ການສໍ້ຣາສ-ບັງຫຼວງ ຍັງມີຢູ່ ເພາະບັງຄັບໃຊ້ ກົດໝາຍບໍ່ໄດ້

ຕໍ່ໜ້າສຳນັກງານ ນາຍົກຣັຖມົນຕຣີ, ສປປ ລາວ.
ຕໍ່ໜ້າສຳນັກງານ ນາຍົກຣັຖມົນຕຣີ, ສປປ ລາວ. (ນັກຂ່າວ ພົລເມືອງ)

0:00 / 0:00

ໃນປີ 2021 ປະເທດລາວ ຢູ່ໃນອັນດັບ 128 ໂດຍ ມີຄະແນນລວມ 30 ຄະແນນ ແຕ່​ໃນ​ປີ 2020 ປະເທດລາວ ທີ່ຖືກຈັດຢູ່ໃນອັນດັບທີ 134 ມີຄະແນນລວາມ 29 ຄະແນນ ອີງຕາມການຈັດອັນດັບ ຂອງອົງການຄວາມໂປ່ງໄສສາກົລ ຫຼື Transparency International. ການ​ທີ່​ລາວ​ຖືກ​ຈັດ ຢູ່​ໃນ​ອັນ​ດັບທີ 128 ນັ້ນ ເປັນ​ເຣື່ອງຈິງ ເມື່ອ​ປຽບທຽບ​ໃສ່ ສະ​ພາບ​ການ​ໂຕ​ຈິງ​ທີ່​ເກີດ​ຂຶ້​ນ​ໃນ​ປະ​ເທດ​ລາວ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ:

" ໂອຍ ! ໂຕນີ້​ຄວາມ​ຈິງ​ໂລດ ບໍ່​ແມ່ນ​ໃສ່​ຮ້າຍ​ປ້າຍ​ສີ. ຄວາມ​ຈິງ, ຄວາມ​ຈິງ ມັນ​ຫຼັກໆ ແທ້ໆ ລະ​ມັນ​ກະ​ເວົ້າ​ກັນ​ບໍ່​ໄດ້​ຊັ້ນ​ເທາະ​ໄປ໋ ຊິ​ຮູ້​ນຳ​ກັນ​ຫັ້ນ​ລະ ເບິ່ງ​ເຂົາ​ຈັດ​ອັນ​ດັບ​ຕອນ​ນັ້ນ ຢູ່​ອັນ​ດັບ 135 ອັນ​ດັບ 134 ມາ​ມາ​ເບິ່ງ​ເຂົາ​ຈັດ​ອັນ​ດັບ​ນີ້ ມັນ​ກະ​ແມ່ນ​ຄວາມ​ເຂົາ ໂຕ​ຈິງ​ໂລດ​ໄດ໋."

ເຈົ້າ​ໜ້າ​ທີ່​ອົງ​ການ​ພາກ​ປະ​ຊາ​ສັງ ທ່ານນຶ່ງຜູ້​ທີ່ບໍ່​ປະ​ສົງ​ອອກ​ຊື່ ແລະ ສຽງ ໄດ້​ກ່າວ​ວ່​າ: ໂດຍ​ລວມ​ລະ​ການ​ປ​ຕິ​ບັດ​ກົດ​ໝາຍ​ຢູ່​ບ້ານ​ເຮົາ ​ກະ​ຍັງ​ອ່ອນ​ແອ​ຢູ່ ຈະ​ສັງ​ເກດ​ເຫັນ​ວ່າ ປະເທດ​ໃດ​ເມື່ອ​ເຮົາ​ເບິ່ງວ່າ ຍັງ​ມີ​ການ​ສໍ້​ຣາ​ສບັ​ງ​ຫຼວງ​ຫຼາຍ​ຢູ່ ນັ້ນ​ສະ​ແດງວ່າ ການ​ປະ​ຕິ​ບັດ​ກົດ​ໝາຍບໍ່​ເຄັ່ງ​ຄັດ.

