ຄະນະເລຂາທິການ ສູນກາງພັກ ມີຄຳສັ່ງໃຫ້ແບ່ງອໍານາດການປົກຄອງ ໃນແຕ່ລະຂັ້ນໃໝ່

ຈຳປາທອງ
2024.07.15
ຄະນະເລຂາທິການ ສູນກາງພັກ ມີຄຳສັ່ງໃຫ້ແບ່ງອໍານາດການປົກຄອງ ໃນແຕ່ລະຂັ້ນໃໝ່ ທ່ານ ທອງລຸນ ສີສຸລິດ, (ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ), ປະທານປະເທດ ແຫ່ງ ສປປ ລາວ ຮັບຟັງຄຳບັນຍາຍ ຂອງທ່ານ ວະລາດິເມຍ ປູ໋ຕິນ ທີ່ພຣະຣາຊວັງເຄຣມລິນ ໃນນະຄອນຫຼວງໂມສກູ ປະເທດຣັສເຊຍ, ໃນວັນພະຫັດ ວັນທີ 9 ພຶດສະພາ 2024.
(Maxim Shemetov/Pool Photo via AP)

ຄະນະເລຂາທິການ ສູນກາງພັກປະຊາຊົນປະຕິວັດລາວ ໄດ້ອອກຄໍາສັ່ງໃນວັນທີ 5 ກໍລະກົດ 2024 ວ່າດ້ວຍການຄາດຄະເນ ແບ່ງຄວາມຮັບຜິດຊອບ ຂອງຄະນະປະຈໍາພັກແຕ່ລະຂັ້ນ ຄືຂັ້ນກະຊວງ-ອົງການ, ແຂວງ-ນະຄອນຫຼວງວຽງຈັນ, ເມືອງ-ນະຄອນ ໃນທົ່ວປະເທດ ເຊັ່ນ ເລຂາພັກກະຊວງ ເປັນລັດຖະມົນ ຕີ, ຮອງເລຂາພັກ ເປັນຮອງລັດຖະມົນຕີ; ກໍາມະການປະຈໍາພັກ ເປັນປະທານຄະນະກວດກາພັກ ເປັນຕົ້ນ.

ແລະເລຂາພັກແຂວງ-ນະຄອນຫຼວງວຽງຈັນ ເປັນປະທານສະພາປະຊາຊົນແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ແລະເປັນປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ-ນະຄອນຫຼວງວຽງຈັນ.

ຮອງເລຂາພັກແຂວງ-ນະຄອນຫຼວງວຽງຈັນ ເປັນປະທານຄະນະກໍາມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ.

ເລຂາພັກເມືອງ-ນະຄອນ ເປັນປະທານຄະນະກໍາມະການປົກຄອງເມືອງ-ນະຄອນ.

ຈຸດປະສົງຂອງຄໍາສັ່ງທີ່ວ່ານີ້ ແມ່ນເພື່ອຍົກສູງຄວາມສາມາດ ນໍາພາ ໃນທຸກໂຂງເຂດວຽກງານ, ເພີ່ມທະວີກໍາລັງສູ້ຮົບຂອງພັກ, ປັບປຸງການນໍາພາຮອບ ດ້ານຂອງພັກ ແລະອື່ນໆ.

ເພື່ອຂໍຮູ້ລາຍລະອຽດກ່ຽວກັບເລື່ອງນີ້ຕື່ມ ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ຄະນະເລຂາສູນກາງພັກປະຊາຊົນປະຕິວັດລາວ, ໄດ້ຮັບຄໍາຕອບຈາກເຈົ້າໜ້າທີ່ທ່ານໜຶ່ງ ພຽງແຕ່ວ່າ ໃຫ້ເບິ່ງລາຍລະອຽດ ຕາມຄໍາສັ່ງ ທີ່ໄດ້ອອກໄປນັ້ນ

ແຕ່ເຖິງຢ່າງໃດກໍຕາມ ຄໍາສັ່ງທີ່ວ່ານັ້ນ ກໍໄດ້ໄປເຖິງພາກສ່ວນທີ່ກ່ຽວໝົດແລ້ວ ຊຶ່ງຂະນະນີ້ກໍາລັງກະກຽມຈັດກອງປະຊຸມ ປັບປຸງລັດຖະທໍາມະນູນ. ສໍາລັບແຂວງຫຼວງພະບາງ ແມ່ນຈະເປີດໃນວັນທີ 24 ນີ້ ດັ່ງເຈົ້າໜ້າທີ່ສະພາປະຊາຊົນ ແຂວງຫຼວງພະບາງ ນາງໜຶ່ງເວົ້າຕໍ່ວິທະຍຸເອເຊັຽເສຣີໃນມື້ວັນທີ 15 ກໍລະ ກົດນີ້ວ່າ:

“ໄດ້ຍິນເພິ່ນວ່າ ເພິ່ນສິປັບປຸງລັດຖະທໍາມະນູນ ແຕ່ວ່າຍັງບໍ່ທັນເຮັດເທື່ອວັນທີ 24 ນີ້ເພິ່ນຊິເປີດກອງປະຊຸມລັດຖະທໍາມະນູນ ໂຕນີ້ແຫລະ ອັນນີ້ແມ່ນສະເພາະແຂວງເຮົາ ແມ່ນເປີດຢູ່ ແຕ່ວ່າຍັງບໍ່ປ່ຽນ ຍັງແມ່ນ ເຈົ້າແຂວງຕ່າງຫາກ ປະທານສະພາຕ່າງຫາກ.”

