ລາວ-ຈີນ ຊ້ອມຮົບຮ່ວມ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງ ມິດຕະພາບ 2024"
2024.07.08

ການຊ້ອມຮົບລະຫວ່າງກອງທັບ ລາວ-ຈີນ ພາຍໃຕ້ຫົວຂໍ້ "ໂລ້ກໍາບັງ ມິດຕະພາບ 2024" ຄັ້ງທີ 2 ໄດ້ເລີ້ມຂຶ້ນຢ່າງເປັນທາງການ ທີ່ວິທະຍາຄານທະຫານບົກ ກົມມະດໍາ ແຂວງວຽງຈັນ ສຳລັບການຝຶກຊ້ອມດັ່ງກ່າວເລີ່ມຕັ້ງແຕ່ ວັນທີ 05-18 ກໍລະກົດ 2024. ຈຸດປະສົງຂອງການເຄື່ອນໄຫວ ຊ້ອມຮົບໃນເທື່ອນີ້ ທ່ານ ພັນໂທ ສັນຕິ ຈັນທະລັງສອນ, ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ພ້ອມທັງເປັນຫົວໜ້າ ຄະນະຮັບຜິດຊອບເນື້ອໃນການຈັດຕັ້ງຫັດແອບ ຊ້ອມຮົບ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ພາຍໃນເມື່ອວັນທີ 05 ກໍລະກົດ ວ່າ ແມ່ນຄວາມຈຳເປັນແລະເປັນຄວາມສຳຄັນ ຕໍ່ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ-ຈີນ.
“ໂຕນີ້ແມ່ນບົນພື້ນຖານການຊ້ອມຮົບ ແມ່ນນໍາໃຊ້ຍານພາຫະນະອາວຸດ ເຕັກນິກຂອງການປະກອບ ຂອງແຕ່ລະກອງທັບ ໃນນັ້ນເຮົາມີການແລກປ່ຽນກ່ຽວກັບ ການນໍາໃຊ້ອາວຸດທີ່ຝ່າຍຈີນ ມີອາວຸດອັນໃດເຮົາກໍ່ມີຄວາມສາມາດວ່າ ສຶກສາແລກປ່ຽນກັນໂຕນັ້ນ ຈະເປັນສີ່ງທີ່ວ່າເສີມສ້າງໃນກອງທັບ ເຮົາພັດທະນາຄືການປະກອບຄືບົດຮຽນ ທີ່ແລກປ່ຽນມາເພື່ອນໍາມາໝູນໃຊ້ປັບປຸງ ກອງທັບໃຫ້ກອງທັບປະຊາຊົນລາວ ກາຍເປັນກອງທັບ ທີ່ມີແບບແຜນແລະທັນສະໄໝ ຕາທິດນໍາຂອງກະຊວງປ້ອງກັນປະເທດ ກໍ່ຄືຂອງສູນກາງພັກວາງອອກ.”
ອີງຕາມການລາຍງານ ຂ່າວຂອງກອງທັບປົດປ່ອຍ ປະຊາຊົນຈີນລະບຸວ່າ ທາງກອງທັບລາວ-ຈີນໄດ້ສົ່ງກຳລັງທະຫານ ເຂົ້າຮ່ວມຊ້ອມຮົບໃນຄັ້ງນີ້ຈຳນວນ 1,200 ຄົນໃນນີ້ກອງກຳລັງ ທະຫານຈີນ 300 ຄົນ ເຊິ່ງມາຈາກກອງທັບປົດປ່ອຍ ປະຊາຊົນຈີນ, ຮົງກົງ, ມາເກົ້າ, ສູນຊ່ວຍເຫຼືອຂົນສົ່ງຮ່ວມກຸ້ຍລິນ ແລະພາກສ່ວນອື່ນໆທີ່ກ່ຽວຂ້ອງ.
ກ່ຽວກັບການຊ້ອມຮົບ ດັ່ງກ່າວເຈົ້າໜ້າທີ່ທີ່ກ່ຽວຂ້ອງວິທະຍາຄານ ທະຫານບົກກົມມະດໍາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 08 ກໍລະກົດ ວ່າການຈັດການຊ້ອມຮົບ ແມ່ນຈັດຂຶ້ນທີ່ວິທະຍາຄານ ທະຫານບົກກົມມະດໍາ ແຂວງວຽງຈັນ ເຊິ່ງການຊ້ອມຮົບດັ່ງກ່າວ ຄ້າຍຄືກັບການຊ້ອມຮົບໃນໄລຍະປີທີາຜ່ານມາ.
