ການສໍ້ຣາສ-ບັງຫຼວງ ຍັງມີຢູ່ ເພາະບັງຄັບໃຊ້ ກົດໝາຍບໍ່ໄດ້
2022.04.20
ໃນປີ 2021 ປະເທດລາວ ຢູ່ໃນອັນດັບ 128 ໂດຍ ມີຄະແນນລວມ 30 ຄະແນນ ແຕ່ໃນປີ 2020 ປະເທດລາວ ທີ່ຖືກຈັດຢູ່ໃນອັນດັບທີ 134 ມີຄະແນນລວາມ 29 ຄະແນນ ອີງຕາມການຈັດອັນດັບ ຂອງອົງການຄວາມໂປ່ງໄສສາກົລ ຫຼື Transparency International. ການທີ່ລາວຖືກຈັດ ຢູ່ໃນອັນດັບທີ 128 ນັ້ນ ເປັນເຣື່ອງຈິງ ເມື່ອປຽບທຽບໃສ່ ສະພາບການໂຕຈິງທີ່ເກີດຂຶ້ນໃນປະເທດລາວ.
ເຈົ້າໜ້າທີ່ກ່ຽວຂ້ອງ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:
“ໂອຍ! ໂຕນີ້ຄວາມຈິງໂລດ ບໍ່ແມ່ນໃສ່ຮ້າຍປ້າຍສີ. ຄວາມຈິງ, ຄວາມຈິງ ມັນຫຼັກໆ ແທ້ໆ ລະມັນກະເວົ້າກັນບໍ່ໄດ້ຊັ້ນເທາະໄປ໋ ຊິຮູ້ນຳກັນຫັ້ນລະ ເບິ່ງເຂົາຈັດອັນດັບຕອນນັ້ນ ຢູ່ອັນດັບ 135 ອັນດັບ 134 ມາມາເບິ່ງເຂົາຈັດອັນດັບນີ້ ມັນກະແມ່ນຄວາມເຂົາ ໂຕຈິງໂລດໄດ໋.”
ເຈົ້າໜ້າທີ່ອົງການພາກປະຊາສັງ ທ່ານນຶ່ງຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວວ່າ: ໂດຍລວມລະການປຕິບັດກົດໝາຍຢູ່ບ້ານເຮົາ ກະຍັງອ່ອນແອຢູ່ ຈະສັງເກດເຫັນວ່າ ປະເທດໃດເມື່ອເຮົາເບິ່ງວ່າ ຍັງມີການສໍ້ຣາສບັງຫຼວງຫຼາຍຢູ່ ນັ້ນສະແດງວ່າ ການປະຕິບັດກົດໝາຍບໍ່ເຄັ່ງຄັດ.
ມັນເປັນການຍາກ ທີ່ຈະສາມາດແກ້ບັນຫາ ການສໍ້ຣາສບັງຫລວງ ຢູ່ປະເທດລາວໄດ້. ເຈົ້າໜ້າທີ່ກ່ຽວຂ້ອງທ່ານນີ້ ໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີວ່າ:
ເຈົ້າໜ້າທີ່ກ່ຽວຂ້ອງ: “ແກ້ບໍ່ໄດ້ດອກ ການແກ້ ມັນກະໄດ້ແກ້ໝົດໃນພນັກງານຂອງຣັຖ ຈັ່ງຊິໄດ້.
ນັກຂ່າວ: ເປັນຫຍັງຄ່ອຍບໍ່ສາມາດແກ້ໄຂໄດ້?”
ເຈົ້າໜ້າທີ່ກ່ຽວຂ້ອງ: “ຍ້ອນແບບນີ້ໄດ໋ ມັນບ້ານເຮົາ ມັນແກ້ໄຂບໍ່ໄດ້ເນາະ ເຮົາເຫັນພືດຕິກັມລະເນາະ ຮູ້ຢູ່ເວົ້າເຣື່ອງການສໍ້ຣາສບັງຫຼວງ ນັບແຕ່ພນັກງານຂອງຣັຖ ແຕ່ນ້ອຍໆນ່າ ແຕ່ນ້ອຍໆ ສັນຍາຈ້າງຂຶ້ນມາພິ ມັນເປັນການສໍ້ຣາສບັງຫຼວງໝົດໄດ໋ ຊິແກ້ໄຂໄດ້ແນວໃດ. ຄືຊິແກ້ຜູ້ນີ້ ພັດເປັນລູກຫຼານຜູ້ນັ້ນ. ເດ້ ມັນເປັນແນວນັ້ນ ມັນຊິແກ້ ແກ້ບໍ່ໄດ້ ບາດນີ້ອັນນຶ່ງ ອັນສອງລະແມ່ນເວົ້າເຣື່ອງກົດໝາຍ. ລາວເຮົາເວົ້າເຣື່ອງການໃຊ້ກົດໝາຍ ມັນມີແຕ່ວ່າ ປະຊາຊົນຫັ້ນ ໄດ້ໃຊ້ກົດໝາຍ ຣັຖເຂົາບໍ່ໃຊ້ກົດໝາຍ.”
