ເຈົ້າໜ້າທີ່ ຂະບວນການ ຍຸຕິທັມ ໃຊ້ອຳນາດ ແຊກແຊງ ການຕັດສິນຄະດີ
2023.01.03
ສະມາຊິກສະພາແຫ່ງຊາຕ ສເນີໃຫ້ໜ່ວຍງານຕຸລາການ ປະກອບມີ ອົງການສານ, ອົງການໄອຍະການ, ອົງການສືບສວນ-ສອບສວນ ແລະ ອົງການຍຸຕິທັມ ທີ່ເປັນເສົາຄ້ໍາ ຂອງການປົກຄອງປະເທດ ຈົງປຕິບັດໜ້າທີ່ ໃນການສ້າງຂະບວນການຍຸຕິທັມ ໃນຄະດີຕ່າງໆ ໃຫ້ມີຄວາມໂປ່ງໃສ, ໜ້າເຊື່ອຖື ແລະ ຖືກຕ້ອງຕາມຫລັກຈັນຍາທັມ ໂດຍບໍ່ສວຍໃຊ້ຕໍາແໜ່ງ ໜ້າທີ່ ຂອງໂຕເອງ ເຂົ້າໄປແຊກແຊງ ຫລື ອໍານວຍຄວາມສະດວກ ທີ່ອາຈສົ່ງຜົລກະທົບ ຕໍ່ຂະບວນການຍຸຕິທັມ ຫລື ຄະດີຄວາມນັ້ນໆ.
ດັ່ງ ທ່ານ ບຸນທາມ ພຸດທະວົງສາ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ່ 1 ນະຄອນຫລວງວຽງຈັນ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ່ 4 ຂອງສະພາແຫ່ງຊາຕ ຊຸດທີ່ 9 ໃນວັນທີ 12 ທັນວາ ທີ່ຜ່ານມາວ່າ:
“ໃນຂະບວນການຍຸຕິທັມ ຂອງສັງຄົມລາວປັດຈຸບັນນີ້ເນາະ ມີຢູ່ 3 ບັນຫາໃຫຍ່ ທ່ານປະທານ ມັນມີໜໍ່ແໜ່ງຂອງອິດທິພົລ ນອກກົດໝາຍນີ້ນ່າ ມັນແຊກແຊງຂະບວນຍຸຕິທັມຢູ່, ສອງ ແມ່ນຜູ້ພິພາກສານີ້ ຈໍານວນນຶ່ງ ກະບໍ່ທັນມີຄວາມ ພຽບພ້ອມທາງດ້ານລະດັບ ຄວາມຮູ້ ຄວາມສາມາດ ວິຊາການ ຈັນຍາບັນ, ອັນທີ່ສາມ ຂອດປະສານສົມທົບຂອງ 4 ອົງການ ທີ່ເປັນເພື່ອນຮ່ວມງານກັນນີ້ ຢູ່ຂະບວນການສືບສວນ-ສອບສວນ ມັນຍັງບໍ່ທັນເຂັ້ມແຂງ.”
ທ່ານຍັງກ່າວຕື່ມອີກວ່າ ສເນີໃຫ້ຣັຖບານລາວ ຈັດສັນງົບປະມານ ຢ່າງພຽງພໍ ໃຫ້ກັບໜ່ວຍງານຕຸລາການ ທັງ 4 ອົງການ ເພື່ອໃຊ້ໃນການປຕິບັດໜ້າທີ່ ຕາມຂະບວນການກົດໝາຍ ໃຫ້ເກີດຄວາມວ່ອງໄວ ແລະປິດຄະດີໄດ້ຕາມກໍານົດ ໂດຍບໍ່ໃຫ້ຄວາມຊັກຊ້າ ຢູ່ໜ່ວຍງານໃດນຶ່ງ ຍ້ອນອ້າງວ່າ ບໍ່ມີງົບປະມານ ດໍາເນີນການ ແລ້ວໃຫ້ເລື່ອນຂະບວນການຍຸຕິທັມ ອອກໄປກ່ອນ.
ກ່ຽວກັບການເຮັດວຽກ ຂອງໜ່ວຍຕຸລາການນີ້ ຊາວລາວຈໍານວນນຶ່ງ ເຫັນວ່າ ບັນຫາສໍາຄັນ ບໍ່ໄດ້ກ່ຽວຂ້ອງກັບເຣຶ່ອງງົບປະມານ ໂດຍຕຣົງ ເພາະງົບປະມານທີ່ຣັຖບານລາວ ໄດ້ຈັດສັນໃຫ້ໃນແຕ່ລະປີນັ້ນ ມີພຽງພໍທີ່ຈະປຕິບັດໜ້າທີ່ ຕັ້ງແຕ່ເຣີ່ມຕົ້ນຈົນຈົບຂະບວນການ.
