ປະຊາຊົນ ບໍ່ເຊື່ອລະບົບສານ ຍ້ອນພນັກງານສານ ຂາດຈັນຍາທັມ

ອຸ່ນແກ້ວ
2022.12.19
ປະຊາຊົນ ບໍ່ເຊື່ອລະບົບສານ ຍ້ອນພນັກງານສານ ຂາດຈັນຍາທັມ ທ່ານ ໄພວີ ສີບົວວິພາ, ຣັຖມົນຕຣີ ກະຊວງຍຸຕິທັມ, ຢູ່ກອງປະຊຸມ ສະພາແຫ່ງຊາຕ, ວັນທີ 12 ທັນວາ 2022.
ຮູບພາບໂດຍ: KPL

ການ​ປະຕິບັດ ກົດໝາຍຢູ່ປະເທດລາວ ຍັງບໍ່ເປັນທີ່ເຊື່ອຖືຂອງປະຊາຊົນ ແລະ ປະຊາຊົນ ກໍຍັງເຫັນວ່າ ມີການເລືອກປະຕິບັດ ເຮັດໃຫ້ກົດໝາຍຍັງບໍ່ສັກສິດ.

ເຈົ້າ​ໜ້າທີ່ບຳນານ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ເຂົາເອີ້ວ່າ ເລືອກປະຕິບັດ ຕອບສັ້ນໆ ໂລດ ໃຫ້ມັນສັກສິດນີ້ ມັນບໍ່ສັກສິດດອກ ໂຕຢ່າງຄະດີທັງຫຼາຍທີ່ຜ່ານມານີ້ ເຈົ້າຕັດສິນມັນບໍ່ໄດ້ເປັນໄປຕາມກົດໝາຍ ຕ່າງໆ ຖ້າວ່າ ເຈົ້າເຮັດແທ້ຫຼືເຮັດຖືກ ມັນກໍຈະບໍ່ມີບັນຫາ.”

ເຈົ້າ​ໜ້າທີ່ ທ່ານນີ້ ກ່າວຕື່ມວ່າ:

ຍົກໂຕຢ່າງ ຄະດີຢາເສບຕິດ ກຳນົດ ວ່າ ມີເຮໂຣອິນ 300 ກຣາມ ຈະຖືກຕັດສິນປະຫາຊີວິຕ ແຕ່ ເຫັນຈັບຢາເສບຕິດ ໄດ້ຫຼາຍກວ່າ ນັ້ນ ກໍຍັງບໍ່ມີການປະຫານຊີວິຕ ແລະ ເຈົ້າໜ້າທີ່ກະຍັງປ່ອຍປະລະເລີຍໄປ.” 

ກະ​ຊວງຍຸຕິທັມ ທີ່ເປັນແກນຫຼັກ ບໍ່ໄດ້ເປັນໂຕແບບໃຫ້ສັງຄົມໃນການປະຕິບັດກົດໝາຍ.

ນັກ​ກົດໝາຍ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ໂດລວມແລ້ວ ກໍຖືວ່າ ຍັງອ່ອນ ກົດໝາຍທີ່ມີ ປະຕິບັດບໍ່ໄດ້, ອີກປະເດັນນຶ່ງ ແມ່ນບໍ່ໄດ້ຮັບການໂຄນາເຜີຍແຜ່ ຢ່າງທົ່ວເຖິງ ແມ້ກະທັ້ງໃນວົງການເຈົ້າໜ້າທີ່ຣັເອງ ກໍຍັງບໍ່ຮູ້ຮອດບົດບາດຂອງຕົນ ຕາມກົດໝຍາຍ, ບາງເທື່ອໃນເວລາມີບັນຫາ ແລະ ຂໍ້ຂັດແຍ່ງແມ່ນອີງໃສ່ ສະພາບ ແລະ ຈຸດພິເສດຂອງແຕ່ລະພື້ນທີ່.”

