ປະຊາຊົນລາວ ບໍ່ສົນໃຈນໍາເລື່ອງ ການປັບປຸງ ລັດຖະທໍາມະນູນ ຍ້ອນເຊື່ອວ່າ ແກ້ໄຂໄປແລ້ວ ກໍຈະບໍ່ມີ ຜົນປະໂຫຍດຫຍັງ
2025.02.25

ໃນປີ 2025 ນີ້ ລັດຖະບານລາວ ຈະແກ້ໄຂ ປັບປຸງ ລັດຖະທໍາມະນູນ ໃນຫຼາຍໝວດ ຫຼາຍມາດຕາ:
“ການປັບປຸງລັດຖະທໍາມະນູນ ສະບັບນີ້ ຍ້ອນວ່າ ລັດຖະທໍາມະນູນ ສະບັບ ປີ 2015 ກະມີບາງຂໍ້ກໍານົດ ໂດຍສະເພາະ ແມ່ນອົງການປົກຄອງທ້ອງຖິ່ນ ແມ່ນບໍ່ສອດຄ່ອງ ກັບໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່. ຕ້ອງໄດ້ປັບປຸງອົງການປົກຄອງທ້ອງຖິ່ນ ຄືນໃໝ່ ເປັນຕົ້ນ ແມ່ນໃຫ້ຈັດຕັ້ງຕາແສງຄືນໃໝ່ ໃນທົ່ວປະເທດ ປ່ຽນຊື່ເອີ້ນ ຂອງຄະນະກໍາມະການ ຂອງອົງການປົກຄອງທ້ອງຖິ່ນ.”
ນີ້ ແມ່ນສຽງຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ກ່າວເຖິງເລື່ອງ ສາເຫດເບື້ອງຕົ້ນ ທີ່ລັດຖະບານລາວ ຕ້ອງປັບປຸງ ແກ້ໄຂ ລັດຖະທໍາມະນູນ ຍ້ອນຕ້ອງການ ໃຫ້ສອດຄ່ອງ ກັບໜ້າທີ່ການເມືອງ ໃນໄລຍະໃໝ່.
ແຕ່ປະຊາຊົນລາວ ສ່ວນໃຫຍ່ ບໍ່ໄດ້ສົນໃຈ ແລະ ເຂົ້າໃຈ ເລື່ອງການປັບປຸງ ລັດຖະທໍາມະນູນ ເພາະເຫັນວ່າ ເປັນເລື່ອງໄກໂຕ ຂອງພວກເຂົາເຈົ້າ ພ້ອມທັງປະຊາຊົນ ກໍເຫັນວ່າ ບໍໄດ້ປະໂຫຍດຫຍັງ ຈາກການແກ້ໄຂ ລັດຖະທໍາມະນູນ ແຕ່ລະເທື່ອ, ອີກທັງເບິ່ງວ່າ ເປັນພຽງການເອື້ອຜົນປະໂຫຍດກົດມາຍ ໃຫ້ເຈົ້າໜ້າທີ່ ນໍາກັນເອງ, ໂດຍປະຊາຊົນ ກໍບໍມີສິດອອກສຽງໄດ້. ຄັນຖ້າຜູ້ໃດຄັດຄ້ານ ກໍອາດຕົກຢູ່ໃນອັນຕະລາຍ, ດັ່ງຊາວລາວ ນາງໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ກຸມພານີ້ວ່າ:
“ຈືຈັ່ງຊົນຊັ້ນພວກເຮົາ ກໍບໍ່ຄ່ອຍສົນດອກ. ບໍ່ຮູ້ແລ້ວ ລັດຖະທໍາມະນູນ ບໍ່ໄດ້ຮູ້ຫຍັງ, ກໍມີແຕ່ເພິ່ນວ່າກັນ ແຕ່ພຸ້ນແລ້ວ. ຄືເພິ່ນວ່າຈັ່ງໃດ ກໍຄືວ່າແຫຼະ ສົນກັນ ກໍມີແຕ່ເຮັດວຽກນໍາກັນ ຫັ້ນແຫຼະ. ປະຊາຊົນບໍ່ໄດ້ປະໂຫຍດອີ່ຫຍັງ ບໍ່ມີສິດຫຍັງໝົດ.ບໍ່ນັ້ນ ເພິ່ນສຊິອຸ້ມເກາະ ພວກເຮົາຄາແຕ່ຫາກິນ ແຕ່ປາກແຕ່ທ້ອງ ນີ້ແຫຼະ.”
ຂະນະທີ່ຊາວລາວ ອີກທ່ານໜຶ່ງ ກ່າວວ່າ ສ່ວນຫຼາຍ ຊາວລາວ ບໍ່ໄດ້ຮູ້ເລື່ອງ ການແກ້ໄຂລັດຖະທໍາມະນູນ. ປະຊາຊົນລາວ ຮູ້ແຕ່ວ່າ ເປັນໜ້າທີ່ຂອງລັດຖະບານ ທີ່ໄດ້ແກ້ໄຂ ປັບປຸງກັນເອງ ໂດຍບໍ່ມີຝ່າຍຄ້ານ ແລະ ບໍ່ຮັບຟັງສຽງຈາກ ປະຊາຊົນ.
