ຣັຖສູນເສັຽ ຈາກການສໍ້ຣາສບັງຫຼວງ ໃນໂຄງການ ຂຸດຄົ້ນບໍ່ແຮ່
2022.12.22
ກະຊວງການເງິນ ໄດ້ຣາຍງານ ການກວດພົບການສໍ້ຣາສບັງຫລວງ ໃນໂຄງການຂຸດຄົ້ນບໍ່ແຮ່ຕ່າງໆ ໂດຍ ສະເພາະລາຍຮັບຈາກໂຄງການ ຂຸດຄົ້ນຮົ່ວໄຫຼ. ຢູ່ໃນກອງປະຊຸມສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ່ 9 ຫຼື ກອງປະຊຸມສະພາແຫ່ງຊາຕ ເມື່ອບໍ່ດົນມານີ້, ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວຕອນນຶ່ງວ່າ:
“ການຈັດຕັ້ງປະຕິບັດພັນທະເຂົ້າງົບປະມານ ຕາມສິດ ແລະ ໜ້າທີ່ຂອງພົລເມືອງ ພວກເຮົາມີຫຼາຍອັນທີ່ເຮັດບໍ່ທັນໄດ້ ກວ້າງຂວາງ ການຮົ່ວໄຫຼເກັບລາຍຮັບເຂົ້າງົບປະມານ ຍັງສືບຕໍ່ ບັນຫານຶ່ງອີກກະແມ່ນການສວຍໃຊ້ໜ້າທີ່ການສວຍໂອກາດຂອງເຈົ້າໜ້າທີ່ ທີ່ຄຸ້ມຄອງການເກັບລາຍຮັບພວກເຮົາ ຍັງສືບຕໍ່ເກີດຂຶ້ນ ພະຍາຍາມແກ້ໄຂກະຍັງເກີດຂຶ້ນຫຼາຍໆ ບ່ອນ ແລະ ຫຼາຍໆ ທ້ອງຖິ່ນ.”
ຊາວບ້ານເຫັນວ່າ ບັນຫາການສໍ້ຣາສບັງຫຼວງ ໃນບັນດາໂຄການຂຸດຄົ້ນບໍ່ແຮ່ຕ່າງໆ ເປັນບັນຫາທີ່ຣັຖບານຈະຕ້ອງແກ້ໄຂ ແລະ ກວດກາ ເພື່ອຊອກຫາເຈົ້າໜ້າທີ່ ຜູທີ່ມີສ່ວນຮ່ວມໃນການສໍ້ຣາສ ບັງຫຼວງ ມາລົງໂທດ.
ຊາວລາວທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 22 ທັນວາ ວ່າ:
“ພວກບໍ່ແຮ່ນີ້ ພນັກງານບໍ່ແຮ່ຫັ້ນແຫຼະ ໄປຄ້າງຢູ່ຈຸດນີ້ ບໍ່ເຂົ້າງົບປະມານ ກໍມີຫັ້ນນ່າ ພນັກງານຮັບຜິດຊອບບໍ່ແຮ່ນີ້ ບໍ່ໄປຖອກງົບປະມານຫາຣັຖ ມັນກະມີໂທດຕາມກົດໝາຍ ທັມດາມັນແທ້ ກໍມີມາຕການເພື່ອວ່າ ບໍຣິສັດ ໃດບໍ່ຖອກເງິນ ກະບໍ່ໃຫ້ລົງມືເຮັດ ແນວນັ້ນແຫຼະເນາະ.”
ສ່ວນວ່າ ຊາວລາວອີກທ່ານນຶ່ງ ກໍກ່າວວ່າ ມັນເກີດມີຊ່ອງວ່າງ ໃຫ້ບັນດາບໍຣິສັດ ບໍ່ຖອກພັນທະ ຫຼື ເສັຽພາສີ ອາກອນໃຫ້ຣັຖ:
“ເປັນຊ່ອງວ່າງອັນນຶ່ງ ເຮັດໃຫ້ພັນທະຂອງຣັຖບານ ຫັ້ນມັນຂາດທຶນ ມີຫຼາຍບໍຣິສັດ ຢູ່ ແຕ່ວ່າບໍຣິສັດນີ້ ບໍ່ຖອກພັນທະ ບໍຣິສັດນັ້ນ ບໍ່ມອບພັນທະ ແຕ່ວ່າດຽວນີ້ ທາງພັກທາງຣັຖ ເຮົາກະເດັດຂາດເຂັ້ມງວດ ຊິສໍ້ຣາສຊບັງຫຼວງນີ້ ບໍ່ລອດດອກ ບໍ່ລອດ.”
