ປະທານປະເທດ ຮຽກຮ້ອງ ໃຫ້ປາບປາມ ຜູ້ສໍ້ຣາສບັງຫຼວງ
2022.11.22
ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະທດ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດຄັ້ງທີ 5 ທີ່ໄດ້ຈັດຂຶ້ນ ໃນມື້ວັນທີ 17 ແລະ 18 ພຶສຈິການີ້ ໂດຍໄດ້ເວົ້າເຖິງຫລາຍບັນຫາ ເພື່ອໃຫ້ພະນັກງານ-ຣັຖກອນ ປ່ຽນຈິນຕະນາການໃໝ່ ແລະຍົກລະດັບ ຄຸນນະພາບວຽກງານ ການເມືອງ-ແນວຄິດ ແລະທິສດີຂອງພັກໃໝ່ ແລະທັງຮຽກຮ້ອງໃຫ້ ເຈົ້າໜ້າທີ່ທຸກຂັ້ນ ປາບປາມການສໍ້ຣາສບັງຫລວງ.
ໃນຂະນະດຽວກັນ ປະຊາຊົນລາວເຫັນວ່າ ພັກປະຊາຊົນປະຕິວັດລາວ ເວົ້າໃນທໍານອງດຽວກັນນີ້ ມາແຕ່ດົນແລ້ວ, ແຕ່ບໍ່ສາມາດຈັດຕັ້ງ ປະຕິບັດໃຫ້ເກີດຜົລ ເປັນຈິງໄດ້ ຍ້ອນມີພັກດຽວ, ການກວດສອບການສໍ້ໂກງ ຄໍຣັບຊັ້ນ ກໍເປັນໄປບໍ່ໄດ້ ຍ້ອນບໍ່ມີໃຜກ້າ ເພາະຢູ່ໃນການບໍຣິຫານ ປະເທດ ກໍເປັນຕະກູນດຽວກັນ, ເປັນຍາດພີ່ນ້ອງກັນ, ອັນທີ່ເວົ້າໃຫ້ປ່ຽນ ຈິນຕະນາການໃໝ່ນັ້ນ ກໍແມ່ນເວົ້າເພື່ອໃຫ້ປະຊາຊົນດີໃຈຊື່ໆ.
ດັ່ງຊາວນະຄອນຫລວງວຽງຈັນ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 22 ພຶສຈິການິີ້ວ່າ:
“ກໍຢູ່ໃນຄະນະພັກ ຕອນນີ້ພັກດຽວແມ່ນບໍ່ ບາດນີ້ການກວດສອບ ເປັນຕະກຸນດຽວກັນ ຈັ່ງຊີ້ນ່າ ຍາດຕິພີ່ນ້ອງ ເປັນກັນເອງ ເປັນຢູ່ໃນຄະນະບໍຣິຫານ ໃຜຊິກ້າກວດສອບກັນເອງ. ເວົ້າໃຫ້ປະຊາຊົນດີໃຈ ຊື່ໆວ່າຢາກແກ້. ຖ້າວ່າບໍ່ມີການໂກງ ບໍ່ມີການຄໍຣັບຊັ້ນ ເງິນສ່ວນຕ່າງໆຫັ້ນນ່າ ທີ່ເຂົ້າໄປຄັງ ຂອງຣັຖບານເນາະ ລາຍໄດ້ໂຕນັ້ນ ມັນຈະໄປຄໍ້າຈູນ ກໍຊິເຮັດໃຫ້ເສຖກິຈ ເຮົາຟື້ນໂຕ ປະຊາຊົນເຮົາ ກໍມືນຕາ ອ້າປາກຂຶ້ນໄດ້ກວ່າເກົ່າ.”
ນັກຊ່ຽວຊານ ດ້ານກົດໝາຍ ອາຍາ ທ່ານນຶ່ງ ທີ່ຂໍສງວນຊື່ ແລະສຽງ ກໍກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ ການສໍ້ຣາສ ບັງຫລວງ ຢູ່ປະເທດລາວ ຍັງເປັນບັນຫາ ທີ່ແກ້ບໍ່ຕົກ ຍ້ອນຜູ້ກະທໍາຄວາມຜິດ ຈໍານວນຫລວງຫລາຍ ເປັນເຈົ້າໜ້າ ທີ່ລະດັບສູງ, ມີອໍານາດຫລາຍ ແຕ່ຜູ້ທີ່ມີໜ້າທີ່ ຕັດສິນຄະດີຄວາມ ບໍ່ມີອໍານາດພໍເທົ່າໃດ. ທ່ານເວົ້າວ່າ “ບາງຄັ້ງເຮົາເຫັນວ່າ ບຸກຄົນນີ້ສໍ້ສາສ ບັງຫລວງ ແຕ່ວ່າເຮົາບໍ່ສາມາດເຮັດຫຍັງ ໃຫ້ບຸກຄົນຜູ້ນັ້ນໄດ້ ຍ້ອນເຂົາເປັນລູກ ເປັນຫລານ ຂອງຜູ້ນີ້, ຜູ້ນັ້ນ. ຜ່ານມາ ພໍ່ແມ່ ຫລືວ່າປູ່ຍ່າ ຂອງເຂົາ, ຕະກູນຂອງເຂົາ ເຄີຍມີບົດບາດຕໍ່ປະເທດຊາຕ ສະນັ້ນຈຶ່ງເຮັດຫຍັງ ໃຫ້ເຂົາບໍ່ໄດ້. ອີກຢ່າງນຶ່ງ ເມື່ອເຂົາເປັນເຈົ້າໜ້າທີ່ ທະຫານລະດັບສູງ ເຂົາເຈົ້າມີອໍານາດຫລາຍ ໃນເມື່ອເຮົາເປັນຝ່າຍບໍຣິຫານ ເຮົາເປັນພະນັກງານ ເຮົາຊິໄປລົງໂທດເຂົາ ມັນບໍ່ໄດ້. ອັນນີ້ເປັນບັນຫາຊໍາເຮື້ອ ທີ່ເຮົາແກ້ບໍ່ຕົກ.”