ສິ່ງທີຢາກໃຫ້ປັບປຸງ ແລະແກ້ໄຂ ຄືທຸກຄະດີຄວາມ ຈະມີຂະບວນການ ໃນການສຶບສວນ-ສອບສວນ ກ່ອນຈະສົ່ງສໍານວນໃຫ້ກັບສານ ແລະ ໄອຍະການ ເປັນຜູ້ຕັດສິນ ຖືກ ຫລື ຜິດ ແຕ່ພັດມີເຈົ້າໜ້າທີ່ບາງຄົນ ອາຈມີສ່ວນເຂົ້າໄປພົວພັນ ໃນຂະບວນການຍຸຕິທັມນັ້ນ ຈົນເຮັດໃຫ້ຂະບວນການ ເກີດຄວາມຊັກຊ້າ ແລະບໍ່ມີຄວາມໂປ່ງໃສ. ສນັ້ນແລ້ວ ເຈົ້າໜ້າທີ່ ຂອງໜ່ວຍງານຕຸລາການທຸກຄົນ ຕ້ອງຢຸດການສວຍໃຊ້ ຕໍາແໜ່ງໜ້າທີ່ ຂອງໂຕເອງ ເພື່ອທີ່ຈະເຮັດໃຫ້ຂະບວນຍຸຕິທັມ ຂອງປະເທດ ຂາດຄວາມໜ້າເຊື່ອຖື.
ດັ່ງ ຊາວລາວຜູ້ນຶ່ງ ໃນນະຄອນຫລວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 2 ມົກຣາ ນີ້ວ່າ:
“ອັນນີ້ເວົ້າເຣື່ອງຄວາມຊໍານານ ຂອງການດໍາເນີນຄະດີ ຢູ່ລາວເຮົາ ກະຖືວ່າຍັງໃໝ່ ຜູ້ດໍາເນີນຄະດີ ກະບໍ່ມີຄວາມໂປ່ງໃສ ຊີ້ນ່າ ສຣຸບບໍ່ໄດ້ວ່າຊັ້ນສາ ບວກກັບຣັຖບານ ເປັນຜູ້ຊີ້ນໍານີ້ແຮ່ງຍາກ.”
ຊາວລາວອີກຜູ້ນຶ່ງ ໃນແຂວງຈໍາປາສັກ ກ່າວວ່າ ການເພິ່ມງົບປະມານ ໃຫ້ກັບໜ່ວຍງານຕຸລາການທັງ 4 ອົງການ ບໍ່ແມ່ນແນວທາງ ໃນການແກ້ໄຂບັນຫາ ແຕ່ຈະເຮັດ ໃຫ້ຂະບວນການຍຸຕິທັມ ໃນປະເທດລາວ ເກີດຄວາມວ່ອງໄວ, ມີຄວາມໂປ່ງໃສ ແລະ ຍຸຕິທັມທຸກຝ່າຍ ເນຶ່ອງຈາກ ຂະບວນການຍຸຕິທັມໃນລາວ ເກີດ ມີບັນຫາຂຶ້ນ ກໍຍ້ອນ ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ບໍ່ປຕິບັດຕາມໜ້າທີ່ ຕາມລະບຽບກົດໝາຍຢ່າງຈິງຈັງ. ສະນັ້ນແລ້ວ ຫາກພົບເຫັນວ່າມີເຈົ້າໜ້າທີ່ ໜ່ວຍງານຕຸລາການ ຫລື ເຈົ້າໜ້າທີ່ລະດັບສູງ ກະທໍາຄວາມຜິດ ໃດໆກໍຕາມ ທີ່ເປັນການລະເມີດກົດໝາຍ ຂອງປະເທດ ກໍຄວນຈະຖືກລົງໂທດ ຫລື ຖືກດໍາເນີນຄະດີ ໄປຕາມຂະບວນຂອງກົດໝາຍ ໂດຍບໍ່ລະເວັ້ນ ຫລື ໃຊ້ຕໍາແໜ່ງໜ້າທີ່ ຊ່ວຍເຫລືອ ເຈົ້າໜ້າທີ່ເຫລົ່ານັ້ນ.
ດັ່ງ ຊາວລາວຜູ້ນີ້ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:
“ພນັກງານຄົນໃດສໍ້ໂກງ ຊິແມ່ນນາຍພົລ ນາຍພັນ ທຫານ ຕໍາຣວດກະຢ່າ ເວົ້າໄດ້ວ່າມີແຜນ ນໂຍບາຍ ບາດວ່າຖືກເຈົ້າ-ຖືກນາຍ ມີການນະໂຍບາຍບໍ່ ຫລືນໂຍບາຍ ປຕິບັດໂລດ ຕາມໜ້າທີ່ວຽກງານ ແບບວ່າ ຕ້ອງເຮັດໃຫ້ມັນຈະແຈ້ງໂລດ.”