ມັນ​ເປັນ​ການ​ຍາກ​ ທີ່​ຈະ​ສາ​ມາດ​ແກ້​ບັນ​ຫາ ການ​ສໍ້​ຣາສ​ບັງ​ຫລວງ ຢູ່​ປະ​ເທດ​ລາວ​ໄດ້. ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ທ່ານນີ້ ໃຫ້​ສັມ​ພາດ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີວ່າ:

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ: " ແກ້ບໍ່ ​ໄດ້​ດອກ ການ​ແກ້ ມັນ​ກະ​ໄດ້​ແກ້​ໝົດ​ໃນ​ພ​ນັກ​ງານ​ຂອງ​ຣັ​ຖ ຈັ່​ງ​ຊິ​ໄດ້.

ນັກ​ຂ່າວ: ເປັນ​ຫຍັງ​ຄ່ອຍບໍ່​ສາ​ມາດ​ແກ້​ໄຂ​ໄດ້?”

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ: "ຍ້ອນ​ແບບນີ້​ໄດ໋ ມັນ​ບ້ານ​ເຮົາ ມັນ​ແກ້​ໄຂ​ບໍ່​ໄດ້​ເນາະ ເຮົາ​ເຫັນ​ພື​ດ​ຕິ​ກັມ​ລະ​ເນາະ ຮູ້​ຢູ່​ເວົ້າ​ເຣື່ອງ​ການ​ສໍ້​ຣາສ​ບັງ​ຫຼວງ ນັບ​ແຕ່​ພ​ນັກ​ງານ​ຂອງ​ຣັ​ຖ ແຕ່​ນ້ອຍໆ​ນ່າ ແຕ່​ນ້ອຍໆ ສັນ​ຍາ​ຈ້າງຂຶ້ນ​ມາ​ພິ ມັນ​ເປັນການ​ສໍ້​ຣາສ​ບັງ​ຫຼວງ​ໝົ​ດ​ໄດ໋ ຊິ​ແກ້​ໄຂ​ໄດ້​ແນວ​ໃດ. ຄື​ຊິ​ແກ້​ຜູ້ນີ້ ພັດ​ເປັນ​ລູກ​ຫຼານ​ຜູ້​ນັ້ນ. ເດ້ ມັນ​ເປັນ​ແນວ​ນັ້ນ ມັນ​ຊິ​ແກ້ ແກ້ບໍ່​ໄດ້ ບາດນີ້​ອັນ​ນຶ່ງ ອັນ​ສອງ​ລະ​ແມ່ນເວົ້າ​ເຣື່ອງ​ກົດ​ໝາຍ. ລາວ​ເຮົາ​ເວົ້າ​ເຣື່ອງ​ການ​ໃຊ້​ກົດ​ໝາຍ ມັນ​ມີ​ແຕ່​ວ່າ ປະ​ຊາ​ຊົນ​ຫັ້ນ ໄດ້​ໃຊ້​ກົດ​ໝາຍ ຣັ​ຖ​ເຂົາ​ບໍ່​ໃຊ້​ກົດ​ໝາຍ."

ນັກ​ຂ່າວ: ເປັນ​ຫຍັງ​ຄ່ອຍ​ເກີດ​ຂຶ້ນ​ແນວ​ນັ້ນ?

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ: "ໂອຍ ມັນ​ເກີດ​ແຕ່​ໃດ​ມາ​ລະ ຕັ້ງ​ແຕ່​ມັນ​ເປັນ​ນຳ​ເທິງ ທາງ​ເທິງ​ພຸ້ນ ລົງ​ມາ​ຈົນ​ຮອດ​ລຸ່ມ ແຕ່​ລຸ່ມ​ຮອດ​ເທິງ ເຣື່ອງ​ການ​ສໍ້​ຣາສ​ບັງ​ຫຼວງ ບໍ່​ໄດ້​ບ້ານ​ເຮົາ​ແກ້ບໍ່​ໄດ້ ເນາະ. ຄື​ຮູ້​ຢູ່ນີ້​ນ່າ​ນິ ຄື​ວ່າ ເອີ ທ້າວ ກໍ ນີ້​ມັນ ອ້າວ ເວົ້າ​ເຣື່ອງ​ຕໍາແໜ່ງ​ງານນີ້​ນ່ານີ້​ຊະ​ໄປ໋ ໜ້າ​ທີ່​ຕຳ​ແໜ່ງນີ້​ນ່າ ວ່າ​ແຕ່​ໄດ້​ຕຳ​ແໜ່ງ ຖື​ວ່າ​ມີ​ເງິນ​ໂລດ​ນ່າ ຄັນ​ຊິ​ເວົ້າ​ລະ. ເວົ້າ​ເງິນ​ເດືອນ​ເນ​າ​ະ ສົມ​ທຽບ​ໄປ໋ ເງິນ​ເດືອນ ເງິ​ນ​ເດືອນ​ລະ 2 ລ້ານ​ປາຍ​ກີບ ຊ່ຳ​ກັນ​ນີ້​ແຫຼ 3 ລ້ານ​ກີບ ຜູ້​ຕຳ​ແໜ່ງ​ອັນ​ນັ້ນ​ແດ່ກະ ມັນ​ຊິ​ໄປ​ເຮັດ​ຫຍັງ​ໄດ້ ບໍ່​ໄດ້​ດອກ​ບ້ານ​ເຮົາ ບໍ່​ໄດ້."

