ຊາຍຄົນໜຶ່ງຢືນຖືປ້າຍ ປະທວງຢູ່ໃກ້ປະຕູໄຊ ຖືກຄວບຄຸມໂຕ
2024.07.10

ໃນຕອນເຊົ້າຂອງວັນທີ 10 ກໍລະກົດ ນີ້ ສື່ສັງຄົມອອນລາຍ ໄດ້ເຜີຍແຜ່ ຄລິບ ວິດີໂອ ເຫດການຊາຍຄົນໜຶ່ງ ໄດ້ຖືປ້າຍທີ່ມີຂໍ້ຄວາມວ່າ “ບໍ່ເອົາ ພວກສໍ້ລາດບັງຫລວງ” ຢືນຢູ່ບໍລິເວນ ອະນຸສາວະລີ ປະຕູໄຊ ແລະອົງການ ສະຫະປະຊາຊາດ ທີ່ຕັ້ງຢູ່ໃຈກາງ ນະຄອນຫລວງວຽງຈັນ ແລະ ຫລັງຈາກນັ້ນບໍ່ດົນ, ກໍໄດ້ມີເຈົ້າໜ້າທີ່ຕໍາຫລວດຈໍານວນໜຶ່ງ ມາຈັບໂຕຜູ້ກ່ຽວ ແລ້ວພາອອກໄປຈາກບໍລິເວນດັ່ງກ່າວ ໂດຍບໍ່ໄດ້ມີການຊີ້ແຈງເພີ່ມຕື່ມ.
ອີງຕາມ ກົມໃຫຍ່ ພາລາທິການກອງທັບ ຫ້ອງການໃຫຍ່ ພະລາທິການ ລະບຸ ໃນວັນທີ 09 ເດືອນ ກໍລະກົດ 2024 ໄດ້ແຈ້ງການວ່າ ນັບແຕ່ມື້ນີ້ ເປັນຕົ້ນໄປ ໃຫ້ບັນດາ ພະນັກງານ-ນັກຮົບ ທີ່ຢູ່ພາຍໃຕ້ການຊີ້ນຳຂອງຕົນ ຕະຫລອດຢູ່ບັນດາ ຫົວໜວ່ຍກົມກອງຂຶ້ນກັບ - ໃຫ້ມີສະຕິ ຖ້າຫາກ ມີການຊັກຊວນເຂົ້າຮວ່ມ ກິດຈະກຳ ຕ່າງໆ ທີ່ຈັດຂຶ້ນໃນຂອບເຂດ ນະຄອນຫລວງ ເປັນຕົ້ນ ຢູ່ ບໍລິເວນເຂດ ເດີ່ນທາດຫລວງ, ບໍລິເວນສູນການຄ້າ ລາວ-ໄອເຕັກ, ເດີ່ນປະຕູໄຊ, ບໍລິເວນເສັ້ນທາງແຄມຂອງ ຫລື ກິດຈະກຳ ຢູ່ ບໍລິເວນອື່ນໆ ພາຍໃນນະຄອນຫລວງ, ຫ້າມ ບໍ່ໃຫ້ ພາກັນເຂົ້າຮວ່ມເດັດຂາດ ແລະ ຫລີກລຽ້ງໄປເຂດດັ່ງກ່າວ ຍິ່ງເປັນການດີ, ເພາະສະພາບປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ຈຳນວນໜຶ່ງ ອາດຈະນຳໃຊ້ເຂດດັ່ງກ່າວ ເຕົ້າຮວ່ມກຳລັງຊາວໜຸ່ມ ເພື່ອຕໍ່ຕ້ານລະບອບການນຳພາຂອງລັດເຮົາ.
ກ່ຽວກັບເລື້ອງນີ້ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປທາງ ກອງບັນຊາການ ປ້ອງກັນຄວາມສະງົບ ນະຄອນຫລວງວຽງຈັນ ເພື່ອສອບຖາມ ລາຍລະອຽດເພີ່ມຕື່ມ ແຕ່ເຈົ້າໜ້າທີ່ບອກວ່າ ບໍ່ຮູ້ກ່ຽວກັບເຫດການທີ່ວ່ານັ້ນ ພ້ອມທັງ ບໍ່ໄດ້ເຫັນວີດີໂອ ທີ່ຖືກເຜີຍແຜ່ ທາງສື່ສັງຄົມອອນລາຍ ຈຶ່ງບໍ່ສາມາດຊີ້ແຈງຫຍັງໄດ້.
