ປະຊາຊົນ ຍັງບໍ່ເຊື່ອໝັ້ນລະບົບສານ

ຈຳປາທອງ
2021.10.30
ປະຊາຊົນ ຍັງບໍ່ເຊື່ອໝັ້ນລະບົບສານ ກະຊວງຍຸຕິທັມ ສປປ ລາວ
ູຮູບພາບຈາກ: ກະຊວງຍຸຕິທັມ

ປະຊາຊົນລາວ ເປັນຈໍານວນຫຼວງຫຼາຍ ຍັງບໍ່ເຊື່ອລະບົບສານ ແລະຂະບວນການຍຸຕິທັມຢູ່ລາວ ຍ້ອນວ່າເປັນປະເທດ ທີ່ມີການປົກຄອງດ້ວຍລະບົບພັກດຽວ, ບໍ່ມີໜ່ວຍງານໃດສາມາດກວດສອບ ການປະຕິບັດໜ້າທີ່ຂອງຜູ້ພິພາກສາສານ ແລະພະນັກງານຍຸຕິທໍາໄດ້ ດັ່ງເຈົ້າໜ້າທີ່ຂແນງຍຸຕິທັມລາວທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 29 ຕຸລານີ້ວ່າ:

ກໍຍ້ອນວ່າຢູ່ລາວນີ້ ມັນພັກດຽວ ກໍຍ້ອນວ່າບັນຫາພັກການເມືອງຢູ່ລາວ ເວົ້າງ່າຍໆວ່າ ບາງເທື່ອພະນັກງານຣັຖນີ້ນ່າ ເຂົາກໍຍັງບໍ່ຍອຮັບໃນໂຕພວກເຮົາວ່າຊັ້ນສາ ວ່າເຮົານີ້ສິໄປຂັດຂວາງການປະຕິບັດໜ້າທີ່ ອິຫຍັງຂອງເຂົາຫັ້ນແຫລະ.

ອີງຕາມຂໍ້ມູນຈາກ ສະພາທະນາຍຄວາມລາວ, ໃນທົ່ວປະເທດ ມີພົລເມືອງປະມານ 7 ລ້ານຄົນ, ມີທະນາຍຄວາມປະມານ 300 ຄົນ. ໝາຍຄວາມວ່າ ທະນາຍຄວາມຄົນນຶ່ງ ຕໍ່ພົລເມືອງ 23,000 ຄົນ ຄືມີທະນາຍຄວາມໜ້ອຍ ເມື່ອທຽບໃສ່ຈໍານວນພົລເມືອງ. ດັ່ງນັ້ນເມື່ອປະຊາຊົນມີບັນຫາ ທາງກົດໝາຍໃນຫຼາຍກໍຣະນີ ຈຶ່ງບໍ່ຮູ້ວ່າຈະຕ້ອງໄປຕິດຕໍ່ ນັກກົດໝາຍຢູ່ບ່ອນໃດ ດັ່ງປະຊາຊົນຢູ່ແຂວງຫຼວງນໍ້າທາຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ ກໍຣະນີຂອງຕົນ, ບໍ່ຮູ້ວ່າຈະແກ້ໄຂໄດ້ແນວໃດ, ໄປຫາສານ ໄປຫາໄອຍະການກໍໄປມາແລ້ວ:

ໄປເວົ້າຢູ່ນີ້... ແຂວງນີ້ກໍໄປເວົ້າລະ ແຕ່ວ່າເຂົາບໍ່ພິຈາຣະນາ ສະນັ້ນ ທີ່ນີ້ກໍບໍ່ໄດ້ໄປຫາ ໄປປຶກສາຍາດພີ່ນ້ອງ ຍາດພີ່ນ້ອງກໍມີພໍ່ຕາແມ່ນາຍ ກໍວ່າມີໂຕນີ້ເນາະ ສະນັ້ນຕ້ອງໃຫ້ຂັ້ນເທິງແລ້ວ ປະສານກັບອັຍການ ກໍໄປຫາແລ້ວກໍຄ່ອຍພິຈາຣະນາ.