ນັກ​ຂ່າວ: ຍັງ​ອີກ​ດົນ​ແມ່ນດ​ເບາະ ຫຼື​ວ່າ ມັນ​ຊິ​ໄປ​ຄູ່​ກັບ​ສັງ​ຄົມ​ລາວ​ຕ​ລອດ?

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ: " ໂອ້ ຢ້ານ ​ເປັນ​ແນວນີ້​ໄປ​ຕ​ລອດ ຄັນ​ວ່າ​ລະ​ບົບ​ຄູ່ມື້ນີ້​ເປັນແບບ​ນີ້ ເປັນ​ແນວ​ນີ້​ໄປ​ເລີຍ​ແຫຼ ຜູ້​ດຽວ​ເວົ້າ ມັນ​ກະ​ເວົ້າ​ບໍ່​ໄດ້​ແຫຼ ຄື​ມາ​ຍຸກນີ້​ຫັ້ນ ໃຜ​ກະ​ວ່າ ອ້າວ​ ປາບຄໍ​ຣັບ​ຊັ້ນ ປາບຄໍ​ຣັບ​ຊັ້ນ ຈັກ​ຊິ​ປາບ​ແນວ​ໃດ​ແຫຼ."

ນັກ​ຂ່າວ: ເປັນ​ຫຍັງ​ຄ່ອຍບໍ່​ໄດ້?

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ: " ບ້ານ ​ເຮົາ​ໃຊ້​ກົດ​ໝາຍບໍ່​ເຂັ້ມ​ງວດດ້ານ​ກົດ​ໝາຍ. ກົດ​ໝາຍນີ້​ມີ ແຕ່​ສ່ວນ​ຫຼາຍ​ແລ້ວ ໃຊ້​ເປັນ​ບໍ​ຣິ​ຫານ​ຫຼາຍກວ່າ​ນ່າ ບ້ານ​ເຮົາ ມັນ​ເປັນ​ຍ້ອນ​ໂຕ​ດຽວນີ້​ແຫຼະ ເປັນ​ຍ້ອນ​ວ່າ ເຮົາ​ບໍ່​ໃຊ້​ກົດ​ໝາຍ ມີ​ກົດ​ໝາຍ ແຕ່ບໍ່​ໄດ້​ໃຊ້​ກົດ​ໝາຍ."

ນັກ​ຂ່າວ: ຄັນ​ຊັ້ນ​ກະ​ໝາຍ​ຄວາມ​ວ່າ ບໍ​ຣິ​ຫານນີ້ ມີ​ອຳ​ນາດ​ສູງ ກວ່າ​ລະ​ບົບ​ຕຸ​ລາ​ການ​ຕົ່ວ​ຊັ້ນ​ນ່າ ໂອ້ ກະ​ແນ່​ນ້ອນ​ແຫຼ ສູງ​ແທ້​ຫັ້ນ​ແຫຼ ແນ່​ນອນ ຕຸ​ລາ​ການນີ້ ມັນ​ກະ​ເວົ້າ​ເຣື່ອງຕຸ​ລາ​ການ​ໂລດ​ເນາະ ມັນ​ຕ້ອງ​ເວົ້າ​ແນວ​ນັ້ນ ບໍ່​ກ່ຽວ​ພັນ​ກັບ​ບໍ​ຣິ​ຫານ​ຣັ​ຖນ່າ ເຂົາ​ກະ​ເວົ້າ​ເຣື່ອງ​ກົດ​ໝາຍ​ນ່າ. ເຈົ້າ​ຜິດ​ເຂົາ​ກະ​ຫັ​ນ​ເຂົ້າ​ສູ່​ກົດ​ໝາຍ​ໂລດ ມາ​​ຕ​ຣາ​ທີ່​ເທົ່າ​ນັ້ນໂລດ ມັນ​ຕ້ອງ​ເຮັດ​ແນວ​ນັ້ນ.