ນັກຂ່າວ: ເປັນຫຍັງຄ່ອຍເກີດຂຶ້ນແນວນັ້ນ?
ເຈົ້າໜ້າທີ່ກ່ຽວຂ້ອງ: “ໂອຍ ມັນເກີດແຕ່ໃດມາລະ ຕັ້ງແຕ່ມັນເປັນນຳເທິງ ທາງເທິງພຸ້ນ ລົງມາຈົນຮອດລຸ່ມ ແຕ່ລຸ່ມຮອດເທິງ ເຣື່ອງການສໍ້ຣາສບັງຫຼວງ ບໍ່ໄດ້ບ້ານເຮົາແກ້ບໍ່ໄດ້ ເນາະ. ຄືຮູ້ຢູ່ນີ້ນ່ານິ ຄືວ່າ ເອີ ທ້າວ ກໍ ນີ້ມັນ ອ້າວ ເວົ້າເຣື່ອງຕໍາແໜ່ງງານນີ້ນ່ານີ້ຊະໄປ໋ ໜ້າທີ່ຕຳແໜ່ງນີ້ນ່າ ວ່າແຕ່ໄດ້ຕຳແໜ່ງ ຖືວ່າມີເງິນໂລດນ່າ ຄັນຊິເວົ້າລະ. ເວົ້າເງິນເດືອນເນາະ ສົມທຽບໄປ໋ ເງິນເດືອນ ເງິນເດືອນລະ 2 ລ້ານປາຍກີບ ຊ່ຳກັນນີ້ແຫຼ 3 ລ້ານກີບ ຜູ້ຕຳແໜ່ງອັນນັ້ນແດ່ກະ ມັນຊິໄປເຮັດຫຍັງໄດ້ ບໍ່ໄດ້ດອກບ້ານເຮົາ ບໍ່ໄດ້.”
ນັກຂ່າວ: ຍັງອີກດົນແມ່ນດເບາະ ຫຼືວ່າ ມັນຊິໄປຄູ່ກັບສັງຄົມລາວຕລອດ?
ເຈົ້າໜ້າທີ່ກ່ຽວຂ້ອງ: “ໂອ້ ຢ້ານເປັນແນວນີ້ໄປຕລອດ ຄັນວ່າລະບົບຄູ່ມື້ນີ້ເປັນແບບນີ້ ເປັນແນວນີ້ໄປເລີຍແຫຼ ຜູ້ດຽວເວົ້າ ມັນກະເວົ້າບໍ່ໄດ້ແຫຼ ຄືມາຍຸກນີ້ຫັ້ນ ໃຜກະວ່າ ອ້າວ ປາບຄໍຣັບຊັ້ນ ປາບຄໍຣັບຊັ້ນ ຈັກຊິປາບແນວໃດແຫຼ.”
ນັກຂ່າວ: ເປັນຫຍັງຄ່ອຍບໍ່ໄດ້?
ເຈົ້າໜ້າທີ່ກ່ຽວຂ້ອງ: “ບ້ານເຮົາໃຊ້ກົດໝາຍບໍ່ເຂັ້ມງວດດ້ານກົດໝາຍ. ກົດໝາຍນີ້ມີ ແຕ່ສ່ວນຫຼາຍແລ້ວ ໃຊ້ເປັນບໍຣິຫານຫຼາຍກວ່ານ່າ ບ້ານເຮົາ ມັນເປັນຍ້ອນໂຕດຽວນີ້ແຫຼະ ເປັນຍ້ອນວ່າ ເຮົາບໍ່ໃຊ້ກົດໝາຍ ມີກົດໝາຍ ແຕ່ບໍ່ໄດ້ໃຊ້ກົດໝາຍ.”
