ລາວ ແກ້ໄຂບັນຫາ ສໍ້ຣາສບັງຫຼວງບໍ່ໄດ້, ຕົກໄປຢູ່ທີ 136 ຂອງໂລກ

ໄຊຍາ
2024.02.07
ລາວ ແກ້ໄຂບັນຫາ ສໍ້ຣາສບັງຫຼວງບໍ່ໄດ້, ຕົກໄປຢູ່ທີ 136 ຂອງໂລກ ອົງການກວດກາແຫ່ງຣັຖ, ນະຄອນຫຼວງວຽງຈັນ. ເດືອນມົກກະຣາ ປີ 2024.
ນັກຂ່າວ ພົລເມືອງ

ອົງການເພື່ອຄວາມໂປ່ງໃສສາກົລ ຫຼື Transparency International ໄດ້ເປີດເຜີຍຜົລຂອງການສຳຣວດ ດັດຊະນີການຮັບຮູ້ ເຣື່ອງການສໍ້ຣາສບັງຫຼວງ ຫຼື Corruption Perceptions Index ປະຈຳປີ 2023 ທັງໝົດ 180 ປະເທດທົ່ວໂລກ ໃນວັນທີ 30 ມົກກະຣາ 2024 ທີ່ຜ່ານມາ.

ຜົລຂອງການສໍາຣວດດັ່ງກ່າວ ພົບວ່າ ປະເທດລາວ ແມ່ນຢູ່ໃນອັນດັບທີ 136 ຂອງໂລກ, ມີ 28 ຄະແນນ ເພີ່ມຂຶ້ນ 8 ອັນດັບ ຈາກປີ 2022 ທີ່ຜ່ານມາເຊິ່ງສະທ້ອນ ໃຫ້ເຫັນເຖິງບັນຫາການສໍ້ຣາສບັງຫຼວງ ຍັງແຜ່ຫຼາຍ ແລະບໍ່ໄດ້ຮັບການແກ້ໄຂໃຫ້ດີຂຶ້ນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ອົງການກວດກາ ແຫ່ງຣັຖ ກ່າວວ່າຜົລການສໍາຣວດ ດັດຊະນີການຮັບຮູ້ ການສໍ້ຣາສບັງຫຼວງ ປະຈຳປີ 2023 ແມ່ນສອດຄ່ອງກັບສະພາບ ບັນຫາການສໍ້ຣາສບັງຫຼວງ ທີ່ເກີດຂຶ້ນໃນປະເທດລາວ ຕາມສະພາບຄວາມເປັນຈິງ ເພາະດຽວນີ້ມີພະນັກງານຣັຖກອນ ນັບແຕ່ຂັ້ນສູນກາງ ລົງໄປເຖິງທ້ອງຖິ່ນ ກະທຳການສໍ້ຣາສບັງຫຼວງ ຢ່າງແຜ່ຫຼາຍ ໂດຍບໍ່ໄດ້ສົນໃຈ ລະບຽບກົດໝາຍ ແຕ່ຢ່າງໃດ.

ດັ່ງເຈົ້າໜ້າທີ່ ອົງການກວດກາ ແຫ່ງຣັຖ ທ່ານໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 07 ກຸມພາ ນີ້ວ່າ:

“ມັນລະຢາກແຜ່ຫຼາຍ ດຽວນີ້ເຂດທ້ອງຖິ່ນ ສູ່ມື້ນີ້ມັນເກັນໂຕຫັ້ນແຫຼະ ໃນການຮຽກຮ້ອງ ເພື່ອຜົລປໂຍດສ່ວນໂຕ ເພາະວ່າມາເບິ່ງສະພາບເງື່ອນໄຂ ຢູ່ໃນກົດໝາຍ ຫຼາຍອັນມີຊ່ອງຫວ່າງ ໃຫ້ບຸກຄົນ ຫຼື ກຸ່ມຄົນຈຳນວນໜ້ອຍ ທີ່ຊອກຫາເພື່ອສໍ້ຣາສບັງຫຼວງນີ້ ນ່າ. ໄທເຮົາມີອົງການກວດສອບ ແຫ່ງຣັຖຫັ້ ນແຫຼະໃນການກວດສອບ ຈຳນວນນຶ່ງກາຖືກປະຕິບັດວິໄນ, ໄລ່ອອກ, ປົດຈາກຕຳແໜ່ງ.”

