ຄົນທ້ອງຖິ່ນ ກັງວົນເລື່ອງນັກໂທດ ແຫກຄຸກ, ຍັງຈັບບໍ່ໄດ້ເທື່ອ 7 ຄົນ
2025.02.24
ພວກນັກໂທດ ທີ່ໂຕນໜີອອກຈາກຄ້າຍຄຸມຂັງ ຫຼັກ 6 ຢູ່ເຂດບ້ານໂພນສະຫວ່າງເໜືອ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃນຕອນກາງຄືນ ຂອງວັນທີ 22 ກຸມພາ 2025 ນີ້ 7 ຄົນ ເຈົ້າໜ້າທີ່ຕໍາຫຼວດ ຍັງບໍ່ສາມາດຕິດຕາມຈັບໄດ້ເທື່ອ. ໃນຈໍານວນນັກໂທດ 7 ຄົນ ທີ່ວ່ານັ້ນ ເປັນນັກໂທດຄະດີຂົ່ມຂືນ, ຄະດີຢາເສບຕິດ ແລະຄະດີລັກຊັບ.
ການທີ່ນັກໂທດ ສາມາດໂຕນໜີອອກຈາກຄ້າຍຄຸມຂັງໄດ້ນັ້ນ ຫຼາຍຄົນເຫັນວ່າ ເປັນຍ້ອນເຈົ້າໜ້າທີ່ ບໍ່ເຂັ້ມງວດໃນເລື່ອງການຮັກສາຄວາມປອດໄພ ຢູ່ໃນຄຸກ, ບໍ່ເອົາໃຈໃສ່ ບໍ່ເຂັ້ມແຂງໃນການຄວບຄຸມນັກໂທດ ເຮັດໃຫ້ນັກໂທດ ມີຊ່ອງຫວ່າງໃນການແຫກຄຸກໄດ້ ດັ່ງເຈົ້າໜ້າທີ່ທ້ອງຖິ່ນ ຢູ່ແຂວງສະຫວັນນະເຂດ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ກຸມພາ ນີ້ວ່າ:
”ເຈົ້າໜ້າທີ່ຫັ້ນແຫຼະ ບໍ່ເຂັ້ມງວດກັບການຮັກສາຄວາມປອດໄພ ຢູ່ໃນຄຸກຫັ້ນ ບໍ່ເອົາໃຈໃສ່ຕໍ່ລະບຽບ ເຮັດໃຫ້ພວກນັກໂທດ ມັນມີຊ່ອງຫວ່າງໃນການແຫກຄຸກອອກໄປ ລາວເຮົາບໍ່ເຂັ້ມແຂງປານໃດ ເວົ້າເຖິງເຈົ້າໜ້າທີ່ຕໍາຫຼວດນີ້ ສ່ວນຫຼາຍກໍຢາກແລ້ວເລີຍ ນັບແຕ່ຄະດີຂ້າຄົນບໍ່ ຫຼືວ່າຄະດີອີ່ຫຍັງ ເຄີຍເຫັນຜ່ານມານີ້.”
ໃນຂະນະດຽວກັນ ປະຊາຊົນຢູ່ແຂວງສະຫວັນນະເຂດ ຜູ້ໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ວ່າ ຫາກໍໄດ້ຍິນຂ່າວ ໃນມື້ວານນີ້ວ່າ ມີນັກໂທດແຫກຄຸກ. ເມື່ອໄດ້ຍິນຂ່າວນີ້ແລ້ວ ກໍເປັນຕາຢ້ານ ຍ້ອນວ່າ ໃນຈໍານວນນັກໂທດ 7 ຄົນ ທີ່ເຈົ້າໜ້າທີ່ຕໍາຫຼວດ ຍັງຈັບບໍ່ທັນໄດ້ນັ້ນ ຜູ້ໜຶ່ງເປັນນັກໂທດຄະດີຂົ່ມຂືນ ຊຶ່ງເປັນຄະດີຮ້າຍແຮງ ຮວມຢູ່ດ້ວຍ. ດັ່ງນັ້ນ ຈຶ່ງຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເຂັ້ມງວດໃນການກວດກາ ແລະຮັກສາຄວາມປອດໄພຫຼາຍຂຶ້ນ ຍ້ອນວ່າ ກ່ອນພວກນັກໂທດ ຈະໂຕນໜີອອກຈາກຄຸກໄດ້ ກໍຍ້ອນມີການລະເຫຼີງ ມີຊ່ອງຫວ່າງ ຈຶ່ງເຮັດໃຫ້ພວກເຂົາອອກໜີໄປໄດ້ ດັ່ງທີ່ທ່ານ ກ່າວວ່າ:
”ຂ້ອຍຫາກໍໄດ້ຍິນມື້ວານນີ້ ເຂົາວ່າ ພາກັນແຫກຄຸກກັນ ມັນກໍຈະມີທາງໃນຫັ້ນແລ້ວ ຈັ່ງອອກໄດ້ ຄົນຮູ້ຈັກຫັ້ນນ່າ ກະເອີ ເປັນຕາຢ້ານຢູ່ເດ ເພາະວ່າຄະດີໜັກໆ ຈັ່ງນີ້ໜ້າຈະເຂັ້ມງວດກວ່ານີ້ ທີ່ຈິງບໍ່ໜ້າຈະປ່ອຍປະລະເລີຍ.”
