ນາຍົກລາວ, ນາຍົກໄທຍ ພົບພໍ້ກັນ ເພີ່ມການພົວພັນ-ຮ່ວມມື ໃຫ້ໝັ້ນແກ່ນ
2022.06.01

ໃນວັນທີ 1 ມິຖຸນາ 2022 ນີ້, ທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີລາວ ໄດ້ເດີນທາງໄປຢ້ຽມຢາມ ທາງຣັຖການ ທີ່ຣາຊອານາຈັກໄທຍ ຢ່າງເປັນທາງການ ໂດຍມີທ່ານ ພົລເອກ ປຣະຍຸທ ຈັນໂອຊາ, ນາຍົກຣັຖມົນຕຣີໄທຍ ໃຫ້ການຕ້ອນຮັບ ທີ່ທຳນຽບຣັຖບານໄທຍ.
ການຢ້ຽມຢາມ ຂອງທ່ານ ພັນຄຳ ວິພາວັນ ໃນຄັ້ງນີ້, ທັງລາວ ແລະ ໄທຍ ຕ່າງກໍໃຫ້ຄວາມສຳຄັນ ແລະ ເຫັນດີ ທີ່ຈະຍົກລະດັບ ຄວາມສັມພັນ ສູ່ການເປັນ “ຫຸ້ນສ່ວນຍຸທສາຕ ເພື່ອການຈະເຣີນເຕີບໂຕ ແລະ ການພັທນາຢ່າງຍືນຍົງ”. ດັ່ງທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີລາວ ໄດ້ກ່າວ ໃນລະຫວ່າງຢ້ຽມຢາມ ຣາຊອານາຈັກໄທຍ ໃນມື້ວັນທີ 1 ມິຖຸນາ ນີ້ວ່າ:
“ສປປລາວ ມີຄວາມພາກພູມໃຈ ທີ່ເຫັນວ່າ ການພົວພັນ-ຮ່ວມມື 2 ຝ່າຍ ລາວ-ໄທຍ, ໄທຍ-ລາວ ໄດ້ຖືກຍົກລະດັບຂຶ້ນອີກ ອັນດັບນຶ່ງ ເປັນຄູ່ຮ່ວມຍຸທສາຕ ເພື່ອການຈະເຣີນເຕີບໂຕ ແລະ ການພັທນາ ແບບຍືນຍົງ ອັນນີ້ ເປັນສັງກາດໃໝ່ ສັກຣາຊໃໝ່ ຂອງການພົວພັນ ຂອງ 2 ຊາຕພວກເຮົາ.”
ໃນໂອກາດດັ່ງກ່າວນີ້, ຣັຖບານໄທຍ ໄດ້ມອບການສນັບສນູນ ການກໍ່ສ້າງສູນພັທນາສັງຄົມ ມິຕພາບລາວ-ໄທຍ ເພື່ອໃຫ້ການຊ່ອຍເຫຼືອ ຜູ້ເສັຽຫາຍ ຈາກການຄ້າມະນຸສ ແບບຄົບວົງຈອນ, ເຊິ່ງຕັ້ງຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ນາຍົກຣັຖມົນຕຣີ ຂອງ 2 ປະເທດ ກໍໄດ້ຮ່ວມລົງນາມ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ຝ່າຍ, ເຊິ່ງມີທັງໝົດ 3 ສບັບ ດັ່ງນີ້:
- ແຜນປະຕິບັດ ວ່າດ້ວຍ ຄວາມເປັນຫຸ້ນສ່ວນຍຸທສາຕ ລາວ-ໄທຍ ເພື່ອການຈະເຣີນເຕີບໂຕ ແລະ ການພັທນາຢ່າງຍືນຍົງ ໄລຍະ 5 ປີ ລະຫວ່າງປີ 2022 ຫາ 2027
- ບົດບັນທຶກຄວາມເຂົ້າໃຈ ລະຫວ່າງຣັຖບານລາວ ແລະ ຣັຖບານໄທຍ ວ່າດ້ວຍ ຄວາມຮ່ວມມື ໃນການພັທນາໄຟຟ້າ ໃນສປປລາວ ສບັບປີ 2022