ເຈົ້າໜ້າທີ່ຜແນກຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງໄຊຍະບູຣີ ໄດ້ກ່າວວ່າ ປັດຈຸບັນມີຫຼາຍໂຄງການ ພັທນາ ຂອງຣັຖບານ ບໍ່ມີການຣາຍງານ ເຣື່ອງການເບີກຈ່າຍ ງົບປະມານ ບໍ່ມີການຕິດຕາມກວດກາ ໂຄງການເຮັດໃຫ້ງົບປະມານ ໂຄງການພັທນາເຫຼົ່ານັ້ນ ເກີດການຮົ່ວໄຫຼ ຫຼືນໍາໄປໃຊ້ຈ່າຍ ໂດຍບໍ່ມີຄວາມຈຳເປັນ ກາຍມາເປັນບັນຫາ ໃຫ້ກັບຣັຖບານ, ເກີດມີໜີ້ສິນເພີ່ມສູງຂຶ້ນ.

ດັ່ງເຈົ້າໜ້າທີ່ ຜແນກຊັບພະກອນທັມມະຊາຕ ແລະ ສິ່ງແວດລ້ອມ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ກາຍັງວ່າ ກາທີ່ຜ່ານມານີ້ ເວົ້າກັນຢູ່. ສ່ວນຫຼາຍມັນເຂົາເອົາເງິນ ມາຈັດຕັ້ງ ປະຕິບັດໂດຍກົງ. ທີ່ຜ່ານມາ ບໍ່ໄດ້ເຊັນ MOU ເບາະ ສົມມຸດ 100 ລ້ານກີບ ແລ້ວກາແລ້ວສື່ໆນ່າ ແລ້ວກາມີບັນຫາຫັ້ນແຫຼະ ບໍ່ໄດ້ກວດກາ ກວດສອບວ່າຊັ້ນສາ.”

ຊາວລາວ ໃນແຂວງສວັນນະເຂດ ກ່າວວ່າ ໄລຍະທີ່ຜ່ານມາ ເຫັນວ່າຣັຖບານລາວ ພະຍາຍາມເຂັ້ມງວດທີ່ຈະປາບປາມ ບັນຫາການສໍ້ຣາສບັງຫຼວງ ໂດຍສະເພາະພະນັກງານ-ຣັຖກອນ ທີ່ຢູ່ພາຍໃຕ້ກະຊວງການເງິນ ແຕ່ສະພາບຄວາມເປັນຈິງ ບັນຫາການສໍ້ຣາສບັງຫຼວງ ນັບມື້ຈະໜັກໜ່ວງຂຶ້ນ ເພາະຣັຖບານລາວ ບໍ່ໄດ້ມີການບັງຄັບໃຊ້ກົດໝາຍ ຢ່າງເຂັ້ມງວດ ສຸດທ້າຍແລ້ວພະນັກງານ-ຣັຖກອນເລົ່ານັ້ນ ຍັງຊອກຫາຜົລປໂຍດ ໃຫ້ກັບໂຕເອງ.

ດັ່ງຊາວແຂວງສະຫວັນນະເຂດ ທ່ານນຶ່ງ ກາວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ແມ່ນຢາກຄືເກົ່າຫັ້ນແລ້ວ ເວົ້າເຣື່ອງນະໂຍບາຍນີ້. ມັນບໍ່ໄດ້ຄືຕ່າງປະເທດ ເຂົາເນາະ ຜູ້ກະທຳຜິດ ກະຊິຍອມຮັບຢູ່ ພາກປະຕິບັດໂຕຈິງ ມັນຊິເຮັດບໍ່ໄດ້ເວົ້າເຣື່ອງຜົລປໂຍດນີ້. ມັນກາຊິມີນຳກັນເນາະ.”

ຊາວລາວ ໃນແຂວງຈໍາປາສັກ ກ່າວວ່າ ບັນຫານການສໍ້ຣາສບັງຫຼວງ ຂອງພະນັກງານ-ຣັຖກອນ ທີ່ບໍ່ໄດ້ຫຼຸດໜ້ອຍຖອຍລົງ ຍ້ອນຣັຖບານລາວ ບໍ່ມີຄວາມເຂັ້ມງວດ ທີ່ຈະບັງຄັບໃຊ້ກົດໝາຍ ຕໍ່ຜູ້ກະທຳຜິດ.

ດັ່ງຊາວແຂວງຈຳປາສັກ ທ່ານນຶ່ງກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ:

“ກາແນວນັ້ນຫັ້ນແຫຼະ ບັນຫາມັນເກີດຂຶ້ນນ່າ ປະເທດຊາຕ ບ້ານເມືອງ ມັນບໍ່ຈະເຣີນ. ເນັ້ນ

ໜັກເຣື່ອງກົດໝາຍຫັ້ນແລ້ວ ໃຫ້ມັນຊັດເຈັນ.”