“ສ່ວນໃຫຍ່ ຫັ້ນແຫຼະ ບໍ່ທັນໄດ້ເຂົ້າໃຈ ແກ້ໄປ ກໍແກ້ແຕ່ເພິ່ນ ຫັ້ນແຫຼະ ຢູ່ເທິງ. ອັນນີ້ ມັນບໍ່ໄດ້ມີຝ່າຍຄ້ານເດ, ຢູ່ນີ້ ການພັດທະນາ ບ້ານເມືອງເຮົາ ມັນບໍ່ມີ, ວ່າຫຼາຍ ກໍຈະເຂົ້າຄຸກ.”
ຂະນະທີ່ ເຈົ້າໜ້າທີ່ ສະພາແຫ່ງຊາດ ນາງໜຶ່ງ ກ່າວວ່າ ເປັນເວລາ 6 ເດືອນເຕັມ ນັບແຕ່ເດືອນມິຖຸນາ 2024 ເປັນຕົ້ນມາ ຮ່າງລັດຖະທໍາມະນູນ ສະບັບປັບປຸງ 2025 ໄດ້ຮັບການຄົ້ນຄວ້າ ວິເຄາະວິໄຈ ແລະປັບປຸງ ໃຫ້ສໍາເລັດເປັນສະບັບສົມບູນ ໂດຍພື້ນຖານ ຫຼັງຈາກນີ້ ກໍຈະນໍາໄປສະເໜີ ຕໍ່ກອງປະຊຸມ ສະໄໝເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ພິຈາລະນາຮັບຮອງເອົາ ປະມານກາງເດືອນມີນາ 2025 ນີ້:
“ແມ່ນຮັບຮອງ ເອົາການປັບປຸງ ລັດຖະທໍາມະນູນ ສະບັບ ປີ 2015. 2025 ມັນຕ້ອງແມ່ນຮັບຮອງແລ້ວ ມັນຈຶ່ງຄ່ອຍເປັນລັດຖະທໍາມະນູນ ສະບັບໃໝ່. ເພິ່ນຊິເອົາຜ່ານກອງປະຊຸມ ວິສາມັນ ກາງເດືອນສາມນີ້.”
ຂ່າວ ກ່ຽວກັນ
ພັກປະຊາຊົນປະຕິວັດລາວ ປັບປຸງລັດຖະທຳມະນູນ ເປັນເທື່ອທີ່ 3
ໄອຍະການສູງສຸດຄວນປັບປຸງ ຣະບົບ
ຜູ້ນໍາໃໝ່ປົກຄອງແບບເກົ່າ
ການແກ້ໄຂລັດຖະທໍາມະນູນ ໃນປີ 2025 ນີ້ ມີການແກ້ໄຂ ຫຼາຍໝວດ ຫຼາຍ ມາດຕາ ເປັນຕົ້ນ ໃນໝວດທີ 4 ວ່າດ້ວຍສິດ ແລະ ພັນທະພື້ນຖານ ຂອງພົນລະເມືອງລາວ ຈະປັບປຸງມາດຕາ 46 ແລະ ມາດຕາ 47 ສິດທິເລື່ອງ ຄົນລາວຢູ່ຕ່າງປະເທດ ເພີ່ມຕື່ມ. ແມ່ນຄົນລາວ ທີ່ອາໄສຢູ່ຕ່າງປະເທດ ແມ່ນພາກສ່ວນໜຶ່ງ ທີ່ບໍ່ແຍກອອກ ຈາກວົງຄະນະຍາດ ແຫ່ງຊາດລາວ. ຕື່ມອັນທີ 2 ຊຸກຍູ້ ສົ່ງເສີມ ສ້າງເງື່ອນໄຂ ໃຫ້ຄົນລາວ ທີ່ຢູ່ຕ່າງປະເທດ ປົກປັກຮັກສາ ຂະຫຍາຍວັດທະນະທໍາ ຂອງຊາດລາວ ລວມເຖິງການແກ້ໄຂສິດທິ ແລະ ໜ້າທີ່ ຂອງໄອຍະການປະຊາຊົນ ໃນເລື່ອງຂະບວນການຍຸຕິທໍາ ໃນບາງມາດຕາ ແລະ ຂໍ້ກົດໝາຍ ອື່ນໆ.
ລັດຖະທໍາມະນູນຂອງລາວ ທໍາອິດຖືກປະກາດໃຊ້ປີ 1991. ຕໍ່ມາ ມີການດັດແກ້ ຄັ້ງທໍາອິດ ໃນປີ 2003 ແລະ ດັດແກ້ ຄັ້ງທີ 2 ໃນປີ 2015 ແລະ ຄັ້ງທີ 3 ຈະດັດແກ້ ໃນປີ 2025 ນີ້.