- ບົດບັນທຶກຄວາມເຂົ້າໃຈ ລະຫວ່າງຣັຖບານລາວ ແລະ ຣັຖບານໄທຍ ວ່າດ້ວຍ ໂຄງການຈັດສ້າງ ສວນຣຸກຂະຊາດ ລາວ-ໄທຍ ຫຼືສວນຈັດສະແດງ ພັນໄມ້ນາໆຊນິດ
ນອກຈາກນີ້, ລາວ ແລະ ໄທຍ ຍັງຕ້ອງຮ່ວມມືກັນ ຢ່າງໃກ້ຊິດຂຶ້ນຕື່ມ ເພື່ອຮັບມື ກັບຄວາມທ້າທາຍຕ່າງໆ ທັງໃນປັດຈຸບັນ ແລະ ອະນາຄົດ, ໂດຍທາງການໄທຍ ພ້ອມສນັບສນູນ ທາງການລາວ ໃນການເປັນເຈົ້າພາບ ຈັດກອງປະຊຸມຜູ້ນຳ Ayeyawady-Chao Phraya-Mekong Economic Cooperation Strategy (ACMECS) (ຫຼືຍຸທສາຕຄວາມຮ່ວມມື ທາງເສຖກິຈ ອິຣະວະດີ-ເຈົ້າພຣະຍາ-ແມ່ຂອງ) ຄັ້ງທີ 10 ທີ່ຈະຈັດຂຶ້ນ ຢູ່ປະເທດລາວ ໄລຍະທ້າຍປີ 2022 ນີ້ ຢ່າງເຕັມທີ່ ແລະ 2 ຝ່າຍ ລາວ-ໄທຍ ພ້ອມຮ່ວມມືກັນ ຢ່າງໃກ້ຊິດ ເພື່ອສົ່ງເສີມ ຄວາມເປັນອັນນຶ່ງອັນດຽວກັນ ຂອງອາຊ້ຽນ ແລະ ເພື່ອໃຫ້ອາຊ້ຽນ ຍັງຄົງບົດບາດສຳຄັນ ໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັທນາ ຂອງພາກພື້ນ.
ດັ່ງທ່ານ ພົລເອກ ປຣະຍຸທ ຈັນໂອຊາ, ນາຍົກຣັຖມົນຕຣີໄທຍ ໄດ້ກ່າວໃນພິທີຖແລງຂ່າວ ເນື່ອງໃນໂອກາດ ທີ່ທ່ານ ພັນຄຳ ວິພາວັນ, ນາຍົກຣັຖມົນຕຣີລາວ ເດີນທາງມາຢ້ຽມຢາມ ຣາຊອານາຈັກໄທຍ ຢ່າງເປັນທາງການ ໃນວັນທີ 1 ມິຖຸນາ ນີ້ວ່າ:
ທ່ານວ່າ: “ໂດຍທັງ 2 ປະເທດ ໄດ້ເຫັນດີຮ່ວມກັນ ທີ່ຈະເປີດສັກຣາຊໃໝ່ ຂອງຄວາມສັມພັນ ຜ່ານການຍົກລະດັບ ເປັນຫຸ້ນສ່ວນທາງຍຸທສາຕ ເພື່ອການຈະເຣີນເຕີບໂຕ ແລະ ການພັທນາທີ່ຍືນຍົງ, ເຊິ່ງທ່ານນາຍົກ ພັນຄຳ ແລະ ຂ້າພະເຈົ້າ ໄດ້ເປັນສັກຂີພະຍານ ການລົງນາມ ແຜນປະຕິບັດການ ວ່າດ້ວຍ ຄວາມເປັນຫຸ້ນສ່ວນ ໄທຍ-ລາວ ໄລຍະ 5 ປີ 2022 ຫາ 2027.”
ນອກຈາກນີ້, ທັງ 2 ຝ່າຍ ລາວ-ໄທຍ ຍັງໄດ້ແລກປ່ຽນຄວາມຄຶດເຫັນ ແລະ ມຸມມອງ ຄວບຄຸມຫຼາຍມິຕິ, ໂດຍມີຜົລສຣຸບ ຄວາມສຳຄັນ ທີ່ເປັນປໂຍດ ຕໍ່ປະຊາຊົນ ທັງ 2 ປະເທດ ລວມມີ 3 ດ້ານ ຄື: ດ້ານເສຖກິຈ, ດ້ານຄວາມໝັ້ນຄົງ ແລະ ດ້ານຄວາມສັມພັນ ລະດັບປະຊາຊົນ.