ນັກ​ກົດໝາຍ ທ່ານນີ້ ກ່າວວ່າ:

ແມ້ກະທັ້ງກະຊວງຍຸຕິທັມ ເອງ ທີ່ຂຶ້ນຊື່ວ່າ ເປັນອົງກາເຈົ້າພາບ, ເປັນອົງການຣັຖ ທີ່ນຳໜ້າສັງຄົມ ໃນເຣື່ອງປະຕິບັດ ແລະ ການບັງຄັບໃຊ້ກົດໝາຍ ກໍບໍ່ໄດ້ມີການສະແດງບົດບາດດັ່ງກ່າວຂອງຕົນທີ່ວນ, ເທົ່ນັ້ນຍັງບໍ່ພໍ ບາງຄັ້ງຍັງມີການກີດກັນ ຂັດຂວາງ ບໍ່ອຳນວຍຄວາມສະດວກ ໃນ​​ຂົງເຂດວຽກງານຍຸຕິທັມ ງົບປະມານ ບໍ່ໄດ້ກະຈາຍລົງທ້ອງຖິ່ນຂອງຕົນ ສ່ວນໃຫຍ່ຈະເອົາງົບປະມານໄວ້ໃຊ້ສະເພາະສ່ວນກາງເທົ່ານັ້ນ.”

ປັດ​ຈຸບັນ ອົງການຕັ້ງກົໄດ້ໃຫ້ການຊ່ວຍເຫຼືອກ່ຽວກັບ ການປັບປຸງວຽກງານກົດໝາຍ ໂດຍ ສະເພາະການເຜີຍແຜ່ ກົດໝາຍໃຫ້ປະຊາຊົນໄດ້ຮັບຮູ້ ແລະ ສົ່ງເສີໃຫ້ປະຊາຊົນ ເຂົ້າເຖິງກົດໝາຍ, ແຕ່ ວຽກງານ ກໍບໍ່ໄດ້ຮັບການປະຕິບັດເທົ່າທີ່ຄວນ ຍ້ອນວ່າ ໜ່ວຍງານຂອງພາກຣັເອງ ບໍ່ໃຫ້ຄວາມຮ່ວມມື.

ນັກ​ກົດໝາຍ ທ່ານ ນີ້ ໄດ້ກ່າວຕື່ມວ່າ:

ອົງການຈັດຕັ້ງສາກົນ ທີ່ເນີຂໍປະຕິບັດກິກັມເຣື່ອງກົດໝາຍ ກະຊງຍຸຕິທັມ ກໍຖືກປະຕິເສດ, ແຕ່ ພາກຣັຖ ພັດຢາກໄດ້ແຕ່ງົບປະມານປະຕິບັດເອງ.”

ການປະ​ຕິບັດຕັດ ສິນຄະດີໃນສານ ສ່ວນຫຼາຍຜູ້ທີ່ມີເງິນຈະມີໂອກາດຊະນະຄະດີ ແລະ ຢູ່ແຂວງນ້ອຍ ຫຼື ເມືອງນ້ອຍ ການຕັດສິນຄະດີ ຍັງອຽງໄປທາງຜູ້ທີ່ມີເງິນຫຼາຍກວ່າ.

ປະ​ຊາຊົນ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽ ເສຣີວ່າ:

ຕາມທີ່ສຳຜັດຢູ່ຕອນນີ້ ກະວ່າ ຍັງຄືເກົ່າ ມັນປ່ຽນແປງບາງຈຸດ ສ່ວນໃຫຍ່ ມັນບໍ່ປ່ຽນແປງ ຄືເກົ່າ ກໍຄື ມຶງມີເງິນບໍ່ ມຶງມີເສັ້ນບໍ່ ຄວາມໝາຍຫັ້ນນ່າ. ຄືເກົ່າ ກະຄືວ່າ ມຶງມີເງິນບໍ່ ມຶງມີເສັ້ນບໍ່ ຄວາມໝາຍມັນເປັນຈັ່ງຊັ້ນ.”

ນັກ​ຂ່າວ: ແຕ່ບາງຈຸດທີ່ມີການປ່ຽນແປງເດ້.?

ປະ​ຊາຊົນ:

ກະເປັນໄປຕາມຫຼັກການຂໍ້ເທັດຈິງ ຍົກໂຕຢ່າງ ທີ່ເຫັນຢູ່ບ້ານກໍຄື ລູກຂາຍມູນຂາຍມັງ ຍົກໂຕຢ່າງຄື ຄະດີເຫັນຢູ່ດຽວນີ້ ລະແມ່ນ ລູກໄປເອົາເມັຽລະ ບໍ່ມີນາເຮັດກິນ ລະໄປເຊົ່າ ທີ່ນາເຂົາ ກະເລີຍກັບມາ ມາຂໍເຮັດນານຳແມ່ ແມ່ກະໃຫ້ເຮັດ. ໃຫ້ເຮັດຜ່ານໄປ 22-23 ປີ ໄປລັກຂຶ້ນນານັ້ນ ບອກວ່າ ມີຄົນຊິມາຊື້ເດ້ ມາຊື້ນາໂຕນັ້ນ ມີຄົນມີເງິນ ຊິມາຊື້ນາໂຕນັ້ນ ລະກະເລີຍໄປລັກຂຶ້ນສັມໂນທີ່ດິນ ແລ້ວ ລະກະໄປຂາຍ. ນາຍບ້ານກະເຊັນໃຫ້ ສຸດທ້າຍຟ້ອງມາ ເຂົາມີເງິນ ເຂົາກະໄປສານ ກະຕັດສິນໃຫ້ໝໍຊື້ຊະນະ.”