ມີ​ການ​ຣາຍ​ງານ ຂ່າວ​ເຣື່ອງ​ການ​ສໍ້​ຣາສ​ບັງ​ຫຼວງ ແຕ່ ບໍ່​ໄດ້​ມີ​ການ​ລະ​ບຸ​ລະ​ອຽດວ່າ ແມ່ນ​ໃຜ​ຖືກ​ລົງ​ໂທດ ແລະ ມີ​ການ​ສໍ້​ໂກງ​ແບບ​ໃດ. ປະ​ຊາ​ຊົນ​ ທ່ານ​ນຶ່ງ ໄດ້​ໃຫ້​ສັມ​ພາດ ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

ປະ​ຊາ​ຊົນ: " ໂອ້ຍ ​ ເຫັນ​ກະ​ໄດ້​ແຕ່​ເຫັນ​ຫັ້ນ​ລະ ຂ່າວ​ຄື​ເຫັນ ຄອມ​ເມັ້ນ​ຫັ້ນ​ລະ ເຂົາ​ມີ​ແຕ່​ຣາຍ​ງານ. ຣາຍ​ງານ​ລະ​ບໍ່​ໄດ້​ລະ​ບຸ ມີ​ແຕ່​ວ່າ ໂອ້ ປັ​ດ​ຕິ​ໂທ້ ປັດ​ຕິ​ທ້າ ເພິ່ນ​ຫັ້ນລະ ເຂົາ​ຂຽນ​ຫັ້ນ​ລະ ວ່າ​ກວດ​ພົບ​ທໍ່​ນັ້ນ ທໍ່​ນີ້ ຊິ​ນ່າແບບບໍ່​ຈີ້ ບໍ່​ເນັ້ນ​ບໍ່. ເອີ​ແທນ​ໃຜ ທ່ານນີ້ ທ່ານ​ນັ້ນ ເຂົ້າ​ໄດ້​ຈັກ​ປີ ດຳ​ລົງ​ຕຳ​ແໜ່ງ​ຫຍັງ ເຮັດ​ຫຍັງ ເຮັດ​ໄດ້​ຈັ​ກ​ປີ ກະ​ສໍ້​ໂກງ​ແບບ​ໃດ ຈັ່ງ​ຊີ້​ນ່າ. ແຕ່​ເຂົາ​ກະ​ມີ​ແຕ່​ຣາຍ​ງານ​ວ່າ​ເອີ ກວດ​ພ​ນັກ​ງານ​ຣັ​ຖ ສໍ້​ໂກງ​ທໍ່​ນີ້ ທໍ່​ນັ້ນ​ເບາະ 2,000-3,000 ແມ່ນ​ຫຍັງ​ຫັ້ນ​ລະ ຂຽນຣາຍ​ງານ​ແບບດອກ​ໄມ້​ ຄື​ກັບ​ເຂົາ​ເວົ້າ​ຫັ້ນ​ລະ ກະ​ແຕ່​ນັ້ນ​ລະ​ເຫັນ."

ນັກ​ຂ່າວ: ທ່ານ​ມີ​ຄວາມ​ເຊື່ອ​ໝັ້ນ​ປານ​ໃດ​ນີ້ ເຣື່ອງນີ້​ນິ?