ບັນຫາທີ່ປະຊາຊົນ ຕ້ອງການຄວາມຊ່ອຍເຫຼືອ, ຂໍຄໍາປຶກສາຈາກນັກກົດໝາຍ ຫຼືທະນາຍຄວາມ ສ່ວນຫຼາຍແມ່ນກ່ຽວກັບຂໍ້ຂັດແຍ່ງ ໃນເຣື່ອງທີ່ດິນ ແລະຄວາມຂັດແຍ່ງພາຍໃນຄອບຄົວ ດັ່ງນັກກົດໝາຍນາງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 29 ຕຸລານີ້ີ້ວ່າ:

ທີ່ດິນ ກັບຄອບຄົວ ເປັນເຣື່ອງຂອງຄວາມຮຸນແຮງ ຄັນວ່າເຣື່ອງຂອງຄວາມຮຸນແຮງ ກໍັນອາຈເປັນຄວາມຮຸນແຮງທາງດ້ານຈິດໃຈ ອີກກັບຂໍ້ຢ່າຮ້າງຫັ້ນ ສ່ວນຫຼາຍກໍຈະມີແຕ່ໂຕນີ້ 2 ອັນນີ້.

ມາເຖິງປັດຈຸບັນ ກໍຍັງມີປະຊາຊົນລາວຈໍານວນບໍ່ໜ້ອຍ ທີ່ບໍ່ທັນໄດ້ເຂົ້າເຖິງຂະບວນຍຸຕິທັມ ເປັນຕົ້ນຜູ້ທີ່ຢູ່ຕາມເຂດຊົນນະບົດ ຫ່າງໄກ ຊຶ່ງເຈົ້າໜ້າທີ່ກະຊວງຍຸຕິທັມ ນາງນຶ່ງກ່າວໃນມື້ດຽວກັນນີ້ວ່າ ທາງໜ່ວຍງານທີ່ກ່ຽວຂ້ອງ ໄດ້ພະຍາຍາມແກ້ໄຂບັນຫານີ້ ໂດຍໃຫ້ເຈົ້າໜ້າທີ່ລົງໄປຊ່ອຍເຫຼືອ ໃຫ້ຄໍາແນະນໍາທາງດ້ານກົດໝາຍແກ່ພວກເຂົາເຈົ້າ:

ຫ່າງໄກສອກຫຼີກເນາະ ແລ້ວບໍ່ສາມາດເຂົ້າມາປຶກສາໄດ້ວ່າຊັ້ນສາ. ຢູ່ເຂດຊົນນະບົດ ບໍ່ສາມາດເຂົ້າມາຂໍຄວາມຊ່ວຍເຫຼືອນໍາເຮົາໄດ້ ແຕ່ພວກເຮົາກໍພະຍາຍາມ ເຄື່ອນໄຫວໃຫ້ເຂົ້າເຖິງປະຊາຊົນ ໃຫ້ໄດ້ຫຼາຍທີ່ສຸດ ຈະມີພະນັກງານ ລົງຮາກຖານ ປະຈໍາຢູ່ເຂດ ຫຼືວ່າເຂດບ້ານັ້ນໆ.

ພ້ອມກັນນັ້ນ ນາງກໍກ່າວຕື່ມວ່າ ທາງໜ່ວຍງານຂອງພວກນາງ ຍັງໃຫ້ຄວາມຮູ້ທາງດ້ານກົດໝາຍແກ່ປະຊາຊົນ ຜ່ານທາງວິທະຍຸ, ເວັບໄຊ ແລະເຟສບຸກຂອງກະຊວງ ເປັນຕົ້ນບັນຫາຄວາມຂັດແຍ່ງພາຍໃນຄອບຄົວ, ການລັກຊັບ ປຸ້ນຊັບ. ແຕ່ຍັງບໍ່ທັນໄດ້ໃຫ້ຄວາມຮູ້ກ່ຽວກັບ ບັນຫາຂັດແຍ່ງໃນເຣື່ອງທີ່ດິນຫຼາຍພໍປານໃດ.

ການບັງຄັບໃຊ້ກົດໝາຍ ຂອງໜ່ວຍງານຕ່າງໆ ຂອງທາງການໃນປະເທດລາວ ທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນຍັງຊັກຊ້າ ແລະບໍ່ມີປະສິດທິພາບ ເປັນຕົ້ນກ່ຽວກັບກໍຣະນີ ການຂັດແຍ່ງ ລະຫວ່າງປະຊາຊົນ ແລະພະນັກງານຂອງຣັຖ ທີ່ກ່ຽວຂ້ອງກັບຜົລປໂຍດໃນທີ່ດິນ ທີ່ຖືກວຽນຄືນແບບບໍ່ຍຸຕິທໍາ ແລະປາກົດວ່າຍັງມີການໃຊ້ກົດໝາຍເກົ່າຢູ່ ທັ້ງໆທີ່ມີກົດໝາຍໃໝ່ອອກມາແທນແລ້ວ.