ນັກຂ່າວ: ຄັນຊັ້ນກະໝາຍຄວາມວ່າ ບໍຣິຫານນີ້ ມີອຳນາດສູງ ກວ່າລະບົບຕຸລາການຕົ່ວຊັ້ນນ່າ ໂອ້ ກະແນ່ນ້ອນແຫຼ ສູງແທ້ຫັ້ນແຫຼ ແນ່ນອນ ຕຸລາການນີ້ ມັນກະເວົ້າເຣື່ອງຕຸລາການໂລດເນາະ ມັນຕ້ອງເວົ້າແນວນັ້ນ ບໍ່ກ່ຽວພັນກັບບໍຣິຫານຣັຖນ່າ ເຂົາກະເວົ້າເຣື່ອງກົດໝາຍນ່າ. ເຈົ້າຜິດເຂົາກະຫັນເຂົ້າສູ່ກົດໝາຍໂລດ ມາຕຣາທີ່ເທົ່ານັ້ນໂລດ ມັນຕ້ອງເຮັດແນວນັ້ນ.
ມີການຣາຍງານ ຂ່າວເຣື່ອງການສໍ້ຣາສບັງຫຼວງ ແຕ່ ບໍ່ໄດ້ມີການລະບຸລະອຽດວ່າ ແມ່ນໃຜຖືກລົງໂທດ ແລະ ມີການສໍ້ໂກງແບບໃດ. ປະຊາຊົນ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ເອເຊັຽເສຣີ ວ່າ:
ປະຊາຊົນ: “ໂອ້ຍ ເຫັນກະໄດ້ແຕ່ເຫັນຫັ້ນລະ ຂ່າວຄືເຫັນ ຄອມເມັ້ນຫັ້ນລະ ເຂົາມີແຕ່ຣາຍງານ. ຣາຍງານລະບໍ່ໄດ້ລະບຸ ມີແຕ່ວ່າ ໂອ້ ປັດຕິໂທ້ ປັດຕິທ້າ ເພິ່ນຫັ້ນລະ ເຂົາຂຽນຫັ້ນລະ ວ່າກວດພົບທໍ່ນັ້ນ ທໍ່ນີ້ ຊິນ່າແບບບໍ່ຈີ້ ບໍ່ເນັ້ນບໍ່. ເອີແທນໃຜ ທ່ານນີ້ ທ່ານນັ້ນ ເຂົ້າໄດ້ຈັກປີ ດຳລົງຕຳແໜ່ງຫຍັງ ເຮັດຫຍັງ ເຮັດໄດ້ຈັກປີ ກະສໍ້ໂກງແບບໃດ ຈັ່ງຊີ້ນ່າ. ແຕ່ເຂົາກະມີແຕ່ຣາຍງານວ່າເອີ ກວດພນັກງານຣັຖ ສໍ້ໂກງທໍ່ນີ້ ທໍ່ນັ້ນເບາະ 2,000-3,000 ແມ່ນຫຍັງຫັ້ນລະ ຂຽນຣາຍງານແບບດອກໄມ້ ຄືກັບເຂົາເວົ້າຫັ້ນລະ ກະແຕ່ນັ້ນລະເຫັນ.”
ນັກຂ່າວ: ທ່ານມີຄວາມເຊື່ອໝັ້ນປານໃດນີ້ ເຣື່ອງນີ້ນິ?
ປະຊາຊົນ: “ບໍ່ໄດ້ເຮັດຫຍັງດອກຊູ່ມື້ນີ້ນະ ຊາເບິ່ງໄດ໋ ແບບເຂົາຟັງລາຍການຄືສົ່ງໃຫ້ເບິ່ງຫັ້ນລະ ຈັ່ງໃດບຸ ເວົ້າມາ ມັນກະແມ່ນຄວາມເຂົາ ແຕ່ວ່າກະ ຈັກຊິໄປລົມນຳຜູ້ໃດ ເວົ້າໄປດຽວເຂົາກະເບິ່ງລະກະ ໃຈກະຢາກຮ້າຍໄປນຳຫັ້ນລະໂອ້ ບ້ານເມືອງເປັນແນວນີ້ ມັນ.”
