ຈຳເລີຍໃນຄະດີຢາເສບຕິດ 4 ຄົນ ຖືກສານປະຊາຊົນ ແຂວງອຸດົມໄຊ ຕັດສິນປະຫານຊີວິດ
2023.09.15
ສານປະຊາຊົນຊັ້ນຕົ້ນ ແຂວງອຸດົມໄຊ ຕັດສິນປະຫານຊີວິດ ນັກໂທດຢາເສບຕິດ 4 ຄົນ ໃນມື້ວັນທີ 1 ກັນຍານີ້. ໃນນັ້ນແມ່ນຊາວເມືອງຫ້ວຍຊາຍ ແຂວງບໍ່ແກ້ວ 3 ຄົນ ຄືທ້າວ ຟົງວ້າ ອາຍຸ 35 ປີ ຢູ່ບ້ານສາລາ, ທ້າວ ບຸນມີວ້າ ອາຍຸ 27 ປີ ຢູ່ບ້ານຈອມແຈ້ງ ແລະທ້າວ ຈາວ້າ ຫລື ເຮີວ້າ ອາຍຸ 19 ປີ ຢູ່ບ້ານ ຫ້ວຍສະລາ ແລະອີກຄົນນຶ່ງ ຄືທ້າວ ເອັ່ຍວ້າ ອາຍຸ 24 ປີ, ຢູ່ບ້ານ ຫ້ວຍເງິນ ເມືອງຄອບ ແຂວງໄຊຍະບູຣີ.
ທັງໝົດ ຖືກເຈົ້າໜ້າທີ່ຕໍາຣວດ ແຂວງອຸດົມໄຊ ຈັບ ແລະ ຍຶດຂອງກາງ ເປັນເຮໂຣອິນ 4 ເປົາ ນ້ຳໜັກ 152 ກິໂລ ແລະ ຢາໄອສ໌ ອີກ 41 ເປົາ, ນ້ຳໜັກ 1,604 ກິໂລ ແລະ ໄດ້ນໍາ ທັງ 4 ຄົນ ໄປກັກຂັງ ຢູ່ຄຸກແຂວງ ຕັ້ງແຕ່ເດືອນພຶສຈິກາ 2020.
ຜ່ານການສອບສວນ ຂອງເຈົ້າໜ້າທີ່, ທັງ 4 ຄົນ ໄດ້ຮັບສາຣະພາບວ່າ ຂອງກາງທັງໝົດນັ້ນ ແມ່ນຂອງທັງ 4 ຄົນແທ້ ແລະຜ່ານການລວບລວມຂໍ້ມູນ, ຫລັກຖານ ຢ່າງລະອຽດ ຄົບຖ້ວນ ພ້ອມຄໍາສາຣະພາບຂອງຈໍາເລີຍນັ້ນແລ້ວ, ສານປະຊາຊົນຊັ້ນຕົ້ນ ແຂວງອຸດົມໄຊ ຈຶ່ງໄດ້ພິຈາຣະນາ ຕັດສິນປະຫານຊີວິດຈຳເລີຍ ທັງ 4 ຄົນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ສານ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 15 ກັນຍານີ້.
“ໃນເມື່ອສານຕັດສິນແລ້ວ ປະຫານຊີວິດ. ໃນເມື່ອຢູ່ໃນຄຸກຫັ້ນນ່າ ເຈົ້າປະຕິບັດເຮັດຄຸນງາມ ຄວາມດີ ບໍ່ຜິດລະບຽບ ຂອງຄ້າຍຄຸມຂັງ, ມັນກໍຜ່ອນໂທດ ອະໄພໂທດເດ໋. ມັນກະມີບາງເຣື່ອງ ກະປະຫານຄືກັນ. ມັນຮ້າຍແຮງຫັ້ນນ່າ. ສັງຄົມມັນບໍ່ຍອມຮັບໄດ້ຫັ້ນນ່າ ການກະທໍາຂອງຜູ້ກ່ຽວຫັ້ນນ່າ.”
