ກົດໝາຍ ວ່າດ້ວຍເຂດເສຖກິຈ ພິເສດ ບໍ່ຜ່ານການຮັບຮອງ ຈາກສະພາ

ໄຊຍາ
2023.11.22
ກົດໝາຍ ວ່າດ້ວຍເຂດເສຖກິຈ ພິເສດ ບໍ່ຜ່ານການຮັບຮອງ ຈາກສະພາ ພາຍໃນເຂດ ເສຖກິຈພິເສດ ສາມຫຼ່ຽມຄຳ. ເດືອນກຸມພາ ປີ 2023.
RFA

ກົດໝາຍວ່າດ້ວຍເຂດເສຖກິຈພິເສດ ບໍ່ຜ່ານການຮັບຮອງ ຈາກກອງປະຊຸມສະພາ ສໄມສາມັນເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ຍ້ອນກົດໝາຍດັ່ງກ່າວ ເໜັ້ນໜັກສະເພາະການດຶງດູດ ນັກລົງທຶນແຕ່ບໍ່ລົງເລິກດ້ານການຄຸ້ມຄອງ, ການປົກຄອງ. ດັ່ງນັ້ນກອງປະຊຸມ ຈຶ່ງສເນີໃຫ້ຣັຖບານປັບປຸງຕື່ມ ແລ້ວນຳມາສເນີຕໍ່ກອງປະຊຸມຄັ້ງຕໍ່ໄປ.

ຕໍ່ກັບກໍຣະນີດັ່ງກ່າວ ສະມາຊິກສະພາແຫ່ງຊາຕ ຫຼາຍທ່ານເປັນຫ່ວງ ແລະສເນີໃຫ້ຣັຖບານລາວ ມີການກຳນົດ ຢ່າງຈະແຈ້ງ ໃນການຄຸ້ມຄອງພົລເມືອງຕ່າງປະເທດ ໂດຍສະເພາະແມ່ນຄົນຈີນ ທີ່ອາສຢູ່ໃນເຂດເສຖກິຈພິເສດບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ ແລະ ເຂດເສຖກິຈພິເສດສາມຫຼ່ຽມຄຳ ແຂວງບໍ່ແກ້ວ ເນື່ອງຈາກຄົນຕ່າງປະເທດເລົ່ານັ້ນ ເກີດລູກແຕ່ບໍ່ຮູ້ວ່າໄດ້ສັນຊາຕໃດແທ້ ແລະ ການຄຸ້ມຄອງໃນເຣື່ອງຕ່າງໆ ເຊັ່ນການເຂົ້າ-ອອກປະເທດ, ພາສາ ແລະ ການນຳໃຊ້ສະກຸນເງິນ ຄວນຈະກຳນົດຢ່າງຈະແຈ້ງ ໃຫ້ເປັນຮູບປະທັມ.

ດັ່ງ ດຣ. ເກດແກ້ວ ສີຫາລາດ ສະມາຊິກສະພາແຫ່ງຊາຕ ນະຄອນຫຼວງວຽງຈັນ ກ່າວຕໍ່ກອງປະຊຸມ ສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາຕຊຸດທີ 9 ທີ່ຫາກໍສິ້ນສຸດ ໄປເມື່ອບໍ່ດົນມານີ້ວ່າ:

“ພົລເມືອງທີ່ຢູ່ໃນເຂດເສຖກິຈພິເສດນີ້ ທີ່ພວກເຮົາມີຜ່ານມານີ້ນ່າ ມັນບໍ່ແມ່ນໜ້ອຍ ຄັນມີແຕ່ກັມມະກອນກາດີ ຫຼື ບໍ່ແມ່ນກັມມະກອນກາມີ ເອົາກັນແລ້ວມີເກີດລູກເກີດເຕົ້າ ຂຶ້ນມາສະນັ້ນນີ້ເຮົາຕ້ອງໄດ້ມີການຄຸ້ມຄອງ ມີການປົກຄອງວ່າການເກີດຢູ່ນີ້ ການຕາຍການເຄື່ອນຍ້າຍ ໂຍກຍ້າຍ ພາສາ ນຳໃຊ້ພາສາຫຍັງ ສະກຸນເງິນ ທີ່ໃຊ້ຢູ່ເຂດເສຖກິຈພິເສດ ທາງການແມ່ນສະກຸນເງິນຫຍັງ ການປົກຄອງເຂດເສຖກິຈພິເສດຄວນເຮັດແບບໃດ ມັນຕ້ອງໄດ້ເວົ້າກັນອັນນີ້ນ່າ.