“ຢູ່ແຂວງວຽງຈັນເນາະພວກເຮົາ ກໍ່ໄປເອົາຂ່າວແຕ່ພິທີເປີດ-ປິດ ສ່ວນໃນລາຍລະອຽດ ໂດຍເບື້ອງຈີນກໍ່ອອກໆ ເຮົາໄປເອົາຂ່າວ ແຕ່ພິທີເປີດ-ປິດສື່ໆ ຫັ້ນນ່າກໍ່ມືຶ້ເພິ່ນຊິປີດ ເພິ່ນຈະແຈ້ງນັກຂ່າວ ໄປອີກເທື່ອໜຶ່ງ.”
ສ່ວນອະດີດທະຫານລາວ ທີ່ເຄີຍເຂົ້າຮ່ວມຊ້ອມຮົບລາວ-ຈີນ ກ່າວຕໍ່ວິທຍຸຸເອເຊັຽເສຣີ ໃນມື້ດຽວກັນວ່າ ທະຫານລາວ ທີ່ເຂົ້າຊ້ອມຮົບໃນຄັ້ງນີ້ ແມ່ນເປັນທະຫານວິຊາສະເພາະ ໃນຂະແໜງການຕ່າງໆ ຈາກເມືອງ ແລະແຂວງ ຕ່າງເຂົ້າມາຮ່ວມ. ການຊ້ອມຮົບຂອງສອງຊາດ ລາວ-ຈີນ ຖືວ່າເປັນຍຸດທະສາດຂອງປະເທດ ສັງຄົມນິຍົມດ້ວຍກັນ.
“ຄັນຮ່ວມກັນກໍ່ແລກປ່ຽນບົດຮຽນນໍາກັນເດ້ ກໍຕ້ອງມີອັນເພື່ອນຈີນ ມານໍາ. ເອີ! ມັນກໍ່ມີແຕ່ບ່ອນດຽວຫັ້ນແຫຼະ ເພາະວ່າສະຖານທີ່ເຂົາຮັກສາ ແຕ່ບ່ອນດຽວຫັ້ນເດ້ມັນກໍ່ບໍ່ໄດ້ມາທຸກປີດອກ ແຕ່ວ່າດົນໆ ມາແລ້ວເພິ່ນກໍ່ແລກປ່ຽນບົດຮຽນກັນເນາະ ມັນກໍ່ແລກປ່ຽນບົດຮຽນຫຼາຍຝ່າຍ ໃນບັນດາສັງຄົມນິຍົມນຳກັນຫັ້ນນ່າD ເອີ ມັນບໍ່ມີກຳລັງຂະເຈົ້າແລ້ວຂະເຈົ້າ ກໍ່ອັນນັ້ນເດ້ເນາະມັນກໍ່ມີວິຊາສະເພາະ ເຂົາເດ. ເອີ ມີມາແຕ່ຫຼາຍບ່ອນອັນນີ້ມັນເປັນຍຸດທະສາດ ຂອງເພິ່ນສ່ວນຫຼາຍກໍ່ມີທະຫານບົກ ທາງອັນນັ້ນແຫຼະ ເພິ່ນວ່າແລກປ່ຽນບົດຮຽນ ນໍາກັນ ກໍ່ສ່ວນຫຼາຍມັນກໍ່ທາງບົກລາວ ມັນບໍ່ມີດອກທາງນໍ້າ.”
ປະຊາຊົນທີ່ິຕິດຕາມຂ່າວສານ ໃຫ້ຄວາມເຫັນວ່າການຊ້ອມຮົບນີ້ ແມ່ນເລື່ອງສະເພາະ ຄວາມໝັ້ນຄົງຂອງປະເທດລາວ ກໍ່ຖືວ່າເປັນເລື່ອງດີທີ່ຜ່ານມາເລື່ອງນີ້ ກໍ່ບໍ່ຄ່ອຍມີຂ່າວເປີດເຜີຍພໍປານໃດ ສ່ວນຫຼາຍກໍ່ປິດລັບ, ແຕ່ຜ່ານມາລາວ ກໍ່ບໍ່ໄດ້ມີບັນຫາຊາຍແດນ ກັບປະເທດອ້ອມຂ້າງ.