ປະ​ຊາ​ຊົນ: "ບໍ່​ໄດ້​ເຮັດ​ຫຍັງ​ດອກ​ຊູ່ມື້ນີ້​ນະ ຊາ​ເບິ່ງ​ໄດ໋ ແບບ​ເຂົາ​ຟັງ​ລາຍ​ການ​ຄື​ສົ່ງ​ໃຫ້​ເບິ່ງ​ຫັ້ນ​ລະ ຈັ່ງ​ໃດ​ບຸ ເວົ້າ​ມາ ມັນ​ກະ​ແມ່ນ​ຄວາມ​ເຂົາ ແຕ່​ວ່າກະ ຈັກ​ຊິ​ໄປ​ລົມ​ນຳ​ຜູ້​ໃດ ເວົ້າ​ໄປ​ດຽວ​ເຂົາ​ກະ​ເບິ່ງ​ລະ​ກະ ໃຈ​ກະ​ຢາກ​ຮ້າຍ​ໄປ​ນຳ​ຫັ້ນ​ລະໂອ້ ບ້ານ​ເມືອງ​ເປັນ​ແນວນີ້ ມັນ."

ນັກ​ຂ່າວ: ໃນ​ບັນ​ດາ​ພ​ນັກ​ງານນີ້ ເປັນ​ຫຍັງ​ຄ່ອຍບໍ່​ສາ​ມາດ​ປາ​ບປາມ​ສໍ້​ຣາສ​ບັ​ງ​ຫຼວງ​ໄດ້?

ປະ​ຊາ​ຊົນ: "ເຂົາ​ເຈົ້​າ​ຮົ້ວ​ກັນ​ເນາະ ໝາຍ​ເຖິງ​ເຈົ້າ​ກະ​ເຮັດ​ຂ້ອຍ​ກະ​ເຮັດ ຈັ່ງ​ຊີ້​ຫັ້ນ​ນ່າ ເວົ້າ​ຕາມ​ພາ​ສາ​ບ້ານ​ເຮົາ ເຈົ້າ​ກະ​ກິນ ຂ້ອຍ​ກະ​ກິນ ກະ​ບໍ່​ຕ້ອງ​ເວົ້າ​ຫຍັງ​ກັນ​ຫັ້ນ​ນ່າ. ຂ້ອຍ​ເຮັດ​ນີ້ ຫາ​ໂຕ​ນັ້ນ​ໂຕນີ້​ຫັ້ນ​ນ່າ ລະ​ກະ​ບໍ່​ຕ້ອງ​ເວົ້າ​ກັນ​ຫັ້ນ​ນ່າ ກໍ​ຄືແນວ​ນັ້ນ​ລະ ມັນ​ສ​ະ​ແດງ​ອອກ ໝາຍ​ເຖິງ​ນາຍ​ຫັ້ນ​ແຫຼະ ຂຶ້ນ​ມາ​ເປັນ​ນາຍ​ເນາະ ແຕ່​ລະ​ແຂວງ​ເນາະ ເຈົ້າ​ເມືອງ​ກັບ​ເຈົ້າ​ແຂວງ​ຫັ້ນ​ລະ​ອ້າວ ຂາຍ​ນັ້ນ ​ຂາຍນີ້ ​ແມ່ນບໍ່ ບໍ່​ໄດ້​ຖາມ​ຄຳ​ເຫັນ​ແມ່ນ​ຫຍັງ ​ສຽງ​ມະ​ຫາ​ຊົນ​ເບາະ ປະ​ຊາ​ຊົນ​ເບາະ ແມ່ນ​ຫຍັງ​ຫັ້ນ ເຂົ້າ​ບໍ່​ໄດ້​ສົນ​ໃຈ. ລະ​ກະ ເຂົາ​ບໍ່​ໄດ້​ລົງ​ຂ່າວ​ຫຍັງ​ຫັ້ນ​ນ່າ ກະ​ຄື​ແບບ​ເຂົາ​ໄປ​ຍາດ​ດິນ​ ຍາດດອນ​ຫຍັງ​ຫັ້ນ ຈັກ​ຊິ​ຮຽກ​ຮ້ອງ​ນຳ​ຜູ້​ໃດ ຮຽກ​ຮ້ອງ​ນຳ​ໃຜ​ມາ​ຊ່ວຍ ມັນ​ກະ​ກ້າວ​ມາ​ເຖິງ​ຄວາມ​ຍຸ​ຕິ​ທັມ​ຫັ້ນ​ລະ ແມ່ນ​ໃຜ​ຊິ​ມາ​ຊ່ອຍ."