ໃນຂະນະທີ່ເຈົ້າໜ້າທີ່ ຜະແນກຖະແຫລ່ງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ ນະຄອນຫລວງວຽງຈັນ ທ່ານໜຶ່ງ ກ່າວວ່າ ຕໍ່ເຫດການທີ່ວ່ານັ້ນ ທ່ານເອງກໍຍັງບໍ່ໄດ້ເຫັນຄລິບວິດີໂອ ຢ່າງຈະແຈ້ງເທື່ອ ຈຶ່ງຍັງບໍ່ທັນຮູ້ລາຍລະອຽດ ຂອງເຫດການນັ້ນ ແລະກໍ່ບໍ່ແນ່ໃຈຄືກັນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະມີການຖະແຫລ່ງຂ່າວຕື່ມ ຫລືບໍ່. ດັ່ງ ທ່ານກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ 10 ກໍລະກົດ ນີ້ວ່າ:
“ຈັ່ງວ່າຍັງບໍ່ທັນໄດ້ເຫັນໄດ໋ ບໍໍ່ທັນໄດ້ເຫັນຄລິບ ເບິ່ງຫຍັງຊ້ໍາ ບໍ່ໄດ້ເບິ່ງຂ່າວເບິ່ງຫຍັງ ກະບໍ່ແນ່ໃຈວ່າ ເພິ່ນຊິມີຫຍັງບໍ່.”
ໃນຂະນະດຽວກັນ ເຈົ້າໜ້າທີ່ ທີ່ເຮັດວຽກ ທາງດ້ານກົດໝາຍ ຢູ່ນະຄອນຫລວງວຽງຈັນ ນາງໜຶ່ງ ກ່າວວ່າ ກ່ຽວກັບເຫດການທີ່ວ່ານັ້ນ ນາງເອງກໍໄດ້ເຫັນ ຜ່ານສື່ສັງຄົມອອນລາຍ ແຕ່ກໍບໍ່ສາມາດວິເຄາະ ທີ່ມາທີ່ໄປຢ່າງລະອຽດໄດ້ເທື່ອ ຕ້ອງລໍຖ້າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີການດໍາເນີນການເທົ່ານັ້ນ ຫາກເຫດການດັ່ງກ່າວ ແມ່ນເຫດການແທ້, ດັ່ງນາງກ່າວວ່າ:
“ທາງເຮົາກະບໍ່ຮູ້ໄດ໋ ກະເຫັນເພິ່ນ ເຫັນຢູ່ເຟສນໍາກັນນີ້ແຫລະ ເຮົາກະບໍ່ຮູ້ວ່າມັນແມ່ນແທ້ ຫລືວ່າຈັ່ງໃດ ພວກເຮົາກະບໍ່ໄດ້ໄປອັນນັ້ນ ເຮົາກະບໍ່ຮູ້.”
ສ່ວນເຈົ້າໜ້າທີ່ ອົງການສະຫະປະຊາຊາດ ນາງໜຶ່ງ ທີ່ຂໍສະຫງວນຊື່ ແລະສຽງ ກ່າວວ່າ ເຫດການທີ່ປະກົດ ໃນຄລິບວິດີໂອນັ້ນ ແມ່ນເຫດການທີ່ເກີດຂຶ້ນໃນຕອນເຊົ້າ ເຊິ່ງເກີດຂຶ້ນໃນເວລາ ທີ່ນາງ ແລະ ເຈົ້າໜ້າທີ່ ອີກຫລາຍຄົນ ມາຮອດຫ້ອງການ ຈຶ່ງບໍ່ໄດ້ເຫັນເຫດການ ດ້ວຍສາຍຕາ ແລະ ກໍບໍ່ຮູ້ລາຍລະອຽດ ຫລາຍໄປກ່ວານີ້.
