ຊາວລາວບໍ່ໝັ້ນໃຈ ອັຍການ ແລະ ສານ
2019.06.12
ປະຊາຊົນລາວ ຍັງບໍ່ເຊື່ອໝັ້ນນໍາການປະຕິບັດໜ້າທີ່ ຂອງພະນັກງານອັຍການ ແລະຄໍາຕັດສິນຂອງສານ ຍ້ອນເຫັນວ່າ ພະນັກງານອັຍການ ແລະ ພະນັກງານສານ ບາງຄົນບໍ່ມີຄວາມໂປ່ງໃສ, ເຫັນແກ່ແຕ່ເງິນ ບໍ່ເປັນແບບຢ່າງທີ່ດີ, ຕາມຄໍາເວົ້າຂອງ ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງຕໍ່ RFA ໃນມື້ວັນທີ 12 ມິຖຸນາ ນີ້:
"ສ່ວນຫລາຍແມ່ນພວກເຫັນແກ່ເງິນ ເຫັນເງິນຕາດໍາເຫັນຄໍາຕາເສົ້າໝົດນະ ຂ້ອຍເບິ່ງແລ້ວນະ ເຊັນໜັງສື ກໍໄດ້ເສັຽເງິນໝົດ ເວົ້າໄດ້ວ່າເອົາ ດຽວນີ້ຫັ້ນນະ."
ທ່ານ ສົມໄຊ ສີຫາຈັກ ສະມາຊິກສະພາແຫ່ງຊາດ ເຂດ 15 ແຂວງຈໍາປາສັກ ສເນີຕໍ່ກອງປະຊຸມເທື່ອທີ 6 ຂອງ ສະພາແຫ່ງຊາດ ຊຸດທີ 8 ໃນມື້ວັນທີ 10 ມິຖຸນາ ນີ້ໃຫ້ກະຊວງຍຸຕິທັມ ເອົາໃຈໃສ່ນໍາການຕັດສິນ ຂອງສານຂັ້ນແຂວງ ຍ້ອນວ່າມີ ພະນັກງານ ສານບາງຄົນ ຂາດ ຈັນຍາບັນ ໃນການປະຕິບັດໜ້າທີ່, ຮຽກຮ້ອງຜົນປະໂຫຍດ ຈາກ ຄູ່ຄວາມ ເພື່ອໃຫ້ຊນະຄະດີ:
"ໂດຍສະເພາະອັນທີນຶ່ງນີ໋ ກ່ຽວກັບຈັນຍາບັນ ຈັນຍາທັມຂອງພະນັກງາ ນຈັດຕັ້ງປະຕິບັດ ຄໍາຕັດສິນນີ້ ຖືວ່າຈໍານວນນຶ່ງເນາະ ບໍ່ແມ່ນ ທັງໝົດ ກໍຖືວ່າຍັງບໍ່ທັນ ໜັກແໜ້ນ ຮຽກຮ້ອງຜົລປະໂຫຍດ ຈາກຄູ່ຄວາມ."
ພ້ອມກັນນັ້ນ ທ່ານເວົ້າວ່າ ເຈົ້າໜ້າທີ່ ອັຍການບາງຄົນ ກໍຮຽກເອົາເງິນນໍາຄູ່ຄວາມ ໂດຍທີ່ບໍ່ຮັກສາຈັນຍາບັນຂອງຕົນ ເຮັດໃຫ້ບາງຄະດີ ແກ່ຍາວ ກໍຣະນີຄະດີ ທີ່ພົວພັນກັບຜູ້ມີອໍານາດ ໃນແຂວງ.
ເມື່ອປີ 2017-2018 ຄະດີຄວາມ ທີ່ຢູ່ໃນຂັ້ນຕອນຕັດສິນ ມີທັງໝົດ 2 ພັນປາຍເຣຶ່ອງ ທັງຄະດີແພ່ງ ແລະຄະດີອາຍາ. ມາຮອດປັດຈຸບັນ ຕັດສິນແລ້ວພຽງແຕ່ 206 ເຣື່ອງ ຊຶ່ງຖືວ່າຕັດສິນໄດ້ໜ້ອຍ ແລະລ່າຊ້າຫລາຍ -ທ່ານ ກ່າວ ແລະເຣຶ່ອງການຈັດຕັ້ງ ປະຕິບັດຄໍາຕັດສິນ ຂອງສານ ກໍຊັກຊ້າ:
"ເຣື່ອງການຈັດຕັ້ງປະຕິບັດ ຄໍາຕັດສິນກໍທັງຊ້າ ທັງເຮັດໄດ້ໜ້ອຍ ຍົກຕົວຢ່າງວ່າຄື ແຂວງຈໍາປາສັກ ຂອງພວກຂ້າພະເຈົ້ານີ້ ຄໍາຕັດສິນ ທີ່ເຂົ້າມາຢູ່ຫ້ອງປະຕິບັດ."
ຢ່າງໃດກໍຕາມ ທ່ານ ໄຊສີ ສັນຕິວົງ ຣັຖມົນຕຣີກະຊວງຍຸຕິທັມ ກໍໄດ້ເວົ້າໃນກອງປະຊຸມສ ະພາແຫ່ງຊາດ ທີ່ກໍາລັງດໍາເນີນໄປຢູ່ນີ້ວ່າ ທາງກະຊວງຍຸຕິທັມ ກໍພຍາຍາມເອົາໃຈໃສ່ ໃນບັນຫາດັ່ງກ່າວນີ້ ໂດຍການລົງກວດກາຄຸ້ມຄອງ ແລະແກ້ໄຂເພື່ອບໍ່ໃຫ້ ພະນັກງານ -ຣັຖກອນສານ ປະລະຈັນຍາບັນຂອງຕົນ. ຫາກກວດພົບວ່າ ກະທໍາຜິດ ກໍຈະລົງໂທດຕາມຣະບຽບ ແຕ່ຜ່ານມາກໍບໍ່ພົບວ່າມີພະນັກງານ -ຣັຖກອນ ກະທໍາຄວາມຜິດແຕ່ຢ່າງໃດ.