ນັກ​ຂ່າວ: ກະຂ້ອນຂ້າງວ່າ ຜູ້ມີເງິນຫັ້ນ ຂ້ອນຂ້າງວ່າ ຈະຊະນະຄະດີ?

ປະ​ຊາຊົນ:

ຄວາມຍຸຕິທັມຍັງຊື້ໄດ້ ເວົ້າໃຫ້ມັນຈົບ ຍັງຊື້ຂາຍກັນໄດ້.”

ນັກ​ຂ່າວ: ເຮົາມີຄວາມເຊື່ອໝັ້ນ ກັບຂະບວນການກົດໝາຍ ກັບຂະບວນການປະຕິບັດກົດໝາຍ ຂະບວນການຍຸຕິທັມ ຢູ່ປະເທດລາວນີ້ຫຼາຍປານໃດ?

ປະ​ຊາຊົນ:

ພຽງ 5 ປີ ມານີ້ ແຕ່ລາວ ກະຍັງອຸທອນໄປແຂວງຢູ່ ສົງໃສວ່າ ສານອຸທອນຂັ້ນແຂວງ ຄື ຊິຕັດສິນໃຫ້ທາງລາວ ຂັ້ນຕົ້ນນີ້ ຄືຊິບໍ່ອັນນັ້ນແລ້ວ.”

ນັກ​ຂ່າວ: ແຕ່ວ່ ໂດລວມລະນີ້ ເຮົາຍັງເຊື່ອໝັ້ນຢູ່ເບາະ ຫຼືວ່າ ເຮົາຍັງເຊື່ອວ່າ ຜູ້ມີເງິນຈະຊະນະຄະດີ ຄວາມຍຸຕິທັມ ຈະບໍ່ເກີດກັບຜູ້ທຸກຍາກ?

ປະ​ຊາຊົນ:

ໂດລວມນີ້ ເປັນຈັ່ງຊັ້ນ ຖາມວ່າ ສານມັນຢູ່ຈຸດໃດລະ ສານຢູ່ນອກໆລະ ໂດຍລວມລະກະຍັງຂຶ້ນກັບເງິນ ຢູ່ນະຄອນຫລວງຢູ່ ຫຼື ຢູ່ເມືອງໃຫຍ່ໆ ປາກເຊຈັ່ງຊີ້ ສວັນນະເຂດ ຫລວງຣະບາງ ເມືອງໃຫຍ່ໆ ຂອງແຂວງ ເມືອງຫລວງຂອງແຂວງຈັ່ງຊີ້ ລະກະ ນະຄອນຫລວງໃຈກາງຈັ່ງຊີ້ ອັນນີ້ແມ່ນເຊື່ອໝັ້ນໄດ້ ໃນລະດັບເກືອບທີ່ພໍໃຈ. ແຕ່ຄັນແຂວງນ້ອຍໆ ຖ້າເປັນເມືອງນ້ອຍຂອງແຂວງອອກໄປ ແມ່ນຢາກຂຶ້ນກັບເງິນ ກັບມຶງຄົນໃຜ ນອກໄປ ຄວາມຍຸຕິທັມໄກອອກ ຊື້ໄດ້. ເມື່ອກ່ອນຄວາມເຊື່ອໝັ້ນມີແຕ່ 20-30 ເປີເຊັນ ແຕ່ຄັນຢູ່ ນອກໆ 20-30 ເປີເຊັນ ຄືເກົ່າ ສ່ວນໃຫຍ່ໄດ໋ ແຕ່ກະບໍ່ເປັນທຸກເມືອງ ເພາະບັນຫາຄ້າງຄາ ຂຶ້ນມາສານພາກ ສານແຂວງນີ້ ແມ່ນຢູ່ເມືອງທາງນັ້ນ ກະຟັງເພິ່ນລຸບຫັ້ນຕີ້ ສະພາທັງນັ້ນ.”