ກະຊວງການເງິນສເນີໃຫ້ ມີການກວດກາ ແລະ ຕິດຕາມບັນດາຣົຖບັນທຸກແຮ່ທາດ ທີ່ຫຼັ່ງໄຫຼອອກໄປປະເທດເພື່ອນບ້ານ ຍ້ອນວ່າ ມີບາງໂຄງການຂຸດຄົ້ນບໍ່ແຮ່ ບໍ່ໄດ້ເສັຽພັນທະໃຫ້ຣັຖບານ ຫຼື ບາງໂຄງການກໍມອບພັນທະ ທີ່ບໍ່ກົງກັບປຣິມານແຮ່ທາດ ທີ່ສົ່ງອອກໂຕຈິງ.
ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີ ກະຊວງການເງິນ ໄດ້ກ່າວຢູ່ໃນກອງປະຊຸມ ແຫ່ງຊາຕ ອີກວ່າ:
“ຜິດໂອ ຜິດຄືກັນຫັ້ນແຫຼະ ເພາະວ່າ ຄັນວ່າບໍ່ເສັຽພັນທະໃຫ້ ແບບມີການລັກລອບຂົນສົ່ງ ບໍ່ເສັຽພັນທະໃຫ້ກະຖືວ່າ ຜິດຕໍ່ກົດຣະບຽບຂອງກົດໝາຍຂອງລາວ.”
ນັກວິການ ທາງດ້ານການຂຸດຄົ້ນ ບໍ່ແຮ່ຂອງລາວ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວວ່າ: “ປະເດັນທີ່ຣັຖມົນຕຣີ ກະຊວງການເງິນ ທີ່ໄດ້ຣາຍງານ ຢູ່ກອງປະຊຸມສະພາແຫ່ງຊາຕນັ້ນ ກໍເປັນບັນຫາທີ່ພາກສ່ວນກ່ຽວຂ້ອງ ຕ້ອງໄດ້ຮ່ວມກັນແກ້ໄຂ ເພື່ອໃຫ້ການເກັບລາຍຮັບເຂົ້າງົບປະມານ ຂອງຣັຖ ເປັນໄປຕາມເປົ້າໝາຍທີ່ວາງໄວ້ ສ່ວນເຈົ້າໜ້າທີ່ຣັຖທີ່ມີສ່ວນຮ່ວມ ກັບການສໍ້ຣາສບັງຫຼວງ ໃນໂຄງການຂຸດຄົ້ນບໍ່ແຮ່ ນັ້ນ ທ່ານ ເອງກໍຢາກໃຫ້ມີການລົງໂທສຢ່າງເດັດຂາດ.”
ໃນປີ 2022 ມີຫຼາຍ ບໍຣິສັດ ເຂົ້າມາ ສັມປະທານທົດລອງຂຸດຄົ້ນ ແລະ ສົ່ງອອກ ແຮ່ທາດ ຢູ່ລາວ ໃນນັ້ນ ປະກອບດ້ວຍບໍຣິສັດ ທົດລອງສົ່ງອອກແຮ່ເຫຼັກ ຈຳນວນ 36 ບໍຣິສັດ, ບໍຣິສັດ ສົ່ງອອກແຮ່ຄຳເຄົ້າ ແລະ ແຮ່ຄຳຕົກຂ້ອນ 13 ບໍຣິສັດ, ບໍຣິສັດ ສົ່ງອອກຫີນມາໂບລ 2 ບໍຣິສັດ, ແລະ ໂຄງການທົດລອງສົ່ງອອກແຮ່ຫາຍາກ 7 ໂຄງການ ອີງຕາມການຣາຍງານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຣັຖມົນຕຣີກະຊວງການເງິນ.
ຢູ່ໃນກອງປະຊຸມ ສລຸບການຈັດຕັ້ງປະຕິບັດວຽກງານ ຂອງຂແນງການເງິນ ປະຈຳປີ 2022 ແລະ ທິດທາງແຜນການປີ 2023, ໜັງສືພິມລາວພັທນາ ໄດ້ຣາຍງານ ໃນວັນທີ 22 ທັນວາ ໂດຍອ້າງຄຳເວົ້າຂອງ ທ່ານ ພັນຄຳ ວິພາວັນ ນາຍົກຣັຖມົນຕຣີ ວ່າ ເນັ້ນໃຫ້ຂແນງການເງິນ ສຸມໃສ່ແກ້ໄຂການຮົ່ວໄຫຼ ຂອງງົບປະມານ, ເນັ້ນການປະຢັດ, ຕ້ານການຟູມເຟືອຍ ແລະ ພ້ອມກັນເປັນເຈົ້າການ ເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງງົບປະມານແຫ່ງຣັຖ ແລະ ປະສານສົບທົບກັບບັນດາ ກະຊວງກ່ຽວຂ້ອງ ໃຫ້ສ້າງກົລໄກ ການຄຸ້ມຄອງແຫຼ່ງລາຍຮັບ ໃຫ້ທັນສມັຍ ແລະ ວ່ອງໄວ.