ທ່ານກ່າວຕື່ມວ່າ ການຕັດສິນປະຫານຊີວິດ ຢູ່ລາວ ຖືວ່າ ບໍ່ໄດ້ມີການປະຕິບັດໂທດ ປະຫານແທ້ໆ ເພາະນັກໂທດ ທີ່ຖືກສານຕັດສິນປະຫານຊີວິດ ມີສິດຂໍອະໄພໂທດ ນໍາປະທານປະເທດ ພາຍໃນເວລາ 30 ວັນ ນັບແຕ່ວັນທີ່ສານຕັດສິນ ຫລື ຖ້າບໍ່ຂໍອະໄພໂທດ ແຕ່ປະພຶດດີຢູ່ໃນຄຸກ ອາດໄດ້ຮັບການຜ່ອນໂທດເປັນຈໍາຄຸກ ຕລອດຊີວິດ ຕາມກົດໝາຍ ວ່າດ້ວຍການດໍາເນີນຄະດີ ອາຍາຂອງລາວ.
ເຈົ້າໜ້າທີ່ຕໍາຣວດ ປກສ ແຂວງອຸດົມໄຊ ກ່າວເຖິງບັນຫາຢາເສບຕິດ ຢູ່ໃນແຂວງອຸດົມໄຊວ່າ ເປັນບັນຫາໃຫຍ່ສົມຄວນ ເພາະໄດ້ມີການຕິດຕາມ, ສະກັດກັ້ນ ແລະປາບປາມ ຢ່າງຕໍ່ເນື່ອງ, ແຕ່ບັນຫານີ້ ບໍ່ໄດ້ຫລຸດລົງເທື່ອ ແລະຢາເສບຕິດຫລາຍຊະນິດ ລາຄາຖືກ, ຫາຊື້ໄດ້ງ່າຍ ແລະມີຢູ່ທຸກບ່ອນ. ສະເພາະຢູ່ແຂວງອຸດົມໄຊ ແລະແຂວງໃກ້ຄຽງ ໃນເຂດພາກເໜືອຂອງລາວ ກໍມີການສ້າງສູນບໍາບັດ ຄົນຕິດຢາເສບຕິດ ຊຶ່ງປັດຈຸບັນ ມີຊາວໜຸ່ມ ອາຍຸລະຫວ່າງ 18-35 ປີ ເຂົ້າຮັບການບໍາບັດ ຈຳນວນຫລາຍ. ທ່ານເວົ້າວ່າ ບາງຄົນກໍບໍາບັດໄດ້ຜົລດີ ຄືອອກໄປແລ້ວ ບໍ່ໄປຫຍຸ້ງກ່ຽວກັບຢາເສບຕິດອີກ, ແຕ່ຫລາຍຄົນ ອອກໄປແລ້ວ ຍັງກັບໄປພົວພັນກັບຢາເສບຕິດຄືເກົ່າ ເພາະຢາເສບຕິດ ຫາຊື້ກັນງ່າຍ.
“ໄທເຮົາກະມີການບໍາບັດຢູ່ ແຕ່ວ່າ ສ່ວນຫລາຍກະບໍາບັດແລ້ວ ກະຈະກິນຄືນແດ່ນະເນາະ. ກະເປັນບັນຫາຍາກ, ແຕ່ວ່າໄທເຮົາກະພະຍາຍາມ ຫລຸດຜ່ອນເນາະ. ກະຄືວ່າກະຍັງຊິໃຊ້ເວລາດົນຢູ່.”
ກ່ຽວກັບເຣື່ອງການຕັດສິນປະຫານຊີວິດ ນັກໂທດຢາເສບຕິດຄັ້ງນີ້ ຊາວລາວຜູ້ນຶ່ງ ຢູ່ແຂວງອຸດົມໄຊ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ກັນຍານີ້ວ່າ ປະຊາຊົນໃນແຂວງນີ້ ກໍເວົ້າກັນຫລາຍ ແຕ່ກໍບໍ່ໄດ້ສະແດງຄວາມຄິດເຫັນ, ເສີຍໆໄປ.
“ປະຕິກິຣິຍາເຮົາກະບໍ່ໄດ້ເວົ້າໄດ້ເນາະ. ເສີຍໆວ່າເປັນແນວໃດຫັ້ນນ່າ. ເວລາເຮົາໄປວຽກລະວ່າ ທ້າວອັນນີ້ນິ ຄ້າຂາບຢາເສບຕິດ ຖືກປະຫານຊີວິດໄດ໋. ໄປເບິ່ງປະຕິກິຣິຍາຂອງຄົນ ມັນກະເປັນເວົ້າເສີຍໆຫັ້ນນ່າ. ມັນບໍ່ໝອງ ບໍ່ມີຄວາມຕົກອົກຕົກໃຈ ຫຍັງຫັ້ນນ່າ. ຕາມເຮົາສັງເກດນ່າ ກົດໝາຍມັນອອກແນວໃດ ມັນກະໄປແນວນັ້ນ.”