ທາງດ້ານ ເຈົ້າໜ້າທີ່ບໍຣິສັດ ທີ່ປຶກສາກົດໝາຍ ແລະທະນາຍຄວາມ ໃນນະຄອນຫລວງວຽງຈັນ ໃຫ້ທັສນະກ່ຽວກັບເຣຶ່ອງເຮັດວຽກ ຂອງໜ່ວຍງານຕຸລາການຢູ່ລາວ ໃນປັດຈຸບັນນີ້ວ່າ ໂດຍລວມແລ້ວ ຂະບວນການຍຸຕິທັມໃນລາວ ຍັງຖືວ່າຂ້ອນຂ້າງຊັກຊ້າ ຂາດຄວາມໂປ່ງໃສ ຈົນເຮັດໃຫ້ຂະບວນການຍຸຕິທັມ ຂາດຄວາມໜ້າເຊື່ອຖື ຈາກປະຊາຊົນ ແລະ ພາກສ່ວນອື່ນໆ ເປັນຕົ້ນຄະດີສໍ້ໂກງຊັພ ຂອງພົລເມືອງລາວ ຂອງບໍຣິສັດ ພີເອສ, ຄືຄະດີສໍ້ໂກງຊັພຂອງພົລເມືອງ ຂອງຍາ ນາງພອນທິບ ຫລື ເຈ້ທິບ.
ສ່ວນເຣຶ່ອງການຊັກຊ້າ ໃນການປຕິບັດໜ້າທີ່ ກໍຕ້ອງໄປເບິ່ງວ່າ ການຊັກຊ້ານັ້ນ ຍ້ອນອົງການຈັດຕັ້ງ ຕ້ອງໃຊ້ໄລຍະເວລາ ໃນການສືບສວນສອບສວນ ເພື່ອສຣຸບຄະດີ ຫລື ຊັກຊ້າ ຍ້ອນເຈົ້າໜ້າທີ່ ໜ່ວຍງານຕຸລາການບາງຄົນ ເຂົ້າໄປແຊກແຊງ ໃນຂະບວນການຍຸຕິທັມ ສະນັ້ນແລ້ວ ໜ່ວຍງານຕຸລາການ ທັງ 4 ອົງການ ຕ້ອງປະຕິຮູບໂຕເອງ ແລະ ຍືດໝັ່ນໃນພາຣະໜ້າທີ່ ຢ່າງຈິງໃຈ.
ເຖິງແນວໃດກໍຕາມ ຫາກປະຊາຊົນ ແລະອົງກາສຈັດຕັ້ງອື່ນໆ ເຫັນວ່າ ເຈົ້າໜ້າທີ່ໜ່ວຍງານ ຕຸລາການ ປະລະໜ້າທີ່ ຫລື ສວຍໃຊ້ຕໍາແໜ່ງໜ້າທີ່ ເພື່ອແຊກແຊງຂະບວນການ ຍຸຕິທັມ ກໍສາມາດຮ້ອງຟ້ອງ ອົງການເຈົ້າໜ້າທີ່ໜ່ວຍງານຕຸລາການນັ້ນໄດ້.
ດັ່ງ ເຈົ້າໜ້າທີ່ ບໍຣິສັດ ທີ່ປືກສາກົດໝາຍ ແລະ ທະນາຍຄວາມ ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວໃກັນນີ້ວ່າ:
“ໜວ່ຍງານທີ່ວ່າ ດຳເນີນຄະດີ ຊັກຊ້າເບາະ ແມ່ນຫຍັງຕ່າງໆ ເນາະ ກະຕ້ອງເບິ່ງເນາະ, ການຈັດຕັ້ງ ຫລືວ່າ ພນັກງານຣັຖ ກະທຳຜິດ ຫລືວ່າ ລະເມີດກົດໝາຍຕ່າງໆ ປະຊາຊົນເຮົາກໍຖືວ່າ ຮ້ອງຟ້ອງໄດ້ເນາະ ແຕ່ວ່າກ່ອນເຮົາຈະຮ້ອງຟ້ອງ ເຮົາກໍຕ້ອງໄດ້ຄົ້ນຄວ້າ ແລ້ວ ມີຫລັກຖານ ມີເຫດມີຜົລ ເປັນເງື່ອນໄຂໃຫ້ເຮົາຮ້ອງຟ້ອງ ທາງກົດໝາຍໄດ້ເນາະ.”
