ສປປ ລາວ ຕຣຽມເປີດຫ້ອງການ ໄອຍະການປະຊາຊົນ ໃນເຂດສາມຫລ່ຽມຄໍາ

ຈຳປາທອງ
2024.01.10
ສປປ ລາວ ຕຣຽມເປີດຫ້ອງການ ໄອຍະການປະຊາຊົນ ໃນເຂດສາມຫລ່ຽມຄໍາ ພາຍໃນ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເດືອນມົກກະຣາ ປີ 2023.
RFA

ຢູ່ໃນກອງປະຊຸມ ສລອງວັນຄົບຮອບ 34 ປີ ຂອງການສ້າງຕັ້ງ ອົງການໄອຍະການ ປະຊາຊົນສູງສຸດຂອງ ສປປ ລາວ ເມື່ອວັນທີ 5 ມົກກະຣານີ້ ໄດ້ມີການປຶກສາຫາລືກັນ ກ່ຽວກັບການຈັດຕັ້ງ ຫ້ອງການໄອຍະການ ປະຊາຊົນ ຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເພື່ອຕິດຕາມ ກວດກາການເຄົາຣົບ ແລະປະຕິບັດກົດໝາຍ ແລະສັ່ງຟ້ອງຜູ້ຖືກກ່າວຫາຂຶ້ນສານ ເພື່ອປົກປ້ອງຜົລປໂຍດຂອງຣັຖ, ສັງຄົມ ແລະສິດ ແລະຜົລປໂຍດອັນຊອບທັມຂອງພົລເມືອງ, ເຮັດໃຫ້ສັງຄົມມີຄວາມສງົບ ແລະເປັນລະບຽບຮຽບຮ້ອຍ ຍ້ອນຢູ່ເຂດເສຖກິຈພິເສດສາມຫລ່ຽມຄໍາ ມີການລະເມີດລະເມີດລະບຽບກົດໝາຍຫລາຍ ມີທັງການຄ້າມະນຸສ, ຄ້າຢາເສບຕິດ, ຄ້າສັດປ່າຫວງຫ້າມ, ມີການຟອກເງິນ, ຕົວະຄົນລາວໄປເປັນຄົນຕອບແຊັດ ແລະອື່ນໆ ອັນບໍ່ດີອີກຫລາຍຢ່າງ, ອີງຕາມການລາຍງານຂອງວິທຍຸເອເຊັຽເສຣີ ທີ່ຜ່ານມາຫລາຍຄັ້ງ.

ກ່ຽວກັບເຣື່ອງທີ່ວ່ານີ້ ສໍານັກຂ່າວ “The Laotian Times” ຣາຍງານວ່າ ຍັງບໍ່ຮູ້ ຫ້ອງການໄອຍະການປະຊາຊົນທີ່ວ່ານີ້ ຈະຖືກຈັດຕັ້ງຂຶ້ນເມື່ອໃດ.

ເຈົ້າໜ້າທີ່ ຢູ່ໃນຄະນະຄຸ້ມຄອງ ເຂດເສຖກິຈພິເສດສາມຫລ່ຽມຄໍາ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 9 ມົກກະຣານີ້ວ່າ ຍັງບໍ່ສາມາດເວົ້າໄດ້ວ່າ ຫ້ອງ ການໄອຍະການປະຊາຊົນທີ່ວ່ານີ້ ຈະຖືກຈັດຕັ້ງຂຶ້ນເມື່ອໃດ ຂະນະນີ້ຢູ່ໃນຣະຫວ່າງ ການປຶກສາຫາລື ແລະຄົ້ນຄວ້າກັນຢູ່, ຕ້ອງໄດ້ລໍຖ້າ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ຕົກລົງກັນແລ້ວກ່ອນ.

ຕອນນີ້ ເພີ່ນຍັງຄົ້ນຄວ້າຢູ່ວ່າຊັ້ນ ບໍ່ຮູ້ວ່າຊິຢູ່ໃສແທ້ ຕອນນີ້ເຮົາຍັງບໍ່ຮູ້ນ່າ ໜ້າຈະຢູ່ພາຍໃນຂອບເຂດ ພາຍໃນເຂດນີ້ແຫລະ.”

ໃນການປຶກສາຫາລືກັນ ເຣື່ອງການຈັດຕັ້ງຫ້ອງການໄອຍະການ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍານັ້ນ ເຈົ້າໜ້າທີ່ ຫ້ອງການໄອຍະການ ປະຊາຊົນ ແຂວງບໍ່ແກ້ວ ທ່ານນຶ່ງເວົ້າວ່າ ທາງອົງການໄອຍະການແຂວງຂອງພວກທ່ານ ໄດ້ສົ່ງເຈົ້າໜ້າທີ່ໄປເຂົ້າຮ່ວມນໍາ ແຕ່ກໍຍັງບໍ່ຮູ້ວ່າ ການປຶກສາຫາລືກັນນັ້ນ ຈະເປັນໄປໃນທິດທາງໃດ, ລໍຖ້າໃຫ້ທາງຂັ້ນເທິງເພິ່ນຖແລງການກ່ອນ.

ດັ່ງທີ່ທ່ານກ່າວວ່າ:

ໄປນໍາຣົຖປະທານສານປະຊາຊົນ ແຂວງບໍ່ແກ້ວຫັ້ນແຫລະ ອັນນີ້ກໍຍັງບໍ່ວ່ານໍ ອັນນີ້ມັນຂຶ້ນກັບຄະນະນໍານໍ ເຮົາກະບໍ່ຮູ້ ເພີ່ນມີທິດທາງແນວໃດ.”