ຂ່າວ ກ່ຽວກັນ
ເຈົ້າໜ້າທີ່ຍັງບໍ່ສາມາດ ຈັບນັກໂທດ 5 ຄົນທີ່ແຫກຄຸກໄດ້ເທື່ອ
ການບຸກຊິງໂຕນັກໂທ 5 ຄົນ ຢູ່ຄຸກນາໄຫນາໂນ
ມີກຸ່ມຄົນ ຊ່ອຍນັກໂທດ 5 ຄົນ ໜີອອກຈາກຄຸກ
ພ້ອມດຽວກັນນັ້ນ ປະຊາຊົນຢູ່ແຂວງສະຫວັນນະເຂດ ອີກຜູ້ໜຶ່ງ ກໍເວົ້າວ່າ ການທີ່ພວກນັກໂທດ ສາມາດແຫກຄຸກໜີອອກໄປໄດ້ ກໍເປັນຍ້ອນເຈົ້າໜ້າທີ່ ເຮັດວຽກແບບລະຫຼວມ ໃນການຕິດຕາມ ຮັກສາເວນຍາມ ຫຼືບາງທີ ເຈົ້າໜ້າທີ່ໄວ້ວາງໃຈນັກໂທດ ຫຼືນັກໂທດພົວພັນກັບເຈົ້າໜ້າທີ່ ຮ່ວມຫົວກັບເຈົ້າໜ້າທີ່ ຈຶ່ງອອກໜີໄປໄດ້ ດັ່ງທີ່ທ່ານ ກ່າວວ່າ:
”ມີສ່ວນຫັ້ນແຫຼະນໍ ຄັນວ່າບໍ່ລະຫຼວມ ກໍບໍ່ສາມາດອອກໄດ້ດອກ ບາງທີ ອັນອາດຊິມີສ່ວນທີ່ວ່າ ໄວ້ວາງໃຈນັກໂທດຜູ້ໃດຜູ້ໜຶ່ງ ຫຼືໃນການຈະນໍາອອກມາເຮັດວຽກ ຫຼືມາອະນາໄມ ຫຼືວ່າໃນວຽກງານຕ່າງໆ ໃນການພົວພັນກັບເຈົ້າໜ້າທີ່ຫັ້ນແຫຼະ ຮູ້ທາງ ເອີໄປທາງໃດ ອອກທາງໃດ ຮ່ວມຫົວກັນກັບ ນັກໂທດເຂົາຈັ່ງອອກມາໄດ້.”
ເພື່ອຂໍຮູ້ລາຍລະອຽດ ກ່ຽວກັບເລື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ກອງບັນຊາການຕໍາຫຼວດປ້ອງກັນຄວາມສະຫງົບ ແຂວງສະຫວັນນະເຂດ ແຕ່ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ຕໍາຫຼວດ ທີ່ຂໍສະຫງວນຊື່ ແລະຕໍາແໜ່ງ ທ່ານໜຶ່ງ ພຽງແຕ່ວ່າ ຍັງກໍາບໍ່ໄດ້, ບໍ່ຮູ້ນໍາໜ່ວຍງານສະເພາະເພິ່ນ ຂະນະນີ້ ທາງຄະນະເພິ່ນ ຍັງປະຊຸມປຶກສາຫາລື ກັນຢູ່:
”ເພິ່ນມີການປຶກສາຫາລື ໃນຄະນະເພິ່ນ ເຮົາກໍບໍ່ໄດ້ເຂົ້າຮ່ວມນໍາ ອັນນີ້ກໍບໍ່ຮູ້ນໍາໜ່ວຍງານ ສະເພາະເພິ່ນເດີ ເຮົາກໍຍັງກໍາບໍ່ໄດ້ຄືກັນ.”