ເຖິງຢ່າງໃດກໍຕາມ ຊາວລາວຢູ່ນະຄອນຫລວງວຽງຈັນ ນາງໜຶ່ງ ກໍເຊື່ອວ່າເຫດການດັ່ງກ່າວ ແມ່ນໄດ້ເກີດຂຶ້ນແທ້ ຍ້ອນອາດມີຊາວບ້ານຈໍານວນໜຶ່ງ ທີ່ອົດທົນບໍ່ໄດ້ກັບສະພາບ ບັນຫາດ້ານເສດຖະກິດ ຈຶ່ງອອກມາຖືປ້າຍປະທ້ວງ ການສໍ້ລາດບັງຫລວງ ທີ່ເປັນບັນຫາສໍາຄັນຂອງປະເທດ ແຕ່ການອອກມາເຮັດລັກສະນະນີ້ ກໍເປັນທີ່ແນ່ນອນວ່າ ອາດໄດ້ຮັບໂທດ ຂັ້ນສູງສຸດ, ດັ່ງ ນາງກ່າວວ່າ:
“ຍິນອ້າຍນ້ອງ ປກສ ມາເວົ້າໃຫ້ຟັງເນາະ ວ່າ ຊາວບ້ານຫັ້ນແຫລະ ຄັນຊິເວົ້າ ບ້ານເຮົານີ້ມັນສໍ້ລາດບັງຫລວງ ຫລາຍເນາະ ເຮົາມັນເວົ້າບໍ່ໄດ້ຫັ້ນນ່າ ເຮົາຮູ້ເນາະ ຜູ້ມີໜ້າທີ່ການງານ ໄດ້ຮັບຕໍາແໜ່ງກະມີຕັ້ງແຕ່ກິນ ສໍ້ລາດບັງຫລວງ ຫັ້ນນ່າ ບາດນີ້ ສະພາບເສດຖະກິດຂອງບ້ານເຮົາ ກະຄື ເຮົາຮູ້ຫັ້ນແຫລະເນາະ.”
ສ່ວນຊາວລາວ ອີກທ່ານໜຶ່ງ ທີ່ເຫັນຄລິບເຫດການດັ່ງກ່າວ ກໍເຊື່ອວ່າ ເຫດການດັ່ງກ່າວ ແມ່ນເຫດການທີ່ເກີດຂຶ້ນແທ້ ເຊິ່ງເປັນໄປໄດ້ ທັງອາດມີ ຜູ້ບໍ່ຫວັງດີ ຈາກຕ່າງປະເທດ ໄດ້ຊື້ຈ້າງໃຫ້ຊາວບ້ານ ຄົນດັ່ງກ່າວ ມາຖືປ້າຍປະທ້ວງ ເພື່ອເຮັດເປັນການສ້າງກະແສ ແລະ ໃນຂະນະດຽວກັນ ກໍເປັນໄປໄດ້ວ່າ ຊາວບ້ານຄົນດັ່ງກ່າວ ໄດ້ອອກມາຖືປ້າຍປະທ້ວງເອງ ຍ້ອນເກີດຄວາມເບື່ອໜ່າຍ ບັນຫາການສໍ້ລາດບັງຫລວງ ທີ່ສົ່ງຜົນກະທົບ ຕໍ່ຊາວບ້ານນໍາດ້ວຍ, ດັ່ງ ທ່ານກ່າວວ່າ:
“ຄິດວ່າເປັນຂອງແທ້ ມີສ່ວນທັງອົງການທາງນອກ ລະດົມແນ່ ແລ້ວກະມີສ່ວນທີ່ມັນກະທົບຈິດໃຈ ເຂົາມາດົນແດ່ ວ່າຊັ້ນສາ ຄັນບໍ່ຊັ້ນເຂົາກະບໍ່ກ້າອອກໄປດອກ ວ່າຊັ້ນສາ ທັງໆ ທີ່ເຂົາກະໜ້າຈະຮູ້ແລ້ວວ່າ ຄັນອອກໄປ ມັນໜ້າຈະເຈີແບບນີ້ ແຕ່ກະຄິດວ່າ ເຂົາກະໜ້າຈະແບບໝົດຫົນທາງ.”
