ທາງການລາວຕ້ອງຫາເງິນ ໃຊ້ໜີ້ສາທາລະນະ
2021.11.02

ທ່ານ ພັນຄໍາ ວິພາວັນ ນາຍົກຣັຖມົນຕຣີ ກ່າວໂດຍລວມຕໍ່ ກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ຂອງ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັທນາເສຖກິດ-ສັງຄົມ,ແຜນງົບປະມານແຫ່ງຣັຖ ແລະແຜນເງິນຕຣາປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຊຶ່ງໃນນັ້ນທ່ານໄດ້ເວົ້າຮວມທັງເຖິງເຣື່ອງການຈັດຫາງົບປະມານ ເພື່ອພັທນາ ເສຖກິດ-ສັງ ຄົມຂອງປະເທດ ແລະເພື່ອຊໍາລະໜີ້ສາທາລະນະ ເພື່ອໃຫ້ບັນລຸເປົ້າໝາຍ ໃນການເຮັດໃຫ້ລາວຫຼຸດພົ້ນ ອອກຈາກການເປັນປະເທດ ດ້ອຍພັທນາໄດ້ຕາມແຜນການ ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:
“ອັນສໍາຄັນທີ່ສຸດໃນໄລຍະນີ້ ແມ່ນຕ້ອງໄດ້ເລັ່ງຫາເມັດເງິນຕົວຈິງ ເຂົ້າມາງົບປະມານໃຫ້ໄດ້ຫຼຸາຍ ເປັນເສັ້ນທາງນຶ່ງດຽວທີ່ສໍາຄັນ ເພື່ອແກ້ໄຂຄວາມຫຍູ້ງຍາກທາງດ້ານເສຖກິດ ການເງິນຂອງປະເທດເຮົາ. ປີ 2022 ນີ້ຂໍໃຫ້ເປັນປີແຫ່ງການສືບຕໍ່ ບຸກທະລຸເພື່ອນໍາພາປະເທດຊາດ ໃຫ້ຫຼຸດພົ້ນອອກຈາກສະຖານະດ້ອຍພັທນາ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນ.”
ເວົ້າເຖິງເຣື່ອງໜີ້ ທີ່ລາວຕິດ, ອີງຕາມຂໍ້ມູນຂອງທະນາຄານໂລກ ເມື່ອເດືອນສິງຫາຜ່ານມາ, ປະເທດລາວຕິດໜີ້ເພິ່ມຂຶ້ນເປັນ 13 ຕື້ໂດລາຣ໌ສະຫະຣັຖ ແລະຈໍາເປັນຕ້ອງໄດ້ໃຊ້ໜີ້ຢ່າງໜ້ອຍ 1 ຕື້ໂດລາຣ໌ສະຫະຣັຖຕໍ່ປີ.
ກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ໄດ້ເປີດຂຶ້ນໃນຕອນເຊົ້າຂອງມື້ວັນທີ 1 ພຶສຈິກາ ແລະຈະດໍາເນີນໄປເຖິງມື້ວັນທີ 17 ພຶສຈິກາ 2021 ນີ້. ໃນນັ້ນຈະໄດ້ພິຈາຣະນາຮັບຮອງ ເອົາຫຼຸາຍບັນຫາ ຮວມທັງແຜນພັທນາເສຖກິດ-ສັງຄົມ, ແຜນງົບປະມານແຫ່ງຣັຖ ແລະແຜນເງິນຕຣາປະຈໍາປີ 2021 ແລະແຜນການປະຈໍາປີ 2022 ແລະຮ່າງກົດໝາຍສະບັບປັບປຸງ ແລະສ້າງໃໝ່ທັງໝົດ 11 ສະບັບ. ໃນພິທີເປີດກອງປະຊຸມ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ກ່າວຕອນນຶ່ງວ່າ:
“ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ໃນນາມປະທານກອງປະຊຸມ ຂ້າພະເຈົ້າຂໍປະກາດໄຂກອງປະຊຸມສມັຍສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 9 ນັບແຕ່ນີ້ເປັນຕົ້ນໄປ.”
ໃນກອງປະຊຸມສະພາແຫ່ງຊາດເທື່ອນີ້ ປະຊາຊົນລາວຕ້ອງການ ໃຫ້ພິຈາລະນາຫຼຸາຍບັນຫາ ເປັນຕົ້ນເຣື່ອງການຄວບຄຸມ ແລະປ້ອງກັນ ການຣະບາດຂອງໂຄວິດ-19 ໃຫ້ໝົດໄປໄວທີ່ສຸດ ແລະເອົາໃຈໃສ່ແກ້ໄຂບັນຫາ ເສຖກິດຕົກຕໍ່າ ໂດຍສະເພາະບັນຫາປາກທ້ອງ ຂອງປະຊາຊົນໃນໄລຍະນີ້ ແລະເປີດປະເທດ ຮັບນັກທ່ອງທ່ຽວ ເພື່ອຟື້ນຟູເສຖກິດໃຫ້ດີຂຶ້ນ ດັ່ງປະຊາຊົນລາວ ຜູ້ນຶ່ງຢູ່ນະຄອນຫຼວງວຽງຈັນ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ພຶສຈິການີ້ວ່າ:
“ຄັນເຂົາເປີດທ້າຍປີໜ້ອຍນຶ່ງ ກະເອີ໋ ສິພໍຫາຍໃຈໄດ້ໜ້ອຍນຶ່ງ ບໍ່ຕ້ອງ ການໃຫ້ມັນເຕັນ່າ ຕ້ອງການເພື່ອໃຫ້ມັນຈັ້ງໄດ້ກໍພໍແລ້ວນ່າ. ເປີດກະຕາຍບໍ່ເປີດກະຕາຍ ແລ້ວສິແນວໃດ໋ ກະຈໍາເປັນໄດ້ເປີດແລ້ວເນາະ ຄັນວ່າໂຣກນີ້ເຮົາຕ້ອງຢູ່ໄປນໍາ ກະຈໍາເປັນຕ້ອງຢູ່ນໍາໄປແລ້ວເນາະ.”
