ສານປະຊາຊົນສູງສຸດ ປຶກສາຫາລື ຕັ້ງສຳນັກງານສານປະຊາຊົນ ໃນສາມຫຼ່ຽມຄຳ

ຈຳປາທອງ
2024.03.08
ສານປະຊາຊົນສູງສຸດ ປຶກສາຫາລື ຕັ້ງສຳນັກງານສານປະຊາຊົນ ໃນສາມຫຼ່ຽມຄຳ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ.
RFA

ສານປະຊາຊົນສູງສຸດ ໄດ້ຈັດກອງປະຊຸມປຶກສາຫາລື ໃນມື້ວັນທີ 7 ມີນາ ນີ້ກ່ຽວກັບການສ້າງຕັ້ງ ສານປະຊາຊົນ ຢູ່ເຂດເສດຖະກິຈ ພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອພິຈາລະນາ ແລະຕັດສິນຄະດີ ທີ່ເກີດຂຶ້ນຢູ່ໃນເຂດນີ້, ອີງຕາມການຣາຍງານ ຂອງໜັງສືພິມປະຊາຊົນ ວັນທີ 7 ມີນາ 2024.

ເພື່ອຂໍຮູ້ຣາຍລະອຽດ ກ່ຽວກັບເຣື່ອງທີ່ວ່ານີ້ ວິທະຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງ ສານປະຊາຊົນສູງສຸດ ແຕ່ເຈົ້າໜ້າທີ່ ຂະແໜງການທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນໄດ້.

ແຕ່ເຈົ້າໜ້າທີ່ ປະຈໍາເຂດເສດຖະກິຈ ພິເສດສາມຫຼ່ຽມຄໍາ ທ່າານຶ່ງເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 8 ມີນານີ້ວ່າ ສໍາລັບແຜນການສ້າງຕັ້ງ ສານປະຊາຊົນ ຢູ່ໃນເຂດນີ້ ແມ່ນໄດ້ມີການປຶກສາຫາລືກັນ ມາຕັ້ງແຕ່ດົນແລ້ວ ແລະຫລາຍພາກສ່ວນທີ່ກ່ຽວຂ້ອງ ກໍເຫັນດີ ເພື່ອແບ່ງເຂດຄຸ້ມຄອງ ແລະເຂດນັ້ນ ມັນຄ້າຍຄືກັນກັບເມືອງໆນຶ່ງ.

ມີຂໍ້ຕົກລົງມາແລ້ວ ທາງໄອຍະການເພີ່ນກໍເລີ່ມຈະມາກວດ ເບິ່ງສະຖານທີ່ພັກອາສັຍ ສະຖານທີ່ທໍາງານ ເຂດເສດຖະກິດນີ້ນະ ມັນມີບັນດາຂະແໜງການ ທີ່ຂື້ນກັບຄະນະຄຸ້ມຄອງນໍ ມັນຄ້າຍຄືກັບເມືອງນໍ ຄືທົ່ວໄປແຫລະ ມາສານ ມີການເງິນ ມີກະສິກັມ ມີທັງ ປກສ-ປກຊ ຄົບ.”

ແຕ່ເຖິງຢ່າງໃດກໍຕາມ ປະຊາຊົນຈໍານວນນຶ່ງ ກໍບໍ່ເຫັນດີນໍາ ທີ່ຈະສ້າງຕັ້ງສານປະຊາຊົນ ຢູ່ໃນເຂດນັ້ນ, ຢາກໃຫ້ການພິຈາລະນາ ແລະຕັດສິນຄະດີນັ້ນ ຂື້ນຢູ່ກັບສານປະຊາຊົນ ແຂວງບໍ່ແກ້ວ ຍ້ອນຢ້ານວ່າ ຈະເກີດມີຄວາມບໍ່ບຸຕິທັມ ແຕ່ມາຮອດຂະນະນີ້ ຊາວບ້ານຜູ້ນຶ່ງເວົ້າວ່າ ຍັງບໍ່ຮູ້ເຣື່ອງນີ້.

ບໍ່ຮູ້ເທື່ອນໍ ບໍ່ຮູ້ເທື່ອເດີ ມັນກໍບໍ່ໜ້າຈະມີນ່າ ເພາະວ່າໂຕນີ້ ມັນກໍຂື້ນກັບແຂວງບໍ່ແກ້ວ ແລ້ວມັນຈະໄປມີຢູ່ຫັ້ນຕື່ມອີກ ມັນເປັນໄປບໍ່ໄດ້ຕິ.”  

ໃນຂະນະດຽວກັນ ປະຊາຊົນອີກຜູ້ນຶ່ງ ກໍເວົ້າຄືກັນວ່າ  ຖ້າມີສານປະຊາຊົນ ເກີດຂື້ນ ຢູ່ໃນເຂດນີ້ ກໍຢ້ານວ່າ ຈະເກີດມີຄວາມບໍ່ຍຸຕິທັມ ເປັນຕົ້ນວ່າ ຄົນຈີນທີ່ມີຄະດີ ອາດຈະໃຊ້ເງິນຊື້ຈ້າງເຈົ້າໜ້າທີ່ ເພື່ອໃຫ້ຕົນ ບໍ່ໄດ້ຖືກດໍາເນີນຄະດີ ແລະຫລຸດພົ້ນຈາກຄວາມຜິດ.

