ປະຊາຊົນ ຢາກເຫັນຣັຖບານ ເປີດເຜີຍໂຕ ຜູ້ສໍ້ຣາສ-ບັງຫຼວງ
2022.08.15
ໃນ 6 ເດືອນຕົ້ນປີ 2022 ນີ້ ທາງການແຂວງໄຊຍະບູຣີີ ໄດ້ກວດພົບສະມາຊິກພັກ ແລະພະນັກງານຈໍານວນນຶ່ງ ກະທໍາຄວາມຜິດ ຕໍ່ລະບຽບກົດໝາຍ ບ້ານເມືອງ ທີ່ກ່ຽວຂ້ອງກັບໂຄງການ ກໍ່ສ້າງພື້ນຖານ ທັງຂນາດໃຫຍ່ ແລະນ້ອຍຕ່າງໆພາຍໃນແຂວງ, ແຕ່ທາງການແຂວງ ບໍ່ໄດ້ເປີດເຜີຍໃຫ້ສັງຄົມຮູ້ລະອຽດ ຊຶ່ງອີງຕາມຄໍາເວົ້າຂອງປະຊາຊົນລາວ ຜູ້ນຶ່ງຢູ່ແຂວງໄຊຍະບູຣີ ທີ່ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 15 ສິງຫານີ້ ແລ້ວແມ່ນວ່າ ທາງການຄວນຈະເປີດເຜີຍ ຄວາມຜິດນັ້ນຢ່າງລະອຽດ ໃຫ້ສັງຄົມຮູ້ ເພື່ອຄວາມໂປ່ງໃສ ແລະສ້າງຄວາມເຊື່ອໝັ້ນ ໃຫ້ກັບສັງຄົມ ທັງໃນເຣື່ອງການປະຕິບັດວິນັຍ ແລະການເກັບກູ້ຊັພສິນ ທີ່ຖືກສໍ້ໂກງໄປນັ້ນຄືນມາ.
ດັ່ງທີ່ທ່ານກ່າວວ່າ:
“ພະນັກງານໂຕສໍ້ໂກງນີ້ ມັນຫລາຍຫັ້ນແລ້ວຄັນຊິເວົ້ານີ້ ຄັນວ່າພະນັກງານຄົນໃດສໍ້ໂກງ. ປະກາດໂລດ ໃຫ້ມັນຮູ້ຈັກວ່າ ຄົນແນວນີ້ມັນເປັນຈັ່ງຊີ້. ເຂົ້າຈັ່ງໝັ້ນໃດ໋ ເຣື່ອງພໍ່ແມ່ປະຊາຊົນ ເປີດເຜີຍໂລດແລ້ວ.”
ຊາວແຂວງໄຊຍະບູຣີ ອີກຜູ້ນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ເພື່ອບໍ່ໃຫ້ງົບປະມານ ຂອງປະເທດຮົ່ວໄຫລຢ່າງມະຫາສານ ຄືທີ່ຜ່ານມາ ຄວນຈະເລັ່ງຕິດຕາມ ກວດກາການປະຕິບັດງານ ຂອງສະມາຊິກພັກ ແລະພະນັກງານໃນໂຄງການ ພັທນາຕ່າງໆ ຢ່າງເຂັ້ມງວດ ແລະເດັດຂາດ ຮວມທັງການກໍ່ສ້າງ ທີ່ບໍ່ໄດ້ມາຕຖານ ເພື່ອບໍ່ໃຫ້ເກີດການສໍ້ຣາສບັງຫລວງ.
“ບັນດາໂຄງການ ແມ່ນຫຍັງຕ່າງໆ ການກໍ່ສ້າງພື້ນຖານໂຄງຮ່າງ. ຫລຸດການດັດແປງບໍ ຫລືວ່າການກໍ່ສ້າງແມ່ນຫຍັງ ບໍ່ໄດ້ຕາມມາຕຖານບໍ. ບໍ່ໄດ້ຕາມເຕັກນິກ ກະກວດສອບຄືນ ບໍ່ວ່າໂຄງການໃດ.”
