ເຈົ້າໜ້າທີ່ຍັງບໍ່ສາມາດ ຈັບນັກໂທດ 5 ຄົນທີ່ແຫກຄຸກໄດ້ເທື່ອ

ໄຊຍາ
2024.10.21
ເຈົ້າໜ້າທີ່ຍັງບໍ່ສາມາດ ຈັບນັກໂທດ 5 ຄົນທີ່ແຫກຄຸກໄດ້ເທື່ອ ນີ້ຄືຈຳນວນນັກໂທດທີ່ແຫກຄຸກ ນາໂນນາໄຫ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 27 ກັນຍາ 2024.
ຮູບພາບຈາກພົນລະເມືອງ

ເປັນເວລາສາມອາທິດແລ້ວ ເຈົ້າໜ້າທີ່ຕຳຫຼວດຍັງບໍ່ສາມາດຕິດຕາຫານັກໂທດແຫກຄຸກ 5 ຄົນທີ່ແຫກຄຸກທີ່ ຄ້າຍຄຸມຂັງດັດສ້າງນາໄຫນາໂນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງໄດ້ກ່າວຕໍ່ວິທຍຸເອເຊັຽເສຣີວັນທີ 21 ຕຸລາ 2024 ວ່າ ບໍ່ທັນເຫັນເບາະແສແນວໃດເທື່ອ, ມິດເລີຍ ແລະ ຂະນະນີ້ຢູ່ລະຫວ່າງການຂະຫຍາຍຜົນ.

ວິທະຍຸເອເຊັຽເສຣີໄດ້ພະຍາຍາມຕິດຕໍ່ໄປຍັງເຈົ້າໜ້າທີ່ທີ່ກ່ຽວຂ້ອງຢູ່ຄ້າຍຄຸມຂັງດັດສ້າງນາໄຫນາໂນເພື່ອສອບຖາມລະລຽດແຕ່ເຈົ້າໜ້າທີ່ຍັງບໍ່ສາມາດໃຫ້ລາຍລະອຽດກ່ຽວກັບເລື່ອງນີ້ໄດ້.

ຍ້ອນກັບໄປເຫດການ ວັນທີ 27 ກັນຍາ 2024  ມີກຸ່ມຄົນບຸກເຂົ້າໄປຄ້າຍຄຸມຂັງດັດສ້າງນາໄຫນາໂນເພື່ອຊ່ອຍນັກໂທດຄະດີຢາເສບຕິດ 5 ຄົນແຫກຄຸກເຊີ່ງບຸກຄົນທີ່ເຂົ້າໄປຊ່ອຍນັ້ນແມ່ນຍື່ນອາວຸດປືນໃຫ້ແກ່ນັກໂທດ. ຈາກນັ້ນນັກໂທດກໍ່ຍິງປືນເພື່ອສະກັດເຈົ້າໜ້າທີ່ກ່ອນລົບໜີອອກໄປ.ກ່ຽວກັບກໍລະນີທີ່ນັກໂທດພະຍາຍາມແຫກຄຸກ, ພະຍາຍາມສ້າງຄວາມວຸ້ນວາຍແລະໃຊ້ອາວຸດປືນ. ເຊີ່ງໃນຂະນະນັ້ນເຈົ້າໜ້າທີ່ກ່ຽວຂ້ອງກໍ່ໄດ້ຕອບໂຕ້ດ້ວຍອາວຸດປືນເຊັ່ນກັນ. ດັ່ງຜູ້ທີ່ຮູ້ກ່ຽວກັບເລື່ອງນີ້ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນວ່າ:

“ກໍລະນີແຫກຄຸກຫັ້ນຫວາເຈົ້າ, ສະຖານະການຈຳເປັນມັນກໍ່ຈຳເປັນວ່າກໍລະນີພວກແຫກໄປແລ້ວມີອາວຸດຈັ່ງຊິຍີງສວນບໍ່, ເຈົ້າໜ້າທີ່ເພິ່ນກໍ່ຕ້ອງໄດ້ປ້ອງກັນໂຕພະຍາຍາມໃຊ້ມາດຕະການສະກັດກັ້ນຫັ້ນແຫຼະເຈົ້າ. ແຕ່ເລື່ອງການເຮັດວຽກຕົວຈິງເພິ່ນກໍ່ອາດຈະຄືບໜ້າ, ບໍ່ຄືບໜ້າ ບໍ່ໆ ດົນໆ ຈຶ່ງມີຈັກເທື່ອໜຶ່ງຕາມໄດ້ຍິນມາ 2-3 ປີນີ້ກໍ່ຫາກໍ່ມີ 2 ເຄສບໍ່ນີ້ແຫຼະເອີ.

ຜູ້ຮູ້ກ່າວຕື່ມວ່າ, ເຖິງແມ່ນວ່າເຫດການນັກໂທດແຫກຄຸກ 5 ຄົນນີ້ຈະເກີດຂື້ນມາແລ້ວເປັນເວລາເກືອບ 1 ເດືອນ. ແຕ່ທາງການແລະພາກສ່ວນທີ່ກ່ຽວຂ້ອງຍັງບໍ່ທັນນໍາສະເໜີຂ່າວຄວາມຄືບໜ້າການຕິດຕາມຄະດີນີິໃຫ້ແກ່ປະຊຊົນໄດ້ຮັບຮູ້ເທື່ອ, ເຊີ່ງກໍ່ມີຄວາມເປັນໄປໄດ້ວ່າພວກເຂົາເຈົ້າສາມາດຕິດຕາມໄດ້ຫຼືບໍ່ສາມາດຕິດຕາມໄດ້ເທື່ອກໍ່ເປັນໄດ້ກໍ່ຄກັືບເຫດການນັກໂທດແຫກຄຸກໃນກໍລະນີອື່ນໆ ທີ່ຜ່ານມາ.