ດ້ານເສຖກິຈ ປະກອບດ້ວຍ ລາວ-ໄທຍ ພ້ອມເດີນໜ້າ ຟື້ນຟູວິຖີຊີວິຕ ຂອງປະຊາຊົນ ແລະ ກິຈກັມທາງເສຖກິຈ ບໍຣິເວນພື້ນທີ່ຊາຍແດນ ໃຫ້ກັບມາສູ່ ສະພາບປົກກະຕິ ໃຫ້ໄວທີ່ສຸດ, ການຮີບດ່ວນ ຟື້ນຟູການທ່ອງທ່ຽວ ເພື່ອສ້າງວຽກເຮັດງານທຳ ສ້າງລາຍໄດ້ ໃຫ້ກັບປະຊາຊົນ ໂດຍຝ່າຍໄທຍ ພ້ອມສນັບສນູນຝ່າຍລາວ ໃນການກໍ່ສ້າງ ຂົມມິຕພາບ ຊຽງແມນ-ຫຼວງພຣະບາງ ເພື່ອສົ່ງເສີມການເຊື່ອມໂຍງ ດ້ານການທ່ອງທ່ຽວ ລະຫວ່າງກັນ, ການຮີບດ່ວນ ແລະ ຂຍາຍການເຊື່ອມໂຍງ ດ້ານຄົມມະນາຄົມ ແລະ ການຂົນສົ່ງ ລະຫວ່າງກັນ ໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະ ການເຊື່ອມຕໍ່ ລະບົບທາງຣົຖໄຟ ຂອງທັງ 2 ປະເທດ ພ້ອມທັງໃຊ້ປໂຍດ ຈາກໂຄງການຣົຖໄຟລາວ-ຈີນ ໃຫ້ເກີດປໂຍດສູງສຸດຮ່ວມກັນ.
ດ້ານຄວາມໝັ້ນຄົງ ລາວ-ໄທຍ ເຫັນດີຮ່ວມກັນ ໃນການເພີ່ມຄວາມເຂັ້ມງວດ ການລາດຕະເວນ ຕາມແນວຊາຍແດນ ເພື່ອປ້ອງກັນ ການລັກລອບຂ້າມແດນ ແບບຜິດກົດໝາຍ ແລະ ເຂັ້ມງວດ ໃນການປ້ອງກັນ ແລະ ປາບປາມຢາເສບຕິດ, ເຊິ່ງໄທຍ ພ້ອມສນັບສນູນລາວ ໃນການຂຍາຍຜົລ, ການຈັບ ແລະ ການມອບອຸປະກອນ ສືບສວນສອບສວນ ທີ່ທັນສມັຍ ລວມເຖິງການຮ່ວມມືກັນ ແກ້ໄຂບັນຫາ ກຸ່ມ Call Center ແລະ ບັນຫາການຄ້າມະນຸສ ຢ່າງເຕັມທີ່ ເພື່ອປ້ອງກັນ ບໍ່ໃຫ້ປະຊາຊົນ ຂອງທັງ 2 ປະເທດ ຕົກເປັນເຫຍື່ອ.
ແລະ ດ້ານຄວາມສັມພັນ ລະດັບປະຊາຊົນ ຖືເປັນພື້ນຖານ ທີ່ໝັ້ນຄົງ ສຳລັບການພັທນາ ດ້ານຄວາມສັມພັນ ຂອງທັງ 2 ປະເທດ ໃນທຸກດ້ານ, ໂດຍທັງ 2 ຝ່າຍ ພ້ອມສືບຕໍ່ ຄວາມຮ່ວມມື ເພື່ອການພັທນາ ດ້ານສາທາຣະນະສຸຂ, ໂດຍສະເພາະໂຮງໝໍ ຕາມບັນດາແຂວງຊາຍແດນ, ຄວາມຮ່ວມມືດ້ານການກະເສຕ ແລະ ການພັທນາ ຊັພຍາກອນມະນຸສ, ໂດຍໄທຍ ພ້ອມມອບທຶນການສຶກສາ ໃນລະດັບປຣິນຍາຕຣີ, ໂທ ແລະ ເອກ ໃຫ້ແກ່ນັກສຶກສາລາວ ຈຳນວນ 700 ທຶນ.