ທາງດ້ານນັກກົດໝາຍ ທ່ານໜຶ່ງກ່າວວ່າ ສໍາລັບຜູ້ຖືປ້າຍ ປະທ້ວງດັ່ງກ່າວນັ້ນ ກໍເຊື່ອວ່າໄດ້ຖືກນໍາໄປສອບສວນ ຢ່າງໜັກ ເພື່ອຫາຄວາມຈິງວ່າ ໄດ້ມີການພົວພັນກັບກຸ່ມຕໍ່ຕ້ານ ລັດຖະບານລາວ ທີ່ຢູ່ຕ່າງປະເທດ ຫລືບໍ່ ແລະຫລັງຈາກນັ້ນ ຈຶ່ງຈະມີການຕັ້ງຂໍ້ຫາ ແລະ ກໍອາດຮຸນແຮງ ເຖິງຂັ້ນ ຂໍ້ຫາຕໍ່ຕ້ານລັດຖະບານລາວ, ດັ່ງ ທ່ານກ່າວວ່າ:
“ເຂົາຕ້ອງເອົາສືບສວນ-ສອບສວນ ເບິ່ງຂໍ້ມູນຫລັກຖານ ເບິ່ງເຫດຜົນຕ່າງໆ ຫັ້ນແຫລະ ວ່າຜູ້ກ່ຽວນີ້ ຕໍ່ຕ້ານລະບອບສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວເຮົາແທ້ບໍ່ ຫັ້ນນ່າ ຂຶ້ນກັບການສືບສວນ-ສອບສວນເພິ່ນກ່ອນ ເບິ່ງເຫດຜົນວ່າ ເພິ່ນມີການຊື້ຈ້າງ ຈາກບຸກຄົນພາຍນອກບໍ່ ຫັ້ນນ່າ.”
ອີງຕາມມາດຕາ 117 ການໂຄສະນາຕ້ານ ສປປ ລາວ ຂອງປະມວນກົດໝາຍອາຍາ ລະບຸວ່າ ບຸກຄົນໃດຫາກໄດ້ໂຄສະນາ ໃສ່ຮ້າຍປ້າຍສີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ບິດເບືອນ ແນວທາງພັກ ແລະ ນະໂຍບາຍຂອງລັດ ປ່າວຂ່າວອະກຸສົນ, ເຮັດໃຫ້ມີຄວາມວຸ້ນວາຍ ດ້ວຍຄວາມເວົ້າ, ການຂຽນ, ການພິມ, ໜັງສືພິມ, ຮູບເງົາ, ວິດີໂອ, ຮູບພາບ, ເອກກະສານ, ສື່ທາງອິເລັກໂຕຣນິກ ຫລື ຮູບການອື່ນທີ່ມີເນື້ອໃນ ຕ້ານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເພື່ອເຮັດໃຫ້ອໍານາດລັດອ່ອນເພັຍ. ຈະຖືກລົງໂທດຕັດອິສະລະພາບ ແຕ່ 1 ປີ ຫາ 5 ປີ ແລະ ຈະຖືກປັບໃໝ ແຕ່ 5 ລ້ານ ຫາ 20 ລ້ານກີບ.
ແຕ່ເຖິງຢ່າງໃດກໍຕາມ, ອີງຕາມມາດຕາ 44 ຂອງລັດຖະທໍາມະນູນ ແຫ່ງສປປ ລາວ ລະບຸວ່າ ພົນລະເມືອງມີ ສິດເສລີພາບ, ຂີດຂຽນ, ຮວ່ມຊຸມນຸມ, ຈັດຕັ້ງສະມາຄົມ ແລະ ເດີນຂະບວນ, ບຸກຄົນ ສາມາດ ວິພາກວິຈານ ຫລືຊົມ ການ ເຮັດວຽກ ຂອງເຈົ້າໜ້າທີ່ລັດ ໄດ້. ແຕ່ໃນສະພາບ ໂຕຈິງແລ້ວ ປະຊາຊົນລາວ ຍັງບໍ່ສາມາດ ສະແດງຄວາມເຫັນ ຢ່າງມີເສລີພາບໄດ້ ໂດຍສະເພາະ ການວິຈານ ເຈົ້າໜ້າທີ່ ລັດຖະບານ.