ຄ້າຍຄຸມຂັງ ຫຼັກ 6 ຢູ່ເຂດບ້ານໂພນສະຫວ່າງເໜືອ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ທີ່ພວກນັກໂທດ ໄດ້ລັກໂຕນໜີ ໃນຕອນກາງຄືນ ຂອງວັນທີ 22 ກຸມພາ 2025 ທີ່ວ່ານີ້ ເປັນຄ້າຍຄຸມຂັງ ຫຼືຄຸກໃຫຍ່ທີ່ສຸດ ຂອງແຂວງສະຫວັນນະເຂດ, ມີລະບົບການຮັກສາຄວາມປອດໄພ ໜາແໜ້ນ ແຕ່ເຖິງປານນັ້ນ ກໍຍັງມີນັກໂທດ ລັກໂຕນໜີອອກໄປໄດ້.
ຢູ່ປະເທດລາວ ເຫດການນັກໂທດ ລັກໂຕນໜີອອກຈາກຄຸກ ອອກຈາກຄ້າຍຄຸມຂັງ ຫຼືການຊິງນັກໂທດ ມັກເກີດຂຶ້ນຢູ່ເລື້ອຍ ແລະເຈົ້າໜ້າທີ່ຕໍາຫຼວດ ກໍບໍ່ສາມາດຕິດຕາມຈັບພວກເຂົາ ມາດໍາເນີນຄະດີໄດ້ ເປັນຕົ້ນ ໃນມື້ວັນທີ 27 ກັນຍາ 2024 ທີ່ຜ່ານມາ ພັກພວກຂອງນັກໂທດ ໄດ້ມາຊິງເອົານັກໂທດ 5 ຄົນ ຢູ່ຄ້າຍຄຸມຂັງ-ດັດສ້າງ ນາໄຫ-ນາໂນ ຫຼື ຄຸກນາໄຫ-ນາໂນ. ແຕ່ຈົນມາເຖິງປັດຈຸບັນ ເຈົ້າໜ້າທີ່ຕໍາຫຼວດ ກໍຍັງບໍ່ສາມາດສືບສວນ-ສອບສວນ ຕິດຕາມຫາຈັບພວກດັ່ງກ່າວ ມາດໍາເນີນຄະດີໄດ້ ແລະເລື່ອງນີ້ ກໍບໍ່ມີຂ່າວວ່າ ມີຄວາມຄືບໜ້າຫຍັງ.
ແລະເມື່ອກ່ອນໜ້ານັ້ນ ໃນເດືອນສິງຫາ ປີ 2020 ນັກໂທດຄະດີຢາເສບຕິີດ 12 ຄົນ ກໍໄດ້ແລ່ນຫຼົບໜີ ອອກຈາກຄຸກໂພນຕ້ອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄປຂຶ້ນລົດກະບະ ວີໂກ້ ທີ່ພັກພວກມາລໍຮັບເອົາ ຢູ່ຕໍ່ຫນ້າປະຕູຄຸກນັ້ນ, ເຖິງແມ່ນວ່າເຈົ້າຫນ້າທີ່ຫຼາຍຄົນ ໄດ້ພະຍາຍາມ ແລ່ນໄລ່ຈັບ ແຕ່ກໍສາມາດຈັບໄດ້ຢູ່ບໍລິເວນຫນ້າຄຸກ ພຽງຄົນດຽວ ແລະຕາມຈັບໄດ້ຕື່ມອີກ 5 ຄົນ ໃນເວລາຕໍ່ມາ. ສ່ວນທີ່ເຫຼືອ ອີກ 6 ຄົນ ບໍ່ມີລາຍງານຈາກທາງການວ່າ ຕາມຈັບໄດ້ ຫຼືຍັງ.