ການ​ຕັດສິນຄະດີ ມີການຊັກຊ້າ ແລະ ບໍ່ທັນເວລາ. ທ່ານ ໄພວີ ສີບົວວິພາ, ຣັຖມົນຕຣີ ກະຊວງຍຸຕິທັມ ໄດ້​ກ່າວ ຢູ່ໃນກອງປະຊຸມສະພາແຫ່ງຊາຕ ໃນກາງປີ 2022 ​ຕອນນຶ່ງວ່າ:

1 ສາເຫດປະຕິບັດຊັກຊ້າ ແລະ ແກ້ຍາວ ແລະ ບໍ່ສາມາດຕະຕິບັດໄດ້ ການປະຕິບັດຄຳຕັດສິນສ່ວນໃຫຍ່ ແມ່ນໃຊ້ເວລາດົນ ຄື ດັ່ງທີ່ພວກທ່ານໄດ້ເຫັນນັ້ນ ເຊິ່ງພວກເຮົາ ສັງລວມເອົາບັນດາສາເຫດໃຫຍ່ໆ ໄດ້ດັ່ງນີ້ ອັນຫຼັກໆ ບັນຫາທີນຶ່ງໃຫຍ່ນີ້ ຍັງແມ່ນສະຕິ ເຄົາລົບ ແລະ ປະຕິບັດຣັທັມນູນຍັງບໍ່ສູງ ເຮັດໃຫ້ບຸກຄົນ ແລະ ນິຕິບຸກຄົນບໍ່ໃຫ້ຄວາຮ່ວມມື ແລະ ບໍ່ໃຫ້ການຈັດຕັ້ງປະຕິບັດ.”

ພນັກ​ງານທີ່ສັງກັດ ຢູ່ໃນອົງການຈັດຕັ້ງ ທີ່ປະຕິບັດກົດໝາຍ ຂາດຈັນຍາບັນ-ຈັນຍາທັມ ແລະ ຂາດຄວາມໂປ່ງໃສ.

ທ່ານ ໄພວີ ສີບົວວິພາ, ຣັຖມົນຕຣີ ກະຊວງຍຸຕິທັມ ໄດ້​ກ່າວຕື່ມອີກວ່າ:

ພະນັກງານຈຳວນນຶ່ງ ບໍ່ເອົາໃຈໃສ່ຄຳຕັດສິນ ແລະ ບໍ່ມີແຜນປະຕິບັດ ບໍ່ມີວິທີການສຶກສາອົບຮົມ ແລະບຸກລະດົມຄູ່ຄວນປະຕິບັດ ບໍ່ຖືກຕ້ອງຕາມຄຳຕັດສິນຕາມຂັ້ນຕອນ ວິທີການທີ່ກຳນົດໄວ້ໃນກົດໝາຍ ເລືອກປະຕິບັດ ລົງເລິກປະຕິບັດຄຳສິນແຕ່ຄະດີແພ່ງ ປະຕິບັດໄປແລ້ວ ເມື່ອພົບຄວາມຫຍຸ້ງຍາກກໍຢຸດເຊົາ ນອກນັ້ນ ທັນະການເມືອງກໍບໍ່ໜັກແໜ້ນ ຂາດຈັນຍາບັນ ຈັນຍາທັມ ຂາດຄວາມໂປ່ງໃສ.”

ອີ​ຕາມຂໍ້ມູນ ຈາກຣັມົນຣີ ກະຊວງຍຸຕິທັມ ຢູ່ໃນກອງະຊຸມສະພາແຫ່ງຊາຕ ໃຫ້ກາງປີ 2022 ທີ່ຜ່ານມາ, ມີຄະດີທັງໝົດປະມານ 44,000 ເຣື່ອງ ໃນນັ້ນ ກຳລັງຖືປະຕິບັດຢູ່ ຈຳນວນ 41,000 ເຣື່ອງ. ໃນບັນດາຄະດີທັງໝົດ 44,000 ເຣື່ອງ ລວມມີ ຄະດີແພງປະມານ 9,000 ເຣື່ອງ, ຄະດີອາຍາ 35,000 ເຣື່ອງ ສ່ວນວ່າ ຄະດີ ທີ່ບໍ່ສາມາດປະຕິບັດໄດ້ ແມ່ນມີຈຳນວນ 3,500 ເຣື່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.