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ ດ້ານຍຸຕິທັມ ທ່ານນຶ່ງເວົ້າວ່າ ສໍາລັບຜູ້ທີ່ກະທໍາຜິດ ກົດໝາຍ ຖ້າຫາກຜູ້ນັ້ນເປັນລູກເຈົ້າ, ຫລານນາຍ ຫລືບຸກຄົນທີ່ມີຖານະ ທາງເສຖກິຈດີ ພວກເຂົາເຈົ້າຈະຊື້ຈ້າງ ພະນັກງານຣັຖ ທີ່ເຮັດວຽກດ້ານກົດໝາຍ ຫລື ຂະບວນການຍຸຕິທັມ ເພື່ອບໍ່ໃຫ້ຖືກລົງໂທດໜັກ ຕາມທີ່ກົດໝາຍກໍານົດ ຫລື ບໍ່ໄດ້ຮັບໂທດແນວໃດ.
“ຄວາມເຫລື່ອມລໍ້າ ຢູ່ທີ່ນີ້ມັນສູງ. ຖ້າມີເງິນກໍບໍ່ໄດ້ຕິດຄຸກ, ຕິດກໍຄືອອກໄວເນາະ ຄັນວ່າໂທດ ປະຫານ ກໍຫລຸດໂທດລົງມາ ຄືຄະດີຢາເສບຕິດ ບໍ່ຈັ່ງຊີ້ນ່າ, ຖ້າບໍ່ມີເງິນນີ້ ໂທດປະຫານແລ້ວເນາະ ແຕ່ຖ້າວ່າຍາດຕິພີ່ນ້ອງມີເງິນ ໄປໄຖ່ໂຕ ກໍຈະບໍ່ເຖິງຂັ້ນແນວນັ້ນ ກໍຈະໄດ້ອອກໄວ.”
ທ່ານກ່າວຕື່ມວ່າ ຖ້າຫາກປະຊາຊົນ ວິພາກວິຈານ ພັກ-ຣັຖ ໃນປະເດັນທີ່ກ່ຽວຂ້ອງ ກັບການເມືອງ ກໍຈະມີຄວາມຜິດ ໃນຂໍ້ຫາຕໍ່ຕ້ານພັກ-ຣັຖ, ຈະຖືກອໍານາດການປົກຄອງບ້ານ ເອີ້ນໄປສຶກສາອົບຮົມ, ແຕ່ຖ້າຫາກເປັນກໍຣະນີ ທີ່ທາງການຖືວ່າຮ້າຍແຮງ ກໍຈະຖືກດໍາເນີນຄະດີ ຊຶ່ງອາຈຖືກຕັດສິນ ຈໍາຄຸກບໍ່ຕໍ່າກວ່າ 5 ປີ ຍ້ອນທາງການ ຍັງບໍ່ໃຫ້ປະຊາຊົນ ມີສິດເສຣີພາບ ໃນການສະແດງຄວາມຄິດເຫັນ, ຍັງບໍ່ໃຫ້ສັງຄົມລາວ ມີເສຣີພາບ ໃນເຣື່ອງນີ້ຫລາຍ.
ຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ທີ່ເຄີຍຖືກດໍາເນີນຄະດີ ແບບບໍ່ຍຸຕິທັມ ກ່າວວ່າ:
“ເວົ້າງ່າຍໆ ຂ້ອຍບໍ່ກ້າເວົ້າຫລາຍ ຍ້ອນວ່າ ຂ້ອຍຫາກໍຕິດຄຸກ ອອກມາ, ອອກຄຸກມາບໍ່ດົນນີ້ ຍ້ອນຂ້ອຍວິຈານເຈົ້າໜ້າທີ່ຣັຖ ທາງເຟສບຸກຄ໌ ກ່ຽວກັບເຣື່ອງທີ່ວ່າ ພວກເຂົາເຈົ້າ ມາຍາດເອົາດິນສວນ ຂອງຂ້ອຍ ແລ້ວພວກເຂົາເຈົ້າ ບໍ່ພໍໃຈ ເລີຍເອົາຂ້ອຍໄປໃສ່ຄຸກ.”
