ຜູ້ນໍາໃໝ່ປົກຄອງແບບເກົ່າ

ອະວາຣີ
2016.01.28
F-Communist ທຸງ ເຄື່ອງໝາຍ ລັດທິ ຄອມມິວນິສ
courtesy of crwflags

ກອງປະຊຸມ ໃຫຍ່ ຂອງພັກ ປະຊາຊົນ ປະຕິວັດ ລາວ ເມື່ອ ອາທິດແລ້ວ ໄດ້ເລືອກເອົາ ທ່ານ ບຸນຍັງ ວໍຣະຈິດ ອາຍຸ 78 ປີ ເປັນ ເລຂາທິການ ໃຫຍ່ ຂອງພັກ ຊຶ່ງ ແມ່ນຜູ້ນຳ ທີ່ ມີອຳນາດ ສູງສຸດ ໃນປະເທດ. ໃນຂນະ ດຽວກັນ ກອງປະຊຸມ ໃຫຍ່ ຂອງພັກ ຍັງເລືອກເອົາ ສະມາຊິກ ຄນະ ກົມການເມືອງ ໃໝ່ 6 ຄົນ ຊຶ່ງ ປະກົດວ່າ ອາຍຸ ຍັງໜຸ່ມຢູ່.

ຊາວລາວຫຼາຍຄົນ ອາດ ຈະຖາມວ່າ ການປ່ຽນແປງ ຄນະຜູ້ນຳ ພັກ ໃໝ່ ຈະນຳໄປສູ່ ການປ່ຽນແປງ ແນວທາງ ນະໂຍບາຍ ແນວໃດບໍ່? ມີຫຼາຍຄົນ ໄດ້ຕອບ ຄຳຖາມ ນັ້ນວ່າ, ເຖິງຈະມີ ຜູ້ນຳພັກ ໃໝ່ ແລະ ຄນະ ກົມການເມືອງ ຊຸດໃໝ່ ຄນະຜູ້ນຳ ໃໝ່ ເຫລົ່ານີ້ ກໍຍັງຈະມີ ອຸດົມການ ເກົ່າ ອຸດົມການ ມາກ-ເລນິນ ຫລື ສັງຄົມນິຍົມ ຢູ່ຄືເກົ່າ; ຍັງຈະ ປະຕິບັດ ຕາມແນວທາງ ນະໂຍບາຍ ແລະ ແຜນພັທນາ ທີ່ພັກ ໄດ້ວາງອອກ ທຸກ ປະການ.

ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຕອບ ຄຳຖາມ ດຽວກັນ ນັ້ນວ່າ:

“ເຖິງວ່າ ຈະເລືອກ ຜູ້ນຳໃໝ່ ກໍຕາມ ຜູ້ນຳໃໝ່ ໃນພັກ ປະຊາຊົນ ປະຕິວັດລາວ ຊຸດນີ້ນິ ກໍຍັງ ນອນຢູ່ໃນ ພັກ ຄືເກົ່າ ຍັງແມ່ນຄົນ ກຸ່ມເກົ່າ ຄນະເກົ່າ ທີ່ ມີ ນະໂຍບາຍ ອັນເກົ່າ ບໍ່ມີຫຍັງ ປ່ຽນແປງ.”

ເຊັ່ນ ດຽວກັນ ທ່ານ Martin Stuart-Fox ນັກ ປວັດສາດ ລາວ ແລະ ອະດີດ ອາຈານ ສອນ ມະຫາວິທະຍາໄລ ທີ່ ປະເທດ ອອສເຕຣເລັຍ ໃຫ້ ຄຳຕອບ ຕໍ່ຄຳຖາມ ນັ້ນວ່າ ທ່ານ ບຸນຍັງ ວໍຣະຈິດ ຄົງຈະບໍ່ ປ່ຽນແປງ ແນວທາງ ນະໂຍບາຍ ຫຍັງຫຼາຍ ຄົງຈະບໍ່ ປະຕິຮູບ ໄປສູ່ ປະຊາທິປະໄຕ ແລະ ຄົງຈະບໍ່ ປັບປຸງ ການນັບຖື ສິດທິມະນຸດ ໃຫ້ ດີຂຶ້ນດອກ.

ພຍາ ສິດທິເດດ ສີທັດ ສິດທິບູນ ປັດຈຸບັນ ຢູ່ ອອສເຕຣເລັຽ ແລະ ເປັນ ນາຍົກ ຣັຖມົນຕຣີ ຣັຖບານ ພຣະຣາຊອານາຈັກ ລາວ ສມັຍຮື້ຟື້ນ ກໍໃຫ້ຄຳຄິດ ຄຳເຫັນວ່າ:

“ເລືອກຄົນໃໝ່ ມັນກະ ບໍ່ຕ່າງຫຍັງ ກັບເຫລົ້າ ແກ້ວເກົ່າ ໃສ່ນ້ຳໃໝ່ ຈັ່ງຊິແຫລະ ຄືໂບຮານ ເພິ່ນເວົ້າ ເຂົາປ່ຽນໜ້າ ກັນກິນ ປ່ຽນກັນ ເປັນຫົວໜ້າ ເຫັນບໍ່ ເພື່ອເຂົາເອງ ບໍ່ແມ່ນເພື່ອ ປະຊາຊົນ ພົລເມືອງ ປັນກັນ ຜູ້ນຶ່ງ ເປັນແລ້ວ ເທື່ອໜ້າ ກໍໃຫ້ຜູ້ນັ້ນ ຜູ້ນີ້ ເປັນ ມັນບໍ່ແມ່ນ ປະຊາຊົນ ພົລເມືອງ ເປັນ ຜູ້ອອກສຽງ ໃຫ້ເຂົາເປັນ ເຂົາເຮັດຢູ່ ໃນວົງແຄບ ຂອງເຂົາ.”

ບັດນີ້ ເຮົາມາ ສຶກສາ ເບິ່ງວ່າ ຜູ້ນຳພັກ ປະຊາຊົນ ປະຕິວັດລາວ ຄນະໃໝ່ ຈະປົກຄອງ ບໍຣິຫານ ແລະ ສ້າງສາ ພັທນາ ປະເທດຊາດ ແນວໃດ?

ໃນດ້ານ ການເມືອງ ຄນະຜູ້ນຳ ໃໝ່ ຍັງຈະປົກຄອງ ປະເທດ ດ້ວຍ ອຳນາດ ຜະເດັດການ ພັກດຽວ ບໍ່ຍອມໃຫ້ ມີພັກ ຝ່າຍຄ້ານ ແລະ ຈະປາບປາມ ປະຊາຊົນ ທີ່ ມີຄວາມຄິດ ຄວາມເຫັນ ຄັດຄ້ານ ພັກຣັດ, ຍັງ ຈະບໍ່ເປີດ ໃຫ້ມີການ ເລືອກຕັ້ງ ຢ່າງເສຣີ ພັກ ຍັງເປັນຜູ້ ເລືອກເອົາ ຜູ້ສມັກ ກ່ອນແລ້ວ ຈຶ່ງປ່ອຍໃຫ້ ປະຊາຊົນ ບ່ອນບັດ ເລືອກຕັ້ງ ຊຶ່ງ ບໍ່ມີ ຄວາມໝາຍຫຍັງ, ຄນະ ຜູ້ນຳພັກ ໃໝ່ ຄົງຈະບໍ່ ເປີດໃຫ້ ປະຊາຊົນ ລາວ ມີໂອກາດ ເລືອກເອົາ ຜູ້ນຳ ປະເທດ; ແນ່ນອນ ທີ່ສຸດ ໃນການ ເລືອກຕັ້ງ ຄັ້ງ ຈະ ມາເຖິງນີ້ ຕ້ອງແມ່ນ ຄນະນຳ ຂອງພັກ ເປັນຜູ້ເລືອກ ປະທານ ປະເທດ ແລະ ນາຍົກ ຣັຖມົນຕຣີ ບໍ່ແມ່ນ ປະຊາຊົນ ລາວ.

ໃນດ້ານ ຄວາມສຳພັນ ກັບ ຕ່າງປະເທດ ນັກຊ່ຽວຊານ ກ່ຽວກັບ ລາວ ຫລາຍຄົນ ຊຶ່ງ ມີທັງຄົນລາວ ແລະ ຊາວຕ່າງ ປະເທດ ຄິດວ່າ ຜູ້ນຳໃໝ່ ຂອງພັກ ແລະ ຄນະ ກົມການເມືອງ ຊຸດໃໝ່ ມີທ່າອ່ຽງ ນິຍົມ ວຽດນາມ ຍ້ອນເຫດນັ້ນ ຄນະ ກົມການເມືອງ ທີ່ ນິຍົມຈີນ ຈຶ່ງ ຖືກປັດເຂັ່ຽ ອອກ. ນັກຊ່ຽວຊານ ກ່ຽວກັບ ລາວ ທີ່ເປັນຄົນ ອອສເຕຣເລັຽ ໃຫ້ ຄຳຄິດເຫັນ ໂດຍ ຍົກ ຕົວຢ່າງ ວ່າ ທ່ານ ສົມສະຫວາດ ເລັ່ງສະຫວັດ ຖືກເລືອກອອກ ຈາກ ຄນະ ກົມການເມືອງ ກໍວ່າເພາະ ທ່ານ ເປັນຄົນມີ ເຊື້ອສາຍ ຈີນ ນິຍົມ ຈີນ ມີຄວາມ ສຳພັນ ໃກ້ຊິດ ກັບຈີນ ແລະ ກໍເປັນຜູ້ ວິ້ງເຕັ້ນ ກ່ຽວກັບ ໂຄງການ ສ້າງ ທາງຣົດໄຟ ລາວ-ຈີນ.