ປັດຈຸບັນຣັຖບານລາວ ໄດ້ຮ່າງກົດໝາຍວ່າ ດ້ວຍເຂດເສຖກິຈພິເສດ ເພື່ອກຳນົດຫຼັກການ, ລະບຽບການ, ການສ້າງຕັ້ງ, ການເຄື່ອນໄຫວ ບັນດານະໂຍບາຍຕ່າງໆ ກ່ຽວກັບເຂດເສຖກິຈພິເສດ ແລະ ເຂດເສຖກິຈສະເພາະ ເພື່ອຮັບປະກັນຄວາມສະຫງົບ ປອດໄພ ແລະ ອື່ນໆ ແຕ່ສະມາຊິກສະພາ ແຫ່ງຊາຕຫຼາຍທ່ານເຫັນວ່າ ຮ່າງກົດໝາຍສະບັບນີ້ ຍັງມີເນື້ອໃນບໍ່ຄົບຖ້ວນ ບໍ່ຈະແຈ້ງຈຶ່ງຍັງບໍ່ຄວນຈະຮັບຮອງ ໃຫ້ຜ່ານເປັນກົດໝາຍເທື່ອ.

ກ່ຽວກັບເຣື່ອງນີ້ຊາວລາວ ທ່ານນຶ່ງໃນແຂວງຫຼວງນໍ້າທາ ກ່າວວ່າເຫັນດີກັບຂໍ້ສເນີ ຂອງສະມາຊິກສະພາແຫ່ງຊາຕ ທີ່ຢາກໃຫ້ຣັຖບານລາວຕິດຕາມ-ກວດກາເບິ່ງເອກະສານ, ການເຄື່ອນໄຫວວຽກງານ ຂອງກຸ່ມຄົນຈີນ ທີ່ເຂົ້າມາເຮັດວຽກຢູ່ໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳ ແລະເຂດເສຖກິຈພິເສດ ບໍ່ເຕັນ ແດນງາມ ແລະ ເຂດອື່ນໆ ເພື່ອບໍ່ໃຫ້ເກີດຄວາມວຸ້ນວາຍຂຶ້ນ ໃນສັງຄົມ ເພາະຄົນຈີນເຂົ້າມາມີອິດທິພົນ ຫຼາຍສົມຄວນ ຢູ່ໃນແຂວງພາກເໜືອຂອງປະເທດລາວ.

ດັ່ງຊາວລາວທ່ານນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 22 ພຶສຈິກາ 2023 ນີ້ວ່າ:

“ຣັຖບານເບິ່ງຂໍ້ມູນ ເບິ່ງເອກະສານແມ່ນໃຜ ອະນຸຍາດ ແມ່ນໃຜບໍ່ອະນຸຍາດ ມາໃນວຽກໃດຢູ່ນໍ້າທານີ້ ກໍປາໄປບ່ອນໃດ ກາແມ່ນເຫັນໜັງສືຈີນ ໃສ່ຫົວແມ່ນເຂົາ ມັນເປັນຜົກະທົບ ບ່ອນວ່າສະພາບມັນວຸ້ນວາຍຍ້ອນວ່າ ຈັກມັນຜູ້ດີ ຈັກມັນຜູ້ຮ້າຍ ຫັ້ນນ່າ.

ຊາວລາວທ່ານນຶ່ງ ແລະຍັງເປັນເຈົ້າໜ້າທີ່ ທ້ອງຖິ່ນໃນແຂວງຫຼວງພຣະບາງ ກ່າວວ່າ ດຽວນີ້ທັງກຸ່ມຄົນຈີນ ແລະຄົນວຽດນາມ ເຂົ້າມາເຮັດທຸຣະກິຈ ເປັນຈຳນວນຫຼາຍ ຢູ່ໃນແຂວງພາກເໜືອ ຂອງປະເທດລາວຫຼາຍຄົນເດີນທາງ ເຂົ້າມາປະເທດຢ່າງຖືກຕ້ອງ ແຕ່ພໍເຂົ້າມາລາວແລ້ວບໍ່ກັບຄືນປະເທດ ອາສຊ່ອງຫວ່າງທາງກົດໝາຍ ທີ່ອ່ອນແອ ບໍ່ມີການຕິດຕາມ-ກວດກາ ແລ້ວອາສຢູ່ລາວໄປເລີຍ.

ດັ່ງຊາວລາວທ່ານນີ້ກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ກາຄືວ່າຫັ້ນແຫຼະ ຈີນກໍຫຼາຍວຽດນາມ ນີ້ໂອ້ເຫັນຫຼາຍ ໂຕເລຂມັນກາບໍ່ຊັດເຈັນ ປານໃດ ມາທຳອິດນີ້ຖືກແທ້ມາແລ້ວ ກາຢູ່ເລີຍ ຈີນນ່າຄືພວກ ນ້ອງຮູ້ ຫັ້ນແຫຼະ.

ເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ກ່າວວ່າ ການອະນຸຍາດໃຫ້ຄົນຕ່າງປະເທດ ເຂົ້າມາສັມປະທານທີ່ດິນ ໃນລາວ ແລະ ຍັງເປັນການຖື ຄອງສັມປະທານ ຍາວນານເຖິງ 99 ປີ ຄວນຈະຕ້ອງມີກົດໝາຍກຳນົດຢ່າງລະອຽດ ແລະ ການຄຸ້ມຄອງຮັດກຸມ ທີ່ສຸດເຖິງຈະບໍ່ເກີດບັນຫາຕາມມາ. ສໍາລັບປະເທດລາວ ຍັງນໍາໃຊ້ດໍາຣັ, ລະບຽບການ ແລະ ຂໍ້ຕົກລົງໂດຍບໍ່ມີກົດໝາຍຄຸ້ມຄອງ ຈຶ່ງເຮັດໃຫ້ວຽກງານເຣື່ອງຕ່າງໆ ເຊັ່ນການເຂົ້າ-ອອກເຂດ, ການຈ້າງງານ, ການຂຶ້ນທະບຽນຄົນງານ, ການຕິດຕາມ-ກວດກາ ຄວາມສະຫງົບ ແລະປອດໄພ, ການນຳໃຊ້ເງິນຕຣາ, ພາສາເວົ້າ, ພາສາຂຽນ ຈຶ່ງບໍ່ໄດ້ຮັບການຄຸ້ມຄອງ ຢ່າງເປັນຮູບປະທັມ.