ທັງນີ້, ຖ້າຫາກເຈົ້າໜ້າທີ່ຕຳຫຼວດສາມາດຄວບຄຸມໂຕນັກໂທດແຫກຄຸກໄດ້ພວກຂະເຈົ້າຈະດຳເນີນການສືບສວນສອບສວນກ່ຽວກັບຂະບວນທີ່ເກີດຂື້ນເພື່ອພິຈາລະນະບົດລົງໂທດເພີ່ມ. ດັ່ງເຈົ້າໜ້າທີ່ທ້ອງຖີ່ນໃນນະຄອນຫຼວງວຽງຈັນກ່າວວ່າ:

“ຄອບຄອງອາວຸດກໍ່ບໍ່ຖືກຕ້ອງຜິດກົດໝາຍເວົ້າໄວ້ຄັກແນ່ກົດໝາຍອາຍາ, ໂອ້່ຢາເສບຕິດຢູ່ລາວຫັ້ນນໂທດໜັກເດເຖິງຂັ້ນປະຫານຊີວິດພຸ້ນໃດ. ຖ້າຫາກວ່າຄອບຄອງເກີດຫັ້ນນ່າມມັນກໍ່ຂື້ນກັບຂໍ້ມູນຫຼກຖານທີ່ເພິ່ນເກັບກຳໄດ້ຫັ້ນເນາະ, ພິສູດໄດ້ຜູ້ກ່ຽວບໍ່ເຮັດຜີດແທ້ບໍ່ສຳຄັນແມ່ນຫຼັກຖານ. ແຕ່ວ່າສຳຄັນແມ່ນຫຼັກໆ ຫັ້ນນ່ານັກໂທດຫັ້ນນ່າເພິ່ນໃຫ້ການເປັນແນວໃດເພິ່ນຮັບສາລະພາບຫຼືບໍ່ກໍ່ມີ 5 ຄົນເນາະ.”

ເຖິງວ່່າ, ຂ່າວດັ່ງກ່າວມີຄົນໃນສັງຄົມໃຫ້ຄວາມສົນໃຈຫຼາຍແຕ່ຍັງບໍ່ທັນມີຄວາມຄືບໜ້າຈາກທາງເຈົ້າໜ້າທີ່ຮັບຜິດຊອບວຽກງານດັ່ງກ່າວ. ເຊີ່ງມັນໄດ້ສ້າງຄວາມສົງໃສກ່ຽວກັບຄະດີນີ້ຫຼາຍສົມຄວນ. ດັ່ງຄົນງານທີ່ເຮັດວຽກຢູ່ເຂດພັດທະນາກວມລວມໄຊເສດຖາກ່າວວ່າ.

“ມີຢູ່ແຖວນາໄຫນາໂນຫັ້ນ, ມີຄຸກຢູ່ຫັ້ນອໍໄດ້ຍີນຢູ່ມີໝູ່ຜູ້ໜຶ່ງບອກໃຫ້, ຍັງໆ ຈັບບໍ່ໄດ້ເທື່ອຫຼືບໍ່ກໍ່ບໍ່ຮູ້ມີແຕ່ໄດ້ຍີນໝູ່ລາວເວົ້າມື້ນັ້ນ. ໄປຫັ້ນແລ້ວມີຢູ່ລາວເວົ້າວ່າຄຸກອັນນີ້ມີນັກໂທດແຫກຄຸກ 5 ຄົນຊ່ວງນັ້ນລາວເວົ້າ.”

ທ່ານ ພັນໂທ ວຽງທອງ ຫົວໜ້າຄ້າຍຄຸມຂັງດັດສ້າງນາໄຫນາໂນໄດ້ກ່າວຜ່ານກຸ່ມລາຍນ໌ແຊັດໃນວັນເກີດເຫດວ່າ. “ທຸກເຫຼົ່າວິຊາສະເພາະທີ່ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫລວງວຽງຈັນເພາະວ່າ ມີເຫດການເກີດຂຶ້ນໃນຊ່ວງ 3 ໂມງ ວ່າງຢ່ານີ້ ເປົ້າໝາຍມາຊິງເອົານັກໂທດທີ່ກໍາລັງພົບຍາດຢູ່ໃນຄ້າຍຄຸມຂັງ ນາໄຫນາໂນ ຂອງພວກເຮົານີ້ ແຕ່ວ່າ ນັກໂທດທີ່ວ່າ ມັນຊິງໄປຫັ້ນ ຈໍານວນ 5 ຄົນ.”

ຜ່ານມາກໍ່ມີເຫດການແຫກຄຸກເກີດຂື້ນດັ່ງເຊັ່ນເຫດການເມື່ອວັນທີ 11 ພຶດສະພາ 2018 ກໍ່ມີນັກໂທດ 11 ຄົນໂຕນອອກຈາກຄຸກດົງສະຫວາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນໂດຍໃຊ້ເລັກສະແລງແລະເຄື່ອງຕັດເຫຼັກເຈາະຝາຫ້ອງນໍ້າໃຫ້ເປັນຮູໃຫຍ່ຈາກນັ້ນກໍ່ລອອກແລະປີນຂ້າມກຳແພງລົບໜີແຕ່ເຈົ້າໜ້າທີ່ສາມາດຈັບນັກໂທດກັບຄືນທຸກຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.