ຜູ້​ທີ່​ຖືກ​ປະ​ຕິ​ບັດ​ວິ​ໃນ ເຣື່ອງ​ສໍ້​ຣາສ​ບັງ​ຫຼວງນັ້ນ ເປັນ​ຜູ້​ທີ່ບໍ່​ມີ​ຜູ້​ໃຫຍ່​ໜູນ​ຫຼັງ ແຕ່ ຖ້າ​ມີ​ຜູ້​ໃຫຍ່​ໜູນ​ຫຼັງ ພະ​ນັກ​ງານຜູ້​ນັ້ນ​ກໍ​​ຖືກ​ຍົກ​ຍ້າຍ​ເທົ່າ​ນັ້ນ. ນັກ​ທຸຣະ​ກິ​ຈ ​ທ່ານນຶ່ງໄດ້​ກ່າວ​ໃຫ້​ສັມ​ພາດ​ຕໍ່​ວິທຍຸເອ​ເຊັຽ​ເສ​ຣີ ວ່າ.

ນັກ​ທຸ​ຣະ​ກິ​ຈ: " ດຽວນີ້ ​ເນາະ ທຸກ​ໝ້ອງ ທຸກ​ບ່ອນ​ທີ່​ເຮົາ​ໄດ້​ໄປ​ສຳ​ຜັດ ມີ​ໝູ່ ມີ​ກອງ ເປັນ​ພ​ນັກ​ງານ​ຣັ​ຖ ປ​ຕິ​ບັດ​ວິ​ໄນ​ກະ​ມີ ເຈົ້າ​ບໍ່​ມີ​ກຳ​ແພງ​ຫີນ​ບັງກະ​ໄລ່​ອອກ ມີ​ກຳ​ແພງ​ຫີນ​ບັງ​ກະ​ຍ້າຍ. ຫຼົບ​ບ່ອນ​ແຂງ ແທງ​ບ່ອນ​ອ່ອນ ກະ​ຍັງ ເກີດ​ຂຶ້ນ​ຄື​ເກົ່າ ແຕ່​ຖ້າ​ແຂງ​ເຈີ​ແຂງ​ໃສ່ກັນ​. ແລ້ວ ເອີ ກະ​ຕ້ອງ​ຝ່ານ​ນຶ່ງ​ໄປ ມັນ​ກະ​ເລັກໆ ນ້ອຍໆ ດອກ ຄັນ​ແຂງ​ເຈີ​ແຂງ​ມີ​ໜ້ອຍ​ເກີນ​ໄປ ແຕ່​ວ່າ​ຫຼົບ​ບ່ອນ​ແຂງ​ແທງ​ບ່ອນ​ອ່ອນນີ້ ມັນ​ເປັນ​ສັງ​ຄົມ​ຂີ້​ໝາ ຍາວ​ນານ​ມາ 5,000 ປີ. ມຶງ​ຢູ່​ກັບ​ໃຜ ໃຜ​ແບກ​ອັບ​ມຶງ ແບກ​ອັບ​ມຶງ ມີ​ອຳ​ນາດ​ສືບ​ທອດ​ທໍ່​ໃດ​ແດ່ ຄັນ​ວ່າ ຊ່ຳ​ນີ້ ກູບໍ່​ຢ້ານ. ໂອ້​ຄັນ​ວ່າ ຍັງ​ຢ້ານ​ຢູ່ ຄ່ອຍ​ຊັບ​ຊ້ອນ​ໄປ ມັນ​ເປັນ​ແບບນີ້ ຢູ່ນີ້."

ນັກ​ຂ່າວ: ຄື​ວ່າ​ ຣັ​ຖ​ບານ​ເພິ່ນ​ໄດ້​ປະ​ກາດ, ໄດ້​ເຜີຍ​ແຜ່ມູນ​ຄ່າ ​ເວົ້າ​ເຣື່ອງ​ໂຄງ​ການຕ່າງໆ ນອກ​ແຜນ ມູ​ນ​ຄ່າ​ຄວາມ​ເສັຽ​ຫາຍ ຈາກ​ການ​ສໍ້​ຣາສ​ບັງ​ຫຼວງ ຈາກ​ໂຄງ​ການ​ທີ່ບໍ່​ໂປ່ງ​ໄສ ໂຕນີ້​ມັນ​ເປັນ​ໂຕ​ເລກ​ແທ້​ເບາະ ຫຼືວ່າ ມັນ​ເປັນ​ສ່ວນ​ນຶ່ງ​ສື່ໆ?