ຢູ່ແຂວງສາລະວັນ ເຈົ້າໜ້າທີ່ສະພາປະຊາຊົນແຂວງນີ້ນາງໜຶ່ງ ເວົ້າເຖິງຄໍາສັ່ງດັ່ງກ່າວວ່າ ນາງຍັງບໍ່ທັນໄດ້ສຶກສາລາຍລະອຽດ ຍັງບໍ່ສາມາດເວົ້າຫຍັງຫຼາຍໄດ້ ຮູ້ພຽງແຕ່ວ່າ ຢູ່ແຂວງສາລະວັນນີ້ ຈະເປີດກອງປະຊຸມສະພາແຂວງ ໃນມື້ວັນທີ 29 ກໍລະກົດນີ້.

“ແມ່ນວັນທີ 29 ເດືອນ 7 ກອງປະຊຸມປະເມີນລັດຖະທໍາມະນູນ ຊິເຮັດຕໍ່ກັນເລີຍກັບກອງປະຊຸມສະໄຫມສາມັນ ສໍາລັບແຂວງສາລະວັເຮົາຕີ໋ ເພາະວ່າເຮົາເຮັດສະເຫນີຫາເຈົ້າແຂວງ ເພິ່ນມີຂໍ້ຕົກລົງອະນຸມັດ ເບິ່ງຂໍ້ຕົກລົງຄືນກ່ອນ.”

ກ່ຽວກັບຄໍາສັ່ງ ວ່າດ້ວຍການຄາດຄະເນ ແບ່ງຄວາມຮັບຜິດຊອບ ຂອງຄະນະປະຈໍາພັກແຕ່ລະຂັ້ນ ທີ່ວ່ານີ້ ອະດີດເຈົ້າໜ້າທີ່ປົກຄອງເມືອງທ່ານໜຶ່ງ ເວົ້າວ່າ ບາງເທື່ອເພິ່ນຊິເຮັດໄປຄືຈີນ, ຈະມີການແບ່ງຄວາມຮັບຜິດຊອບ ທີ່ຄ້າຍຄືກັນກັບລະບົບການແບ່ງໜ້າທີ່ ການປົກຄອງ ຂອງພັກຄອມມູນິສຕ໌ຈີນ ຊຶ່ງເລຂາພັກແຂວງ-ນະຄອນຫຼວງ ມີໜ້າທີ່ຄວບຫຼາຍຕໍາແໜ່ງ ແລະເປັນຕໍາແໜ່ງໃຫຍ່ສຸດໃນແຕ່ລະແຂວງ ດັ່ງທີ່ທ່ານກ່າວວ່າ:

“ບາງເທື່ອເພິ່ນກໍສິເຮັດໄປນໍາຈີນຫັ້ນແຫລະ ມັນຄວບເລີຍ ທັງເປັນປະທານສະພາແຂວງ ແມ່ນບໍ່ ຫວ່າງກ່ອນຫັ້ນກໍຍິນເພິ່ນວ່າ ແນວນັ້ນຫັ້ນແຫລະ ເປັນອັນດຽວເລີຍທັງເປັນປະທານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ບາງເທື່ອເຂົາກໍໃຫ້ເຈົ້າແຂວງຫັ້ນ ໄປເປັນຫ້ອງວ່າການ.”

ແລະອະດີດເຈົ້າໜ້າທີ່ລະດັບສູງ ຢູ່ແຂວງອັດຕະປືທ່ານໜຶ່ງ ກໍເຊື່ອວ່າ ມີຄໍາສັ່ງຂອງຄະນະເລຂາທິການສູນກາງພັກອອກມາ ກໍຍັງຈະບໍ່ທັນໄດ້ຈັດຕັ້ງປະຕິບັດໂລດ ເພາະໃນຂະນະນີ້ ປະທານສະພາ ກໍຍັງແມ່ນຜູ້ເກົ່າຢູ່.

“ມີແຈ້ງການມາ ຈັ່ງວ່ານີ້ແຫລະຄັນສິຕໍ່ໄປພຸ້ນແຫລະ ຕາມເບິ່ງຫລັກການຈັດຕັ້ງກະແນວນັ້ນແຫລະ  ກໍມີບາງເທື່ອນີ້ ສິເປັນອອກແຈ້ງການໃຫມ່ ລະບໍ່ທັນໄດ້ປະຕິບັດ ເພາະວ່າປະທານສະພາກໍຍັງແມ່ນຜູ້ເກົ່າຢູ່ ຢູ່ອັດຕະປືນີ້.”

ກ່ຽວກັບເລື່ອງທີ່ວ່ານີ້ ວິທະຍຸເອເຊັຽເສຣີ ໄດ້ຕິດຕໍ່ຖາມໄປຍັງນັກວິຊາການຫຼາຍທ່ານ ທັງລາວ ແລະໄທ ທີ່ມີຄວາມຮູ້ທາງດ້ານລະບົບການປົກຄອງໃນລາວ ແຕ່ພວກທ່ານຍັງບໍ່ສາມາດໃຫ້ຄວາມເຫັນໄດ້ ຍ້ອນຍັງບໍ່ທັນໄດ້ສຶກສາ ຂໍ້ມູນລະ ອຽດເທື່ອ.

ລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບທໍາອີດ ປີ 1991, ມີ 10 ໝວດ, 80 ມາດຕາ, ໄດ້ປັບປຸງໄປແລ້ວ 2 ຄັ້ງ ຄືຄັ້ງທີ 1 ປີ 2003, ມີ11 ໝວດ, 98 ມາດຕາ ແລະຄັ້ງທີ 2 ປີ 2015, ມີ 14 ໝວດ, 119 ມາດຕາ ແລະກໍວ່າ ຈະປັບປຸງຕື່ມອີກ ເປັນຄັ້ງທີ 3 ໃນອີກບໍ່ດົນນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.