ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ອາດຖືກກົດດັນ ໃຫ້ພົ້ນຕຳແໜ່ງ
2022.12.29
ແຫລ່ງຂ່າວພາຍໃນ ທີ່ໜ້າເຊື່ອຖືໄດ້ ແຈ້ງໃຫ້ວິທຍຸ ເອເຊັຽ ເສຣີຊາບ ໃນວັນທີ 27 ທັນວາ 2022 ນີ້ວ່າ ກອງປະຊຸມສະພາແຫ່ງຊາຕ ສໄມສາມັນເທື່ອທີ 4 ຊຸດທີ 9 ນີ້ ອາຈຈະມີການສັບປ່ຽນ ຕຳແໜ່ງນາຍົກຣັຖມັນຕຣີໃໝ່ ແປວ່າ ນາຍົກຣັຖມົນຕຣີ ພັນຄຳ ວິພາວັນ ຈະພົ້ນອອກຈາກຕຳແໜ່ງ ແລ້ວຈະເລືອກເອົານາຍົກຣັຖມົນຕຣີຄົນໃໝ່ ຂຶ້ນແທນ.
ສ່ວນສາເຫດ ທີ່ພາໃຫ້ມີປ່ຽນແປງນັ້ນ ແຫຼ່ງຂ່າວບອກວ່າ ໃນໄລຍະ 2 ປີທີ່ຜ່ານມາ ທ່ານ ພັນຄຳ ວິພາວັນ ໄດ້ໃຫ້ສັມປະທານ ການຄຸດຂົ້ນບໍ່ແຮ່ພາຍໃນປະເທດ ຫລາຍເກີນໄປ ເປັນ ຕົ້ນຢູ່ແຂວງຊຽງຂວາງແລະແຂວງໄຊສົມບູນ ແຕ່ລາຍໄດ້ຊໍ້າພັດບໍ່ເຂົ້າຣັຖ ເຮັດໃຫ້ປະເທດລາວ ມີໜີ້ສິນເພີ່ມຂຶ້ນເລື້ອຍໆ. ບໍ່ເທົ່ານັ້ນ ຣັຖບານຂອງທ່ານ ພັນຄຳ ວິພາວັນ ກໍຍັງບໍ່ສາມາດ ປາບປາມສໍ້ຣາສບັງຫລວງ ແລະແກ້ໄຂບັນຫາເສຖກິຈ ແລະການເງິນໄດ້. ໃນສະເພາະດ້ານບໍ່ແຮ່, ນາຍົກຣັຖມົນຕຣີ ພັນຄຳ ວິພາວັນ ໃຫ້ສັມປະທານໂຄງການບໍ່ແຮ່ ໂດຍທີ່ບໍ່ໄດ້ສຶກສາຜົນໄດ້ ຜົນເສັຽ ຢ່າງຄັກແນ່, ເອົາໃຈນັກລົງທຶນ ຕ່າງປະເທດຫຼາຍກວ່າ ແລະ ບໍ່ສົ່ງເສີມທຸຣະກິຈພາຍໃນ.
ນອກຈາກນີ້ ຍັງມີຂ່າວວ່າ ທ່ານ ພັນຄຳ ວິພາວັນ ມີຄວາມສັມພັນກັບ ຍານາງ ວິພາກອນ ກອນສິນ ທີ່ຖືກຄາດຕະກັມ ແລ້ວພົບສົບຢູ່ທີ່ເມືອງນະຄອນພະນົມ ປະເທດໄທຍ ເມື່ອເດືອນກັນຍາທີ່ຜ່ານມາ, ປັດຈຸບັນຄະດີດັ່ງກ່າວ ມິດງຽບໄປເລີຍ. ຄວາມສັມພັນນີ້ ອາດເປັນສາເຫດນຶ່ງ ທີ່ເຮັດໃຫ້ ທ່ານ ພັນຄຳ ວິພາວັນ ຖືກປົດອອກຈາກຕຳແໜ່ງ.
ໃນຂະນະດຽວກັນ ອີກແຫຼ່ງຂ່າວນຶ່ງ ໃນພາກໃຕ້ຂອງລາວ ກໍແຈ້ງວ່າ ທ່ານ ພັນຄໍາ ວິພາວັນ ອາດຈະຖືກປົດ ອອກຈາກຕຳແໜ່ງ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ໃນກອງປະຊຸມ ສະພາແຫ່ງຊາຕ ຄັ້ງນີ້ ແລະອາດຈະແມ່ນ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ຣັຖມົນຕຣີ ຂຶ້ນຮັບຕໍາແໜ່ງແທນ. ສ່ວນສາເຫດນັ້ນ ແຫຼ່ງຂ່າວນີ້ເວົ້າສັ້ນໆວ່າ ເພິ່ນມີຄວາມຜິດ ແຕ່ບໍ່ອະທິບາຍວ່າ ມີຄວາມຜິດຫຍັງ.
ສ່ວນສາເຫດອື່ນໆ ນາຍົກຣັຖມົນຕຣີ ພັນຄຳ ວິພາວັນ ບໍຣິຫານປະເທດບໍ່ໄດ້ດີ. ໃໝ່ລ້າສຸດ ວິທຍຸ ເອເຊັຽເສຣີ ຣາຍງານວ່າ ປະທານອົງການ ກວດສອບແຫ່ງຣັຖ ຣາຍງານຕໍ່ສະພາແຫ່ງຊາຕວ່າ ເງິນພາສີອາກອນ ບໍ່ຖືກຖອກເຂົ້າງົບປະມານ ຂອງຣັຖ ເຖິງ 141 ຕື້ກີບ. ບໍຣິສັດເຖິງ 1,432 ບໍຣິສັດ ຊຶ່ງສ່ວນຫຼາຍເປັນບໍຣິສັດຂອງຈີນ ບໍ່ຈ່າຍພາສີອາກອນໃຫ້ແກ່ຣັຖ. ຣັຖມົນຕຣີ ກະຊວງການເງິນ ກໍຣາຍງານວ່າ ໃນປີ 2022 ກະຊວງການເງິນ ໄດ້ລົງວິໄນ ພະນັກງານຂອງຕົນ 53 ຄົນ ທີ່ມີສ່ວນພົວພັນ ກັບການສໍ້ຣາສບັງຫຼວງ.
