ກັມພູຊາ ຈະສົ່ງນັກໂທດ ຄະດີຢາເສບຕິດ, ຄະດີຂົ່ມຂືນ ຄືນໃຫ້ ສປປ ລາວ

ຈຳປາທອງ
2023.03.02
ກັມພູຊາ ຈະສົ່ງນັກໂທດ ຄະດີຢາເສບຕິດ, ຄະດີຂົ່ມຂືນ ຄືນໃຫ້ ສປປ ລາວ ທ່ານ ຮຸນແຊນ ນາຍົກຣັຖມົນຕຣີ ກັມພູຊາ (ຮູບຊ້າຍມື) ຖ່າຍຮູບຮ່ວມກັບ ທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕີ ລາວ (ຮູບຂວາມື) ແລະ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໃນລະຫວ່າງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 13-14 ກຸມພາ 2023.
ຮູບພາບຈາກ: ປກສ

ໃນລະຫວ່າງການຢ້ຽມຢາມລາວຂອງທ່ານ ຮຸນແຊນ ນາຍົກຣັຖມົນຕຣີກັມພູຊາ ໃນມື້ວັນທີ 13 ກຸມພາ 2023 ທ່ານ ຮຸນແຊນ ໄດ້ກ່າວໃນພິທີຖແລງຂ່າວ ຮ່ວມກັບທ່ານ ສອນໄຊ ສີພັນດອນ ນາຍົກຣັຖມົນຕຣີລາວ ຕໍ່ສື່ມວນຊົນລາວ ແລະກັມພູຊາ ວ່າ ກັມພູຊາຈະສົ່ງນັກໂທດລາວທັງໝົດກັບຄືນປະເທດກ່ອນບຸນປີໃໝ່ລາວ, ຈະບໍ່ລໍຖ້າການແລກປ່ຽນນັກໂທດ ໃນລັກສະນະເທົ່າທຽມກັນ.

ດັ່ງທີ່ທ່ານກ່າວ ໂດຍມີນາຍພາສາ ແປເປັນພາສາລາວ.

ທ່ານກ່າວວ່າ:

“ຂ້າພະເຈົ້າກໍ່ໄດ້ແຈ້ງໃຫ້ທ່ານ ສອນໄຊ ຮັບຊາບຮ່ວມກັນກ່ຽວກັບ ການແລກປ່ຽນນັກໂທດ ໂດຍກັມພູຊາ ຈະບໍ່ລໍຖ້າການແລກປ່ຽນນັກ ໂທດຢ່າງເທົ່າທຽມກັນ ຄືກັມພູຊາຕັດສິນໃຈທີ່ຈະສົ່ງໂຕນັກໂທດລາວ ຢູ່ກັມພູຊາທັງໝົດ ໃຫ້ກັບຄືນປະເທດລາວນີ້ ໃຫ້ໄດ້ກ່ອນບຸນປີໃໝ່ຂເມນ ຫຼືປີໃໝ່ສົງການທີ່ມີບັນດາປະເທດພວກເຮົາຍຶດຖືຮ່ວມກັນ.”

ພ້ອມກັນນັ້ນ ທ່ານ ຮຸນແຊນ ຍັງເວົ້າເຖິງການສົ່ງນັກໂທດໄທຍ ກັບຄືນປະເທດນໍາດ້ວຍ. ນັກໂທດລາວ ທີ່ກັມພູຊາ ຈະສົ່ງກັບຄືນປະເທດນັ້ນ ມີທັງໝົດ 75 ຄົນ. ໃນນັ້ນເປັນນັກໂທດຊາຍ 50 ຄົນ. ໃນຈໍານວນນັກໂທດທັງໝົດນັ້ນ ເປັນນັກ ໂທດຄະດີຢາເສບຕິດ 73 ຄົນ, ຄະດີຂົ່ມຂືນກະທຳຊຳເລົາ 2 ຄົນ ອີງຕາມ ຣາຍງານຂ່າວຂອງພະນົມເປັນໂພສຕ໌ (Phnom Penh Post). ກ່ຽວກັບເຣື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງ ນັກກົດໝາຍລາວ ຫລາຍທ່ານ, ມີທ່ານນຶ່ງເວົ້າວ່າ ກໍຣະນີການແລກປ່ຽນນັກໂທດລະຫວ່າງລາວ ແລະກັມພູຊານີ້ ແມ່ນປະຕິບັດຕາມສົນທິສັນຍາ ສົ່ງຜູ້ຮ້າຍຂ້າມແດນ ລະຫວ່າງລາວ ແລະກັມພູຊາ ທີ່ໄດ້ລົງນາມກັນໃນມື້ວັນທີ 21 ຕຸລາ 1999 ແລະລາວກໍມີສົນທິສັນຍາ ທໍານອງນີ້ກັບຫລາຍປະເທດ ດັງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ມີນານີ້ວ່າ:

“ໂຕນີ້ມັນຈະມີສົນທິສັນຍາ ສອງຝ່າຍກ່ຽວກັບ ການສົ່ງຜູ້ຮ້າຍຂ້າມແດນ ຢ່າງເຊັ່ນວ່າ ລາວ-ໄທຍ ກໍ່ຈະມີສົນທິສັນຍາກ່ຽວກັບ ເຣື່ອງການສົ່ງຜູ້ຮ້າຍຂ້າມແດນ ຢູ່ແລ້ວ ລາວ-ກັມພູຊາ, ລາວ-ຈີນ, ລາວ-ວຽດນາມ ພວກນີ້ເຂົາເຈົ້າ ມີໝົດແລ້ວ.”

