະຫວ່າງ ທະຫານລາວ ກັບ ກັມພູຊາ.
ກ່ອນທີ່ຈະເກີດຄວາມເຄັ່ງຕຶງຂຶ້ນຢູ່ເຂດຊາຍແດນອີກຄັ້ງ, ແຫລ່ງຂ່າວທີ່ໃກ້ຊິດເຈົ້າໜ້າທີ່ ທະຫານລະດັບສູງ ກະຊວງປ້ອງກັນປະເທດຂອງ ລາວ ກໍໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ສິງຫາ ວ່າ:
“ທະຫານກັມພູຊາ ເມົາເຫລົ້າ ມັນຍ່າງມາຫາ ຝ່າຍລາວ ແລະ ບອກທະຫານລາວ ຖອນອອກຈາກເຂດ ຊາຍແດນພາຍໃນ 3 ວັນ, ບໍ່ດັ່ງນັ້ນ ກັມພູຊາ ຊິເອົາກຳລັງ ທະຫານມາບຸກ.”
ໃນຂນະທີ່ ເຈົ້າໜ້າທີ່ທາງການລາວ ຍັງບໍ່ໄດ້ມີການອອກຖະແຫລງການ ຢ່າງເປັນທາງການກ່ຽວກັບ ສະຖານະການຫລ້າສຸດ ທີ່ເກີດຂຶ້ນ ໃນເດືອນສິງຫາ ນີ້.
ແຕ່ໃນວັນທີ 12-13 ກັນຍາ 2018 ຢູ່ ຮາໂນຍ ປະເທດວຽດນາມ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ແລະ ທ່ານ ຮຸນເຊນ ນາຍົກ ຣັຖມົນຕຼຣີ ກັມພູຊາ ໄດ້ປະຊຸມ ແລະ ຕົກລົງກັນ ຖອນທະຫານ ອອກຈາກພື້ນທີ່ຂໍ້ຂັດແຍ່ງ ຢູ່ເຂດຊາຍແດນ.