ນັກຂ່າວ: ໃນບັນດາພນັກງານນີ້ ເປັນຫຍັງຄ່ອຍບໍ່ສາມາດປາບປາມສໍ້ຣາສບັງຫຼວງໄດ້?
ປະຊາຊົນ: “ເຂົາເຈົ້າຮົ້ວກັນເນາະ ໝາຍເຖິງເຈົ້າກະເຮັດຂ້ອຍກະເຮັດ ຈັ່ງຊີ້ຫັ້ນນ່າ ເວົ້າຕາມພາສາບ້ານເຮົາ ເຈົ້າກະກິນ ຂ້ອຍກະກິນ ກະບໍ່ຕ້ອງເວົ້າຫຍັງກັນຫັ້ນນ່າ. ຂ້ອຍເຮັດນີ້ ຫາໂຕນັ້ນໂຕນີ້ຫັ້ນນ່າ ລະກະບໍ່ຕ້ອງເວົ້າກັນຫັ້ນນ່າ ກໍຄືແນວນັ້ນລະ ມັນສະແດງອອກ ໝາຍເຖິງນາຍຫັ້ນແຫຼະ ຂຶ້ນມາເປັນນາຍເນາະ ແຕ່ລະແຂວງເນາະ ເຈົ້າເມືອງກັບເຈົ້າແຂວງຫັ້ນລະອ້າວ ຂາຍນັ້ນ ຂາຍນີ້ ແມ່ນບໍ່ ບໍ່ໄດ້ຖາມຄຳເຫັນແມ່ນຫຍັງ ສຽງມະຫາຊົນເບາະ ປະຊາຊົນເບາະ ແມ່ນຫຍັງຫັ້ນ ເຂົ້າບໍ່ໄດ້ສົນໃຈ. ລະກະ ເຂົາບໍ່ໄດ້ລົງຂ່າວຫຍັງຫັ້ນນ່າ ກະຄືແບບເຂົາໄປຍາດດິນ ຍາດດອນຫຍັງຫັ້ນ ຈັກຊິຮຽກຮ້ອງນຳຜູ້ໃດ ຮຽກຮ້ອງນຳໃຜມາຊ່ວຍ ມັນກະກ້າວມາເຖິງຄວາມຍຸຕິທັມຫັ້ນລະ ແມ່ນໃຜຊິມາຊ່ອຍ.”
ຜູ້ທີ່ຖືກປະຕິບັດວິໃນ ເຣື່ອງສໍ້ຣາສບັງຫຼວງນັ້ນ ເປັນຜູ້ທີ່ບໍ່ມີຜູ້ໃຫຍ່ໜູນຫຼັງ ແຕ່ ຖ້າມີຜູ້ໃຫຍ່ໜູນຫຼັງ ພະນັກງານຜູ້ນັ້ນກໍຖືກຍົກຍ້າຍເທົ່ານັ້ນ. ນັກທຸຣະກິຈ ທ່ານນຶ່ງໄດ້ກ່າວໃຫ້ສັມພາດຕໍ່ວິທຍຸເອເຊັຽເສຣີ ວ່າ.
ນັກທຸຣະກິຈ: “ດຽວນີ້ເນາະ ທຸກໝ້ອງ ທຸກບ່ອນທີ່ເຮົາໄດ້ໄປສຳຜັດ ມີໝູ່ ມີກອງ ເປັນພນັກງານຣັຖ ປຕິບັດວິໄນກະມີ ເຈົ້າບໍ່ມີກຳແພງຫີນບັງກະໄລ່ອອກ ມີກຳແພງຫີນບັງກະຍ້າຍ. ຫຼົບບ່ອນແຂງ ແທງບ່ອນອ່ອນ ກະຍັງ ເກີດຂຶ້ນຄືເກົ່າ ແຕ່ຖ້າແຂງເຈີແຂງໃສ່ກັນ. ແລ້ວ ເອີ ກະຕ້ອງຝ່ານນຶ່ງໄປ ມັນກະເລັກໆ ນ້ອຍໆ ດອກ ຄັນແຂງເຈີແຂງມີໜ້ອຍເກີນໄປ ແຕ່ວ່າຫຼົບບ່ອນແຂງແທງບ່ອນອ່ອນນີ້ ມັນເປັນສັງຄົມຂີ້ໝາ ຍາວນານມາ 5,000 ປີ. ມຶງຢູ່ກັບໃຜ ໃຜແບກອັບມຶງ ແບກອັບມຶງ ມີອຳນາດສືບທອດທໍ່ໃດແດ່ ຄັນວ່າ ຊ່ຳນີ້ ກູບໍ່ຢ້ານ. ໂອ້ຄັນວ່າ ຍັງຢ້ານຢູ່ ຄ່ອຍຊັບຊ້ອນໄປ ມັນເປັນແບບນີ້ ຢູ່ນີ້.”