ແຕ່ ຕໍ່ບັນຫາ ນີ້ ທ່ານ Stuart-Fox ໃຫ້ ຄຳເຫັນວ່າ ຜູ້ນຳໃໝ່ ຂອງ ສປປລາວ ຍັງ ຈະດຳເນີນ ນະໂຍບາຍ ຄວາມ ສຳພັນ ຕ່າງປະເທດ ແບບເກົ່າ ແບບ ຣະມັດຣະວັງ ໂດຍສະເພາະ ຄວາມສຳພັນ ກັບ ວຽດນາມ ແລະ ຈີນ. ຜູ້ນຳລາວ ຈະພຍາມ ມີຄວາມ ສຳພັນ ດີ ກັບສອງ ປະເທດນີ້ ຢ່າງ ກ້ຳເກິ່ງ ກັນ ໝາຍຄວາມວ່າ ຈະບໍ່ພ້ອມ ຫລື ໃກ້ຊິດ ກັບ ຝ່າຍໃດ ຝ່າຍນຶ່ງ ຫຼາຍ ເກີນໄປ.

ໃນດ້ານ ສິດ ເສຣີພາບ ແຮງຮ້າຍ ຄນະຜູ້ນຳ ພັກ ຊຸດໃໝ່ ຍິ່ງຈະຈຳກັດ ສິດເສຣີພາບ ຂອງ ປະຊາຊົນ ລາວ ເຄັ່ງຄັດ ເປັນຕົ້ນ ຈະຈຳກັດ ສິດ ໃນການ ປາກເວົ້າ ອອກຂ່າວ ສິດ ໃນການ ໃຊ້ ອິນເຕີເນັດ ແລະ ສື່ສັງຄົມ ອອນລາຍ. ຣັຖບານ ລາວ-ວຽດນາມ ຫາກໍ ລົງນາມ ໃນຂໍ້ຕົກລົງ ກ່ຽວກັບ ການຮັກສາ ຄວາມສງົບ ແລະ ຄວາມໝັ້ນຄົງ ໂດຍສະເພາະ ໃນປີນີ້ ເພາະ ສປປ ລາວ ຈະເປັນ ເຈົ້າພາບ ກອງປະຊຸມ ສຸດຍອດ ອາຊຽນ ແລະ ປະທານາທິບໍດີ ບາຣັກ ໂອບາມາ ຂອງ ສະຫະຣັຖ ກໍຈະໄປ ຢ້ຽມຢາມ ລາວ. ພາຍໃຕ້ ຂໍ້ຕົກລົງ ດັ່ງກ່າວ ທາງການ ລາວ ແລະ ວຽດນາມ ຈະຮ່ວມມືກັນ ຫລາຍຂຶ້ນ ເປັນພິເສດ ໃນການ ປາບປາມ ພວກ ທີ່ຈະສ້າງ ຄວາມວຸ້ນວາຍ ໂດຍສະເພາະ ພວກທີ່ ເຄື່ອນໄຫວ ຕໍ່ຕ້ານ ພັກ-ຣັດ ສປປລາວ.

ໃນດ້ານ ການສ້າງສາ ພັທນາ ປະເທດ ຜູ້ນຳພັກ ໃໝ່ ຫລື ຄນະໃໝ່ ກໍຕ້ອງ ປະຕິບັດ ຕາມ ແຜນການ ພັທນາ ເສຖກິດ-ສັງຄົມ ຫ້າປີ ແລະ ສິບປີ ທີ່ ກອງປະຊຸມ ໃຫຍ່ ຂອງ ພັກ ປະຊາຊົນ ປະຕິວັດ ລາວ ຄັ້ງຫລ້າສຸດ ໄດ້ ວາງອອກ ຊຶ່ງ ເປັນ ແຜນສືບຕໍ່ ຈາກແຜນ ພັທນາ ຫ້າປີ ກ່ອນໆ ເວົ້າອີກ ຢ່າງນຶ່ງ ຄນະ ຜູ້ນຳໃໝ່ ຍັງຈະ ປະຕິບັດ ຕາມແນວທາງ ນະໂຍບາຍ ການພັທນາ ແບບເກົ່າ ແບບຈະຂາຍ ຊັພຍາກອນ ທັມມະຊາດ ແລະ ຍັງຈະອາໄສ ການ ຊ່ວຍເຫລືອ ຂອງຕ່າງ ປະເທດ ຫຼາຍຢູ່ ຄືເກົ່າ.

ອີກ ບັນຫານຶ່ງ ຊາວລາວ ຫລາຍຄົນ ຫວັງວ່າ ຄນະຜູ້ນຳໃໝ່ ຈະ ປາບປາມ ການສໍ້ຣາສ ບັງຫລວງ ແຕ່ ຄົນລາວ ເຫລົ່ານີ້ ຄົງຈະຜິດຫວັງ ເພາະ ອົງການ ຄວາມໂປ່ງໄສ ສາກົນ ຫາກໍອອກ ຣາຍງານວ່າ ສປປລາວ ເປັນປະເທດ ນຶ່ງ ທີ່ມີການ ສໍ້ຣາສ ບັງຫລວງ ຫລາຍທີ່ສຸດ ໃນເອເຊັຽ ແລະ ໃນໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.