ແລະປະຊາຊົນ ແຂວງໄຊຍະບູຣີອີກຜູ້ນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 15 ສິງຫານີ້ວ່າ ຈໍາເປັນຕ້ອງໄດ້ຕິດຕາມ ກວດກາທັງໂຄງການຂນາດໃຫຍ່ ແລະຂນາດນ້ອຍ ເພື່ອເຮັດໃຫ້ມີຄວາມເຊື່ອໝັ້ນວ່າ ເງິນທີ່ກູ້ຢືມມາລົງທຶນ ທັງຈາກທະນາຄານ ຫລືບໍຣິສັດເອກຊົນ ຈະບໍ່ມີການຮົ່ວໄຫລ ຫລືຖືກສໍ້ໂກງໄປ.
ທ່ານເວົ້າວ່າ:
“ບັນດາທະນາຄານ ທີ່ປ່ອຍສິນເຊື່ອ. ປ່ອຍເງິນກູ້ ກະໜ້າຕົກໃຈໃດ໋ ຄັນໂຄງການຖືກດໍາເນີນຄະດີ ແນວນີ້ນໍ.”
ຜ່ານການຕິດຕາມ ກວດກາການປະຕິບັດ ໂຄງການພັທນາຕ່າງໆ ທີ່ສະພາແຫ່ງຊາຕ ແລະສະພາປະຊາຊົນແຂວງໄຊຍະບູຣີ ອະນຸມັດ ໃນ 6 ເດືອນຕົ້ນປີນີ້ ໃນຈໍານວນ 47 ໂຄງການ ທີ່ມີມູນຄ່າ 10 ຕື້ກີບ ຂຶ້ນໄປ ໄດ້ກວດພົບ 38 ໂຄງການ ທີ່ປະຕິບັດບໍ່ສອດຄ່ອງ ກັບລະບຽບກົດໝາຍ, ເສັຍຫາຍ 45 ຕື້ກີບ ແລະໂຄງການທີ່ມີມູນຄ່າ 10 ຕື້ລົງມາ ມີ 233 ໂຄງການ; ໄດ້ກວດແລ້ວ 79 ໂຄງການ ຊຶ່ງໃນນັ້ນໄດ້ກວດພົບ 17 ໂຄງການ ທີ່ບໍ່ປະຕິບັດຕາມລະບຽບກົດໝາຍ, ເສັຍຫາຍ 1.16 ຕື້ກີບ. ສ່ວນທີ່ເຫລືອແມ່ນຈະໄດ້ກວດກາຕໍ່ໄປ. ອີງຕາມການຣາຍງານ ຂອງ ທ່ານ ພົງສະຫວັນ ສິດທະວົງ ກັມມະການສູນກາງພັກ ປະຊາຊົນປະຕິວັດລາວ, ເຈົ້າແຂວງໄຊຍະບູຣີ ໃນກອງປະຊຸມ ຣາຍງານສະພາບການ ປະຕິບັດວຽກງານກວດກາ 6 ເດືອນຕົ້ນປີ 2022 ໃນມື້ວັນທີ 25 ກໍຣະກະດາ ທີ່ຜ່ານມາ.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຫ້ອງການກວດກາພັກ-ຣັຖ ແຂວງໄຊຍະບູຣີ ເວົ້າໃນມື້ດຽວກັນນີ້ວ່າ ຜ່ານການກວດກາໂຄງການ ພັທນາຕ່າງໆທີ່ຜ່ານມາ ກວດພົບການສໍ້ຣາສບັງຫລວງ ແລະຄວາມເສັຍຫາຍ ຍ້ອນລະບົບການຕິດຕາມ ກວດກາການໃຊ້ງົບປະມານ ບໍ່ເຂັ້ມງວດ ແລະເຈົ້າໜ້າທີ່ ລະດັບສູງໃນຜແນກ ແຜນການຕ່າງໆ ກໍຍັງລະເລີຍຕໍ່ໜ້າທີ່ ຂອງຕົນ ຊຶ່ງສ່ວນຫລາຍແມ່ນໃນຂົງເຂດ ການສຶກສາ, ສາທາຣະນະສຸກ.