“ທີ່ຈິງມັນກໍ່ມີຕະຫຼອດ ແຕ່ວ່າເພິ່ນບໍ່ໄດ້ເປີດເຜີຍຫັ້ນນ່າ ສ່ວນຫຼາຍພວກຂ່າວຄວາມໝັ້ນຄົງ ໂຕນີ້ເພິ່ນບໍ່ຢາກເປີດເຜີຍຫັ້ນນ່າ ມີມີຕະຫຼອດຢູ່ແຕ່ວ່າ ເພິ່ນບໍ່ເປີດເຜີຍຫັ້ນນ່າບໍ່ຮູ້ວ່າ ເພິ່ນຊ້ອມຢູ່ໃສຫັ້ນນ່າ ສ່ວນຫຼາຍກໍ່ມີແຕ່ເລື່ອງຄວາມໝັ້ນຄົງ ຢ່າງດຽວຫັ້ນນ່າ ທີ່ຈິງມັນກໍ່ບໍ່ມີຫຍັງດອກ ມາສັງເກດເບິ່ງປະເທດໃກ້ຄຽງນີ້ກໍ່ບໍ່ຄ່ອຍມີບັນຫາກັນເດີ້ ພວກເຮົາກໍ່ບໍ່ຄ່ອຍມີບັນຫາກັນເລື່ອງຊາຍແດນຫັ້ນແຫຼະ ແຕ່ວ່າເພິ່ນຈະມີແຜນແນວອື່ນບໍ່ກໍ່ບໍ່ເຂົ້າໃຈໂຕນີ້ ຫັ້ນນ່າ ເພາະວ່າສ່ວນຫຼາຍເພິ່ນກໍ່ປິດລັບຫັ້ນນ່າ ເພິ່ນບໍ່ເປີດເຜີຍຫຼາຍປີຄືນຫຼັງຫັ້ນນ່າ”
ອາຈານ ອະດິສອນ ເສມແຍ້ມ, ນັກວິຊາການດ້ານລາວສຶກສາ ສະຖາບັນເອເຊຍສຶກສາ, ຈຸລາລົງກອນມະຫາວິທະຍາໄລ ໃຫ້ຄວາມເຫັນຕໍ່ກັບເລື່ອງຊ້ອມຮົບລາວ-ຈີນ ວ່າ ການທີ່ກອງທັບລາວ ໄດ້ເຂົ້າຮ່ວມຊ້ອມຮົບນີ້ ອາດຈະເຮັດໃຫ້ລາວ ຈຳເປັນຕ້ອງເພິ່ງພາຈີນຫຼາຍຂຶ້ນ ພ້ອມນີ້ອາດເຮັດໃຫ້ລາວສູນເສັຍຄວາມດຸ່ນດ່ຽງທາງອຳນາດ ຕໍ່ປະເທດອື່ນໆ.
“ແລ້ວຈະເຮັດໃຫ້ລາວເກີດບັນຫາ ດ້ານການດຸ່ນດ່ຽງໃນເລື່ອງຂອງສ້າງ Balance of Power. ໃນເລື່ອງຂອງການຖ່ວງດຸນ ກັບປະເທດຕ່າງໆ ບໍ່. ມັນກໍ່ ກໍ່ຜົນກະທົບຕໍ່ຫວຽດນາມ ບາງເລື່ອງນີ້ມັນກໍ່ບໍ່ງ່າຍ ໜຶ່ງຄືມີຊາຍແດນ ຕິດກັນສອງ ກໍ່ເປັນສະຫາຍຮ່ວມຮົບ ມີຄວາມສຳພັນກັນໃນອະດີດ, ແລ້ວກໍ່ເປັນເລື່ອງຂອງທະເລຈີນໃຕ້ ເລື່ອງອີ່ຫຍັງຕ່າງໆ ໃນພາວະທີ່ລາວກຳລັງຕົກຕໍ່າ ທາງເສດຖະກິດ ຫຼືສອງກໍ່ຄືຈີນເປັນເຈົ້າໜີ້ ຫຼືຜູ້ທີ່ໃຫ້ຄວາມຊ່ວຍເຫຼືອລາຍໃຫຍ່ແ ກ່ລາວ. ອີກຢ່າງໜຶ່ງກໍ່ຄືລາວກໍ່ຊ້ອມຮົບ ກັບໃຜ ລຳບາກເພາະວ່າ ເປັນຫຼັງບ້ານຂອງຈີນ.”