ຢູ່ແຂວງສວັນນະເຂດ ປະຊາຊົນລາວຜູ້ນຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ ຢາກໃຫ້ກອງປະຊຸມສະພາແຫ່ງຊາດພິຈາລະນາເຣື່ອງການເປີດປະເທດເພື່ອເຮັດໃຫ້ພາກທຸຣະກິດ ແລະ ຂແນງບໍຣິການຕ່າງໆ ກັບມາເຄື່ອນໄຫວໄດ້:
“ໄຜກະຄອງໄຜກະຈົ່ມ ເຫີງປານໃດ ສິເປີດໆ ເພາະວ່າຖ້າຂືນປະໄວ້ຈັ່ງຊີ້ ມັນກະເນາະ ເສຖກິດມັນກະຄອບລົງໆແບບນີ້ຫັ້ນນ່າ.”
ປະຊາຊົນລາວອີກຜູ້ນຶ່ງ ຢູ່ແຂວງວຽງຈັນ ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ສະພາບການບ້ານເມືອງໃນປັດຈຸບັນ ບໍ່ສາມາດອອກໄປ ເຮັດວຽກງານໄດ້ຕາມປົກກະຕິ, ມັນກະທົບໃສ່ລາຍໄດ້, ມີຄວາມຫຍຸ້ງຍາກ ຍ້ອນມາຕການລ໊ອກດາວຂອງຣັຖບາລ ແລະທັງຍັງມາປະເຊີນກັບເສຖກິດຕົກຕໍ່າ, ສິນຄ້າຕ່າງໆຂຶ້ນລາຄາ. ດັ່ງນັ້ນຈຶ່ງຢາກໃຫ້ກອງປະຊຸມສະພາແຫ່ງຊາດເທື່ອນີ້ ນໍາບັນຫາຫຍຸ້ງ ຍາກຕ່າງໆໄປພິຈາລະນາແກ້ໄຂ ຊ່ອຍປະຊາຊົນຢ່າງຮີບດ່ວນ:
“ແມ່ນຫຍັງກະຂຶ້ນ ແມ່ນຫຍັງກະແພງຫັ້ນນ່າ ຢາກໃຫ້ເພິ່ນປັບເຄື່ອງຂອງໃຊ້ແມ່ນຫຍັງຢູ່ຕລາດ ໃຫ້ມັນລົງປົກຕິ ແມ່ນຫຍັງກະສວຍໂອກາດຂຶ້ນ ຂາກທີ່ເຄີຍຊື້ 10 ພັນກະ 12, ຈາກເຄີຍຊື້ 5 ກະ 7 ຈັ່ງຊີ້ແຫລະ.”
ກອງປະຊຸມສມັຍສາມັນເທື່ອທີ 2 ຂອງສະພາແກ່ງຊາດຊຸດທີ 9 ນີ້ ຈະໄດ້ພິຈາລະນາຮັບຮອງເອົາ 14 ບັນຫາ ຊຶ່ງໃນນັ້ນ ນອກຈາກແຜນພັທນາເສຖກິດ-ສັງຄົມ, ແຜນງົບປະມານແຫ່ງຣັຖ ແລະແຜນເງິນຕຣາປະຈໍາປີ 2021 ແລະແຜນການປະຈໍາປີ 2022 ແລ້ວ ກໍຍັງມີຮວມທັງແຜນ ພັທນາພະລັງງານໄຟຟ້າ ແຕ່ປີ 2021 ຫາປີ 2030, ແຜນພັທນາພະລັງງານໄຟຟ້າ ແລະບໍ່ແຮ່ 5 ປີ (2021-2025), ວິໄສທັດ 20 ປີ (2021-2040), ຮ່າງກົດໝາຍ ສະບັບປັບປຸງ ແລະອອກໃໝ່ທັງໝົດ 11 ສະບັບ ແລະບັນຫາອື່ນໆອີກຫຼາຍຢ່າງ.
ໃນຈໍານວນຮ່າງກົດໝາຍ ທັງອອກໃໝ່ ແລະສະບັບປັບປຸງ 11 ສະບັບ, ທີ່ກອງປະຊຸມສະພາແຫ່ງຊາດເທື່ອນີ້ ຈະພິຈາລະນາຮັບຮອງເອົານັ້ນ ມີຮ່າງກົດໝາຍສ້າງໃໝ່ 4 ສະບັບຄື: ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ, ວ່າດ້ວຍຊາຍແດນແຫ່ງຊາດ, ວ່າດ້ວຍເຕັກໂນໂລຍີ (Technology) ລະດັບສູງ ແລະຮ່າງກົດໝາຍວ່າດ້ວຍການສໍາຣວດວັດແທກ ແລະສ້າງແຜນທີ່.
ສໍາລັບຮ່າງກົດໝາຍສະບັບປັບປຸງ 7 ສະບັບ ຄື: ຮ່າງກົດໝາຍວ່າດ້ວຍຣັຖບານ, ວ່າດ້ວຍງົບປະມານແຫ່ງລັດ, ວ່າດ້ວຍການສ້າງນິຕິກັມ, ວ່າດ້ວຍການປະຕິບັດ ຄໍາຕັດສິນຂອງສານ, ວ່າດ້ວຍການຄວບຄຸມຢາສູບ, ວ່າດ້ວຍໂທລະຄົມມະນາຄົມ ແລະຮ່າງກົດໝາຍວ່າດ້ວຍ ມໍຣະດົກແຫ່ງຊາດ.