ດັ່ງເຈົ້າໜ້າທີ່ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

ການບໍຣິຫານຄຸ້ມຄອງ ເຣື່ອງການແບ່ງຄວາມຮັບຜິດຊອບ ໃນການຄຸ້ມຄອງບໍ່ເໝາະສົມ ກາຢາກຍາກແລ້ວເນາະ ໃນການຄຸ້ມຄອງຄັນວ່າ ມັນຄົນຂະເຈົ້າເອັງທີ່ມາສ້າງບັນຫາ ຂະເຈົ້າຮັບຜິດຊອບເອງກາຕ້ອງໄດ້ເວົ້າກັນໃໝ່.

ສ່ວນກໍຣະນີ ທີ່ຄົນຕ່າງປະເທດເຂົ້າມາດໍາເນີນທຸຣະກິຈ ຫຼືເປັນກັມມະກອນ ຢູ່ໃນປະເທດລາວ ໄດ້ຜົວ-ໄດ້ເມັຍ ຈົນເກີດລູກ ຫາກພໍ່-ແມ່ເປັນຄົນສັນຊາຕໃດ ກໍຕາມລູກອອກມາແລ້ວກໍຕ້ອງໄດ້ຮັບສັນຊາຕນັ້ນ ເຊັ່ນຄົນງານຈີນທີ່ອາສໃນເຂດເສຖກິຈພິເສດ ສາມຫຼ່ຽມຄຳເກີດລູກຢູ່ໂຮງໝໍແຂວງບໍ່ແກ້ວ ຫຼື ໂຮງໝໍໃດກໍຕາມ ເມື່ອລູກອອກມາແລ້ວ ຈະໄດ້ຮັບສັນຊາຕຈີນ ສັນຊາຕຂອງພໍ່-ແມ່ ບໍ່ແມ່ນສັນຊາຕລາວ.

ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງບໍ່ແກ້ວກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຂະເຈົ້າກາຄືຊິເກີດຢູ່ແຫຼະ ເພາະວ່າເຫັນຫຼາຍຄົນຂະເຈົ້າກາເກີດຢູ່ໃນເຂດເນາະ ແລ້ວກາເຂົາໃຊ້ສັນຊາຕຈີນ ຂອງຂະເຈົ້າເລີຍຖ້າຫາກຂະເຈົ້າ ເກີດບໍ່ໄດ້ເນາະຂະເຈົ້າຈະນຳສົ່ງມາໂຮງໝໍເມືອງ ເຮົາສົມມຸດວ່າໃຊ້ສັນຊາຕໃດ ກາຕ້ອງໃຊ້ສັນຊາຕນັ້ນເນາະ ຈີນກາຈີນ ພະມ້າກາພະມ້າ ອິຫຍັງຫັ້ນນ່າ.

ກົດໝາຍວ່າດ້ວຍເຂດເສຖກິຈພິເສດ ທີ່ເປັນກົດໝາຍໃໝ່ນັ້ນ ຜ່ານການປະກອບຄໍາເຫັນ ຂອງສະມາຊິກສະພາແຫ່ງຊາຕ ກອງປະຊຸມໄດ້ສເນີໃຫ້ຣັຖບານສືບຕໍ່ ປັບປຸງບາງເນື້ອໃນຄືນໃໝ່ ເພື່ອໃຫ້ຮັດກຸມ, ຈະແຈ້ງ ແລະ ສເນີໃຫ້ນຳເຂົ້າພິຈາຣະນາ ໃນກອງປະຊຸມສໄມສາມັນເທື່ອທີ 7 ໃນເວລາຈະມີການປັບປຸງກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ.

ປັດຈຸບັນປະເທດລາວ ມີເຂດເສຖກິຈພິເສດ ທັງໝົດ 21 ແຫ່ງ ຕັ້ງຢູ່ໃນ 7 ແຂວງໂດຍມີພື້ນທີ່ສຳປະທານທັງໝົດ 33,088 ເຮັກຕ້າຣ໌ ໃນນີ້ບຸກເບີກພື້ນທີ່ໂຕຈິງໄປແລ້ວ 23,776 ເຮັກຕ້າຣ໌ ສາມາດຶງດູດການລົງທຶນໄດ້ ທັງໝົດ 1,377 ຫົວໜ່ວຍວິສາຫະກິຈ ເຊິ່ງສ່ວນໃຫຍ່ ເປັນການລົງທຶນຂອງຈີນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.