ກ່ອນໜ້ານີ້ ທ່ານ ຄໍາປະສິດ ເທບວົງສາ, ສະມາຊິກສະພາແຫ່ງຊາຕ ແຂວງເຊກອງ ສເນີໃຫ້ອົງການກວດກາ ແຫ່ງຣັຖ ແລະ ອົງການກວດສອບ ແຫ່ງຣັຖ ປະຕິບັດວິໄນ ຂັ້ນເດັດຂາດຕໍ່ພະນັກງານ ຣັຖກອນ ແລະພະນັກງານ ຣັຖວິສາຫະກິຈ ທຸກຄົນ ທີ່ມີສ່ວນກ່ຽວຂ້ອງ ກັບການສໍ້ຣາສບັງຫຼວງ ບໍ່ວ່າຈະເປັນຄະດີນ້ອຍ ແລະຄະດີໃຫຍ່.

ດັ່ງທ່ານ ຄຳປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາຕ ແຂວງເຊກອງໄດ້ກ່າວ ໃນກອງປະຊຸມສໄມ ສາມັນເທື່ອທີ 6 ຂອງສະພາແຫ່ງຊາຕ ຊຸດທີ 9 ໃນວັນທີ 07 ພຶສຈິກາ 2023 ຜ່ານມາວ່າ:

“ບັນດາທ່ານ ສສ ຫຼາຍທ່ານວ່າ ວຽກກວດສອບນີ້ ແກ້ບໍ່ຕົກຈັກເທື່ອ. ແກ້ບໍ່ໄດ້ຈັກເທື່ອ ລະດັບສູງ ຊໍ່າໃດກາຢ່າ. ຕຳແໜ່ງໃດກາຢ່າ ຖ້າເຮັດຜິດແລ້ວ ກາຕ້ອງປາບ, ຕ້ອງເຮັດເປັນແບບຢ່າງ. ອັນນີ້ພວກເຮົາບໍ່ເຄີຍພົບເນາະ.”

ສະເພາະປີ 2023 ນີ້ອົງການກວດແຫ່ງຣັຖ ໄດ້ດໍາເນີນການສືບສວນ-ສອບສວນ ຄະດີທີ່ກ່ຽວຂ້ອງ ກັບການສໍ້ຣາສບັງ ຫຼວງທັງໝົດ 5 ເປົ້າໝາຍ ໃນນີ້ສຳເຣັດ 2 ເປົ້າໝາຍສືບຕໍ່ ຈັດຕັ້ງປະຕິບັດ 3 ເປົ້າໝາຍມີຄົນພົວພັນ ທັງໝົດ 9 ຄົນ ໃນນີ້ເປັນເປົ້າໝາຍ ພະນັກງານຣັຖກອນ 4 ຄົນ, ພະນັກງານຣັຖວິສາຫະກິຈ 4 ຄົນ ແລະຕ່າງປະເທດ 1 ຄົນ ລວມມູນຄ່າເສັຍຫາຍ 396.17 ຕື້ກີບ, 16 ລ້ານ ໂດລ້າຣ໌ສະຫະຣັຖ ຍັງບໍ່ສາມາດເກັບກູ້ໄດ້.

ໄລຍະກາງສໄມ 5 ປີ (2021-2025) ອົງການກວດກາແຫ່ງຣັຖ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ດຳເນີນການສືບສວນ-ສອບສວນ ຄະດີການສໍ້ຣາສບັງຫຼວງ ຈຳນວນ 7 ຣາຍຄະດີ, ພົບເຫັນເປົ້າໝາຍພົວພັນ ທັງໝົດ 74 ຄົນ, ເສັຍຊີວິດ 1 ຄົນ, ໃນນັ້ນມີພະນັກງານຣັຖກອນ 34 ຄົນ, ພະນັກງານຣັຖວິສາຫະກິຈ 33 ຄົນ ແລະ ບຸກຄົນທົ່ວໄປ 6 ຄົນ, ເກີດຄວາມເສັຍຫາຍທັງໝົດ 508.30 ຕື້ກີບ, 64 ລ້ານປາຍບາທ ແລະ 100,000 ໂດລ້າຣ໌ສະຫະຣັຖ.

ບັນຫາການສໍ້ຣາສບັງຫຼວງ ຂອງພະນັກງານຣັຖກອນ ຕາມທີ່ອົງການກວດສອບແຫ່ງຣັຖ ພົບເຫັນນັ້ນ ເກີດຈາກເຈົ້າໜ້າທີ່ຣັຖ ເກືອບທຸກຂແນງການ ບໍ່ມີຄວາມໂປ່ງໃສ ເມື່ອໄດ້ງົບປະມານໄປແລ້ວ ບໍ່ມີການເຮັດບັນຊີ ເບີກຈ່າຍຕາມແຜນ, ບາງໂຄງການລົງທຶນ ເພີ່ມງົບປະມານ ໂດຍບໍ່ຈຳເປັນ, ບາງໂຄງການບໍ່ມີການປະເມີນ ດ້ານເສຖກິຈ-ເທັກນິກ ເບີກຈ່າຍງົບປະມານ ໃຫ້ດຳເນີນການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.