ຢູ່ແຂວງຈໍາປາສັກ ປະຊາຊົນຜູ້ນຶ່ງ ທີ່ໄດ້ຕິດຕາມຂ່າວ ການຕັດສິນປະຫານຊີວິດ ຜູ້ຄ້າຢາເສບຕິດ 4 ຄົນນັ້ນ ເວົ້າວ່າ ຢາກໃຫ້ຣັຖບານສະກັດກັ້ນ ແລະ ປາບປາມບັນຫາຢາເສບຕິດ ຢ່າງເຂັ້ມງວດ. ຫາກກວດພົບເຫັນ ບຸກຄົນໃດກໍຕາມ ບໍ່ວ່າຈະເປັນຄົນລາວ, ເຈົ້າໜ້າທີ່ພັກ-ຣັຖ ຫລື ຄົນຕ່າງປະເທດ ທີ່ພົວພັນກັບຢາເສບຕິດ ຢາກໃຫ້ບັງຄັບໃຊ້ກົດໝາຍ ຢ່າງຈິງຈັງ ເພື່ອເປັນແບບຢ່າງ ໃຫ້ຄົນອື່ນໆໃນສັງຄົມຮູ້.
“ມີແຕ່ຢາບ້າແຫລະ. ເຂົາເຫລັ້ນຫລາຍ. ບໍ່ແມ່ນຈັບບໍ່ໄດ້ດອກ. ຄັນເວົ້າລວມນີ້ ແນວເຈົ້າໜ້າທີ່ ພິສັງກະລວມກຸ່ມຄືກັນ. ບາງເທື່ອເຈົ້າໜ້າທີ່ກະເຮັດນໍາ ກະມີເນາະ. ບາດນີ້ຄັນໄລ່ທັນ ຈັບໄດ້ ລະໃຫ້ເງິນແລ້ວ ປ່ອຍເຂົາ. ຄັນເຈົ້າມີເງິນແລ້ວຄືເຈົ້າລອດໂຕ. ຄັນເຈົ້າບໍ່ມີນີ້ຄືຕາຍ.”
ກ່ຽວກັບເຣື່ອງການຕັດສິນ ປະຫານຊີວິດໃນລາວ, ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ, ຣັຖມົນຕຣີກະຊວງປ້ອງກັນ ຄວາມສງົບ ໄດ້ຊີ້ແຈງຕໍ່ກອງປະຊຸມສໄມສາມັນເທື່ອທີ 5 ຂອງສະພາແຫ່ງຊາຕ, ຊຸດທີ 9 ໃນມື້ວັນທີ 29 ມິຖຸນາທີ່ຜ່ານມາວ່າ ການປະຫານຊີວິດ ນັກໂທດໃນຄະດີຕ່າງໆ ຍັງບໍ່ມີກົດໝາຍຮອງຮັບ ທັງເຣື່ອງຂັ້ນຕອນ ແລະວິທີການປະຕິບັດ ບວກກັບການປະຫານຊີວິດ ຍັງຂັດແຍ່ງ ກັບລະບຽບການສາກົລ ວ່າດ້ວຍສິດທິມະນຸສ ຈຶ່ງເຮັດໃຫ້ນັກໂທດ ທີ່ຖືກສານຕັດສິນປະຫານຊີວິດ ໃນລາວນັ້ນ ຈະໄດ້ຮັບການລົງໂທດ ຈໍາຄຸກໄປຕລອດຊີວິດ.
