ການບຸກຊິງໂຕນັກໂທ 5 ຄົນ ຢູ່ຄຸກນາໄຫນາໂນ
2024.10.01

ກໍລະນີ ມີຄົນມາຊິງໂຕນັກໂທດ 5 ຄົນ ຢູ່ ຄ້າຍຄຸມຂັງດັດສ້າງນາໄຫ ນາໂນ ຫຼື ຄຸກນາໄຫນາໂນ ໃນວັນທີ 27 ກັນຍາ ທີ່ຜ່ານມາ ແຕ່ ມາຮອດປັດຈຸບັນ ກໍຍັງບໍ່ມີຄວາມຄືບໜ້າຫຍັງກ່ຽວກັບເລື່ອງນີ້.
ເຖິງຢ່າງໃດກໍຕາມ, ຄຸກນາໄຫນາໂນ ຢູ່ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ມີລະບົບຄວາມການຮັກສາຄວາມປອດໄພ ຊຶ່ງມັນເປັນເລື່ອງແປກ ທີ່ມີຄົນໃຊ້ປືນມາຊິງເອົາໂຕນັກໂທດໄປ ຖ້າບໍ່ມີ ຜູ້ໃຫ້ການຮ່ວມມື ຢູ່ໃນພາຍຄຸກ.
ເຈົ້າໜ້າທີ່ ທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ວ່າ:
“ອັນນີ້ ຢ້າແຕ່ເຂົາເຈົ້າເປັນອັນດຽວກັນຫັ້ນນ່າ ອັນນີ້ເວົ້າຈັ່ງຊັ້ນຊະ ມັນເປັນອັນດຽວກັນຫັ້ນລະ ມັນຈັ່ງ ເຮັດໄດ້ຫັ້ນນ່າ ຄວາມໝາຍ ຄັນບໍ່ແມ່ນຄົນທາງໃນ ມັນເປັນຜູ້ໃຫ້ທາງໃຫ້ ເປັນແບກອັບໃຫ້ ມັນຊິໄປໄດ້ຈັກເທື່ອ ຄົນເຂົ້າຄົນອອກ ກວດຮອດຄົນ ກວດຮອດເຄື່ອງ ກວດຮອດອາຫານ.”
ສ່ວນວ່າ ເຈົ້າໜ້າທີ່ຍາມຄຸກ ກໍມີອາວຸດຄອບຊຸດ ແລະ ສາມາດໃຊ້ອາວຸດຍິງໂຕຕອບໄດ້ເລີຍ ຖ້າເກີດກໍລະນີມີບຸກຄົນໃຊ້ອາວຸດເຂົ້າມາກໍ່ຄວາມວຸ້ນວາຍຢູ່ໃນຄຸກ.
ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ:
“ຂັ້ນບໍ່ແມ່ນຄົນພາຍໃນ ເຂົາເອີ້ນວ່າ ເປັນໜອນບ່ອນໄສ້ ຄົນນໍາທາງມັນເປັນໄປບໍ່ໄດ້ດອກ ໄປເອົາຄົນໂຕອອກບ່ອນຄຸມຂັງ ຂະໜາດວ່າ ໃຫ້ການຮັກສາຄວາມປອດໄພທີ່ແໜ້ນໜາແບບຊັ້ນຫັ້ນນ່າ ມັນຊິເປັນໄປໄດ້ຍາກ ມັນບໍ່ແມ່ນເລື່ອງທໍາມະດາ ເວົ້າເລື່ອງ ປກສ ປກຊ ໜ່ວຍປ້ອງກັນຢູ່ຫັ້ນ ເຂົາມີສິດເຕັມ 100 ເຂົາຊິຍິງຖິ້ມ ກໍໄດ້.”
ເຈົ້າໜ້າທີ່ ທ່ານນີ້ ຍັງກ່າວຕື່ມວ່າ:
“ອັນນີ້ ພັດວ່າ ປືນບອກດຽວໄປຈີ້ເອົາຄົນ ຕັ້ງ 5 ຄົນ ມັນເປັນໄປບໍ່ໄດ້ ໃຜເບິ່ງເຂົາກະຫົວຂວັນ ແລະ ການປ້ອງກັນເວນຍາມຂອງເຈົ້າ ຄວາມປ້ອງກັນເວນຍາມຂອງເຈົ້າ ມັນບໍ່ຢູ່ໃນຂອດທີ່ວ່າ ສົມກັບຂັ້ນຊິເວົ້າ ຜູ້ພິທັກສັນຕິລາດ ມັນຕ້ອງມີສິດເຕັມ 100 ໃນໜ່ວຍປ້ອງກັນຄວາມປອດໄພ.”
ມັນເປັນໄປໄດ້ຍາກ ທີ່ບຸກຄົນໃດ ບຸກຄົນນຶ່ງ ເຂົ້າມາຊິງເອົາໂຕນັກໂທດ ຢູ່ໃນຄຸກທີ່ມີການຮັກສາຄວາມປອດໄພ ແລະ ຜູ້ທີ່ຈະຊິງເອົາໂຕນັກ ໂທດ ຕ້ອງມີການວາງແຜນການໄວ້ກ່ອນ.
ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສໍພາດຕໍ່ເອເຊັຽເສຣີ ວ່າ:
“ໂອ້ຍກະລະຫຼວມ ເງິນຊັ້ນເທາະໄປ໋ ໃຫ້ເຂົາມາພົບຍາດພິເສດຫັ້ນເດ້ ມັນມີກົດຂອງເພິ່ນ ພົບຊິເສດຈັ່ງໃດມັນຊິພົບໄດ້ ກະຈ່າຍຕິ ນັກໂທດລະດັບນັ້ນໃຫ້ພົບພິເສດ ບໍ່ມິີຫຍັງ ໃຜຢູ່ໃສ ກະກິນຢູ່ຫັ້ນ ເຂົາວາງແວງແຜນໄວ້ພໍແຮງວ່າຊິມາຊິງໂຕເອົາຄົນເຂົາ ເຂົາວາງແຜນໄວ້ໝົດແລ້ວ ເຂົາພົບພິເສດມາຫຼາຍເທື່ອແລ້ວ ກ່ອນເຂົາຊິເຮັດໃຫ້ຫັ້ນ.”
ເຖິງຢ່າງໃດ ກໍຕາມ, ບຸກຄົນທີ່ໃຊ້ຊິດເຈົ້າໜ້າທີ່ລະດັບສູງ ກະຊວງປ້ອງກັນຄວາມສູຫງົບ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ກະຄືວ່າ ບໍ່ມີຄວາມຄືບໜ້າ ເຫດການກະຖືວ່າໜັກສົມຄວນເນາະ ໜັກຫຼາຍລະ.”
ເອເຊັຽເສຣີ ພະຍາຍາມຕິດຕໍ່ຫາ ເຈົ້າໜ້າທີ່ກະຊວງປ້ອງກັນຄວາມສະຫງົບ ເພື່ອຖາມກ່ຽວກັບເລື່ອງນີ້, ແຕ່ເຈົ້າໜ້າທີ່ ຮັບໂທລະສັບ.
ເຖິງຢ່າງໃດກໍຕາມ, ໃນວັນທີ 27 ກັນຍາ ທີ່ເປັນວັນທີ່ມີການຊິງໂຕນັກໂທດນັ້ນ.
ທ່ານ ພັນໂທ ວຽງທອງ ຫົວໜ້າຄ້າຍຄຸມຂັງດັດສ້າງ ນາໄຫ ນາໂນ ໄດ້ກ່າວຢູ່ໃນຂໍ້ຄວາມສຽງທີ່ສົ່ງຫາເຈົ້າໜ້າທີ່ຕໍາຫຼວດທາງລາຍ ໃນວັນທີ 27 ກັນຍາ ວ່າ:
“ທຸກເຫຼົ່າວິຊາສະເພາະທີ່ຂຶ້ນກັບ ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ເພາະວ່າ ມີເຫດການເກີດຂຶ້ນໃນຊ້ວງ 3 ໂມງ ວ່າງຢ່ານີ້ ເປົ້າໝາຍມາຊິງເອົານັກໂທດທີ່ກໍາລັງພົບຍາດຢູ່ ໃນຄ້າຍຄຸມຂັງ ນາໄຫນາໂນ ຂອງພວກເຮົານີ້ ແຕ່ວ່າ ນັກໂທດທີ່ວ່າ ມັນຊິງໄປຫັ້ນ ຈໍານວນ 5 ຄົນ.”
ຜູ້ລົງມືຊິງໂຕນັກໂທດ ຂີ່ລົດກະບະສີຂ່າວ. ເຈົ້າໜ້າທີ່ຕໍາຫຼວດອີກທ່ານນຶ່ງ ກ່າວຂໍ້ຄວາມສຽງວ່າ:
“ລົດລີໂວ້ ສີຂ່າວ ເດີ ປ້າຍກໍາແພງນະຄອນ 4859.”
ເຫດການນີ້ ເກີດຂຶ້ນໄປຄັ້ງທໍາອິດ ທີ່ມີການເຂົ້າມາຊິງເອົາໂຕນັກໂທດ ຢູ່ພາຍໃນຄຸກ ຊິ່ງທີ່ຜ່ານມາ ກໍມີພຽງແຕ່ນັກໂຕຄຸກ ຫຼື ໜີອອກຈາກຄຸກ.
ວັນທີ 24 ເດືອນສິງຫາ ປີ 2020 ເກີດເຫດນັກໂທດຈຳນວນ 12 ຄົນ ຊຶ່ງເປັນນັກໂທດຢາເສບຕິີດໄດ້ແລ່ນໜີ ອອກຈາກຄຸກໂພນຕ້ອງ ເມືອງຈັນທະບູຣີ ນະຄອນຫຼວງວຽງຈັນ ແລ້ວໄດ້ພາກັນ ຂຶ້ນລົດກະບະວີໂກ ທີ່ມີຄົນມາລໍຮັບ ຢູ່ຕໍ່ຫນ້າປະຕູຄຸກ. ແຕ່ໃນເວລາຕໍ່ມາ ເຈົ້າໜ້າທີ່ສາມາດຈັບນັກໂທດທີ່ໜີໄປ ໄດ້ 5 ຄົນ.
ນອກຈາກນີ້, ໃນວັນທີ 11 ພືສພາ ປີ 2018 ໄດ້ເກີດເຫດນັກໂທດ 11ຄົນ ໂຕນຄຸກດົງສະຫວາດ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໂດຍໃຊ້ເຫລັກສະແລງ ແລະ ເຄື່ອງຕັດເຫລັກ ເຈາະຝາຫ້ອງນ້ຳ ໃຫ້ເປັນຮູໃຫຍ່ ລອດອອກແລ້ວປີນຂ້າມ ກຳແພງຫລົບຫນີ ແຕ່ເຈົ້າຫນ້າທີ່ສາມາດ ຈັບໄດ້ຫມົດທຸກຄົນໃນເວລາຕໍ່ມາ.