ໄອຍະການສູງສຸດຄວນປັບປຸງ ຣະບົບ

ຈໍາປາທອງ
2016.11.09
F-Justice ກະຊວງ ຍຸຕິທັມ ແຫ່ງ ສປປ ລາວ
LPDR

ຄນະກັມມາທິການ ຍຸຕິທັມ ສະພາ ແຫ່ງຊາດ ສປປລາວ ສເນີ ໃນກອງປະຊຸມ ສະພາ ແຫ່ງຊາດ ເມື່ອອາທິດ ຜ່ານມາວ່າ ໃຫ້ອົງການ ໄອຍະການ ສູງສຸດ ປັບປຸງ ຣະບົບການ ປະຕິບັດ ກົດໝາຍ ໃຫ້ດີຂຶ້ນ ເປັນຕົ້ນ ການສືບສວນ, ການຟ້ອງຮ້ອງ ຜູ້ຕ້ອງຫາ ແລະ ການກ່າວ ຟ້ອງ ຂອງ ໄອຍະການ ທີ່ຍັງບໍ່ ເປັນທັມ ເທົ່າທີ່ຄວນ. ຕາມ ຄໍາເວົ້າຂອງ ຄນະກັມມາທິການ:

"ສເນີໃຫ້ອົງການ ໄອຍະການ ປະຊາຊົນ ສູງສຸດ ຈົ່ງເພີ້ມທະວີ ການຕິດຕາມ ກວດກາ ການເຄົາຣົບ ແລະ ປະຕິບັດ ກົດໝາຍ ການສັ່ງຟ້ອງ ຜູ້ຕ້ອງຫາ ຂຶ້ນສານ ໃຫ້ ປະຕິບັດ ຕາມ ກົດໝາຍ ຢ່າງເຂັ້ມງວດ ຕ້ອງຊອກຮູ້ ຂໍ້ມູນ ຫລັກຖານ ຮອບດ້ານ ເລິກຊຶ້ງ ຖືກຕ້ອງ ຕາມ ຄວາມເປັນຈິງ ແລະ ເປັນທັມ ຊຶ່ງ ຄວາມເຊື່ອໝັ້ນ ໃຫ້ແກ່ ສັງຄົມ ປະກອບ ສ່ວນເຂົ້າ ໃນ ການຄຸ້ມຄອງ ຣັຖ ດ້ວຍກົດໝາຍ ມີຄວາມ ສັກສິດ ສັງຄົມ ມີຄວາມສງົບ ແລະ ຍຸຕິທັມ".

ທີ່ຜ່ານມາ ປະຊາຊົນລາວ ຈໍານວນນຶ່ງ ບໍ່ເຊື່ອໝັ້ນ ໃນຂະບວນ ການສືບສວນ ສອບສວນ ຂອງ ເຈົ້າໜ້າທີ່ ຕໍາຣວດ ແລະ ການຕັດສິນ ຂອງສານ ໂດຍສະເພາະ ຄະດີ ທີເກີດຂຶ້ນ ຣະຫວ່າງ ຄົນຮັ່ງມີ ແລະ ຜູ້ທຸກຍາກ ຊຶ່ງ ຄົນຮັ່ງມີ ມັກຈະຊນະ ຄະດີຄວາມ ຢູ່ເລື້ອຍ ຫຼື ອາຈເປັນຍ້ອນ ພວກເຂົາ ໃຫ້ສິນບົນ ເຈົ້າໜ້າທີ່. ຕາມຄໍາເວົ້າ ຂອງ ຊາວລາວ ຜູ້ນຶ່ງວ່າ:

"ສົມມຸດເພິ່ນມີເງິນ ເພິ່ນກະບໍ່ໄດ້ ຕິດຄຸກແຫຼະ ເພິ່ນກະຈ້າງ ຕໍາຣວດ ຈ້າງອີ່ຫຍັງ ລະກະບໍ່ເຫັນ ແລ້ວກະແລ້ວ ໄປເລີຍ ຄັນເພິ່ນ ຂຶ້ນສານ ເພິ່ນຮ່າງ ໃຫ້ດໍາເນີນ ໃຫ້ ຂະເຈົ້າ ແລ້ວກະແລ້ວ ຊີ້ນະ ກະຊິເຊື່ອ ຫັ້ນແຫຼະ ເພາະວ່າ ເພິ່ນຮັ່ງເດ໊".

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຂັ້ນສູງ ກະຊວງ ປ້ອງກັນ ຄວາມສະຫງົບ ເວົ້າວ່າ ການທີ່ມີ ຂໍ້ຕໍານິ ກ່ຽວກັບ ການເຮັດວຽກ ຂອງ ເຈົ້າໜ້າທີ່ ສືບສວນ ສອບສວນ ລ່າຊ້າ ແລະ ການເກັບກໍາ ຂໍ້ມູນ ຫລັກຖານ ກໍບໍ່ມີຄວາມ ຊັດເຈນນັ້ນ ເປັນສິ່ງທີ່ ປາສຈາກ ບໍ່ໄດ້ ຍ້ອນວຽກງານ ສືບສວນ ສອບສວນ ມີຄວາມ ຊັບຊ້ອນຫຼາຍ, ເຮັດໃຫ້ ບາງຄະດີ ບໍ່ສາມາດ ເຮັດໄດ້:

"ຕໍານິນີ້ ບາງອັນກະວ່າ ເຈົ້າໜ້າທີ່ ຂອງພວກເຮົາ ການດໍາເນີນ ຄະດີນີ້ ມັນກໍຍັງ ຊັກຊ້າ 2. ການເກັບກໍາ ຂໍ້ມູນ ບາງເຣື່ອງ ກໍບໍ່ທັນ ຊັດເຈນ ບາງເຣື່ອງ ມັນກໍມີການ ສລັບຊັບຊ້ອນ ມີບາງເຣື່ອງ ພວກເຮົາ ກະບໍ່ສາມາດ ມ້າງໄດ້ ຫັ້ນນະ ບໍ່ສາມາດ ຈັບຕົວ ຜູ້ກະທໍາຜິດ ໄດ້ຫັ້ນນະ".

ທ່ານກ່າວຕື່ມວ່າ ສໍາລັບ ຄໍາເວົ້າ ທີ່ວ່າ ເຈົ້າໜ້າທີ່ ຮັບສິນບົນ ຈາກ ຜູ້ຕ້ອງຫາ ນັ້ນ ບໍ່ເປັນຄວາມຈິງ ແນ່ນອນ ຍ້ອນວ່າເປັນ ການປະຕິບັດ ຜິດວິນັຍ ຢ່າງຮ້າຍແຮງ ທີ່ສຸດ. ແລະວ່າ ຄໍາເວົ້າ ດັ່ງກ່າວ ເປັນການ ເຂົ້າໃຈຜິດ ຂອງ ສັງຄົມຊື່ໆ ຫລືສ່ວນນຶ່ງ ກໍອາຈເກີດ ຈາກ ຄວາມຄຽດແຄ້ນ ຂອງ ຜູ້ທີ່ແພ້ ຄະດີ ແລ້ວ ພຍາຍາມ ໃສ່ຮ້າຍ ປ້າຍສີ ເຈົ້າໜ້າທີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.