ທ່ານກ່າວຕື່ມວ່າ ການທີ່ນັກໂທດລາວ ຈະຖືກສົ່ງກັບຄືນປະເທດ ມີທັງຂໍ້ດີ ແລະຂໍ້ເສັຍ ໂດຍສະເພາະຕໍ່ໂຕນັກໂທດ. ເຖິງແມ່ນວ່າ ນັກໂທດຈະໄດ້ກັບຄືນ ປະເທດລາວແລ້ວ ແຕ່ກໍ່ຕ້ອງໄດ້ຖືກດໍາເນີນຄະດີໃໝ່ຕາມກົດໝາຍ ຂອງ ສປປ ລາວ ອີກຄັ້ງນຶ່ງ.

“ມັນກະມີທັງຂໍ້ດີຂໍ້ເສຍ ຢ່າງເຊັ່ນວ່າ ຂໍ້ເສຍກະຄື ການທີ່ນຳສົ່ງຜູ້ຮ້າຍຂ້າມແດນຫັ້ນ ຜູ້ຮ້າຍຫັ້ນ ລາວຈະຕ້ອງປະຕິບັດໂທດ ຢູ່ຂອງປະເທດນັ້ນ ໂຕນີ້ມັນເປັນຂໍ້ເສຍຂອງນັກໂທດ ຖ້າເຮົາຊິເວົ້າໃນເຊີງການປົກປ້ອງຜູ້ກະທຳຜິດຫັ້ນແມ່ນ ໂຕນີ້ມັນຈະແມ່ນຂໍ້ເສັຍຂອງນັກໂທດ.”

ນັກກົດໝາຍອີກທ່ານນຶ່ງ ທີ່ເຮັດວຽກໃກ້ຊິດ ກັບເຈົ້າໜ້າທີ່ ປກສ ລາວ ກໍເວົ້າໃນມຶ້ດຽວກັນນີ້ວ່າ ຄະດີຢາເສບຕິດ ທີ່ເປັນຄະດີສ່ວນໃຫຍ່ ຂອງນັກໂທດລາວ ຢູ່ກັມພູຊານັ້ນ ທາງເຈົ້າໜ້າທີ່ລາວ ກໍ່ໄດ້ພະຍາຍາມສະກັດກັ້ນ ການລັກລອບຄ້າຢາເສບຕິດ ຂ້າມຊາຍແດນຫຼາຍກໍຣະນີ.

“ກະມີຫຼາຍຜົລສຳເຣັດຫັ້ນແຫຼະນໍ ເພາະວ່າຕາມສະຖິຕິ ທີ່ທາງເຈົ້າໜ້າທີ່ສລຸບຣາຍງານ ຕໍ່ກອງປະຊຸມສະພາບໍ່ ຫຼືວ່າກອງປະຊຸມ ຂອງກະຊວງປ້ອງກັນ ຄວາມສງົບຫັ້ນ ກໍ່ໄດ້ມີການສະກັດກັ້ນ ແລະຕ້ານຢາເສບຕິດນີ້ມາ ເພາະວ່າມີການຈັບໂຕຜູ້ຊື້ຂາຍຢາ ເສບຕິດມາດຳເນີນຄະດີໄດ້ ຫຼາຍພັນຄົນນໍ.”

ໃນຂະນະດຽວກັນ ທ່ານ ສຸພະລັກ ການຈະນະຂຸນດີ ຜູ້ຊ່ຽວຊານດ້ານເອເຊັຽ ຕະເວັນອອກ ສຽງໃຕ້ ສຶກສາ ປະຈຳ ວິທະຍາໄລ ນານາຊາຕ ປຣີດີ ພະນົມຍົງ ມະຫາວິທະຍາໄລ ທັມມະສາຕ ຂອງໄທຍ (Pridi Banomyong International College, Thammasat University) ໄດ້ໃຫ້ຄຳເຫັນວ່າ ການທີ່ກັມພູຊາຕັດ ສິນໃຈສົ່ງນັກໂທດລາວ ກັບຄືນປະເທດລາວນັ້ນ ເປັນເຣື່ອງທີ່ດີ ຊຶ່ງອາຈສແດງເຖິງ ການພົວພັນທາງການທູຕ 2 ປະເທດນີ້ດີຂຶ້ນ ພາຍຫຼັງທີ່ມີການແກ້ໄຂບັນ ຫາເຂດຊາຍແດນນໍາກັນ ຄືບໜ້າໄປໄດ້ຫຼາຍກວ່າ 80% ແລ້ວ.