ເມື່ອອາທິດກ່ອນ ສູນສະຖິຕິ ແຫ່ງຊາດລາວ ກໍຣາຍງານວ່າ ໃນເດືອນ 11, ເງິນກີບເຟີ້ ແຮງຂຶ້ນເປັນ 38.4 ສ່ວນຮ້ອຍ ເມື່ອທຽບໃສ່ເດືອນດຽວກັນ ຂອງປີກາຍ. ໃນຂະນະດຽວກັນ ລາຄາສິນຄ້າ ກໍຖີບສູງຂຶ້ນຢ່າງບໍ່ຢຸດຢັ້ງ; ຊາວລາວຫຼາຍຄົນ ບອກວິທຍຸ ເອເຊັຽ ເສຣີວ່າ ສິນຄ້າລວມທັງອາຫານການກິນ ແພງຂຶ້ນ ສອງເທົ່າ ແລະເງິນກີບ ກໍອ່ອນຄ່າລົງ 2 ເທົ່າໃນໄລຍະນຶ່ງປີ ທີ່ຜ່ານມາ. ໃນດ້ານການຄ້າ, ປະເທດລາວ ກໍຂາດດຸນການຄ້າ ກວ່າ 500 ລ້ານໂດລ້າຣ໌ສະຫະຣັຖ ໃນໄລຍະ 3 ເດືອນ ນັບແຕ່ເດືອນກັນຍາ ຈົນເຖິງເດືອນພຶສຈິກາ ທີ່ຜ່ານມາ.
ທະນາຄານພັທນາເອເຊັຽ ຫລື ADB ປະຈໍາລາວ ຣາຍງານວ່າ ສປປ ລາວ ຕິດໜີ້ຕ່າງປະເທດ ຫຼາຍຂຶ້ນ ຊຶ່ງສ່ວນຫຼາຍກູ້ຢືມ ມາຈາກຈີນ. ໃນປີ 2020, ລາວຕິດໜີ້ 72 ສ່ວນຮ້ອຍ ຂອງຈີດີພີ ຫຼືປະມານ 14 ຕື້ໂດລ້າຣ໌ສະຫະຣັຖ; ໃນປີ 2022 ນີ້ ໜີ້ເພີ່ມຂຶ້ນເປັນ 100 ສ່ວນຮ້ອຍ ຂອງຈີດີພີ ຫຼື 20 ຕື້ໂດລ້າຣ໌.
ໃນຂະນະດຽວກັນ ຍານາງ ຄຳໃບ ຂັດຕິຍະ ຣັຖມົນຕຣີ ກະຊວງແຮງງານ ແລະສວັດດີການສັງຄົມ ກໍຣາຍງານ ຕໍ່ສະພາແຫ່ງຊາຕວ່າ ປີນີ້ ປະເທດລາວ ມີຄົນວ່າງງານ ເຖິງເຄິ່ງລ້ານຄົນ ຫຼື 21% ຂອງຈຳນວນຄົນງານ ທັງໝົົດ. ຍ້ອນບັນຫາ ທັງໝົດທີ່ກ່າວມານັ້ນ ປະຊາຊົນລາວຫຼາຍຄົນ ກໍບໍ່ເຊື່ອໝັ້ນໃນຄວາມສາມາດ ຂອງຣັຖບານ ພາຍໃຕ້ການນຳ ຂອງນາຍົກຣັຖມົນຕຣີ ພັນຄຳ ວິພາວັນ.
ແຫຼ່ງຂ່າວຕ່າງປະເທດ ເຊັ່ນໜັງສືພິມ The Diplomat ຂອງອັງກິດ ກໍຣາຍງານໃນວັນທີ່ 29 ທັນວາ 2022 ນີ້ວ່າ ທ່ານ ພັນຄຳ ວິພາວັນ ອາດຈະຖືກປົດ ອອກຈາກຕຳແໜ່ງ ນາຍົກຣັຖມົນຕຣີ ໃນໄວໆນີ້ ເພາະທ່ານ ບໍຣິຫານປະເທດຫຼົ້ມແຫຼວ ເຮັດໃຫ້ເງິນເຟີ້ ແລະສິນຄ້າແພງ; ອີກສາເຫດນຶ່ງ ທ່ານກັບບັນຫາສ່ວນຕົວ ຄື ມີຄວາມສັມພັນກັບນັກທຸຣະກິຈຍິງ ທີ່ຖືກຂ້າຖິ້ມລົງແມ່ນ້ຳຂອງ ຊຶ່ງຍິງຄົນນີ້ ກໍເປັນເມັຽນ້ອຍ ຂອງນາຍົກຣັຖມົນຕຣີ ພັນຄຳ ວິພາວັນ ແລະລູກຂອງແມ່ຍິງຄົນນັ້ນ ທີ່ຫາຍສາບສູນໄປ ແມ່ນລູກຂອງ ທ່ານ ພັນຄຳ ວິພາວັນ.