“ແຕ່ບັນຫາບ່ອນວ່າ ງົບປະມານ ຄວາມໂປ່ງໃສຫັ້ນ. ສ່ວນຫລາຍມັນຈະຢູ່ໃນເຂດສຶກສາ, ສາທາພຸ້ນແຫລະ. ໂຕຢ່າງສຶກສານີ້ ໄດ້ເງິນໄປຊ່ວຍ ເຈົ້າໄປສ້າງຫ້ອງນໍ້າ, ໂຮງຮຽນ ແລ້ວຮູບແບບການປະຕິບັດ ກະບໍ່ໄປຕາມນັ້ນ ງົບປະມານ ມັນຮົ່ວໄຫລ ຜູ້ໃຫ້ທຶນ, ຜູ້ໃຫ້ກູ້ຢືມກະບໍ່ດີໃຈ.”
ແລະເຈົ້າໜ້າທີ່ຫ້ອງການ ຈັດຕັ້ງແຂວງໄຊຍະບູຣີ ທ່ານນຶ່ງກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 15 ສິງຫານີ້ວ່າ ສະມາຊິກພັກ ແລະພະນັກງານຄົນໃດ ກະທໍາຄວາມຜິດ, ສໍ້ຣາສບັງຫລວງ ກໍຈະຖືກປະຕິບັດວິນັຍ ຂັ້ນຕ່າງໆຕາມລະບຽບກົດໝາຍ, ຖ້າທາງແຂວງແກ້ໄຂບໍ່ໄດ້ ກໍສົ່ງໃຫ້ສູນກາງແກ້ໄຂ.
“ກະແລ້ວແຕ່ຄະດີນໍ. ເພິ່ນກະຊິມີລະບຽບຂອງເພິ່ນຫັ້ນນະ. ຄັນຄະດີມັນໃຫຍ່ນໍ ຄັນວ່າເບື້ອງລຸ່ມເຮົາມັນຍັງ (ແກ້ໄຂ) ບໍ່ໄດ້ແລ້ວ ກະສົ່ງໃຫ້ທາງສູນກາງເພິ່ນເຮັດຊິນະ.”
ກ່ຽວກັບວຽກງານກວດກາ 6 ເດືອນຕົ້ນປີ 2022 ຢູ່ແຂວງໄຊຍະບູຣີ ທ່ານ ຄໍາພັນ ພົມມະທັດ ປະທານອົງການກວດກາແຫ່ງຣັຖ ແລະຫົວໜ້າອົງການ ຕ້ານການສໍ້ຣາສບັງຫລວງ ຂັ້ນສູນກາງ ເວົ້າຕອນນຶ່ງ ທີ່ມີເນື້ອໃນວ່າ ສໍາລັບວຽກງານ ຕິດຕາມ, ກວດກາ ແມ່ນໃຫ້ເອົາໃຈໃສ່ຕ້ານ, ສະກັດກັ້ນການສໍ້ຣາສບັງຫລວງ, ສະກັດກັ້ນການສວຍໃຊ້ຕໍາແໜ່ງ ນັບຕັ້ງແຕ່ຂັ້ນບ້ານຂຶ້ນມາ, ແກ້ໄຂການກວດກາ ທີ່ມີລັກສະນະຄຸມເຄືອ, ແກ້ໄຂຜົລຂອງການກວດກາ ທີ່ແກ່ຍາວ, ໃຫ້ສະມາຊິກພັກ ແລະພະນັກງານ ປະຕິບັດຕາມລະບຽບກົດໝາຍ ແລະອື່ນໆອີກຫລາຍຢ່າງ ທີ່ຈະຕ້ອງໄດ້ແກ້ໄຂ.