ນັກກົດໝາຍທ່ານນຶ່ງ ເວົ້າວ່າ ກ່ຽວກັບເຣື່ອງທີ່ວ່ານັ້ນ ຕົນເອງກໍບໍ່ໄດ້ສຶກສາ ແລະບໍ່ໄດ້ຕິດຕາມໃກ້ຊິດ ແຕ່ກໍເຊື່ອວ່າ ເມື່ອມີການຈັດຕັ້ງຂຶ້ນມາແລ້ວ  ທາງຫ້ອງການໄອຍະການປະຊາຊົນ ຢູ່ໃນເຂດນັ້ນ ຈະເປັນຜູ້ຮັບຜິດຊອບ ຄະ ດີຄວາມ ແລະສັ່ງຟ້ອງຜູ້ຕ້ອງຫາຂຶ້ນສານ ແລະຈະເປັນຄະດີແພ່ງຫລາຍກວ່າ, ສ່ວນວ່າຄະດີຄວາມຮຸນແຮງ ຄະດີອາຍາ ຄາດວ່າ ຈະຖືກມອບໃຫ້ອົງການໄອຍະການແຂງບໍ່ແກ້ວ ເປັນຜູ້ດໍາເນີນການຢູ່ຄືເກົ່າ.

ດັ່ງທີ່ທ່ານກ່າວວ່າ:

ຄວາມໝາຍວ່າເຂດນີ້ ຕາມກົດໝາຍທີ່ວ່າ ຜູ້ຮັບຜິດຊອບໂຕນີ້ ຄະດີທີ່ມີມູນຄ່າທີ່ 300 ລ້ານລົງມາ ລະແມ່ນຄວາມຮັບຜິດຊອບ ຂອງເຂດ ແຂວງເພີ່ນຈະມີອາຍາ ໂທດຕໍ່າກວ່າ 3 ປີລົງມາ ຖືວ່າເປັນຄວາມຮັບ ຜິດຊອບຂອງແຂວງເຂົາເຈົ້າ.”

ນັກກົດໝາຍອີກທ່ານນຶ່ງ ເວົ້າວ່າ ເມື່ອມີຫ້ອງການໄອຍະການ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ນີ້ແລ້ວ ຢ້ານວ່າ ຈະເກີດຫລາຍບັນຫາຕາມມາ ເປັນຕົ້ນ ອາດເກີດການປະຕິບັດໜ້າທີ່ ຂອງພະນັກງານຫ້ອງການ ບໍ່ໂປ່ງໃສ ຫລືອາຈຖືກຄົນຈີນຈໍານວນນຶ່ງ ໃນເຂດນັ້ນ ຊື້ຈ້າງ ແລະກໍຍັງບໍ່ຮູ້ວ່າ ຈະເອົາພະ ນັກງານມາແຕ່ໃສ ໄປປະຈໍາການຢູ່ຫ້ອງການນັ້ນ.

ດັ່ງທີ່ທ່ານກ່າວວ່າ ໃນຂະນະດຽວກັນ ຜູ້ປົກຄອງຊາວໜຸ່ມລາວຈໍານວນນຶ່ງ ທີ່ລູກຫລານຂອງພວກຕົນ ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ໃນເຂດເສຖກິຈພິເສດສາມຫລ່ຽມຄໍາ ແລ້ວຖືກຕົວະໄປປະເທດພະ ມ້າຕໍ່ນັ້ນເວົ້າວ່າ ເມື່ອມີຫ້ອງການໄອຍະການທີ່ວ່ານັ້ນແລ້ວ ກໍຢາກໃຫ້ເພີ່ນແກ້ໄຂບັນຫາຊ່ອຍ, ຊ່ອຍປະສານງານໃຫ້ສາມາດ ນໍາລູກຂອງພວກເຂົາເຈົ້າ ໄດ້ກັບຄືນມາບ້ານຢ່າງປອດໄພ.

ດັ່ງຜູ້ປົກຄອງຊາວໜຸ່ມລາວຄົນນຶ່ງ ເວົ້າວ່າ:

ຊ່ອຍໄປເອົາລູກເຮົາອອກສານໍ ລາວກະຍັງໄດ້ 16 ປີ ເຂົາລະມາຕົວະຍົວະໄປ ໄປເຮັດວຽກຢູ່ບໍ່ແກ້ວ ບາດສຸດທ້າຍ ໄປຂາຍຢູ່ພະມ້າພຸ້ນ ທໍາອິດນີ້ວ່າໄປເຮັດວຽກຕອບແຊັດ ຢູ່ກາຊີໂນຕົ້ນເຜິ້ງ ມັນວ່າຕອບແຊັດກາຊິໂນຕົ້ນເຜິ້ງ ໄດ້ເງິນດີ ເງິນເດືອນກໍໄດ້ດີ ມັນວ່າ.”

ເມື່ອກ່ອນໜ້ານີ້ ໃນເດືອນມິຖຸນາ 2023 ສະພາບໍຣິຫານເຂດເສຖກິຈພິເສດສາມຫລ່ຽມຄໍາ ໄດ້ມອບຄ້າຍຄຸມຂັງ-ດັດສ້າງ ຂອງເຂດເສຖກິຈພິເສດສາມ ຫລ່ຽມຄໍາ ໃຫ້ກອງບັນຊາການຕໍາຣວດປ້ອງກັນຄວາມສງົບ ແຂວງບໍ່ແກ້ວ ເປັນຜູ້ຄຸ້ມຄອງ ມີຫ້ອງຂັງນັກໂທດ 24 ຫ້ອງ ຢູ່ເຂດບ້ານມ່ວງຄໍາ ເມືອງຕົ້ນເຜິ້ງ ຫ່າງຈາກເຂດເສຖກິຈ ພິເສດສາມຫລ່ຽມຄໍາ ປະມານ 3 ກິໂລແມັດ, ມູນຄ່າກໍ່ ສ້າງປະມານ 11 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.