ເປັນຄະດີໄປສານ ຄັນເຂົາເອົາເງິນໃຫ້ຫລາຍ ສານກະຊິໂຈະຢູ່ຫັ້ນ ບໍ່ເວົ້າຈັກເທື່ອ ຄັນກົດໝາຍໄປຕາມກົດໝາຍແທ້ ຄະດີ ເຮັດບໍ່ຄະດີ ຖ້າກົດໝາຍບໍ່ເປັນກົດໝາຍ ເຮັດກະບໍ່ແຫຼະນໍ. ອັນໃດບໍ່ດີ ກະບໍ່ປະຕິບັດຕາມກົດມາຍ ປັດຈຸບັນນີ້ ເງິນເປັນພະເຈົ້າເດ.

ແລະນັກກົດໝາຍທ່ານນຶ່ງ ກໍບໍ່ເຫັນດີນໍາຄືກັນ ເພາະມັນບໍ່ຖືກຕ້ອງ ຍ້ອນວ່າ ຖ້າມີສານ ແລະອົງການໄອຍະການ ຢູ່ໃນເຂດນີ້ ຈະເຮັດໃຫ້ຄົນຈີນ ຫລືຄົນຕ່າງປະເທດ ທີ່ມີເງິນຫລາຍ ບໍ່ຢ້ານກົດໝາຍ ແລະອາດຈະມີການຊື້ຈ້າງເຈົ້າໜ້າທີ່ ເພື່ອບໍ່ໃຫ້ຖືກດໍາເນີນຄະດີ ຫລື ສັ່ງຟ້ອງຕໍ່ສານ.

ບໍ່ຖືກແຫຼະ ຫຍຸ້ງຍາກນ່າ ຢູ່ລາວນີ້ນ່າ ຢ້ານຜູ້ທີ່ມີເງິນມີຄໍາ ຂື້ນກໍເຣື່ອງເດ ແມ່ນໃຜຈະກ້າສັ່ງຟ້ອງຜູ້ຕ້ອງຫາຂື້ນສານ ເປັນໄປບໍ່ໄດ້.

ແຕ່ອະດີດເຈົ້າໜ້າທີ່ລາວທ່ານນຶ່ງ ເວົ້າວ່າ ຖ້າມີການຈັດຕັ້ງສານປະຊາຊົນ ຢູ່ໃນເຂດເສດຖະກິຈພິເສດສາມຫຼ່ມຄໍາ ຍິ່ງຈະເປັນຜົນດີ ໃຫ້ແກ່ການຄຸ້ມຄອງໃນເຂດນີ້ ແລະຈະເຮັດໃຫ້ການສະສາງຄະດີຕ່າງໆ ເປັນໄປໄດ້ດີ ເພື່ອຄວາມສະຫງົບຮຽບຮ້ອຍ.

ເກືອບກາຍເປັນປະເທດນຶ່ງຢູ່ຫັ້ນ ແນ່ນອນແຫຼະ ຕ້ອງມີແທ້ ເພາະວ່ານັກໂທດເບາະ ຜູ້ຜິດກົດໝາຍມັນອາດຈະຫລາຍ ມັນຕັດສິນຢູ່ຫັ້ນເລີຍກະດີຄືກັນ ໃຊ້ການຊີ້ນໍາຂອງກະຊວງຍຸຕິທັມພຸ້ນ ໂຕນັ້ນໂອ.

ເມື່ອກ່ອນໜ້ານີ້ ຄືໃນວັນທີ 5 ມົກກະຣາ ທີ່ຜ່ານມາ ອົງການໄອຍະການ ປະຊາຊົນສູງສຸດ ກໍໄດ້ປຶກສາຫາລື ແລະຄົ້ນຄວ້າ ເຣື່ອງການຈັດຕັ້ງຫ້ອງການໄອຍະການ ປະຊາຊົນ ຢູ່ໃນເຂດດັ່ງກ່າວ ເພື່ອຕິດຕາມ ກວດກາການເຄົາລົບ ແລະປະຕິບັດກົດໝາຍ ແລະສັ່ງຟ້ອງຜູ້ຖືກກ່າວຫາຂຶ້ນສານ ເພື່ອຄວາມປອດໄພ ຂອງພາກສ່ວນທຸຣະກິຈ ແລະຜູ້ຢູ່ອາໄສໃນເຂດນັ້ນ.

ແລະກ່ອນໜ້ານັ້ນ ກຸ່ມບໍຣິສັດດອກງິ້ວຄໍາ ກໍໄດ້ສ້າງຄ້າຍຄຸມຂັງສະເພາະນັກ ໂທດ ທີ່ກໍ່ຄະດີຢູ່ໃນເຂດເສດຖະກິຈພິເສດສາມຫຼ່ຽມຄໍາ ຂະໜາດ 24 ຫ້ອງຂັງ ຢູ່ເຂດບ້ານມ່ວງຄໍາ ເມືອງຕົ້ນເຜິ້ງ ຫ່າງຈາກເຂດເສດຖະກິຈ ພິເສດສາມຫຼ່ຽມຄໍາ ປະມານ 3 ກິໂລແມັດ ແລະໄດ້ມອບໃຫ້ກອງບັນຊາການ ປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເປັນຜູ້ຄຸ້ມຄອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.