ນັກຂ່າວ: ຄືວ່າ ຣັຖບານເພິ່ນໄດ້ປະກາດ, ໄດ້ເຜີຍແຜ່ມູນຄ່າ ເວົ້າເຣື່ອງໂຄງການຕ່າງໆ ນອກແຜນ ມູນຄ່າຄວາມເສັຽຫາຍ ຈາກການສໍ້ຣາສບັງຫຼວງ ຈາກໂຄງການທີ່ບໍ່ໂປ່ງໄສ ໂຕນີ້ມັນເປັນໂຕເລກແທ້ເບາະ ຫຼືວ່າ ມັນເປັນສ່ວນນຶ່ງສື່ໆ?
ນັກທຸຣະກິຈ: “ມັນເປັນສ່ວນນຶ່ງສື່ໆດອກ ກະມີຢູ່ ໃຫ້ຂ້ອຍ ໃຫ້ຄະແນນ ເຕັມຄວາມຈິງແທ້ໆ ນີ້ ຂ້ອຍໃຫ້ຢູ່ທີ່ບໍ່ເກີນ 35 ເປີເຊັນ, 75 ເປີເຊັນ ຖືກເອົາໄປກິນແລ້ວ ມັນໂຕເລກປອມນີ້ນ່າ ມັນມີ.”
ການຈັດອັນດັບຂອງຄວາມໂປ່ງໄສສາກົລ ຈະເຣີ່ມມຈາກຄະແນນ 0 ຖືວ່າ ມີການສໍ້ລາດບັງຫຼວງສູງທີ່ສຸດ ແລະ ຄະແນນ 100 ຖືວ່າ ມີຄວາມຂາວສອາດທີ່ສຸດ ຫຼື ໂປ່ງໄສທີ່ສຸດ.
ໂຕຊີ້ວັດ ສະແດງໃຫ້ເຫັນວ່າ ປະເທດລາວຍັງຢູ່ໃນເຂດສີແດງຢູ່ ທີ່ຢູ່ມີຄະແນນຕ່ຳກວ່າ 50 ລົງມາ ໃນຂະນະທີ່ປະເທດທີ່ມີຄະແນ 50 ຂຶ້ນໄປ ຈະຢູ່ໃນເຂດສີສົ້ມ ຢູ່ໃນອັນດັບປານກາງ ຈົນຂຶ້ນໄປຮອດເຂດສີເຫຼືອງ ຖືວ່າຢູ່ໃນອັນດັບຂາວສະອາດ.
ໜັງສືພິມລາວພັທນາ ໄດ້ຣາຍງານໃນວັນທີ 19 ເມສາ 2022 ໂດຍ ອ້າງຄຳເວົ້າຂອງ ທ່ານ ວິໄລວັນ ບຸດດາຄຳ ຮອງປະທານ ອົງການກວດກາແຫ່ງຣັຖ ຢູ່ ໃນກອງປະຊຸມວຽກງານກວດກາ ທົ່ວປະເທດຄັ້ງທີ 4 ຕອນນຶ່ງວ່າ: ແຕ່ປີ 2016 ຈົນມາເຖິງປັດຈຸບັນ ສາມາດກວດກາໄດ້ທັງໝົດປະມານ 4,000 ເປົ້າໝາຍ ແລະ ພົບເຫັນຜົລເສັຽຫາຍທັງໝົດ 8,000 ຕ໋ື້ກີບ, 50 ລ້ານໂດ່ລ້າຣ໌, 37 ລ້ານບາດ.
ທ່ານ ວິໄລວັນ ບຸດດາຄຳ ຍັງຣາຍງານອີກວ່າ: ເບື້ອງຕົ້ນສາມາດເກັບກູ້ຄືນມາໄດ້ເກືອບ 1,800 ຕື້ກີບ, ເງິນໂດ່ລ້າຣ໌ 3.5 ລ້ານໂດ່ລ້າຣ໌, ເງິນບາດ 11 ລ້ານບາດ.