ປັດຈຸບັນ ມີຄະດີທີ່ສານໄດ້ຕັດສິນໄປແລ້ວ 29,000 ປາຍຄະດີ ທີ່ຍັງບໍ່ທັນໄດ້ຮັບການປະຕິບັດຕາມຄໍາຕັດສິນຂອງສານ ແລະມີແນວໂນ້ມວ່າຈະມີຈໍານວນເພິ່ມຂຶ້ນ, ຍ້ອນຄວາມບົກຜ່ອງໃນການປະຕິບັດໜ້າທີ່ຂອງພະນັກງານສານ ແລະພາກສ່ວນທີ່ກ່ຽວຂ້ອງ ຈຶ່ງເຮັດໃຫ້ຄູ່ຄວາມຂອງຄະດີ ທີ່ເສັຍຜົລປໂຍດບໍ່ຍອມຮັບການຕັດສິນຂອງສານ ແລະຍັງຮ້ອງຟ້ອງຕໍ່ໄປອີກ. ສໍາລັບຄູ່ຄວາມທີ່ມີການພົວພັນ ກັບຜູ້ທີ່ຢູ່ໃນວົງການຂອງພັກ ແລະຣັຖ ທີ່ເໜືອກວ່າຄູ່ຄວາມອີກຝ່າຍນຶ່ງ ກໍບໍ່ຍອມປະຕິບັດຕາມຄໍາຕັດສິນ ຂອງສານ ຍ້ອນໝັ້ນໃຈນໍາການທີ່ມີຜູ້ໃຫຍ່ຢູ່ເບື້ອງຫຼັງ.

ເວົ້າເຣື່ອງກົດໝາຍ ແລະການປະຕິບັດກົດໝາຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ກໍໄດ້ກ່າວໃນພິທີສະເຫຼີມສະຫຼອງ ວັນສ້າງຕັ້ງຣັຖທັມມະນູນ ຄົບຮອບ 30 ປີໃນມື້ວັນທີ 15 ສິງຫາ ທີ່ຜ່ານມາຕອນນຶ່ງວ່າ:

“ພວກເຮົາໄດ້ປະກາດໃຊ້ກົດໝາຍ ແລະນິຕິກັມໃຕ້ກົດໝາຍເປັນຈໍານວນຫຼວງຫຼາຍ ແຕ່ບໍ່ທັນກວມເອົາໄດ້ໝົດທຸກຂົງເຂດວຽກງານເທື່ອ ການປະຕິບັດຕົວຈິງ ກໍຍັງບໍ່ມີຄວາມສັກສິດ ແລະເຂັ້ມງວດເທົ່າທີ່ຄວນ ກົລໄກການບັງຄັບໃຊ້ກົດໝາຍ ບໍ່ທັນເຂັ້ມແຂງ ການບໍຣິຫານຣັຖຕາມກົດໝາຍ ຍັງບໍ່ທັນແຂງແຮງ ເຂັ້ມງວດ ຄວາມໂປ່ງໃສໃນການຄຸ້ມຄອງ ບໍຣິຫານຍັງຕໍ່າ”

ກ່ຽວກັບເຣື່ອງການປະຕິບັດ ກົດໝາຍຂອງຜູ້ພິພາກສາ ຍານາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ກ່າວຕອນນຶ່ງຜ່ານມາວ່າ ໄດ້ຮັບຄໍາຮ້ອງທຸກ ຄໍາສເນີຈາກປະຊາຊົນຫຼາຍ ກ່ຽວກັບການປະຕິບັດໜ້າທີ່ຂອງຜູ້ພິພາກສາ, ຜ່ານການຄົ້ນຄວ້າ ໄດ້ມີຄໍາຊີ້ແຈງ ແລະຄໍາຕອບໃຫ້ປະຊາຊົນເຂົ້າໃຈແລ້ວ ກ່ຽວກັບການດໍາເນີນຄະດີ ແລະການຕັດສິນຂອງສານນັ້ນ. 

ທາງການລາວ ໄດ້ອອກຄໍາສັ່ງວ່າດ້ວຍການດໍາເນີນຄະດີປົຄອງ ເລກທີ 001/ປປທ ລົງວັນທີ 19 ມິນາ 2021 ທີ່ມີຈຸດປະສົງເປີດໃຫ້ສິດ ແກ່ປະຊາຊົນຜູ້ຖືກເສັຽຫາຍ ສາມາດຮ້ອງຟ້ອງເພື່ອ ປົກປ້ອງສິດຂອງຕົນ ທີ່ຖືກລ່ວງລະເມີດ ຈາກການກະທໍາຂອງອົງການຈັດຕັ້ງ ຂອງຣັຖ ຫຼືພະນັກງານ-ຣັຖກອນ ແລະນາຍບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.