ອີງຕາມການລາຍງານ ຂອງສື່ຈີນກ່ຽວກັບການການຊ້ອມຮົບຮ່ວມ ລາວ-ຈີນ ພາຍໃຕ້ຫົວຂໍ້ “ໂລ້ກຳບັງມິດຕະພາບ 2024” ວ່າໂດຍອີງຕາມຄວາມເຫັນ ທີ່ເປັນເອກະພາບທັງສອງຝ່າຍ ລາວ-ຈີນ ຕົກລົງກັນໂດຍກອງທັບທັງສອງປະເທດ ຈະລົງເລິກການຊ້ອມຮົບການເຄື່ອນໄຫວ ປະສານສູ້ຮົບປ້ອງກັນ ເພື່ອຈັດຕັ້ງການຊ້ອມຮົບຮ່ວມກັນ ໂດຍນໍາໃຊ້ກຳລັງຕົວຈິງ, ການຊ້ອມຮົບຮ່ວມຄັ້ງນີ້ ມີເນື້ອໃນຕ່າງໆ ເຊັ່ນການຝຶກຊ້ອມປະສົມ, ການຝຶກຊ້ອມສັງລວມ ແລະ ການແລກປ່ຽນດ້ານວັດທະນະທຳເປັນຕົ້ນ.
ສອງຝ່າຍມີກໍາລັງທະຫານ ເຂົ້າຮ່ວມການຊ້ອມຮົບທັງໝົດ 1,200 ກ່ວານາຍ (ຄົນ). ຝ່າຍຈີນໄດ້ສົ່ງທະຫານ 300 ກ່ວານາຍ (ຄົນ) ແລະ ນໍາເອົາອາວຸດຍຸດໂທປະກອນ ຫຼາຍແບບເຂົ້າຮ່ວມຝຶກຊ້ອມເຊິ່ງຈະໃຊ້ເວລາ ໃນຝືກຊ້ອມທັງໝົດ 15 ວັນ ນັບແຕ່ ວັນທີ 05-18 ກໍລະກົດ 2024.
ໃນພິທີເປີດການຊ້ອມຮົບຮ່ວມ ລາວ-ຈີນ ທ່ານ ພົນຕີ ພັນແສງ ບຸນພັນ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ປະຊາຊົນລາວ, ຮອງຫົວໜ້າຄະນະຊີ້ນໍາ ລວມການຊ້ອມຮົບ ລາວ-ຈີນ ກ່າວວ່າ ການຊ້ອມຮົບ ລາວ-ຈີນ ໂລ້ກຳບັງມິດຕະພາບ 2024 ແນ່ໃສ່ສົ່ງເສີມຂະຫຍາຍສາຍພົວພັນ ມິດຕະພາບການຮ່ວມມືຮອບດ້ານ, ໂດຍສະເພາະການຮ່ວມມື ທາງການທະຫານ, ສ້າງຄວາມເຊື່ອໝັ້ນທັງເປັນການເພີ່ມທະວີ ການຊ່ວຍເຫຼືອເຊິ່ງ ແລະກັນໃນຂົງເຂດວຽກງານປ້ອງກັນຊາດ, ສະນັ້ນການຊ້ອມຮົບ ໂລ້ກຳລັງມິດຕະພາບ 2024 ແມ່ນມີຄວາມຈຳເປັນ ແລະ ສຳຄັນຢ່າງຫຍີ່ງເພາະ ເປັນການຍົກລະດັບການພັດທະນາກຳລັງເພີ່ມທະວີ ຄວາມເຂັ້ມແຂງຮອບດ້ານ ໃຫ້ແກ່ກອງທັບປະຊາຊນົລາວ ກ້າວຂຶ້ນຕາມທິດສ້າງ ໃຫ້ກອງທັບລາວກາຍເປັນກອງທັບ ປະຕິວັດທີ່ມີແບບແຜນທັນສະໄໝ.
ການຊ້ອມຮົບທາງທະຫານລະ ຫວ່າງລາວຈີນພາຍໃຕ້ຫົວຂໍ້ “ໂລ້ກໍາບັງ ມິດຕະພາບ ເມື່ອປີ2023” ຜ່່ານມາ ໄດ້ຈັດຂຶ້ນລະຫວ່າງວັນທີ 05-25 ພຶດສະພາ 2023 ເຊິ່ງການຊ້ອມຮົບດັ່ງກ່າວ ມີລັກສະນະຄ້າຍຄືກັນກັບປີນີ້.