ຂະນະທີ່ ທ່ານ ສົມພອນ ສີອຸດົມພັນ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ່ 6 ແຂວງຫລວງພຣະບາງ ກ່າວຕໍ່ກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນເທື່ອທີ່ 4 ຂອງສະພາແຫ່ງຊາຕ ຊຸດທີ່ 9 ໃນມື້ວັນທີ 12 ທັນວາ ທີ່ຜ່ານມານີ້ວ່າ ເຈົ້າໜ້າທີ່ໄອຍະການບາງຄົນ ເບື້ອງນຶ່ງ ເປັນຜູ້ພິພາກສາ ອີກເບື້ອງນຶ່ງ ໄປເປັນທີ່ປຶກສາໃຫ້ຄູ່ຄວາມ ເຊິ່ງນຳພາໄປສູ່ການຕັດສິນ ຄະດີໃຫ້ເກີດຄວາມຫຍຸ້ງຍາກ ໂດຍຖືວ່າ ຜິດຫລັກຈັນຍາທັມ ແລະ ບໍ່ຄວນຈະຖືເອົາມາປຕິບັດ.
ນອກຈາກນີ້ເຈົ້າໜ້າທີ່ ໜ່ວຍຕຸລາການບາງຄົນ ຂາດຄວາມຮູ້-ວິຊາການ ເຣຶ່ອງຂອງລະບຽບກົດໝາຍ ເຮັດໃຫ້ຂະບວນການຍຸຕິທັມ ບໍ່ມີຄວາມໂປ່ງໃສ ແລະ ຂາດຄວາມໜ້າເຊື່ອຖື ໂດຍບໍ່ສອດຄ່ອງ ກັບລະບຽບກົດໝາຍ ທີ່ກຳນົດ.
ສາເຫດ ທີ່ເຮັດໃຫ້ໜ່ວຍຕຸລາການ ບາງຄົນ ເຂົ້າໄປແຊກແຊງ ຫລື ມີສ່ວນເຂົ້າໄປພົວພັນ ໃນຂະບວນການຍຸຕິທັມ ຈົນບໍ່ມີຄວາມໂປ່ງໃສ ແລະ ຂາດຄວາມໜ້າເຊື່ອຖື ຈາກປະຊາຊົນນັ້ນ ເປັນຍ້ອນງົບປະມານບໍ່ພຽງພໍ ໃນການປຕິບັດໜ້າທີ່ ຈຶ່ງນຳໄປສູ່ການສໍ້ຣາສບັງຫລວງ ໃນກຸ່ມເຈົ້າໜ້າທີ່ຕຸລາການ.
ດັ່ງ ທ່ານ ສົມພອນ ສີອຸດົມພັນ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 6 ແຂວງ ຫລວງພຣະບາງກ່າວໃນຕອນນຶ່ງວ່າ:
“ໄອຍະການສານນີ້ ກະເຊັ່ນກັນ ຂ້າພະເຈົ້າຢາກ ສເນິວ່າ ວິທີການທີ່ພວກເຮົາຈະເພີ່ມງົບປະມານໃຫ້ນີ້ ຄວນເຮັດແນວໃດ ຂໍໃຫ້ໄດ້ເງິນຫັ້ນ ມາເຄື່ອນໄຫວເຖິງວຽກຫັ້ນນ່າ ສ່ວນວ່າຣົຖລາງພາຫະນະເບາະ ກະເບິ່ງວ່າພວກເຮົາຊິເຮັດແນວໃດ ກະມີຄວາມຈຳເປັນ ຈະຕ້ອງໄດ້ເພີ່ມງົບປະມານ ໃຫ້ຂະເຈົ້າ.”
ກ່ຽວກັບວຽກງານ ການຕັດສິນຄະດີ ໃນລາວນີ້ ຍານາງ ວຽງທອງ ສີພັນດອນ ປະທານ ສານປະຊາຊົນສູງສຸດ ກ່າວໃນກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນ ເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ່ 9 ໃນມື້ວັນທີ 26 ທັນວາ 2022 ທີ່ຜ່ານມາວ່າ ໃນໄລຍະ 1 ປີທີ່ຜ່ານມາ ສານປະຊາຊົນສູງສຸດ ໄດ້ພິຈາຣະນາຄະດີ ຈຳນວນ 10,352 ເຣຶ່ອງ ໃນນັ້ນ ຄະດີຄ້າງມາແຕ່ ປີ 2021 ຈຳນວນ 3,323 ເຣື່ອງ, ຄະດີໃໝ່ ປີ 2022 ຈຳນວນ 7,029 ເຣື່ອງ. ໂດຍພິຈາຣະນາແກ້ໄຂ, ຕັດສິນແລ້ວ ຈຳນວນ 6,851 ເຣື່ອງ, ກຳລັງຮີບໂຮມຂໍ້ມູນ ຈຳນວນ 3,501 ເຣື່ອງ ເຊິ່ງສວນໃຫຍ່ ເປັນຄະດີລັກຊັພພົລເມືອງ, ຄະດີສັນຍາກູ້ຢືມເງິນ ແລະ ຄະດີຢາເສພຕິດ.