​ນັກ​ທຸ​ຣະ​ກິ​ຈ: " ມັນ ​ເປັນ​ສ່ວ​ນ​ນຶ່ງ​ສື່ໆ​ດອກ ກະ​ມີ​ຢູ່ ໃຫ້​ຂ້ອຍ ໃຫ້​ຄະ​ແນນ ເຕັມ​ຄວາມ​ຈິງ​ແທ້ໆ ນີ້ ຂ້ອຍ​ໃຫ້​ຢູ່​ທີ່ບໍ່​ເກີນ 35 ເປີ​ເຊັນ, 75 ເປີ​ເຊັນ ຖືກ​ເອົາ​ໄປ​ກິນ​ແລ້ວ ມັນ​ໂຕ​ເລກ​ປອມນີ້​ນ່າ ມັນ​ມີ."

ການຈັດອັນດັບຂອງຄວາມ​ໂປ່ງ​ໄສ​ສາ​ກົ​ລ ຈະເຣີ່ມມຈາກຄະແນນ 0 ຖືວ່າ ມີການສໍ້ລາດບັງຫຼວງສູງທີ່ສຸດ ແລະ ຄະແນນ 100 ຖືວ່າ ມີຄວາມຂາວສອາດທີ່ສຸດ ຫຼື ໂປ່ງໄສທີ່ສຸດ.

ໂຕຊີ້ວັດ ສະແດງໃຫ້ເຫັນວ່າ ປະເທດລາວຍັງຢູ່ໃນເຂດສີແດງຢູ່ ທີ່ຢູ່ມີຄະແນນຕ່ຳກວ່າ 50 ລົງມາ ໃນຂະນະທີ່ປະເທດທີ່ມີຄະແນ 50 ຂຶ້ນໄປ ຈະຢູ່ໃນເຂດສີສົ້ມ ຢູ່ໃນອັນດັບປານກາງ ຈົນຂຶ້ນໄປຮອດເຂດສີເຫຼືອງ ຖືວ່າຢູ່ໃນອັນດັບຂາວສະອາດ.

​ໜັງ​ສື​ພິມ​ລາວ​ພັ​ທ​ນາ​ ໄດ້​ຣາຍ​ງານ​ໃນ​ວັນ​ທີ 19 ເມ​ສາ 2022 ໂດຍ ອ້າງ​ຄຳ​ເວົ້າຂອງ ທ່ານ ວິ​ໄລ​ວັນ ບຸດ​ດາ​ຄຳ ຮອງ​ປະ​ທານ ອົງ​ການກວດ​ກາ​ແຫ່ງ​ຣັ​ຖ ຢູ່ ໃນ​ກອງ​ປະ​ຊຸມວຽກ​ງານກວດ​ກາ​ ທົ່ວ​ປະ​ເທດ​ຄັ້ງ​ທີ 4 ຕອນ​ນຶ່ງວ່າ: ແຕ່​ປີ 2016 ຈົນ​ມາ​ເຖິງ​ປັດ​ຈຸ​ບັນ ສາ​ມາດກວດ​ກາ​ໄດ້​ທັງ​ໝົດ​ປ​ະ​ມານ 4,000 ເປົ້າ​ໝາຍ ແລະ ພົບ​ເຫັນ​ຜົ​ລ​ເສັຽ​ຫາຍ​ທັງ​ໝົດ 8,000 ຕ໋ື້​ກີບ, 50 ລ້ານ​ໂດ່​ລ້າຣ໌, 37 ລ້ານບາດ.

ທ່ານ ວິ​ໄລ​ວັນ ບຸດ​ດາ​ຄຳ ຍັງ​ຣາຍ​ງານ​ອີກວ່າ: ເບື້ອງ​ຕົ້ນ​ສາ​ມາດ​ເກັບ​ກູ້​ຄືນ​ມາ​ໄດ້ເກືອບ 1,800 ຕື້ກີບ, ເງິນ​ໂດ່ລ້າຣ໌ 3.5 ລ້ານ​ໂດ່​ລ້າຣ໌, ເງິນ​ບາດ 11 ລ້ານ​ບາດ.