ດັ່ງທີ່ທ່ານກ່າວຕອນນຶ່ງວ່າ:
“ໂທດປະຫານນີ້ບາງທ່ານວ່າ ຄັນບໍ່ປະຫານນີ້ມັນບໍ່ເຂັດ ບໍ່ຫລາບໃດ໋. ມັນບໍ່ຢ້ານໄດ໋ ແຕ່ວ່າຂ້າພະເຈົ້າວ່າ ຄັນປະຫານນີ້ ກະດຽວນີ້ກະບໍ່ຫລາຍປານໃດ. ປະມານ 500-600 ຄົນ ແຕ່ວ່າຈັກຊິເອົາມືໃດປະຫານ ເພາະວ່າ ໃນກົດໝາຍຍັງບໍ່ມີລະອຽດວ່າ ແດນປະຫານຢູ່ໃສ, ໃຜຊິເປັນຜູ້ປະຫານ ແລ້ວປະຫານດ້ວຍວິທີໃດ. ຊິສີດຢາ ສັກຢາບໍ່. ຄັນເຮັດໂຕນີ້ໄປ ພັດສາກົລທ້ວງໃດ໋ ດຽວນີ້. ເຂົາກະບໍ່ຢາກໃຫ້ເຮັດເປີດເຜີຍແນວນັ້ນ ຈໍາເປັນດຽວນີ້ໄດ້ອະໄພໂທດ.”
ການລົງໂທດ ກ່ຽວກັບຄະດີຢາເສບຕິດ ຕາມກົດໝາຍ ວ່າດ້ວຍການດໍາເນີນຄະດີອາຍາ ກໍານົດວ່າ ບຸກຄົນໃດ ທີ່ຜລິດ, ຂາຍ/ຈໍາໜ່າຍ ຫລືມີຢາເສບຕິດໄວ້ໃນຄອບຄອງ ຫລືນໍາເຂົ້າ-ສົ່ງອອກ, ຮັບຊື້ຫລືນໍາຢາເສບຕິດ ຜ່ານລາວ ແມ່ນຖືວ່າ ມີຄວາມຜິດ ໂທດສູງສຸດ ຄືປະຫານຊີວິດ, ແຕ່ຢູ່ປະເທດລາວ ຍັງບໍ່ມີການປະຫານແທ້ເທື່ອ ນັບຕັ້ງແຕ່ປີ 1990 ເປັນຕົ້ນມາ.
ເມື່ອເດືອນມີນາ 2022 ສານປະຊາຊົນ ນະຄອນຫລວງວຽງຈັນ ໄດ້ຕັດສິນລົງໂທດປະຫານຊີວິດ ທ້າວ ສີສຸກ ດາວເຮືອງ ອາຍຸ 45 ປີ ຖານຄ້າຂາຍຢາເສບຕິດ, ຟອກເງິນ ແລະຊື້-ຂາຍອາວຸດ ແຕ່ຍັງບໍ່ມີການປະຫານຊີວິດ. ນອກຈາກນີ້ ສານປະຊາຊົນ ນະຄອນຫລວງວຽງຈັນ ຍັງໄດ້ຕັດສິນປະຫານຊີວິດ ກຸ່ມເຄືອຂ່າຍຢາເສບຕິດ ຂອງ ທ້າວ ໄຊຊະນະ ແກ້ວພິມພາ ອີກ 8 ຄົນ ຮວມທັງ ທ້າວ ກິນ້ອຍ, ນາງ ປາວິນາ ຫລື ຈູລີ່ ແລະທ້າວ ຫວາດ ພິລາວັນ ແຕ່ກໍຍັງບໍ່ໄດ້ຖືກປະຫານເຊັ່ນກັນ.
ໃນໄລຍະ 6 ເດືອນຕົ້ນປີ 2022 ທີ່ຜ່ານມາ ເຈົ້າໜ້າທີ່ ຈັບກຸມຄະດີຢາເສບຕິດ ໃນທົ່ວປະເທດ ເຖິງ 2,253 ກໍຣະນີ, ຈັບຜູ້ຕ້ອງຫາໄດ້ 3,302. ໃນຈໍານວນນັ້ນ ມີຄົນຕ່າງປະເທດ 70 ຄົນ, ຍຶດຂອງກາງເປັນຢາບ້າ 84 ລ້ານເມັດ, ຢາໄອສ໌ 1,281 ກິໂລ, ເຮໂຣອິນ 24.7 ກິໂລ, ກັນຊາ 2,885 ກິໂລ, ຝິ່ນ 82 ກິໂລ, ຢາອີ 1,670 ກິໂລ ແລະຢາເສບຕິດ ຊະນິດອື່ນໆອີກຈໍານວນນຶ່ງ.