ດັງທີ່ທ່ານກ່າວວ່າ:

“ໂດຍທົ່ວໄປ ຂ້ອຍຄຶດວ່າມັນເປັນເຣື່ອງດີ ຫຼາຍກວ່າເປັນເຣື່ອງບໍ່ດີ ຄືມັນເປັນການສະແດງອອກ ເຖິງທ່າທີທາງການທູຕ (Diplomatic Gestures) ທີ່ສແດງໃຫ້ນາຍົກຄົນໃໝ່ ຂອງລາວເຫັນ, ເປັນການຊື້ໃຈກັນ ເພາະວ່າ ບັນຫາລະຫວ່າງລາວ ກັບກັມພູຊາມັນເຊົາລົງໄປຫຼາຍແລ້ວ ມັນບໍ່ຄ່ອຍມີບັນຫາຫຍັງ.”

ທ່ານກ່າວຕື່ມວ່າ ນີ້ແມ່ນໂອກາດດີ ສຳລັບນັກໂທດລາວ ທີ່ຈະໄດ້ກັບໄປຮັບໂທດຢູ່ປະເທດລາວ ຊຶ່ງຈະເຮັດໃຫ້ຍາດຕິພີ່ນ້ອງ ຂອງພວກເຂົາ ສາມາດໄປຢ້ຽມໄດ້ງ່າຍຂຶ້ນ, ແຕ່ທ່ານຄິດວ່າ ທ່ານ ຮຸນແຊນ ອາຈຄຶດເຣື່ອງນີ້ໄປຍາວໆ ໃນກໍຣະນີ ຝ່າຍຕໍ່ຕ້ານກັມພູຊາ ຖືກຈັບຢູ່ລາວ.

ທ່ານກ່າວວ່າ:

“ທ່ານ ຮຸນແຊນ ອາຈຄຶດເຣື່ອງນີ້ໄປຍາວ ໆ ກໍ່ໄດ້ວ່າ ໃນກໍຣະນີທີ່ຝ່າຍຕໍ່ຕ້ານ ກັມພູຊາ ໄປຖືກຈັບຢູ່ລາວ. ເຂົາເຈົ້າກໍ່ອາຈໄດ້ ຄວາມໄວ້ເນື້ອເຊື່ອໃຈ (favor) ໃຫ້ລາວສົ່ງມອບ ມາໃຫ້ກັມພູຊາ ອັນນີ້ເປັນຂໍ້ຕົກລົງ. ເພາະຄາວນີ້ທ່ານຮຸນແຊນ ໃຫ້ແບບບໍ່ຕ້ອງການ ການແລກປ່ຽນນັກໂທດ ຊຶ່ງກັນແລະກັນ (reciprocity) ຊ້ຳອີກ. ກັມພູຊາໃຫ້ຝ່າຍດຽວ ອັນນີ້ແມ່ນຄວາມໃຈໃຫຍ່ ໃຈນັກເລງຂອງທ່ານ ຮຸນແຊນ ເວລາຕ້ອງການຈະຊື້ໃຈໃຜ ເພິ່ນກໍ່ຈະເຮັດແນວນີ້.”

ນອກຈາກນີ້ແລ້ວ, ທ່ານກໍຍັງເຫັນວ່າ ການທີ່ທ່ານ ຮຸນແຊນ ສແດງອອກໃນເຣື່ອງນີ້ ແມ່ນເພື່ອຫາທາງໃຫ້ປະເທດເພື່ອນບ້ານໃກ້ຄຽງ ສນັບສນູນ ທ່ານ ຮຸນ ມາແນັດ ລູກຊາຍຂອງທ່ານ ເປັນຜູ້ສືບທອດຕຳແໜ່ງນາຍົກຣັຖມົນຕຣີກັມພູຊາຄົນຕໍ່ໄປ.

ໃນໄລຍະ 5 ປີຄືນຫຼັງ, ມີຄົນລາວຫລາຍຄົນໄດ້ຖືກຕັດສິນ ຈໍາຄຸກຢູ່ກັມພູຊາ ໃນຄະດີຢາເສບຕິດ. ໃນນັ້ນ ສ່ວນນຶ່ງຖືກຈັບ ແລະດຳເນີນຄະດີຢູ່ແຂວງຊຽງແຕງ ທີ່ເປັນແຂວງຊາຍແດນຕິດກັບ ແຂວງຈຳປາສັກ ແລະແຂວງອັດຕະປືຂອງລາວ. ສຳນັກຂ່າວ Khmer Times ຂອງກັມພູຊາ ໄດ້ຣາຍງານວ່າ ໃນເດືອນພຶສຈິກາ 2021, ມີນັກໂທດລາວ ແລະກັມພູຊາ 7 ຄົນ ຮ່ວມກັນແຫກຄຸກ ຢູ່ແຂວງຊຽງແຕງ ແຕ່ທາງການກັມພູຊາຕິດຕາມ ຈັບນັກໂທດຄືນມາໄດ້ 4 ຄົນ. ໃນນີ້ີ ມີນັກໂທດລາວຜູ້ນຶ່ງ ໄດ້ຖືກຕັດສິນຈໍາຄຸກຕະຫຼອດຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.