ໃນຂະນະດຽວກັນ ປະຊາຊົນຫລາຍຄົນ ກໍຢາກໃຫ້ທາງການລາວ ປາບປາມ ແລະດໍາເນີນຄະດີ ເຈົ້າໜ້າທີ່ ຮວມທັງເຈົ້າໜ້າທີ່ ລະດັບສູງ ໃນຂແນງການຕ່າງໆ ທີ່ກ່ຽວຂ້ອງ ກັບການສໍ້ຣາສບັງຫລວງ ຢ່າງຈິງຈັງ ຍ້ອນວ່າ ບັນຫາດັ່ງກ່າວ ເຮັດໃຫ້ປະເທດລາວ ພັທນາຊ້າ ແລະມີຜົລກະທົບ ໂດຍຕຣົງຕໍ່ຊີວິຕ ການເປັນຢູ່ຂອງປະຊາຊົນ ຊຶ່ງຊາວບ້ານ ຢູ່ເມືອງຂວາ ແຂວງຜົ້ງສາລີ ຜູ້ນຶ່ງເວົ້າວ່າ ເຣື່ອງນີ້ບໍ່ຢາກວິພາກ ວິຈານ.
“ມັນກໍມີຫລາຍຢ່າງຫັ້ນນ່າ ໂຕນີ້ເຮົາບໍ່ແມ່ນອັນນ່າ ພາກສ່ວນກ່ຽວຂ້ອງ ເຣື່ອງຂໍ້ມູນອີ່ຫຍັງຕ່າງໆ ກ່ຽວກັບຣັຖບານ ເຮົາບໍ່ຢາກໄປວິພາກ ວິຈານ ຫລືວ່າໄປໃຫ້ຂໍ້ມູນຫັ້ນນ່າ ໃນເຣື່ອງຂອງເຮົາ ສ່ວນໂຕນີ້ ກໍເຫັນດີ ຄັນວ່າຈະມີການປາບປາມ ອີ່ຫຍັຕ່າງໆ ໂຕນີ້ເຮົາກໍບໍ່ຢາກໃຫ້ຂໍ້ມູນ.”
ເຖິງຢ່າງໃດກໍຕາມ ທ່ານ ທອງລຸນ ສີສຸລິດ ກໍໄດ້ກ່າວຕໍ່ກອງປະຊຸມ ວຽກງານການເມືອງ-ແນວຄິດ ນັ້ນວ່າ ພະນັກງານ, ສະມາຊິກພັກ ທຸກກະຊວງ, ທຸກຂແນງການ ທັງສູນກາງ ແລະທ້ອງຖິ່ນຕ້ອງປະຕິບັດ ຄໍາຂວັນທີ່ວ່າ “ເວົ້າຕ້ອງໄປຄຽງຄູ່ ກັບການປະຕິບັດ” ຫລື “ເວົ້າແລ້ວ ຕ້ອງເຮັດ ຄືກັບເວົ້າ” ຫລື “ເວົ້າໄປຄຽງຄູ່ກັບເຮັດ, ເຮັດໃຫ້ໄປຄຽງຄູ່ກັບເວົ້າ.”
ທ່ານຢາກໃຫ້ເຈົ້າໜ້າທີ່ ລະດັບສູງ ແລະເຈົ້າໜ້າທີ່ ພັກ-ຣັຖ ທຸກຂັ້ນ ເປັນແບບຢ່າງ ທີ່ດີໃຫ້ປະຊາຊົນເຫັນ ໃນການແກ້ໄຂບັນຫາ ການສໍ້ຣາສບັງຫລວງ ແລະຄວາມເຫລື່ອມລໍ້າ ໃນສັງຄົມ ດ້ວຍການປະຕິບັດໜ້າທີ່ ວຽກງານຂອງຕົນ ດ້ວຍຄວາມສັດຊື່, ບໍ່ໃຊ້ຕໍາແໜ່ງ, ໜ້າທີ່ສແວງຫາ ຜົລປໂຍດສ່ວນຕົວ ພ້ອມກັນນັ້ນ ທ່ານກໍໄດ້ຮຽກຮ້ອງ ໃຫ້ພວກເຂົາເຈົ້າ ປະຕິບັດງານ ດ້ວຍຄວາມໂປ່ງໃສ ແລະກວດສອບໄດ້, “...ທຸກວຽກງານ ຂອງພັກ ຂອງຊາຕ ຕ້ອງໃຫ້ປະຊາຊົນຮູ້...” ຊຶ່ງປະຊາຊົນລາວເວົ້າວ່າ ຄວາມເວົ້າໃນທໍານອງດຽວກັນນີ້ ມີມາແຕ່ດົນແລ້ວ, ແຕ່ບໍ່ສາມາດຈັດຕັ້ງ ປະຕິບັດໃຫ້ເກີດຜົລ ເປັນຈິງໄດ້ ຍ້ອນມີພັກດຽວ, ການກວດສອບ, ການສໍ້ໂກງ ຄໍຣັບຊັ້ນ ເປັນໄປບໍ່ໄດ້, ໃນການບໍຣິຫານປະເທດ ກໍເປັນຕະກູນດຽວກັນ.